ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ກໍາລັງນໍາເອົາລົດໄຟ ຄວາມໄວທໍາມະດາ ມາເພີ້ມເຂົ້າ ໃນລະບົບຂົນສົ່ງລົດໄຟຄວາມໄວສູງ


ພິທີເປີດສະຖານທີ່ຂາຍປີແລະຈອງປີ ສຳລັບລົດໄຟ ລາວ-ຈີນ ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ພິທີເປີດສະຖານທີ່ຂາຍປີແລະຈອງປີ ສຳລັບລົດໄຟ ລາວ-ຈີນ ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ລັດຖະບານລາວ ກໍາລັງນໍາເອົາລົດໄຟ ຄວາມໄວທໍາມະດາ ມາເພີ້ມເຂົ້າໃນລະບົບຂົນສົ່ງລົດໄຟຄວາມໄວສູງ ເພື່ອຕອບສະໜອງຄວາມຕ້ອງການໃນການໃຊ້ບໍລິການຜູ້ໂດຍສານ ຢູ່ພາຍໃນປະເທດ ທີ່ນັບມື້ນັບສູງຂຶ້ນຕັ້ງແຕ່ຂະບວນລົດໄຟ ຂະບວນທໍາອິດ ໄດ້ເລີ້ມຕົ້ນເປີດບໍລິການຂຶ້ນໃນວັນທີ 4 ທັນວາຜ່ານມາ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ຈາກນັກຂ່າວຂອງພວກເຮົາ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນັບຕັ້ງແຕ່ການບໍລິການຂອງລົດໄຟຂະບວນທໍາອິດ ໃນປະຫວັດສາດຂອງລາວ ໄດ້ເລີ້ມຂຶ້ນ ໃນວັນທີ 4 ທັນວາ 2021 ຄວາມຕ້ອງການ ໃນການໃຊ້ບໍລິການດ້ານການຂົນສົ່ງຜູ້ໂດຍສານແລະສິນຄ້າໃນລາວ ກໍເພີ້ມຂຶ້ນຢ່າງວ່ອງໄວ ໂດຍສະເພາະໃນວັນທ້າຍສັບປະດາ ຊຶ່ງເຮັດໃຫ້ລັດຖະບານລາວ ຕ້ອງໄດ້ນໍາເອົາຂະບວນລົດໄຟ ທີ່ມີລະດັບຄວາມໄວທໍາມະດາມາຈາກຈີນ ເພື່ອເພີ້ມເຂົ້າໃນລະບົບຂົນສົ່ງທາງລົດໄຟຂອງລາວ ອີງຕາມເຈົ້າໜ້າທີ່ອາວຸໂສທ່ານນຶ່ງ ໃນບໍລິສັດລົດ ໄຟລາວ-ຈີນ ທີ່ເປີດເຜີຍສູ່ຟັງວ່າ:

"ລົດໄຟທີ່ເຂົ້າມາເສີມຫັ້ນ ໄດ້ເຂົ້າມາແລ້ວ ຄືໃນຕອນແລງໃນເດືອນ 02 2022 ນີ້ ຊຶ່ງວ່າ ສາມາດບັນຈຸຜູ້ໂດຍສານໄດ້ ພັນກວ່າຄົນ ຊຶ່ງເພິ່ນວ່າ ຈະເປີດນຳໃຊ້ ຄາດວ່າ ເພິ່ນຈະເປີດນຳໃຊ້ໃນຕົ້ນເດືອນມີນາ, ເດືອນສາມນີ້ເນາະ".

