ທາງການລາວ ບໍ່ສາມາດຄວບຄຸມອັດຕາແລກປ່ຽນເງິນໃນຕະຫລາດທີ່ເປັນຈິງ ໃນທົ່ວປະເທດໄດ້ເລີຍ ເພາະວ່ານັກທຸລະກິດສ່ວນໃຫຍ່ບໍ່ໄດ້ແລກປ່ຽນເງິນຕາຜ່ານລະບົບທະນາຄານແຕ່ຢ່າງໃດ, ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ຖະແຫລງວ່າມາດຕະການຄວບຄຸມ ສະພາວະຜັນຜວນຂອງຄ່າເງິນກີບ ໂດຍການນໍາໃຊ້ກໍາລັງຂອງເຈົ້າໜ້າທີ່ຕໍາຫຼວດເຂົ້າໃນການກວດກາບັນດາຮ້ານແລກປ່ຽນເງິນຕາໃນທົ່ວປະເທດ ໂດຍດຳເນີນຄະດີໃນທັນທີ ຖ້າກວດພົບວ່າມີການປະຕິບັດທີ່ບໍ່ເປັນໄປຕາມລະບຽບກົດໝາຍ ກ່ຽວກັບການແລກປ່ຽນເງິນຕາ, ກໍຄື ນອກຈາກຈະຖືກປັບໃໝແລ້ວຍັງຈະຖືກຖອນໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາອີກດ້ວຍ. ແຕ່ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍຍັງບໍ່ສາມາດຄວບຄຸມຕໍ່ບັນດາໜ່ວຍແລກປ່ຽນເງິນໄດ້ຢ່າງມີປະສິດທິຜົນ. ທັງນີ້ ກໍຍ້ອນການປະຕິບັດທີ່ບໍ່ ມີປະສິດທິພາບຂອງບັນດາພະນັກງານທີ່ກ່ຽວຂ້ອງ ແລະທະນາຄານແຫ່ງຊາດລາວເປັນສໍາຄັນ ດັ່ງທີ່ທ່ານບຸນເຫລືອໄດ້ໃຫ້ການຢືນຢັນວ່າ:
“ຄວາມສາມາດໃນການຄຸ້ມຄອງຕົວຈິງຂອງທະນາຄານແຫ່ງ ສປປ ລາວ ຍັງບໍ່ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ແລະສະພາບທີ່ເກີດຂຶ້ນຕົວຈິງໃນສັງຄົມ, ເຄື່ອງມື ແລະກົນໄກຄຸ້ມຄອງ, ການຕິດຕາມກະແສເງິນເຂົ້າ-ອອກທີ່ເປັນເງິນຕາຕ່າງປະເທດຍັງຈຳກັດ, ບໍ່ຊັດເຈນ, ກົນໄກການແລກປ່ຽນຂໍ້ມູນກັບບັນດາຂະແໜງການຍັງບໍ່ທັນຄົບຖ້ວນ ແລະທັນເວລາ. ຄວາມເອົາໃຈໃສ່ຂອງຂະແໜງການກ່ຽວຂ້ອງໃນການຄຸ້ມຄອງເງິນຕາຕ່າງປະເທດກໍຄືການຈັດຕັ້ງປະຕິບັດບັນດານິຕິກຳທີ່ຕິດພັນກັບການຄຸ້ມຄອງເງິນຕາ ຍັງບໍ່ທັນເຂັ້ມງວດ, ກົມກຽວ.”
ໃນປີ 2021 ທະນາຄານແຫ່ງຊາດລາວ ໄດ້ຖອນໃບອະນຸຍາດແລກປ່ຽນເງິນ 140 ລາຍ ແລະຍັງເຫລືອ 410 ລາຍໃນປັດຈຸບັນ ທີ່ສາມາດແລກດຳເນີນທຸລະກິດແລກປ່ຽນເງິນຕາໄດ້ ຊຶ່ງຢູ້ພາຍໃຕ້ການຄຸ້ມຄອງຂອງທະນາຄານທຸລະກິດ. ສ່ວນຮ້ານນອກນັ້ນ ຈະບໍ່ສາມາດແລກປ່ຽນເງິນໄດ້ອີກຕໍ່ໄປ ດັ່ງທີ່ທ່ານນາງຂັນແກ້ວ ຫລ້າມະນີເງົາ, ຫົວໜ້າກົມນະໂຍບາຍເງິນຕາ ໃນທະນາຄານແຫ່ງຊາດລາວ ຢືນຢັນວ່າ:
“ພວກເຮົາໄດ້ຫັນເອົາຮ້ານແລກປ່ຽນເງິນຕາມາເປັນຕົວແທນຂອງທະນາຄານທຸລະກິດໃນຂອບເຂດທົ່ວປະເທດ. ໃນປັດຈຸບັນນີ້ ມີ 416 ແຫ່ງແລ້ວ ສ່ວນທີ່ເຫຼືອທີ່ບໍ່ໄດ້ເປັນຕົວແທນຂອງທະນາຄານທຸລະກິດຫັ້ນ ກໍແມ່ນຕ້ອງປິດ. ສະນັ້ນ ໃນປັດຈຸບັນນີ້ ພວກເຮົາມີທະນາຄານທຸລະກິດ 9 ແຫ່ງທີ່ມີຕົວແທນ ເປັນຮ້ານແລກປ່ຽນເງິນຕາຕ່າງປະເທດຈໍານວນ 416 ແຫ່ງ. ສະນັ້ນ ການກໍານົດລະບຽບການຕ່າງໆຢູ່ໃນຂໍ້ຕົກລົງນີ້ຈະແມ່ນພົວພັນເຖິງຂອບເຂດການເຄື່ອນໄຫວຂອງທະນາຄານ, ທຸລະກິດ ແລະຮ້ານແລກປ່ຽນ.”
