ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ ພັດທະນາ ເອເຊຍ ຄາດວ່າ ລາວຈະ ຂາດດຸນ ງົບປະມານ 4.92 ເປີເຊັນ ຂອງ ຈີ​ດີ​ພີ ​ໃນ​ປີນີ້


ການ​ນັບ ແລະ​ເກັບ​ມ້ຽນ​ເງິນ​ກີບ​ໄວ້ໃນ​ທະ​ນາ​ຄານ ແຫ່ງ​ນຶ່ງ ຂອງ ສ​ປ​ປ ລາວ
ການ​ນັບ ແລະ​ເກັບ​ມ້ຽນ​ເງິນ​ກີບ​ໄວ້ໃນ​ທະ​ນາ​ຄານ ແຫ່ງ​ນຶ່ງ ຂອງ ສ​ປ​ປ ລາວ

ຜູ້​ຊ່ຽວ​ຊານຂອງທະນາຄານພັດທະນາເອເຊຍ (ADB) ຄາດ​ວ່າ ລັດຖະບານລາວ ຈະຂາດດຸນງົບປະມານ 4.92 ເປີເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ ຫລື GDP
ຖ້າ​ຫາກ​ຈັດ​ເກັບ​ລາຍ​ຮັບ ແລະ​ຄຸມ​ລາຍ​ຈ່າຍ​ໄດ້​ຕາມ​ເປົ້າ​ໝາຍ​ໃນ​ປີ 2018.

ທ່ານສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ
ຫລື ADB ສຳນັກງານ ປະຈຳ ສປປ ລາວ ຖະ​ແຫລງວ່າ ລັດຖະບານລາວ ຍັງຈະ
ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາຂາດດຸນງົບປະມານໃນ​ປີ 2018 ໃນລະ​ດັບ 4.92 ເປີເຊັນ
ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ ຫລື GDP ໂດຍ​ມີ​ເງື່ອນ​ໄຂ​ສຳ​ຄັນ​ຄືລັດຖະບານ
ລາວຕ້ອງ​ຈັດ​ເກັບ​ລາຍ​ຮັບໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ຢ່າງ​ແທ້​ຈິງ ທັງ​ຍັງ​ຈະ​
ເຮັດ​ໃຫ້​ການ​ຂາດດຸນງົບ​ປະ​ມານ​ຫລຸດ​ລົງ​ໃນ​ປີ 2019 ອີກ​ດ້ວຍ ດັ່ງທີ່ທ່ານສຸລິນ
ທອນ​ຢືນ​ຢັນ​ວ່າ

“ການ​ຂາດ ດຸນງົບ​ປະ​ມານ ຄາດ​ຄະ​ເນ​ວ່າ ຍັງ​ຢູ່​ສູງ​ເນາະ ຈະ​ຢູ່​ປະ​ມານ 4.9 ແລ້ວ
ຄາດ​ວ່າ ປີ​ໜ້າ ຈະ​ມີ​ການ​ຫລຸດ​ລົງ​ແລ້ວ ກະ​ຄິດ​ວ່າ​ດີ​ຊຶ້ນ ຖ້າ​ວ່າ​ເກັບ​ລາຍ​ຮັບ​ໄດ້​ດີ
​ຂຶ້ນ ທັງ​ຮັກ​ສາ​ລາຍ​ຈ່າຍ​ກໍ​ຄື​ເປັນ​ທາງບວກ ແລະ​ກໍ​ຄື​ວ່າ​ເຫັນ​ຫລາຍໆ ມາດ​ຕະ​ການ
​ທີ່​ທາງ​ລັດ​ຖະ​ບານ​ໄດ້​ສະ​ເໜີ​ອອກ​ມາ.”

