ທະນາຄານພັດທະນາເອເຊຍ ພ້ອມດ້ວຍບັນດາອົງການແລະ
ປະເທດໃຫ້ເງິນຊ່ວຍເຫລືອນາໆຊາດ ໄດ້ຊ່ວຍເຫລືອ ສປປ
ລາວ ສົ່ງເສີມແຜນການພັດທະນາຕ່າງໆ ເພື່ອເປັນທາງເລືອກ
ແທນການປູກຝິ່ນ. ແຕ່ນັກຂ່າວວີໂອເອ Ron Corben ລາຍ
ງານວ່າ ບັນດານັກວິເຄາະໄດ້ຊີ້ໄປໃສ່ເຂດຕ່າງໆທີ່ເປັນບ່ອນ
ປູກຝິ່ນດັ້ງເດີມ ຢູ່ໃນສັງຄົມຊົນເຜົ່າພື້ນເມືອງໃນເຂດພູດອຍ
ຮວມທັງການປູກເພື່ອໃຊ້ເປັນຢານຳນັ້ນ ແລະເຕືອນວ່າຕ້ອງມີ
ການດຳເນີນຄວາມພະຍາຍາມຢ່າງສຳເລັດຜົນ ໃນການຫລຸດ
ຜ່ອນຄວາມທຸກຈົນທີ່ຊ້ຳເຮື້ອຂອງປະຊາຊົນ ຖ້າຈະໃຫ້ໂຄງ
ການຕ່າງໆເພື່ອຖອນຮາກການປູກຝິ່ນນັ້ນ ປະສົບຜົນສຳເລັດ.
ດາຣາມີລາຍລະອຽດມາສະເໜີທ່ານ.
ປະເທດລາວ ທີ່ແຕ່ປະຫວັດສາດມາແລ້ວ ຖືວ່າເປັນສ່ວນນຶ່ງ ຂອງເຂດສາມຫລ່ຽມຄຳ ຂອງມຽນມາແລະປະເທດໄທ ທີ່ເປັນແຫລ່ງການຄ້າຢາເສບຕິດ ໃນເອເຊຍຕາເວັນອອກສຽງໃຕ້ນັ້ນ ໄດ້ຖືກພິຈາລະນາວ່າ ເປັນຕົວຢ່າງແຫ່ງຄວາມສຳເລັດໃນການກຳຈັດການປູກຝິ່ນ.
ການປູກຝິ່ນໃນລາວ ໄດ້ຫລຸດລົງຈາກລະດັບສູງສຸດ ຄື 26,800 ເຮັກຕາ ໃນປີ 1998 ມາເຫລືອພຽງ 1,800 ເຮັກຕາ ໃນປີ 2005 ຍ້ອນໂຄງການກຳຈັດການປູກຝິ່ນຢ່າງຫ້າວຫັນຕັ້ງໜ້າ. ໃນປີ 2006 ລັດຖະບານລາວປະກາດວ່າ ປະເທດຂອງຕົນປອດຢາເສບຕິດແລ້ວ.
ແຕ່ໃນລາຍງານສຳຫລວດການປູກຝິ່ນ ສະບັບປີ 2014 ນັ້ນ ຫ້ອງ ການປາບປາມຢາເສບ
ຕິດແລະອາຊະຍາກຳ ຂອງອົງການສະຫະປະ ຊາຊາດ ຫລື UNODC ກ່າວວ່າ ການປູກ
ຝິ່ນໃນປະເທດລາວ ໄດ້ເພີ້ມຂຶ້ນມາເປັນປະມານ 6,200 ເຮັກຕາ ແຕ່ວ່າແຕກຕ່າງຈາກ
ມຽນມາ ບ່ອນທີ່ຝິ່ນສ່ວນໃຫຍ່ຖືກສົ່ງໄປຂາຍຕ່າງປະເທດ ຫລືບໍ່ກໍຖືກແປຮູບເປັນເຮໂຣອິນ
ເພື່ອສົ່ງອອກຂາຍນັ້ນ ສ່ວນໃຫຍ່ຂອງຝິ່ນໃນລາວແມ່ນສຳຫລັບການຊົມໃຊ້ໃນທ້ອງຖິ່ນເອງ.
