ຊາວໜຸ່ມລາວຕິດຢາເສບຕິດ ແລະພົວພັນກັບອາດຊະຍາກຳຫຼາຍຂື້ນນັບມື້ ໂດຍສະເພາະແມ່ນອາດຊະຍາກຳຢູ່ຕາມສະຖານບັນເທີງຕ່າງໆຂອງນັກທຸລະກິດຈີນ.
ເຈົ້າໜ້າທີ່ພົວພັນຕ່າງປະເທດດ້ານການປາບປາມການຄ້າຢາເສບຕິດຂອງລາວ ເປີດເຜີຍວ່າ ການພົວພັນແລກປ່ຽນຂໍ້ມູນ-ຂ່າວສານດ້ານຢາເສບຕິດລະຫວ່າງ ລາວ-ຈີນ-ມຽນມາ ແລະ ໄທ ໃນໄລຍະ 2 ປີຜ່ານມາ ໄດ້ເຮັດໃຫ້ທາງການລາວ ສາມາດສະກັດກັ້ນ ແລະ ປາບປາມການລັກລອບຄ້າຂາຍຢາເສບຕິດ ໃນເຂດຊາຍແດນລາວ-ຈີນ-ມຽນມາ-ໄທ ໄດ້ເພີ້ມຂຶ້ນ ເຊິ່ງເຫັນໄດ້ຈາກວ່າການທີ່ຕໍາຫຼວດລາວສາມາດຈັບຜູ້ຄ້າຢາເສບຕິດໄດ້ຫຼາຍກວ່າ 17,900 ຄົນ, ໃນນັ້ນ ຫຼາຍກວ່າ 55 ເປີເຊັນເປັນຜູ້ຕ້ອງຫາທີ່ມີອາຍຸລະຫວ່າງ 18-25 ປີ ທີ່ພົວພັນກັບການຄ້າຢາເສບຕິດ ທັ້ງຍັງມີສ່ວນກ່ຽວຂ້ອງກັບອາຊະຍາກຳທີ່ພົວພັນກັບນັກຄ້າຢາເສບຕິດຊາວຈີນ-ມຽນມາ-ໄທ ຫຼາຍກວ່າ 2,800 ຄົນອີກດ້ວຍ.
ສ່ວນຢາເສບຕິດ ແລະ ສານເຄມີ ທີ່ເຈົ້າໜ້າທີ່ລາວຍຶດໄດ້ໃນໄລຍະນີ້ ມີນໍ້າໜັກເກີນກວ່າ 100 ໂຕນ, ເປັນຕົ້ນແມ່ນຢຶດຢາບ້າໄດ້ 300 ລ້ານກວ່າເມັດ, ຜົງຢາບ້າຫຼາຍກວ່າ 90 ກວ່າກິໂລ, ຍາໄອສ໌ 8.519 ກິໂລ. ເຮໂລອິນ 670 ກິໂລ, ກັນຊາແຫ້ງ 40 ໂຕນ, ຝິ່ນ 487 ກິໂລ, ເຄຕາມີນ 2,9 ໂຕນ, ຢາອີ 67 ກິໂລ, ຄາເຟອີນ 286 ກິໂລ, ໂຄເຄນ 100 ກິໂລ, ສານເຄມີທີ່ໃຊ້ໃນການຜະລິດຍາເສບຕິດ 91 ໂຕນ. ພ້ອມດ້ວຍອາວຸດປືນ, ຍານພາຫະນະ, ແລະອຸປະກອນສື່ສານທີ່ທັນສະໄໝກວ່າ 36,000 ລາຍການ.
ຫຼາຍກວ່ານັ້ນ, ການກະທໍາຜິດກ່ຽວກັບຢາເສບຕິດ ຍັງເປັນຄະດີອາຍາທີ່ຖືກດໍາເນີນຄະດີຕໍ່ສານປະຊາຊົນລາວຫຼາຍທີ່ສຸດ. ທັງນີ້ ກໍຍ້ອນວ່າມີການຈັດຕັ້ງ ແລະເຄື່ອນໄຫວຜິດກົດໝາຍທີ່ມີລັກສະນະຂ້າມຊາດ ແລະ ມີເຄືອຂ່າຍກວ້າງຂວາງ ທັ້ງໃນລາວ-ມຽນມາ ແລະ ໄທ. ໃນນີ້ ເຖິງແມ່ນ ລັດຖະບານລາວໄດ້ປະກາດເປັນວາລະແຫ່ງຊາດວ່າ ຈະປາບປາມການລັກລອບຄ້າຢາເສພຕິດໃຫ້ໝົດໃນປີ 2023 ກໍຕາມ ແຕ່ວ່າກໍເປັນໄປບໍ່ໄດ້. ສະນັ້ນ, ລັດຖະບານລາວ ຈຶ່ງໄດ້ປະກາດເລື່ອນເປົ້າໝາຍດັ່ງກ່າວໄປຮອດປີ 2025 ເພາະວ່າບໍ່ໄດ້ຮັບການຮ່ວມມືຈາກຂະແໜງການທີ່ກ່ຽວຂ້ອງ, ດັ່ງທີ່ ພົນເອກ ວິໄລລັກ ຄຳຟອງ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ໄດ້ໃຫ້ການຢືນຢັນວ່າ:
“ຄາດໝາຍທີ່ໄດ້ກຳນົດເອົາໄວ້ໃນມາດຕາ 2, ຂໍ້ 4 ຂອງສະພາແຫ່ງຊາດ ລົງວັນທີ 21 ມີນາ 2023 ເຊິ່ງລະບຸວ່າ ຈະສ້າງບ້ານປອດຢາເສບຕິດໃຫ້ໄດ້ 80 ເປີເຊັນຂອງບ້ານໃນທົ່ວປະເທດ ສູ້ຊົນສ້າງຫ້ອງການໂຮງຮຽນ, ສະຖາບັນການສຶກສາທີ່ປອດຢາເສບຕິດໃຫ້ໄດ້ 100 ເປີເຊັນ, ສູ້ຊົນສ້າງໜ່ວຍງານປອດຢາເສບຕິດໃຫ້ໄດ້ 95 ເປີເຊັນຂຶ້ນໄປ. ໃນໄລຍະທີ່ຜ່ານມາ ພວກເຮົາກໍໄດ້ເຮັດຢູ່ ແຕ່ຄັນຄືກັບສຸມື້ນີ້ບໍ່ໄດ້ດອກ, ເທື່ອນີ້ຂ້ອຍບໍ່ໄດ້ຮັບດອກ ມີແຕ່ພວກເຮົາເຮັດ ຄົນອື່ນກະເມິນເສຍຢູ່, ກອງຫຼອນ, ປກສ ບ້ານ, ຄົນບໍ່ມີເງິນເດືອນ, ບໍ່ມີອັດຕາກິນ ເຂົາເຮັດກະເຮັດສ່ຳນັ້ນແລ້ວ.”
