ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວາງແຜນ ຈະນຳສະເໜີ ປ່າສະຫງວນ ແຫ່ງຊາດ ພູຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກ


 ພູຫີນໜາມໜໍ່ ໃນແຂວງຄຳມ່ວນ ຂອງລາວ
ພູຫີນໜາມໜໍ່ ໃນແຂວງຄຳມ່ວນ ຂອງລາວ

ທາງການລາວວາງແຜນ ຈະນຳສະເໜີຕໍ່ອົງການ UNESCO ເພື່ອໃຫ້ຮັບຮອງເອົາເຂດ ປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ ຂອງລາວ ໃຫ້ເປັນມໍລິດົກໂລກ ດ້ານທຳມະຊາດ.

ທ່ານໂອໄດ ສຸດາພອນ ເຈົ້າແຂວງ ແລະເລຂາພັກແຂວງຄຳມ່ວນ ຖະແຫລງຢືນຢັນວ່າ ການກະກຽມວຽກງານໃນດ້ານຕ່າງໆ ກ່ຽວກັບການນຳສະເໜີຕໍ່ອົງການ UNESCO ເພື່ອໃຫ້ພິຈາລະນາ ແລະຮັບຮອງເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ຢູ່ທີ່ແຂວງ ຄຳມ່ວນຂອງລາວ ໃຫ້ເປັນມໍລະດົກໂລກ ດ້ານທຳມະຊາດ ນັ້ນ ໄດ້ຄືບໜ້າໄປຫຼາຍແລ້ວ ໂດຍຈະນຳສະເໜີອົງການ UNESCO ໃຫ້ໄດ້ໄວທີ່ສຸດ.

ທ່ານໂອໄດ ເຊື່ອໝັ້ນວ່າ ມີໂອກາດສູງທີ່ອົງການ UNESCO ຈະຮັບຮອງເຂດປ່າສະ ຫງວນແຫ່ງຊາດ ພູຫີນໜາມໜໍ່ຂອງລາວ ໃຫ້ເປັນມໍລະດົກໂລກ ດ້ານທຳມະຊາດ ເນື່ອງ ຈາກເປັນເຂດທີ່ຍັງມີທຳມະຊາດອັນສວຍງາມ ແລະປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນ ໃນພື້ນທີ່ກວ້າງກວ່າ 3,000 ເຮັກຕາ ທັງຍັງເປັນແຫລ່ງທີ່ຢູ່ອາໄສ ຂອງຊ້າງປ່າຈຳນວນ ຫຼາຍຮ້ອຍໂຕ ແລະສັດປ່າຫາຍາກຫຼາຍຊະນິດອີກດ້ວຍ.

ເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ຢູ່ທີ່ແຂວງ ຄຳມ່ວນຂອງລາວ
ເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ຢູ່ທີ່ແຂວງ ຄຳມ່ວນຂອງລາວ

ແຕ່ຢ່າງໃດກໍຕາມ ທາງການລາວ ກໍຍັງບໍ່ສາມາດກຳນົດ ເວລາ ທີ່ຊັດເຈນໄດ້ວ່າ ຈະສາ ມາດນຳສະເໜີໃຫ້ອົງການ UNESCO ພິຈາລະນາດັ່ງກ່າວໄດ້ເມື່ອໃດແທ້ ຊຶ່ງກໍເຊັ່ນ ດຽວກັນກັບ ແຜນການນຳສະເໜີໃຫ້ອົງການ UNESCO ພິຈາລະນາຮັບຮອງທົ່ງໄຫຫີນ ໃນແຂວງຊຽງຂວາງນັ້ນ ໄດ້ເລື່ອນມາຫຼາຍຄັ້ງແລ້ວ ເພາະວ່າ ຍັງຈະຕ້ອງມີການສຶກສາ ໃນລາຍລະອຽດ ເພື່ອກຳນົດແຜນການອະນຸລັກເຂດທົ່ງໄຫຫີນ ໃຫ້ໄດ້ ຕາມເງື່ອນໄຂ ທີ່ອົງການ UNESCO ກຳນົດໄວ້ໃນທຸກດ້ານເສຍກ່ອນ.