ອົງການ UNODC ກ່າວວ່າ ການຜະລິດຝິ່ນ ການຕິດຝິ່ນແລະຄວາມທຸກຍາກ ທັງໝົດນັ້ນ
ແມ່ນພົວພັນກັບການບໍ່ມີທາງເລືອກອື່ນ ໃນການທຳມາຫາລ້ຽງຊີບ.
ທ່ານ Cheikh Ousmane Toure ຜູ້ຈັດການປະຈຳປະເທດລາວ ຂອງອົງການ UNODC
ກ່າວວ່າ ມີຢູ່ເລື້ອຍໆທີ່ພວກຊາວບ້ານພາກັນປູກຝິ່ນ ພຽງເພື່ອສະໜອງຄວາມຈຳເປັນຂັ້ນ
ພື້ນຖານເທົ່ານັ້ນ ບໍ່ແມ່ນປູກເພື່ອລັກລອບຄ້າຂາຍຢ່າງຂະໜານໃຫຍ່.
ທ່ານ Toure ກ່າວວ່າ “ພວກທີ່ປູກຝິ່ນ ບໍ່ແມ່ນວ່າເປັນຄົນບໍ່ດີ. ເຂົາເຈົ້າເປັນຄົນ
ທຸກຍາກ ທີ່ຢາກມີຊີວິດທີ່ດີຂຶ້ນ ທີ່ຢາກສົ່ງລູກເຕົ້າຂອງເຂົາເຈົ້າໄປໂຮງຮຽນ.
ແທ້ໆແລ້ວ ເຂົາເຈົ້າບໍ່ໄດ້ຄ້າຝິ່ນດອກ ເພາະວ່າຝິ່ນທີ່ເຂົາເຈົ້າປູກນັ້ນ ສ່ວນໃຫຍ່
ແມ່ນເຂົາເຈົ້າໃຊ້ມັນເອງ.”
ຢູ່ໃນບັນດາເຂດແຂວງທີ່ຢູ່ສູງ ເປັນພູເປັນດອຍນັ້ນ ຊົນເຜົ່າພື້ນເມືອງ ເຊັ່ນເຜົ່າອາກ້າ ມົ້ງ
ແລະຂະມຸ ແມ່ນຮວມຢູ່ໃນພວກຊຸມຊົນທີ່ປູກຝິ່ນ ລາຍໃຫຍ່. ພວກແຂວງເຫລົ່ານັ້ນ ກໍຮວມ
ຢູ່ໃນບັນດາແຂວງທີ່ທຸກຈົນທີ່ສຸດ ໃນປະເທດລາວ ໂດຍມີປະຊາກອນຫລາຍກ່ວາ 40 ສ່ວນຮ້ອຍ ດຳລົງຊີວິດຢູ່ໃນລະດັບຕ່ຳກ່ວາ ເສ້ນແຫ່ງຄວາມທຸກຍາກ ອິງຕາມລາຍງານຂອງ
ສະຫະປະຊາຊາດ ຊຶ່ງລາຍໄດ້ຕໍ່ຫົວຕໍ່ຄົນ ແມ່ນຕ່ຳກ່ວາ $300 ຕໍ່ປີ ສົມທຽບກັບສູງກ່ວາ $1,000 ໜ້ອຍນຶຶ່ງ ຢູ່ໃນແຫ່ງອື່ນໆໃນປະເທດລາວ.
ແຕ່ວ່າການຜັກດັນຢ່າງໄວ ເພື່ອກວດລ້າງທຳລາຍພວກໄຮ່ຝິ່ນນັ້ນ ກໍໄດ້ສົ່ງຜົນກະທົບທີ່ເຮັດ
ໃຫ້ຫລາຍໆຄອບຄົວແຮ່ງຍາກຈົນລົງໄປອີກ ເພາະບໍ່ມີທາງເລືອກທີ່ເປັນແຫລ່ງລາຍໄດ້ອື່ນ
ຊຶ່ງພາໃຫ້ອົງການອາຫານໂລກ World Food Program ຕ້ອງໄດ້ຈັດຕັ້ງປະຕິບັດໂຄງການ
ຊ່ວຍເຫລືອສຸກເສີນ ກຳນົດສອງປີຂຶ້ນ ໃນປີ 2008 ເພື່ອຮັບມືກັບການຂາດແຄນອາຫານຢູ່ໃນສາມແຂວງ. ອົງການ UNODC ກ່າວວ່າ ຊະຕາກຳທາງເສດຖະກິດຂອງພວກຊຸມຊົນທີ່ກາງຕໍ່ເງິນສົດຈາການປູກຝິ່ນຂາຍນັ້ນ ແມ່ນຫລໍ່ແຫລມຫລາຍ.