ໃນນີ້ ການກໍ່ອອາຊະຍາກຳທີ່ກ່ຽວຂ້ອງກັບການຄ້າຢາເສບຕິດ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກ້ວາງຂວາງ ເຖິງແມ່ນມີມາດຕະການສະກັດກັ້ນຢ່າງເຂັ້ມງວດກວ່າໃນເມື່ອກ່ອນກໍ່ຕາມ. ແຕ່ຍັງບໍ່ສາມາດແກ້ໄຂບັນຫາໄດ້ຢ່າງເທົ່າທັນ ຍ້ອນກຳລັງເຈ້າຫນ້າທີ່ມີນ້ອຍ, ແຕ່ມີຜູ້ກະທໍາຜິດຈໍານວນຫຼາຍ. ທັ້ງຍັງເປັນແກ້ງອາຊະຍາກຳຂ້າມຊາດທີ່ນໍາໃຊ້ອຸປະກອນສື່ສານທີ່ທັນສະໄໝ. ສະນັ້ນ, ຈຶ່ງເປັນການຍາກທີ່ຈະຕິດຕາມ ແລະ ຈັບຕົວໄດ້ຢ່າງທັນການ, ໂດຍສະເພາະແມ່ນ ອາຊະຍາກຳທີ່ເກີດຂື້ນຢູ່ຕາມສະຖານບັນເທີງຕ່າງໆໃນທົ່ວປະເທດລາວ ທີ່ເປັນກິດຈະການຂອງນັກທຸລະກິດຈີນ ແລະລູກຄ້າສ່ວນໃຫຍ່ກໍແມ່ນຈີນນັ້ນ ກະຄືບ່ອນທີ່ມີອາຊະຍາກຳເກີດຂຶ້ນຫຼາຍທີ່ສຸດ ແລະຍາກທີ່ຈະແກ້ໄຂ. ຍ້ອນພະນັກງານລັດບໍ່ປະຕິບັດໜ້າທີ່ຂອງຕົນຢ່າງແທ້ຈິງ, ດັ່ງທີ່ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫຼງຢືນຢັນວ່າ:
“ຕໍ່ກັບບັນຫານີ້, ແຕ່ລະຄັ້ງທີ່ມີບັນຫາ ພວກເຮົາກໍໄດ້ແຕ່ງຕັ້ງຄະນະສະເພາະກິດລົງໄປ, ກະຊິມີຈາກຜະແນກຖະແຫຼງຂ່າວວັດຖະນະທຳ ແລະ ທ່ອງທ່ຽວ, ມີຈາກກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງລົງໄປແກ້ໄຂບັນຫາດັ່ງກ່າວ. ບັນຫານີ້ ພວກເຮາບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດໂຕ, ຍັງມີການເພີ້ມຂຶ້ນອີກແຮງຫຼາຍກວ່າເກົ່າ, ຕໍ່ບັນຫານີ້ ພວກເຮົາກະສິໄດ້ສົມທົບກັບບັນດາກະຊວງ ແລະຂະແໜງການທີ່ກ່ຽວຂ້ອງຕື່ມ ເພື່ອວ່າຈະໄດ້ຄົ້ນຄ້ວານິຕິກຳ ຫຼືມາດຕະການໃດນຶ່ງໃຫ້ເຂັ້ມງວດຕື່ມໃນການຈັດຕັ້ງປະຕິບັດ ຕໍ່ບັນດາຫົວຫນ່ວຍທີ່ວ່າລະເມີດກົດໝາຍບັນເທີງເຫຼົ່ານີ້.”
ໃນປັດຈຸບັນ, ຄ້າຍຄຸມຂັງໃນລາວມີນັກໂທດຫຼາຍກວ່າ 20,000 ຄົນ, ໃນນີ້ ຫຼາຍກວ່າ 90 ເປີເຊັນເປັນນັກໂທດໃນຄະດີຢາເສບຕິດ ທີ່ລວມນັກໂທດປະຫານຊີວິດຫຼາຍກວ່າ 600 ກວ່າ ແລະບໍ່ລວມຜູ້ຕ້ອງຫາ 17,900 ກວ່າຄົນແຕ່ແນວໃດ.
ຟໍຣັມສະແດງຄວາມຄິດເຫັນ