ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ກໍ່ສ້າງ​ອະນຸສາວະລີ ​ເຈົ້າອະນຸ​ວົງ​ ສໍາເລັດລົງຢ່າງ​ສົມບູນ​ແລ້ວ


ປະຊາຊົນລາວ ພາກັນໄປຮ່ວມພິທີສະຫລອງ ສົມໂພດຮູບປັ້ນເຈົ້າອະນຸວົງ ຢ່າງຄັບຄັ່ງ.
ປະຊາຊົນລາວ ພາກັນໄປຮ່ວມພິທີສະຫລອງ ສົມໂພດຮູບປັ້ນເຈົ້າອະນຸວົງ ຢ່າງຄັບຄັ່ງ.

ການ​ກໍ່ສ້າງ​ອະນຸສາວະລີ​ເຈົ້າອະນຸ​ວົງ ​ໄດ້ແລ້ວ​​ເສັດ​ສົມບູນ​ແລ້ວ ​ແລະ​ທາງ​ການ​ລາວ​ໄດ້​ຈັດ​ພິທີ​ສະຫລອງ​ສົມ​ໂພດ​ຢ່າງ​ຍິ່ງ​ໃຫຍ່ ​ໂດຍ​ມີ​ປະຊາຊົນ​ລາວ​ນັບ​ໝື່ນ​ເຂົ້າຮ່ວມສະຫລອງ.

ທ່ານ​ຈູ​ມມະ​ລີ ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ ​ແລະ​ເລຂາ​ທິ
ການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ​ ​ໄດ້​ເປັນປ​ະທານ​ໃນ
ພິທີ​ປະດິດສະຖານແລະ​ສະຫລອງ​ສົມ​ໂພດ​ອະນຸສາວະລີ​ເຈົ້າ
ອະນຸ​ວົງ​ຢ່າງ​ເປັນ​ທາງ​ການ​ ຢູ່​ບໍ​ລິ​ເວນ​ສວນ​ເຈົ້າອະນຸວົງ ຊຶ່ງ​
ຕັ້ງ​ຢູ່​ແຄມ​ນໍ້າຂອງ​ດ້ານ​ຫລັງຫໍ​ຄໍາ ​ເມື່ອ​ວັນ​ທີ່ 7 ​ເດືອນ​ພະ
ຈິກ​ທີ່​ຜ່ານ​ມາ​ນີ້. ​ໂດຍ​ໃນ​ພິທີ​ສະຫລອງ​ສົມ​ໂພດ​ອະນຸສາ
ວະລີ​ເຈົ້າອະນຸວົງ​ໃນ​ຄັ້ງ​ນີ້ ປະທານ​ປະ​ເທດ​ລາວ​ໄດ້​ຈູດ​ທຽນ​
ໄຂ​ບູຊາ ພ້ອມ​ລັ່ນຄ້ອງ 9 ບາດ ​ແລະ​ປ່ອຍ​ປູມ​ເປົ້າພ້ອມ​ດ້ວຍ​ການ​ສູດ​ໄຊ​ຍັນ​ໂຕ​ຈາກ​ພະສົງ 120 ອົງ ຈາກ​ນັ້ນ​ກໍ​ມີ​
ການ​ຮ້ອງ​ເພງ​ສະດຸ​ດີ​ເຈົ້າອະນຸວົງ​ ໂດຍ​ກອງ​ສິນລະປະ​ກອນ
ສູນ​ກາງ​ແລະ​ກອງທັບ​ປະຊາຊົນ​ລາວ ສ່ວນ​ໃນ​ຕອນ​ກາງຄືນ
ກໍ​ມີ​ການ​ຍິງບັ້ງ​ໄຟ​ດອກຢູ່​ບໍລິ​ເວນ​ສວນ​ອະນຸສາວະລີ​ດັ່ງ​ກ່າວ ​ໂດຍ​ມີ​ປະຊາຊົນ​ລາວ​ນັບ​ໝື່ນ
ຄົນ​ເຂົ້າຮ່ວມ​ທ່າມກາງ​ບັນຍາກາດເບີກບານ​ມ່ວນ​ຊື່ນ ຕໍ່​ຈາກ​ນ້ັນ​ກໍ​ເປັນ​ພິທີການ​ສົມ​ໂພດ
ພຸດ​ທາ​ພິ​ເສກ​ອະນຸສາວະລີ​ເຈົ້າອະນຸວົງ​ຢ່າງ​ຕໍ່​ເນຶ່ອງກັນ​ໄປ ​ກໍ​ຄື​ນັບ​ແຕ່ 2 ​ໂມງ​ຂອງ​ວັນ​ທີ່
7 ​ເດືອນ​ພະຈິກ​ ຈົນ​ເຖິງ 6 ​ໂມງ ເຄິ່ງຂອງ​ເຊົ້າວັນ​ທີ່ 8 ​ເດືອນ​ພະຈິກ​ນີ້.