ຫາກແຕ່ວ່າ ການດຳເນີນມາດຕະການດັ່ງກ່າວໄດ້ກໍມີຂຶ້ນໃນຂະນະທີ່ ລາວປະເຊີນກັບການຂາດດຸນບັນຊີ ເງິນຕາຕ່າງປະເທດເກີນກວ່າ 10 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນປະເທດ (GDP) ຈຶ່ງເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຂອງລາວຫລຸດລົງຢ່າງຕໍ່ເນື່ອງ ຫລືເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນເທົ່ານັ້ນ ໃນປັດຈຸບັນ ໂດຍມີສາເຫດສຳຄັນມາຈາກການຂາດດຸນ ການຄ້າຕ່າງປະເທດທີ່ເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນເພື່ອນໍາມາໃຊ້ດຸນດ່ຽງ ລາຍຈ່າຍ ທີ່ສູງກວ່າລາຍຮັບນັ້ນ ກໍຍັງເຮັດໃຫ້ລັດຖະບານລາວມີໜີ້ສິນເພີ້ມຂຶ້ນຈາກເປັນເກີນກວ່າ 162,625 ຕື້ກີບ ຫລື ຄິດເປັນ 88 ເປີເຊັນຂອງ GDP ໃນປີ 2021 ທັງຈະເພີ້ມຂຶ້ນອີກ ເພາະວ່າລັດ ຖະບານລາວຈະຕ້ອງກູ້ຢືມ 1 ພັນ 275 ລ້ານໂດລາເພື່ອຊໍາລະໜີ້ເງິນກູ້ ແລະດອກເບ້ຍໃນປີ 2022 ນີ້ ເຊິ່ງ ຍັງບໍ່ລວມເຖິງໜີ້ພາຍໃນປະເທດ ທີ່ຈະຕ້ອງຊໍາລະຄືນເກີນກວ່າ 15 ພັນ 500 ລ້ານກີບໃນປີ 2022 ນີ້ເຊັ່ນດຽວກັນ.
ພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ອັດຕາແລກປ່ຽນ ທີ່ທະນາຄານແຫ່ງຊາດລາວກຳນົດອັດຕາທີ່ແຕກຕ່າງກັບຕະຫຼາດທີ່ເປັນຈິງ 20 ເປີເຊັນອີກດ້ວຍ. ສ່ວນສະພາວະຄ່າຄອງຊີບທີ່ສືບຕໍ່ປັບຕົວສູງຂຶ້ນໃນໄຕມາດທີ 3 ປີ 2022ນັ້ນ ກໍເຮັດໃຫ້ອັດຕາເງິນເຟີ້ປັບຕົວສູງຂຶ້ນ 30.02 ເປີເຊັນ ແລະ ດັດຊະນີລາຄາຜູ້ບໍລິໂພກເພີ່ມຂຶ້ນ 154.99 ເປີເຊັນໃນເດືອນສິງຫາ 2022, ໂດຍມີການປັບຂຶ້ນລາຄາສິນຄ້າທຸກຊະນິດເຊັ່ນ: ອາຫານ ແລະ ເຄື່ອງດື່ມປັບຂຶ້ນ 30.2 ເປີເຊັນ, ຢາປົວພະຍາດ 37 ເປີເຊັນ, ເຄື່ອງໃຊ້ໃນຊີວິດປະຈຳວັນ 26.4 ເປີເຊັນ, ອາຫານສົດ 24.6 ເປີເຊັນ, ໄຟຟ້າ-ນ້ຳປະປາ 20.5 ເປີເຊັນ, ການຂົນສົ່ງ 51.7 ເປີເຊັນ ເມື່ອສົມທົບກັບການລະບາດຂອງພະຍາດໂຄວິດ-19 ແລະຄວາມຂັດແຍ້ງລະຫວ່າງຣັດເຊຍກັບຢູເຄຣນແລ້ວ ສະພາບການດັ່ງກ່າວນີ້ ຍັງຈະສືບຕໍ່ຢູ່ໃນລາວ.