ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ແລະຫວຽດນາມ ຈະຮ່ວມມືກັນພັດທະນາດ້ານ Logistics ແລະເຊື່ອມຕໍ່ລະບົບການຂົນສົ່ງລະຫວ່າງກັນແບບຄົບວົງຈອນ


​ແຜນ​ທີ່​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ໃນ​ຂົງ​ເຂດ ຊຶ່ງ​ສ່ວນ​ທີ່​ເປັນເສັ້ນ​ສີ​ຂຽນນັ້ນ ​ແມ່ນ​ຈະ​ເຊື່ອມ​ຕໍ່ລະ​ຫວ່າງ ລາວ ກັບ ​ຫວຽດ​ນາມ​
​ແຜນ​ທີ່​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ໃນ​ຂົງ​ເຂດ ຊຶ່ງ​ສ່ວນ​ທີ່​ເປັນເສັ້ນ​ສີ​ຂຽນນັ້ນ ​ແມ່ນ​ຈະ​ເຊື່ອມ​ຕໍ່ລະ​ຫວ່າງ ລາວ ກັບ ​ຫວຽດ​ນາມ​

ທາງການລາວ ແລະຫວຽດນາມ ຕົກລົງຮ່ວມມືພັດທະນາດ້ານ Logistics ແລະເຊື່ອມຕໍ່ລະບົບການຂົນສົ່ງລະຫວ່າງກັນຢ່າງຄົບວົງຈອນ ລວມເຖິງການຮ່ວມລົງທຶນໃນການພັດທະນາທ່າເຮືອ Vung Ang ທີ່ຫວຽດນາມ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງຂອງກະຊວງໂຍທາທິການ ແລະຂົນສົ່ງ ເປີດເຜີຍວ່າ ທາງການ ລາວ ແລະຫວຽດນາມ ໄດ້ຕົກລົງຮ່ວມມືພັດທະນາດ້ານ Logistics ແລະເຊື່ອມຕໍ່ລະບົບການຂົນສົ່ງ ລະຫວ່າງສອງປະເທດຢ່າງຄົບວົງຈອນ ເມື່ອບໍ່ນານມານີ້ ເຊິ່ງປະກອບມີການຮ່ວມມືໃນ 4 ໂຄງການຄື ການພັດທະນາທ່າເຮືອ Vung Ang ທີ່ແຂວງຮ່າຕິງຂອງຫວຽດນາມ, ການກໍ່ສ້າງທາງລົດໄຟຈາກນະຄອນຫຼວງວຽງຈັນໄປຫາທ່າເຮືອ Vung Ang, ການພັດທະນາສູນກາງ Logistics ທີ່ທ່ານາແລ້ງ ແລະໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຢູ່ທີ່ເມືອງບົວລະພາ ແຂວງຄໍາມ່ວນ ທີ່ມີກໍາລັງຕິດຕັ້ງ 2,000 ເມກາວັດເພື່ອສົ່ງອອກໄປຫວຽດນາມ.

​ທ່ານ​ເຮືອ Vung Ang ໃນ​ຫວຽດ​ນາມ​ທີ່​ລາວ​ມີ​ຫຸ້ນ​ສ່ວນ​ໃນ​ການ​ລົງ​ທຶນ​ຮ່ວມ​ກັບ​ຫວຽດ​ນາມ
​ທ່ານ​ເຮືອ Vung Ang ໃນ​ຫວຽດ​ນາມ​ທີ່​ລາວ​ມີ​ຫຸ້ນ​ສ່ວນ​ໃນ​ການ​ລົງ​ທຶນ​ຮ່ວມ​ກັບ​ຫວຽດ​ນາມ