ທັງ​ນີ້​ໂດຍສາ​ເຫ​ດທີ່​ທາງ​ການ​ລາວ​ໄດ້​ຈັດ​ພິທີ​ສະ​ຫລອງ​ສົມ​ໂພດ​ອະນຸສາວະລີ​ເຈົ້າອະນຸວົງ​ຢ່າງ​ຍິ່ງ​ໃຫຍ່​ດັ່ງກ່າວ​ນັ້ນ​ກໍ​ໄດ້​ຮັບ​ການ​ອະທິບາຍ​ຈາກ​ທ່ານ​ບົວ​ເງິນ ຊາ​ພູ​ວົງ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ​ແລະວັດທະນະ​ທໍາ ຊຶ່ງ​ຮັບຜິດຊອບ​ວຽກ​ງານ​ດ້ານ​ວັດທະນະ​ທໍາ​ໃນ​ການຈັດ​ງານ​ສະ​ເຫລີ​ມສະຫລອງ​ການ​ສະຖາປະນານະຄອນ​ວຽງ​ຈັນ​ຄົບ ຮອບ 450 ປີ ​ໃນ​ລະຫວ່າງ​ວັນ​ທີ່ 15-21​ເດືອນ​ພະຈິກ​ນີ້ ​ວ່າ:

“​ເພາະວ່າ​ເຈົ້າອະນຸວົງແມ່ນ​ເປັນ​ວີລະ​ກະສັດ​ຜູ້​ນຶ່ງ​ທີ່​ມີ​ນໍ້າ​ໃຈ​ຮັກ​ຊາດ​ແພງ​ເຊື້ອ​ອັນ​ໂດດ​ເດັ່ນ​ຢູ່​ໃນ​ປະວັດ​ສາດ​ຂອງ​ຊາດ​ພວກ​ເຮົາ ຄື​ພວກ​ເຮົາ​ໄດ້​ຮູ້​ວ່າ​ພວກ​ສັກດິນາ​ຕ່າງ​ດ້າວ​ຜູ້​ລຸກ​ລານ​ຫລັງ​ຈາກ​ຍຶດຄອງ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ແລ້ວ​ຍັງ​ຈັບ​ເອົາ​ເພິ່ນ​ພ້ອມ​ດ້ວຍ​ເຊື້ອ​ພະ​ວົງ​ຕ່າງໆ​ໄປ​ປະ​ເທດ​ຂອງ​ເຂົາ​ເຈົ້າ ​ແລ້​ວກະ​ໄດ້​ທຸບ​ຕີ​ທໍລະມານ​ ຫວັງຈະ​ເຮັດ​ໃຫ້​ເພີ່ມ​ຍອມ​ຈໍານົນ ຫລື​ວ່າ​ທໍລະ​ຍົດ​ຈາກ​ປະ​ເທດ​ຊາດ​ປະຊາຊົນ​ຂອງ​ຕົນ​ເອງ ​ແຕ່​ວ່າ​ເຈົ້າອະນຸວົງ​ ເພິ່ນເດັດຂາດ ບໍ່​ຍອມ​ຈໍານົນ ​ແລະ​ ໄດ້​ຕໍ່ສູ້​ຈົນ​ເຖິງ​ລົມ​ຫາຍ​ໃຈ​ສຸດ​ທ້າຍ​ຂອງ​ເພິ່ນ”