ແຕ່ວ່າ ພວກໂຄງການພັດທະນາຂອງນາໆຊາດ ທີ່ໄດ້ຮັບການສະໜັບສະໜຸນດ້ວຍເງິນທຶນ ຈາກທະນາຄານພັດທະນາເອເຊຍ(ADB), ຈາກ ສະຫະພາບຢູໂຣບ(EU) ແລະທຶນຈາກຍີ່
ປຸ່ນ ທັງໝົດນັ້ນຕ່າງກໍໄດ້ພະຍາຍາມຖົມຊ່ອງຫວ່າງອັນນັ້ນ ໂດຍການສົ່ງເສີມທາງເລືອກອື່ນ
ສຳຫລັບການພັດທະນາ.
ທ່ານ Toure ຈາກອົງການ UNODC ກ່າວວ່າ ພວກຊາວສວນປູກຝິ່ນ ໃນຈຳນວນຫລາຍຂຶ້ນ ໄດ້ຮັບຜົນປະໂຫຍດຈາກໂຄງການເຫລົ່ານັ້ນ.
ທ່ານ Toure ກ່າວວ່າ “ຢູ່ແຂວງອຸດົມໄຊ ທຸກມື້ນີ້ ທ່ານຈະເຫັນວຽກງານ ທີ່ລັດຖະບານ
ເຮັດ ໃນການຮ່ວມມືກັບ UNODC ແລະໂຄງການຕ່າງໆຂອງລາດຊະອານາຈັກໄທ
ທີ່ແນະນຳວິທີການຫລືເທັກນິກໃໝ່ໆ ອາຫານຊະນິດໃໝ່ໆ ແລະຈະເຫັນວ່າພວກ
ຄອບຄົວທີ່ເຄີຍປູກຝິ່ນນັ້ນ ສາມາດເພີ້ມລາຍຮັບຂອງເຂົາເຈົ້າຂຶ້ນໄດ້ແນວໃດ?”
ແຕ່ວ່າ ນັກວິເຄາະບາງຄົນຕັ້ງຄຳຖາມ ກ່ຽວກັບຄຸນຄ່າຂອງການກຳຈັດຖອນຮາກການປູກຝິ່ນ ແລະໂຄງການພັດທະນາທາງເລືອກອື່ນນັ້ນ ໂດຍກ່າວວ່າ ມີຢູ່ເລື້ອຍໆທີ່ພວກຊຸມຊົນທ້ອງຖິ່ນ
ບໍ່ໄດ້ຮັບອະນຸຍາດໃຫ້ອອກຄວາມຄິດເຫັນຢ່າງພຽງພໍ ກ່ຽວກັບທິດທາງຂອງໂຄງການເຫລົ່ານັ້ນ.
ທ່ານ David Mansfield ທີ່ປຶກສາເອກກະລາດ ໄດ້ກ່າວຢູ່ໃນບົດຂຽນໃນລາຍງານສະບັບ
ປີ 2011 ຂອງຄະນະກຳມາທິການໂລກກ່ຽວກັບນະໂຍບາຍຢາເສບຕິດ ວ່າ ການກຳຈັດ
ການປູກຝິ່ນເຮັດໃຫ້ລາຄາ ພືດພັນທີ່ເປັນຢາເສບຕິດຜິດກົດໝາຍນັ້ນ ແພງຂຶ້ນ ຊຶ່ງກະຕຸ້ນ
ໃຫ້ມີການປູກຫລາຍຂຶ້ນ ແລະນຳໄປສູ່ “ຄວາມບໍ່ດຸ່ນດ່ຽງໃນລະດັບສູງຂຶ້ນເລື້ອຍໆ.”