ຍິ່ງໄປກວ່ານັ້ນ ທາງການລາວ ກໍບໍ່ສາມາດທີ່ຈະໃຫ້ການຄາດໝາຍໄດ້ວ່າ ການສຶກສາ ດັ່ງກ່າວ ຈະຕ້ອງໃຊເວລາໃນການດຳເນີນການຈົນເຖິງເມື່ອໃດແທ້ ເນື່ອງຈາກວ່າ ໄຫຫີນ ທີ່ມີຢູ່ຫຼາຍກວ່າ 2,000 ໜ່ວຍນັ້ນ ບໍ່ໄດ້ຕັ້ງຢູ່ໃນບໍລິເວນດຽວກັນ ຈຶ່ງເຮັດໃຫ້ຕ້ອງໃຊ້ເວລາ ໃນການເກັບກຳຂໍ້ມູນ ແລະຂຶ້ນທະບຽນໄຫຫີນທຸກໜ່ວຍ ຢ່າງລະອຽດ ແລະການທີ່ໄຫຫີນ ຕັ້ງຢູ່ຢ່າງກະແຈກກະຈາຍກັນ ກໍຍັງເຮັດໃຫ້ຍາກຕໍ່ການອະນຸລັກໄດ້ ຢ່າງທົ່ວເຖິງອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ທາງການລາວ ມີງົບປະມານຢ່າງຈຳກັດ ກໍຍັງຖືເປັນອີກບັນຫາໜຶ່ງ ທີ່ສົ່ງຜົນກະທົບເຮັດໃຫ້ການດຳເນີນງານສາມາດຈັດຕັ້ງປະຕິບັດໄດ້ ຢ່າງຊັກຊ້າ ເພາະ ສະນັ້ນ ຖ້າຫາກບັນຫາດັ່ງກ່າວນີ້ ໄດ້ຮັບການແກ້ໄຂ ກໍຄືທາງການແຂວງຊຽງຂວາງ ມີງົບ ປະມານຢ່າງພຽງພໍທັງ ທັງສຳລັບ ການສຶກສາດັ່ງກ່າວ ແລະການພັດທະນາພື້ນຖານໂຄງ ລ່າງຕ່າງໆ ດ້ວຍນັ້ນ ກໍເຊື່ອວ່າ ພາກບໍລິການ ແລະການທ່ອງທ່ຽວ ໃນແຂວງຊຽງຂວາງ ຈະຂະຫຍາຍຕົວເພີ່ມຂຶ້ນນັບມື້ຢ່າງແນ່ນອນ.

ທາງດ້ານທ່ານຄຳເພັດ ພົມມະດວງໄກສອນ ຫົວໜ້າພະແນກຖະແຫລງຂ່າວ ແລະວັດທະ ນະທຳ ແລະທ່ອງທ່ຽວ ແຂວງຊຽງຂວາງ ໄດ້ຢືນຢັນວ່າ ການກະກຽມແຜນການ ທີ່ຈະສະ ເໜີອົງການ UNESCO ເພື່ອໃຫ້ການຮັບຮອງເຂດທົ່ງໄຫຫີນ ເປັນມໍລະດົກໂລກນັ້ນ ໄດ້ ຄືບໜ້າໄປຫຼາຍແລ້ວ ໂດຍໄດ້ມີການຄຸ້ມຄອງ ແລະຂຶ້ນທະບຽນໄຫຫີນ ໄດ້ແລ້ວຫຼາຍກວ່າ 2,000 ໜ່ວຍໃນ 70 ກວ່າພື້ນທີ່.

ແຕ່ຢ່າງໃດກໍຕາມ ທາງການແຂວງຊຽງຂວາງ ກໍຍັງບໍ່ມີກຳນົດທີ່ຊັດເຈນວ່າ ຈະສາມາດ ຍື່ນຂໍ້ສະເໜີ ດັ່ງກ່າວຕໍ່ອົງການ UNESCO ໄດ້ເມື່ອໃດ ເນື່ອງຈາກຍັງຈະຕ້ອງດຳເນີນ ການສຳຫຼວດ ເພື່ອລົງທະບຽນ ໄຫຫີນ ທີ່ເຫຼືອໃນອີກ 50 ກວ່າພື້ນທີ່ ໃຫ້ແລ້ວເສັດເສຍ ກ່ອນ ແລະພ້ອມກັນນີ້ ກໍຍັງຈະຕ້ອງສຶກສາອົບຮົມ ປະຊາຊົນລາວ ເພື່ອໃຫ້ການຮ່ວມມື ເຂົ້າໃນການຄຸ້ມຄອງໄຫຫີນດ້ວຍ ດັ່ງທີ່ທ່ານຄຳເພັດ ໄດ້ກ່າວວ່າ:

“ກ່ຽວກັບເລື້ອງການຫ້າງຫາກະກຽມເອົາໄຫຫີນນີ້ ເຂົ້າບັນຊີຢູ່ໃນມໍລະດົກໂລກ ແຂວງ ຊຽງຂວາງພວກເຮົາ ກະມີການຫ້າງກະກຽມຢຸ່ໃນເບື້ອງຕົ້ນ ໂດຍສະເພາະ ແມ່ນກ່ຽວ ກັບ ເລື້ອງວຽກງານລະບຽບ ການຄຸ້ມຄອງ ການປົກປັກຮັກຊາໄຫຫີນ ເພື່ອບໍ່ໄດ້ຖືກທຳ ລາຍ ຈາກບັນຫາຕ່າງໆ ຢູ່ໃນຊ່ວງລະຍະຜ່ານມາ ໄຫຫິນກະຖືກທຳລາຍຈາກມະນຸດ ແລ້ວ ກະຈາກສົງຄາມ.”

ໂດຍອີງຕາມແຜນການພັດທະນາການທ່ອງທ່ຽວໃນຊ່ວງປີ 2016-2017 ລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບຮອງສະຖາ ນະພາບ ຂອງການເປັນມໍລະດົກໂລກ ຢູ່ໃນລາວເພີ້ມຂຶ້ນອີກ 2 ແຫ່ງ ກໍຄືເຂດທົ່ງໄຫຫີນ ແລະພູຫີນໜາມໜໍ່ດັ່ງກ່າວ ຊຶ່ງຖ້າຫາກເປັນໄປຕາມແຜນການ ກໍຈະເຮັດໃຫ້ພູຫີນ ໜາມໜໍ່ ເປັນມໍລະດົກໂລກດ້ານທຳມະຊາດ ແຫ່ງທຳອິດ ໃນລາວອີກດ້ວຍ.

XS
SM
MD
LG