ທັງ​ນີ້ ລັດຖະບານລາວຈະ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ໃນມູນ​ຄ່າ 25,452 ຕື້ກີບຄິດເປັນ
17.02 ເປີເຊັນ ຂອງ GDP ແລະ​ຄຸມ​ລາຍ​ຈ່າຍ​ໃຫ້​ບໍ່​ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນຂອງ GDP ໂດຍ​ກະ​ຊວງການ​ເງິນ​ຈະ​ຕ້ອງ​ຈັດ​ຕັ້ງປະ​ຕິ​ບັດ​ວິ​ໄນ​ການ​ເງິນ​ຢ່າງ​ເຂັ້ມ
​ງວດ ທັງ​ຍັງ​ຈະ​ຕ້ອງ​ນຳ​ໃຊ້​ເທັກ​ນິກ ທີ່​ມັນ​ສະ​ໄໝ ເຂົ້າ​ໃນ​ການ​ຈັດ​ເກັບ​ພາ​ສີ​ອາ​ກອນ​
ຕ່າງໆ ອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ເງິນ ໄດ້​ຢືນ​
ຢັນ​ວ່າ ການ ປະ​ຕິ​ບັດ​ຕາມ​ແຜນ​ການ​ທີ່ວາງ​ໄວ້​ນັ້ນ ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ຂາດ
ດຸນງົບປະມານໃນ​ມູນ​ຄ່າ 7,357 ຕື້ກີບ ຄິດເປັນ 4.92 ເປີເຊັນຂອງ GDP ທີ່​ຄາດ​ວ່າ
ຈະ​ມີ​ມູນ​ຄ່າ​ລວມລວມເຖິງ 149,471 ຕື້ກີບ ຫຼືປະມານ 18,100 ລ້ານໂດລາ ໃນ​ຕະ
​ຫລອດປີ 2018 ຫາກ​ແຕ່ໃນແຜນການປີ 2017 ກໍປາກົດວ່າລັດຖະບານ ລາວ ຂາດ
ດຸນງົບປະມານເຖິງ 8,019 ຕື້ກີບ ຄິດເປັນ 6.18 ເປີເຊັນຂອງ GDP ໂດຍມີ​ລາຍ​ຈ່າຍ​
ລວມ 31,508 ຕື້ກີບ ຄິດເປັນ 97.24 ເປີເຊັນຂອງ ແຜນການປີ 2017.

ທັງນີ້ລັດຖະບານລາວ ຕ້ອງຄວບຄຸມການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າບໍ່ເກີນ
7,357 ຕື້ກີບ ຄິດເປັນ 4.92 ເປີເຊັນ ຂອງ GDP ໃນປີ 2018 ແຕ່ໃນແຜນການປີ
2017 ກໍປາກົດວ່າລັດຖະບານ ລາວ ຂາດດຸນງົບປະມານເຖິງ 8,019 ຕື້ກີບ ຄິດເປັນ
6.18 ເປີເຊັນຂອງ GDP ຊຶ່ງຍັງ

ແຕ່ຢ່າງໃດກໍຕາມ ລາຍ​ຈ່າຍ​ດັ່ງ​ກ່າວ ຍັງບໍ່ທັນລວມໜີ້ເງິນກູ້ໃນມູນຄ່າ 6,216 ຕື້ກີບ
ທີ່ລັດຖະບານລາວໄດ້ຊໍາລະໜີ້​ເງິນ​ກູ້ ແລະ​ໜີ້​ພັນ​ທະ ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ
ໃນປີ 2017 ແຕ່​ຢ່າງ​ໃດ ຊຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວຂາດດຸນງົບ​ປະ​ມານ​ໃນ​ຄວາມ
​ເປັນ​ຈິງ ເກີນກວ່າ 10.97 ເປີເຊັນຂອງ GDP ນັ້ນ​ເອງ.

ສ່ວນທ່ານ​ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດລາວ​ ຍອມຮັບ​ວ່າການ​ໃຊ້ງົບ​ປະ​ມານ​ຂອງ​
ລັດ ໄປ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຂອ​ງັບ​ນ​ດາ​ພະ​ນັກ​ງານ​ພັກ-ລັດ​ນັ້ນ ກໍ​ໄດ້​ເກີດ​ຂຶ້ນ
​ຢ່າງກວ້າງ​ຂວາງ ໂດຍ​ຖ້າຫາກວ່າ ຍັງ​ປ່ອຍ​ໃຫ້​ສະ​ພາບ​ການນີ້​ດຳ​ເນີນ​ຕໍ່​ໄປ ກໍ​ຍ່ອມ
​ຈະ​ເຮັດ​ໃຫ້​ເກີດ​ການ​ລົ້ມ​ລະ​ລາຍ ແລະ​ສ້າງ ຄວາມ​ຫາ​ຍະ​ນະ ທາງ​ດ້ານ​ການ​ເງິນ​ຂອງ​
ລັດ​ຖະ​ບານ​ລາວ ໃນ​ໄລ​ຍະ​ຍາວ ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້.