ການ​ກໍ່ສ້າງ​ຮູ​ບຫລໍ່​ຂອງ​ເຈົ້າອະນຸວົງ​ຖື​ເປັນ 1 ​ໃນ​ທັງ​ໝົດ 21 ​ໂຄງການ​ທີ່​ທາງ​ການ​ລາວ​ໄດ້​ວາງ​ໄວ້​ໃນ​ແຜນ ​ການ​ສະ​ເຫລີ​ມສະຫລອງ​ນະຄອນ​ວຽງ​ຈັນ​ຄົບຮອບ 450 ປີ ​ໂດຍ​ຮູ​ບຫລໍ່​ສູງ​ເຖິງ 8 ແມດ ​ແລະ​ຖ້າ​ຫາກລວມ​ແທ່ນ​ຢືນ​ດ້ວຍ​ກໍ​ຖື​ເປັນ​ຮູບ​ຫລໍ່​ທີ່​ສູງ​ທີ່​ສຸດ​ໃນ​ລາວ ທີ່​ຕ້ອງ​ໃຊ້​ທອງ​ແດງ​ສໍາລັບ​ຫລໍ່​ຮູບ​ປັ້ນ​ຄິດ​ເປັນ​ນໍ້າໜັກ​ລວມ ​ເຖິງ 8 ຕັນ ທີ່​ທາງ​ການ​ລາວ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອຈາກ​ບໍລິສັດ MMG ຜູ້​ລົງທຶນ​ຂຸດ​ຄົ້ນ​ແຮ່​ຄໍາ​ແລະ​ທອງ​ແດງ​ ຢູ່​ເຊໂປ​ນ​ໃນ​ແຂວງ​ສະຫວັນ​ນະ​ເຂດ​ນັ້ນ​ເອງ.

ສ່ວນ​ໂຄງການ​ອື່ນໆ​ທ່ີ​ເປັນ​ສ່ວນ​ນຶ່ງ​ໃນ 21 ​ໂຄງການ​ທີ່​ສໍາຄັນ​ເຊັ່ນ​ດຽວ​ກັນ​ກໍ​ຄື​ການ​ປະຕິສັງ ຂອນ​ວັດ​ສີສະ​ເກດ​ການ​ຂະຫຍາຍ​ສະໜາມ​ພະທາດ​ຫລວງ ການ​ພັດທະນາ​ຕະຫລາດ​ເຊົ້າ ການ​ກໍ່ສ້າງ​ຖະນົນ​ວຽງ​ຈັນ 450 ປີ ການ​ກໍ່ສ້າງ​ສໍານັກງານ​ປົກຄອງ​ສະພາ​ເຂດ​ນະຄອນ​ວຽງ​ຈັນ ການວາງ​ຜັງ​ເມືອງ​ໃໝ່​ຂອງ​ວຽງ​ຈັນ​ເພື່ອ​ຮອງ​ຮັບ ການ​ພັດທະນາ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ຢູ່​ດົງໂພ​ສີ ​ແລະ​ການ​ສ້າງ​ເຂື່ອນ ກັນ​ຕາ​ຝັ່ງ​ເຈຶ່ອນ​ໃນ​ແນວ​ແມ່ນ​ນໍ້າຂອງ​ຈາກ​ເກົ້າລ້ຽວ​ເຖິງ​ທາດ​ຂາວ​ເປັນ​ຕົ້ນ.

XS
SM
MD
LG