ລົດໄຟທີ່ວ່ານີ້ແມ່ນມີຄວາມກວ້າງເທົ່າກັນກັບລົດໄຟຄວາມໄວສູງ. ມັນຈະຖືກນໍາເອົາມາຮັບໃຊ້ຄົນໂດຍສານ ທີ່ຕ້ອງການເດີນທາງ ຈາກນະຄອນຫລວງວຽງຈັນ ຂຶ້ນໄປພາກເໜືອຂອງປະເທດ ນັບແຕ່ບ່ອນແຫວະ ຢູ່ສະຖານນີລົດໄຟໃນເມືອງວັງວຽງ ແຂວງວຽງຈັນ ຜ່ານແຂວງຫລວງພະບາງ, ອຸດົມໄຊ ຈົນໄປເຖິງ ດ່ານບໍ່ເຕັນ, ແຂວງຫລວງນໍ້າທາ ທີ່ມີຊາຍແດນຕິດກັບແຂວງຢູໜ່ານ ໃນພາກໃຕ້ຂອງຈີນນັ້ນ. ສໍາລັບຄ່າໂດຍສານນັ້ນ ແມ່ນຈະເກັບ 30 ເປີເຊັນ ຕໍ່າກວ່າ ຄ່າລົດໄຟຄວາມໄວສູງ. ພ້ອມກັນນັ້ນ ສໍາລັບຄວາມໄວ ຂອງຂະບວນລົດໄຟທໍາມະດານີ້ ແມ່ນເທົ່າກັນກັບຄວາມໄວ ຂອງລົດໄຟຂົນສົ່ງສິນຄ້າ ຄື 120 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງຊ້າກວ່າລົດໄຟຄວາມໄວສູງ ທີ່ມີຄວາມໄວກວ່າ 200 ກິໂລແມັດຕໍ່ຊົ່ວໂມງນັ້ນ ແຕ່ແນວໃດກໍຕາມ ມັນກໍຍັງຄົງຕັດເວລາ ໃນການເດີນທາງລົງ ໃຫ້ໜ້ອຍກວ່າການເດີນທາງດ້ວຍລົດຫລາຍ, ອີງຕາມຜູ້ຊົມໃຊ້ການບໍລິການລົດໄຟຄວາມໄວສູງຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ຊຶ່ງຜູ້ກ່ຽວບອກວ່າ:

“ສະບາຍແຫລະ ເດືອນຊິມານີ້ ມັນຊິມີລົດໄຟທໍາມະດາ ບັນຈຸໄດ້ພັນຄົນເດືອນສາມຊິມານີ້ ມາແລ້ວລົດໄຟຫັ້ນ ແຕ່ວ່າກະຊິເປີດເປັນທາງການລົດໄຟທໍາມະດາ ຖ້ຽວທໍາມະດາຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ຄວາມໄວເນາະໂຕນັ້ນແມ່ນ 220 ກິໂລແມັດຕໍ່ຊົ່ວໂມງມັນກະແລ່ນບໍ່ໄວປານໃດ ມັນກະຊິກິນເວລາໜ້ອຍນຶ່ງ ເນາະ ວຽງຈັນ-ຫລວງພະບາງກະ 4 ຊົ່ວໂມງ ອັນນັ້ນ ມັນກ່ອນ 2 ຊົ່ວໂມງ”.

ນັບແຕ່ໄດ້ເປີດບໍລິການ ໃນວັນທີ 4 ທັນວາເປັນຕົ້ນມາ ລົດໄຟຄວາມໄວສູງ ທີ່ແລ່ນຕາມທາງລົດໄຟ ທີ່ຍາວ 414 ກິໂລແມັດ ຜ່ານ 4 ແຂວງ ກວ່າຈະມາຮອດນະຄອນຫລວງວຽງຈັນນັ້ນ ໄດ້ຖືກນໍາໃຊ້ຂົນສົ່ງທັງຄົນໂດຍສານ ແລະສິນຄ້າຢ່າງຫລວງຫລາຍ ອີງຕາມພະນັກງານຂອງບໍລິສັດລົດໄຟ ລາວ-ຈີນທ່ານນຶ່ງ ຊຶ່ງທ່ານເວົ້າວ່າ:

“ນັບແຕ່ວັນທີ 4 ເດືອນທັນວາ ປີ 2021ເປັນຕົ້ນມາ ເຖິງ ປັດຈຸບັນຂະບວນຜູ້ ໂດຍສານທັງໝົດ 128 ຄູ່ ຊຶ່ງຂົນສົ່ງຜູ້ໂດຍສານ 124,225 ເທື່ອຄົນສະເລ່ຍແລ້ວ 1,721ຄົນ ຕໍ່ມື້ ແລະສູງສຸດສະເລ່ຍ 2,084 ຄົນ ຕໍ່ມື້. ສ່ວນຂະບວນລົດໄຟຂົນສົ່ງສິນຄ້າໄດ້ແລ່ນທັງໝົດ 145 ຄູ່ຫລື 290 ຖ້ຽວ ຈໍານວນສິນຄ້າທີ່ໄດ້ຂົນສົ່ງແມ່ນ 157,568 ໂຕນ. ການຂົນສົ່ງສິນຄ້າສູງສຸດແມ່ນ 6,748 ໂຕນ ຕໍ່ມື້ ຈໍານວນສະເລ່ຍແມ່ນ 2,188 ໂຕນຕໍ່ມື້.”