ທັງນີ້ ລັດຖະບານໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງໃນການພັດທະນາດ້ານຄົມມະນາຄົມຂົນສົ່ງ ແລະ Logistics ເພື່ອເຊື່ອມຕໍ່ກັບຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ ໂດຍເຫັນໄດ້ຈາກເສັ້ນທາງຄົມມະນາຄົມຂົນສົ່ງໃນລາວ ໃນໄລຍະ 5 ປີທີ່ຜ່ານມາ ທີ່ສາມາດເຊື່ອມຕໍ່ລະຫວ່າງເມືອງໃນທົ່ວປະເທດໄດ້ ຕະຫຼອດປີ ທັງຍັງໄດ້ໃຫ້ຄວາມສໍາຄັນ ໃນການພັດທະນາການຂົນສົ່ງທາງນໍ້າອີກດ້ວຍ ໂດຍສະເພາະແມ່ນໃນຊ່ວງປີ 2021-2025 ຍັງຈະເລັ່ງການພັດທະນາທ່າເຮືອ Vung Ang ດ້ວຍການຮ່ວມລົງທຶນກັບລັດຖະບານຫວຽດນາມ ໃນສັດສ່ວນ 60 ເປີເຊັນ, 40 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ, ດັ່ງທີ່ ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ:

“ໃນທົ່ວປະເທດມີລະບົບຕາໜ່າງເສັ້ນທາງທັງໝົດ 58,254 ກິໂລແມັດທຽບໃສ່ປີ 2015 ເພີ້ມຂຶ້ນເຖິງ 1,922 ກິໂລແມັດ. ໃນນັ້ນໄປເຖິງທຸກເມືອງ ມີເສັ້ນທາງທຽວໄດ້ຕະຫຼອດປີໃນທົ່ວປະເທດ, ພ້ອມດຽວກັນນີ້ ກໍໄດ້ນໍາພາພັດທະນາໂຄງຮ່າງທາງນໍ້າ ໂດຍໄດ້ມີການເຊັນສັນຍາຮ່ວມມື-ລົງທຶນພັດທະນາທ່າເຮືອ Vung Ang ກັບ ສສ. ຫວຽດນາມ ຕົກລົງໃຫ້ແກ່ ສປປ. ລາວ ເພີ້ມຫຸ້ນຈາກ 20 ເປີເຊັນ ຂຶ້ນເປັນ 60 ເປີເຊັນ.”

ແຕ່ເນື່ອງຈາກວ່າ ການທີ່ລັດຖະບານລາວມີງົບປະມານຢ່າງຈໍາກັດ ສໍາລັບນໍາໃຊ້ໃນການພັດທະນາດັ່ງກ່າວ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີລາວ ໄດ້ອອກຄໍາສັ່ງເລກທີ 99 ເມື່ອວັນທີ 20 ຕຸລາ 2020, ໂດຍໄດ້ຕັ້ງຄະນະສະເພາະກິດຮັບຜິດຊອບໃນການສົ່ງເສີມພາກເອກະຊົນລາວ ແລະຕ່າງຊາດ ໃຫ້ເຂົ້າຮ່ວມລົງທຶນໃນໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະ Logistics ເພື່ອເຊື່ອມໂຍງກັບປະເທດໃນອາຊຽນດ້ວຍກັນນັ້ນ ໂດຍລັດຖະບານລາວ ຈະໃຫ້ການສົ່ງເສີມທັງໃນຮູບແບບການຮ່ວມລົງທຶນລະຫວ່າງລັດ-ເອກະຊົນ ຫລື PPP ແລະຮູບແບບເອກະຊົນລົງທຶນ ແລະເກັບເອົາຜົນປະໂຫຍດຈົນຄົບສັນຍາສໍາປະທານ ແລ້ວຈຶ່ງໂອນໂຄງການມາໃຫ້ລັດຖະບານລາວ ຫລື BOT, ເຊິ່ງໃນປີ 2021 ນີ້ ກໍມີເຖິງ 184 ໂຄງການທີ່ລັດຖະບານຕ້ອງການໃຫ້ພາກເອກະຊົນຮ່ວມລົງທຶນໂດຍລວມເຖິງພາກພະລັງງານ ແລະບໍ່ແຮ່ທີ່ສ້າງລາຍຮັບເກືອບ 2,000 ລ້ານໂດລາໃນປີ 2020.

