ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງບໍ່​ແກ້ວ​ ​ຍັງສືບ​ຕໍ່ໃຫ້ ອະ​ນຸ​ຍາດ ​ປູກ​ກ້ວຍ​ຫອມ​ ເຖິ​ງວ່າ ຈະ​ມີ​ຜົນ​ກະ​ທົບ ​ຕໍ່​ສິ່ງ​ແວດ​ລ້ອມ ​ກໍ​ຕາມ


ສວນ​ປູ​ກກ້ວຍ​ຫອມ​ແຫ່ງ​ນຶ່ງ ທີ່​ລົງ​ທຶນໂດຍ​ບໍ​ລິ​ສັດ​ຈີນ ຢູ່​ພາກ​ເໜືອ​ຂອງ​ລາວ
ສວນ​ປູ​ກກ້ວຍ​ຫອມ​ແຫ່ງ​ນຶ່ງ ທີ່​ລົງ​ທຶນໂດຍ​ບໍ​ລິ​ສັດ​ຈີນ ຢູ່​ພາກ​ເໜືອ​ຂອງ​ລາວ

ທາງ​ການແຂວງບໍ່​ແກ້ວ​ຍັງ​ສືບ​ຕໍ່​ການ​ອະ​ນຸ​ຍາດ​ໃຫ້​ປູກ​ກ້ວຍ​ຫອມ​ເພື່ອ​ເປັນ
​ສ່ວນ​ນຶ່ງ ໃນ​ສິນ​ຄ້າ​ກະ​ສິ​ກຳ ທີ່​ສົ່ງ​ໄປ​ຈີນ ເຖິງ​ແມ່ນ​ວ່າການ​ປູກ​ກ້ວຍ​ຫອມ
ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ກໍ​ຕາມ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ກ່ຽວ
​ກັບ​ເລື້ອງນີ້​ຈາກ​ບາງກອກ.


ທ່ານ​ບົວ​ຄົງ ນາ​ບົວ​ວົງ ເຈົ້າ​ແຂວງ ແຂວງບໍ່​ແກ້ວ​ຢື​ນ​ຢັນ​ວ່າ ການ​ຜະ​ລິດ​ສິນ​ຄ້າ​
ກະ​ສິ​ກຳ ເພື່ອ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ອອກ​ໄປ​ຈີນ
ນັ້ນ ກໍ​ຄື​ເປົ້າ​ໝາຍ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ທາງເສດ​ຖະ​ກິດ​ໃນ​ແຂວງບໍ່​ແກ້ວ.
ທັງ​ນີ້ ພືດ​ເສດ​ຖະ​ກິດ​ສຳ​ຄັນ ທີ່​ທາງ​ການ​ແຂວງບໍ່​ແກ້ວ ຍັງ​ສືບ​ຕໍ່​ໃຫ້​ການ​ສົ່ງ​ເສີມ
ແລະ​ຊຸກ​ຍູ້​ໃຫ້​ກະ​ເສດ​ຕະ​ກອນທຳ​ການ​ປູກ​ຢູ່​ເລື້ອຍ​ມາຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ຄື​ຢາງ
​ພາ​ລາ, ສາ​ລີ, ແລະ​ກ້ວຍ​ຫອມ ທັງ​ຍັງ​ໃຫ້​ການ​ສົ່ງ​ເສີມ​ການ​ລົງ​ທຶນໃນ​ພາກ​ພະ​ລັງ​
ງານ ເພື່ອ​ຮອງ​ຮັບ​ການ​ຂະ​ຫຍາຍການ​ພັດ​ທະ​ນາ ຈາກ​ຂົງ​ເຂດ​ກະ​ສິ​ກຳ​ໄປ​ໃນ​ຂົງ
​ເຂດ​ອື່ນໆ ອີກ​ດ້ວຍ ດັ່ງ​ທີ່​ທ່ານ ບົວ​ຄົງ​ໃຫ້​ການ​ຢືນ​ຢັນ​ວ່າ
ແຂວງບໍ່​ແກ້ວສາ​ມາດ​ຜະ​ລິດພືດ​ເປັນ​ສິນ​ຄ້າ ມີ​ເນື້ອ​ທີ່​ປູກ​ຢາງ​ພາ​ລາ 19,000
ກວ່າເຮັກ​ຕາ, ປູກ​ກ້ວຍ​ຫອ​ມ 9,000 ເຮັກ​ຕາກວ່າ ແລ້ວ​ກະ​ນອກ​ຫັ້ນກະ​ມີ​ສາ​ລີ,
ພືດ​ຕ່າງໆ ແລ້ວກະ​ລ້ຽງ​ສັດ ທີ່​ວ່າ​ສົ່ງ​ອອກ​ໄປ​ຈີນ. ແລ້ວ​ກະ​ໃນ​ປັດ​ຈຸ​ບັນ​ນີ້ ພວມ​
ດຳ​ເນີນ​ການກໍ່​ສ້າງ​ເຂື່ອນ​ນ້ຳ​ທາ 1 ແລະ​ເຂື່ອນ​ນ້ຳ​ທາ ຫ້ວຍ​ຮວກ​ຫັ້ນ ກະ​ສຳ​ເລັດ
90 ກວ່າ​ເປີ​ເຊັນ​ ແລ້ວ​ກະ​ໂຕ​ທີ 2 ນີ້ ແມ່ນ​ສຳ​ເລັດ 59 ເປີ​ເຊັນ. ຄິດ​ວ່າ​ພາຍ​ຫລັງ​
ທີ່​ສຳ​ເລັດ​ແລ້ວ ຈະ​ເປັນ​ກຳ​ລັງ​ດັນ​ຂົງເຂດ​ອື່ນ ໃຫ້​ມີ​ການ​ຂະ​ຫຍາຍ​ຕົວ.