ນັກມະນຸດວິທະຍາ David Feingold ທີ່ມີປະສົບການ 40 ປີໃນການສຶກສາເບິ່ງຝິ່ນ ຢູ່ໃນ
ເອເຊຍຕາເວັນອອກສຽງໃຕ້ ກ່າວວ່າ ຫລາຍໆຄົນໃນພວກຊົນເຜົ່າລາວເທິງແມ່ນກາງຕໍ່ຝິ່ນ
ສຳຫລັບໃຊ້ເປັນຢາພື້ນເມືອງ
ທ່ານ Feingold ກ່າວວ່າ ໃນຄັ້ງນຶ່ງ ຝິ່ນກ້ອນນຶ່ງ ໃນປະລິມານ 1 ກິໂລ 6 ຂີດ ແມ່ນສາມາດລຳລຽງໄປມາ ແລະໃຊ້ແລກປ່ຽນກັບອັນນັ້ນອັນນີ້ໄດ້ ຢ່າງສະບາຍ.
ທ່ານ Feingold ກ່າວວ່າ “ມັນເປັນຢາທີ່ດີທີ່ສຸດທີ່ເຂົາເຈົ້າມີ ໃນແງ່ຂອງການນຳໃຊ້
ໃນທາງການແພດ. ມັນຈະຊ່ວຍເຈົ້າໄດ້ ຖ້າເຈົ້າເຈັບ ທ້ອງບິດ ຫລືເປັນຫວັດ ເປັນ
ໄອ ແລະໃຊ້ເປັນຢາແກ້ເຈັບປວດ. ແລະມັນກໍມີຄຸນຄ່າສຳຄັນໃນດ້ານເງິນຄຳ. ມັນ
ຄືກັນກັບບັດສິນເຊື່ອ American Express ຫັ້ນແຫລະ. ຢ່າອອກຈາກບ້ານໄປ
ໂດຍບໍ່ມີມັນແລະເຈົ້າກໍສາມາດຕັດມັນອອກມາ ໃນປະລິມານເທົ່າໃດກໍໄດ້ ເພື່ອ
ໃຊ້ເປັນເງິນຊຳລະຄ່າສິ່ງຂອງ.”
ທ່ານ Feingold ກ່າວອີກວ່າ ຄວາມສຳເລັດ ຫລືລົ້ມແຫລວ ຂອງໂຄງການພັດທະນາໃນ
ທາງເລືອກອື່ນນັ້ນ ແມ່ນຂຶ້ນຢູ່ກັບການເຂົ້າເຖິງຕະຫລາດຂອງຜົນລະປູກໃໝ່ ທີ່ສະໜັບ
ສະໜຸນໂດຍຄວາມຮຽກຮ້ອງຕ້ອງການຜົນລະປູກນັ້ນໆ. ຄວາມລົ້ມແຫລວໃດໆກໍແມ່ນຈະ
ຂັບດັນໃຫ້ ພວກຊາວໄຮ່ຊາວສວນ ຫວນຄືນໄປປູກຝິ່ນອີກ.
ບັນດາອົງການຊ່ວຍເຫລືອນາໆຊາດກ່າວວ່າ ເພື່ອທີ່ຈະໃຫ້ການຫລຸດຜ່ອນການປູກຝິ່ນ
ຍືນຍົງຕໍ່ໄປໄດ້ນັ້ນ ກໍຕ້ອງມີນະໂຍບາຍຫລຸດຜ່ອນຄວາມທຸກຈົນດຳເນີນຄວບຄູ່ກັນໄປ
ພ້ອມກັບການມີທັດສະນະແບບກວມລວມຕໍ່ການພັດທະນາ ຄືພັດທະນາແລະສົ່ງເສີມ
ໂຄງການອື່ນໆໄປພ້ອມ ໃນດ້ານຕ່າງໆເຊັ່ນ ການສຶກສາ ສຸຂະພາບ ແລະພື້ນຖານໂຄງ
ລ່າງ ເປັນຕົ້ນ.