ແຕ່ຢ່າງໃດກໍຕາມ ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນລາວພຽງ 23 ໂຄງການ ແລະມີມູນຄ່າລົງທຶນ ລວມ 2,064 ລ້ານໂດລາ ເທົ່ານັ້ນ ໃນປີ 2020 ທີ່ຫຼຸດລົງເກີນກວ່າ 80 ເປີເຊັນ ທຽບກັບປີ 2019 ໂດຍມີສາເຫດມາຈາກການລະບາດໂຄວິດ-19 ແລະເຮັດໃຫ້ມີການນໍາເງິນທຶນເຂົ້າມາລາວພຽງ 17 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ໂດຍຈີນເປັນຜູ້ລົງທຶນລາຍໃຫຍ່ສຸດທີ່ມີມູນຄ່າລວມກວ່າ 15,800 ລ້ານໂດລາ ໃນ 813 ໂຄງການ ທີ່ລວມເຖິງການລົງທຶນໃນແຂວງໄຊສົມບູນດ້ວຍ, ດັ່ງທີ່ທ່ານຄໍາລຽງ ອຸທະໄກສອນ ເຈົ້າແຂວງແຂວງໄຊສົມບູນຢືນຢັນວ່າ:

“ປີ 2020 ນີ້, ພວກເຮົາກໍສາມາດດຶງດູດການລົງທຶນຂອງເອກະຊົນໄດ້ຫຼາຍພໍສົມຄວນ ເນື່ອງຈາກວ່າ ມີນະໂຍບາຍພິເສດ, ມີດໍາລັດ 414 ຂອງລັດຖະບານ. ກໍເຫັນວ່າ ມີເອກະຊົນສົນໃຈຫຼາຍ ໄດ້ເຂົ້າໄປລົງທຶນຢູ່ແຂວງໄຊສົມບູນ ກໍເປັນບັນຍາກາດໃໝ່, ແຕ່ກ່ອນໃຜກໍຢ້ານ ໃຜກໍບໍ່ກ້າເຂົ້າໄປພັດທະນາຢູ່ໃນໄຊສົມບູນ. ແຕ່ວ່າ ມາເຫັນສະພາບທີ່ມີຄວາມສະຫງົບປີ 2020 ນີ້ ນັກລົງທຶນຫຼັ່ງເຂົ້າໄປຫຼາຍ ທັງພາຍໃນ ແລະຕ່າງປະເທດ, ໂດຍສະເພາະ ສປ. ຈີນ ໄດ້ເຂົ້າໄປພັດທະນາ.”

ນອກຈາກນີ້, ບັນດາບໍລິສັດເອກະຊົນຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ ທີ່ໄດ້ຄວບຄຸມໂຄງການ ສໍາປະທານຕ່າງໆ ໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນ ໃນລາວ ນັບຕັ້ງແຕ່ດ່ານບໍ່ເຕັນ ໃນແຂວງຫຼວງນໍ້າທາມາເຖິງນະຄອນຫຼວງວຽງຈັນອີກດ້ວຍ. ໂດຍຫຼ້າສຸດປາກົດວ່າ ບໍລະສັດຈາກຈີນໄດ້ຮັບສໍາປະທານໂຄງການພັດທະນາເມືອງໃໝ່ທີ່ວັງວຽງ, ແຂວງວຽງຈັນ ດ້ວຍເງິນລົງທຶນລວມເຖິງ 5,000 ລ້ານໂດລາ ເພື່ອພັດທະນາເຂດເມືອງໃໝ່ບົນພື້ນທີ່ 7,000 ເຮັກຕາຢູ່ຝັ່ງຕາເວັນຕົກຂອງນໍ້າຊອງພາຍໃຕ້ເປົ້າໝາຍຈະພັດທະນາໃຫ້ເປັນເຂດທ່ອງທ່ຽວ ແລະບໍລິການຢ່າງຄົບວົງຈອນ ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດ ໂດຍສະເພາະແມ່ນນັກທ່ອງທ່ຽວຊາວຈີນນັ້ນ ໃຫ້ໄດ້ເຖິງ 9 ລ້ານຄົນຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

XS
SM
MD
LG