ກ່ອນ​ໜ້ານີ້ ທ່ານ​ຈະ​ເລີ​ນ ​ເຢຍ​ປາວ​ເຮີ ລັດຖະມົນຕີປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ ​ແລະ​ໂຄ
ສົກ​ລັດຖະບານ​ລາວຖະ​ແຫລ​ງ​ວ່າ ຄະ​ນະ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ ພາຍ​ໃຕ້​ການ​ນຳ​ພາ​
ຂອງທ່ານ​ທອງ​ລຸນສີ​ສຸ​ລິດ ນາຍົກລັດຖະມົນຕີ ​ໄດ້​ມີ​ຄຳ​ສັ່ງ​ມອບ​ໝາຍ​ໃຫ້​ກະ​ຊວງ​ກະ​ສິ​
ກຳ ແລະ​ປ່າ​ໄມ້ຮັບ​ຜິດ​ຊອບ​ດຳ​ເນີນ ການ​ສົ່ງ​ເສີມ​ການ​ຜະ​ລິດ​ກະ​ສິ​ກຳ​ສີ​ຂຽວ ດ້ວຍ​ການ​
ຈັດ​ຕັ້ງ​ປະ​ຕິ​ບັດໃນ​ທຸກວິ​ທີ​ທາງເພື່ອ​ລົບ​ລ້າງ​ການ​ປູກ​ພືດທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວ​ດ​ລ້ອມ
ໃຫ້​ໄດ້​ຢ່າງ​ສິ້ນໃນ​ທົ່ວ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ການ​ລົບ​ລ້າງ​ການ​ປູກ​ກ້ວຍຫອມຂອງ​
ບັນ​ດາ​ນັກ​ທຸ​ລະ​ກິດ​ຈີນ ທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ໃນແຂວງພາກ
ເໜືອຂອງລາວ ຢ່າງກວ້າງຂວາງໃນໄລ​ຍະ​ຜ່ານ​ມານັ້ນ.

​ສຳ​ລັບ​ອຳ​ນາດການ​ປົກຄອງ​ເມືອງ​ຕົ້ນ​ເຜີ້ງ, ​ແຂວງ​ບໍ່​ແກ້ວກໍ​ໄດ້​ຍຸຕິ​ການ​ອະນຸຍາດສຳ
​ປະ​ທານທີ່​ດິນ​ລາຍ​ໃໝ່​ເພື່ອ​ປູກ​ກ້ວຍ​ຫອ​ມຢ່າງ​ສິ້ນ​ເຊິ​ງ​ແລ້ວ. ສ່ວນທີ່​ໄດ້​ອະນຸຍາດ​ສຳ​
ປະທານ​ໄປ​ແລ້ວ​ນັ້ນ ​ກໍ​ຈະ​ຈຳກັດ​ພື້ນ​ທີ່​ປູກ​ໃຫ້​ລົດ​ລົງ​ເທື່ອ​ລະ​ກ້າວ ຊຶ່ງ​ຜ່ານ​ມາ​ກໍ​ໄດ້
​ມີ​ຄຳ​ສັ່ງ​ໃຫ້​ຍົກ​ເລີກ​ສໍາ​ປະທານ​ປູກ​ກ້ວຍ​ໄປ​ແລ້ວໃນ​ເນື້ອ​ທີ່ 2000 ກວ່າ​ເຮັກ​ຕາ ຈຶ່ງ
ຍັງ​ເຫຼືອ​ອີກ 4000 ກວ່່າ​ເຮັກຕາ ທີ່​ເປັນ​ສ່ວນ​ນຶ່ງໃນ​ເໜືອ​ທີ່ 9,000 ເຮັກ​ຕາ ທີ່​ປູກ​
ກ້ວຍ​ຫອມ​ໃນແຂວງບໍ່​ແກ້ວໃນ​ປັດ​ຈຸ​ບັນ ນີ້.