ກ່ອນ​ໜ້າ​ນີ້ ຄະນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ລາຍງານ​ວ່າ​ໃນໄລຍະຫ້າ​ປີທີ່ຜ່ານ​ມາ ຄະ
ນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ຮັບ​ຈົດໝາຍ​ຮ້ອງ​ຮຽນ​ຈາກ​ປະຊາຊົນ​ລາວ​ຈຳນວນ 3,640
ກວ່າສະບັບ ທີ່​ຮຽກຮ້ອງ​ຂໍ​ໃຫ້​ດຳ​ເນີນ​ມາດ​ຕະການ​ກວດກາ​ການ​ໃຊ້​ອຳນາດ ​ແລະການ
ປະຕິບັດໜ້າ​ທີ່​ຂອງ​ບັນດາ​ສະ​ມາ​ຊິກ​ພັກ​ລັດ ທີ່​ຖືກ​ສົງ​ໄສ​ວ່າ​ໄດ້​ປະຕິບັດ​ໜ້າທີ່ ​ແລະ​ໃຊ້​
ອຳນາດໂດຍ​ທຸດຈະລິດ ຊຶ່ງ​ໄດ້ກໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຕໍ່​ປະ​ເທດ​ຊາດ​ຢ່າງ​ຫລວງຫລາຍ.
ໂດຍ​ຈາກ​ການ​ກວດກາ​ໃນ​ຈຳນວນ 734 ກໍ​ລະ​ນີ​ເປົ້າ​ໝາຍ​ຕາມ​ການ​ຮຽກ ຮ້ອງ​ດັ່ງກ່າວ
​ກໍ​ພົບ​ວ່າ ການ​ທຸດຈະ​ລິດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຄິດ​ເປັນ​ມູນ​ຄ່າ​ເຖິງ 4,145.86 ຕື້​ກີບ
ພ້ອມ​ດ້ວຍ 70.77 ລ້ານໂດ​ລາສະຫະລັດ ກັບ ​381.68 ລ້ານ​ບາດ ​ແລະ 539,518 ຢວນ
ທັງ​ຍັງ​ມີ​ການ​ລັກລອບ​ຂາຍ​ໄມ້​ຂອງ​ລັດຖະບານ​ໂດຍ​ຜິດກົດໝາຍ​ຫລາຍກວ່າ 4 ລ້ານ​ ແມັດກ້ອນ. ໂດຍສູນກາງພັກໄດ້ຕັດ​ສິນ​ລົງ​ໂທດທາງວິ​ໄນ ​ຕໍ່​ສະມາຊິກ​ພັກ 1,806 ຄົນ
ປົດ​ອອກ​ຈາກ​ການ​ເປັນ​ສະ​ມາ​ຊິກພັກ​ 1,007 ຄົນ.

ສ່ວນ​ອົງການ​ເພື່ອ​ຄວາມ​ໂປ່​ງ​ໃສ​ສາກົນ ຫຼື (Transparency International) ກໍ​ຈັດ​ໃຫ້
​ລາວ​ຢູ່​ອັນ​ດັບ​ທີ 135 ຈາກ 180 ປະ​ເທດ​ທີ່​ມີ​ການ​ທຸດ​ຈະ​ຣິດ ​ໂດຍ​ນັກ​ລົງ​ທຶນຕ່າງ​ຊາດ
ໃຫ້ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ໂປ່​ງໃສ ​ໃນ​ການ​ບໍລິຫານງານ​ຂອງ​ລັດຖະບານ​ລາວ ໃນ​ລະດັບ
29 ຈາກ 100 ຄະ​ແນນ​ຊຶ່ງລົດ​ລົງຈາກ 30 ຄະ​ແນນ​ໃນ​ປີ 2016 ໝາຍ​ຄວາມ​ວ່າ​ມາດ​
ຕະການ​ປາບປາມ ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ລາວ ​ມີ​ປະສິດ​ທິພາ​ບຕໍ່າລົງນັ້ນ​ເອງ.

XS
SM
MD
LG