ຄົນລຽນແຖວເພື່ອຊື້ປີ ສຳລັບລົດໄຟຄວາມໄວສູງ ລາວ-ຈີນ ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ຄົນລຽນແຖວເພື່ອຊື້ປີ ສຳລັບລົດໄຟຄວາມໄວສູງ ລາວ-ຈີນ ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ແຕ່ແນວໃດກໍຕາມ ໃນ 3 ເດືອນທໍາອິດ ລະບົບບໍລິການຂາຍແລະຈອງປີ້ລົດໄຟ ແມ່ນບໍ່ຄ່ອຍສະດວກ ແລະກໍມີບາງຄົນສວຍໂອກາດຊື້ປີ້ລົດໄຟໄປກັກຕຸນໄວ້ ເພື່ອຂາຍເອົາກໍາໄລ. ຕໍ່ບັນຫານີ້ ທາງບໍລິສັດລົດໄຟ ລາວ-ຈີນ ກໍໄດ້ພະຍາຍາມຫາທາງແກ້ໄຂ ດັ່ງທີ່ພະນັກງານຂັ້ນສູງໃນບໍລິສັດດັ່ງກ່າວໃຫ້ຄໍາເຫັນວ່າ:

“ສໍາລັບການຂາຍປີ້ ປະຈຸບັນຖືວ່າ ມີຄວາມສະດວກສະບາຍຫລາຍຂຶ້ນ ຈັ່ງວ່າເພິ່ນໄດ້ມີການຂະຫຍາຍບ່ອນຊື້ປີ້ຫັ້ນ ເພີ່ມຈຸດທີ່ວ່າ ຊ່ວງໄລຍະເດືອນຜ່ານມາຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ໂດຍສານຂອງຜູ້ໂດຍສານເນາະ ເພີ້ມຈຸດຂາຍປີ້ຢູ່ວຽງຈັນເຊັນເຕີ ຊຶ່ງວ່າຜູ້ໂດຍສານສາມາດຈ່ອງໄດ້ ນຶ່ງ ສອງມື້ ສາມມື້ ຫລືເປັນນຶ່ງອາທິດ ທີ່ວ່າຈ່ອງໄດ້”.

ທ່ານກ່າວອີກວ່າ ທາງການລາວ ຄາດວ່າ ການຕອບສະໜອງຄວາມຕ້ອງການ ຂອງ ຜູ້ຊົມໃຊ້ລົດໄຟ ຍັງຈະເພີ້ມຂຶ້ນ ແລະທາງບໍລິສັດລົດໄຟລາວ-ຈີນ ທີ່ລັດຖະບານ ມີຮຸ້ນຢູ່ 30 ເປີເຊັນນັ້ນ ກໍຈະພະຍາຍາມເພີ້ມຂະບວນລົດໄຟຂຶ້ນ ໃນອະນາຄົດ.

ສະຫລຸບແລ້ວ ນັບຕັ້ງແຕ່ມື້ເປີດນໍາໃຊ້ທາງລົດໄຟຄວາມໄວສູງ ທີ່ມີມູນຄ່າການ ກໍ່ສ້າງເກືອບຮອດ 6 ຕື້ໂດລານັ້ນ ກໍຖືວ່າ ມີຄວາມຕ້ອງການໃຊ້ທາງລົດໄຟນີ້ໃນການຂົນສົ່ງຜູ້ໂດຍສານ ແລະຂົນສົ່ງສິນຄ້າ ເປັນຈໍານວນຫລວງຫລາຍຈົນລັດຖະບານລາວ ຕ້ອງໄດ້ນໍາເອົາລົດໄຟທີ່ແລ່ນໃນຄວາມໄວທໍາມະດາເຂົ້າມາຮັບໃຊ້ລູກຄ້າ ຊຶ່ງຈະເລີ້ມຕົ້ນການບໍລິການ ພາຍໃນບໍ່ເທົ່າໃດອາທິດຂ້າງໜ້ານີ້.

XS
SM
MD
LG