ທັງ​ນີ້ ສາ​ເຫດ​ທີ່ທາງ​ການແຂວງ​ບໍ່​ແກ້ວຕ້ອງ​ຍົກ​ເລີກການສຳ​ປະ​ທານການ​ປູກ​ກ້ວຍ​ຫອມ
ດັ່ງ​ກ່າວ ກໍ​ເພາະມີລາຍງານວ່າປາ ແລະສັດນໍ້າຊະນິດຕ່າງໆຢູ່ໃນເຂດວັງສະຫງວນນໍ້າ
ງາວທີ່ເມືອງຫ້ວຍຊາຍ ໄດ້ຕາຍໄປຢ່າງຫຼວງຫຼາຍໃນເດືອນມີນາ, 2017 ຊຶ່ງຈາກການວິ
ເຄາະຄຸນນະພາບນໍ້າໃນເຂດດັ່ງກ່າວກໍພົບວ່າມີສານເຄມີເຈືອປົນຢ່າງໜາແໜ້ນ ແລະ
ເຊື່ອວ່າ ເປັນສານເຄມີທີ່ຮົ່ວໄຫຼລົງມາຈາກເຂດສຳປະທານປູກກ້ວຍຂອງບັນດານັກ
ທຸລະກິດ ຈີນນັ້ນ​ເອງ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ທາງ​ການ​ແຂວງ​ບໍ່​ແກ້ວ​ໄດ້ອອກຄຳ​ສັ່ງ​ໄປ​ເຖິງ​ໜ່ວຍ​ງານ
​ກ່ຽວຂ້ອງໃຫ້​ຍົກ​ເລີກ​ການ​ສຳ​ປະ​ທານ​ທີ່​ດິນ 18 ​ແຫ່ງ ເພາະກວດພົບວ່ານັກທຸລະກິດຈີນ
ໄດ້ນຳໃຊ້ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ ແລະຢາຂ້າສັດຕູພືດ 19 ຊະນິດ ລວມເຖິງການໃຊ້ສານເຄມີເພື່ອເລັ່ງຜົນຜະລິດດ້ວຍນັ້ນ ກໍໄດ້ຄຸກຄາມຕໍ່ສຸຂະພາບອະ
ນາໄມຂອງປະຊາຊົນ ທັງຍັງກະທົບແຫຼ່ງນໍ້າທຳມະຊາດ, ສັດນໍ້າ, ທີ່ນາ ແລະ ພືດຜົນ
ຕ່າງໆຂອງປະຊາຊົນ ລາວຢ່າງໜັກໜ່ວງອີກດ້ວຍ. ​

ຊຶ່ງກໍ​ເຊັນ​ດຽວ​ກັນ ກັບ​ສ​ພາບ​ການ​ໃນ​ແຂວງ​ອຸ​ດົມ​ໄຊ ໂດຍ​ສະ​ເພາະ​ຢູ່​ເຂດ​ເມືອງ​ຮຸນນັ້ນ
ບໍ່​ໄດ້​ມີ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ລາຍ​ໃໝ່ ຫາກ​ແຕ່​ກໍ​ຍັງ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານລາຍ
​ເກົ່າສາ​ມາດ​ສືບ​ຕໍ່​ກ​ານ​ປູກ​ກ້ວຍ​ຫອມຢູ່ໃນ​ເນື້ອ​ທີ່ 6,000 ກວ່າເຮັກຕາ ໃນແຂວງ​ອຸ​ດົມ
​ໄຊ ທີ່​ລົງ​ທຶນ​ໂດຍ​ 23 ບໍ​ລິ​ສັດຈາກ​ຈີນ. ທັງ​ນີ້ ໂດຍ​ຜົນຜະ​ລິດກ້ວຍ​ຫອມທີ່​ສົ່ງ​ຈາກ​ລາວ
​ໄປ​ຈີນ ມີ​ປະ​ລິ​ມານ​ຫລາຍກວ່າ 4 ແສນ​ຕັນ​ໃນ​ແຕ່​ລະ​ປີ.

XS
SM
MD
LG