ກະຊວງ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຂອງ
ສປປ ລາວ ໄດ້ຈັດພິທີສະເຫຼີມສະລອງ ເນື່ອງໃນໂອກາດ ວັນ
ສັດປ່າໂລກເມື່ອວັນທີ 3 ມີນາຜ່ານມານີ້ອີງຕາມລາຍງານເຟສ
ບຸກຂອງສະຖານທູດສະຫະລັດ.
ພິທີສະຫລອງດັ່ງກ່າວໄດ້ມີບັນດາການນຳຂັ້ນສູງ ຈາກກະ
ຊວງປ້ອງກັນຄວາມສະຫງົບ ກະຊວງອຸດສາຫະກໍາແລະການຄ້າກະຊວງກະສິກໍາແລະປ່າ
ໄມ້ ເຊິ່ງລວມມີ ກົມກວດກາປ່າໄມ້ ເຄືອຂ່າຍການບັງຄັບໃຊ້ກົດໝາຍ ກ່ຽວກັບສັດປ່າລາວ
ຜູ້ນຳບັນດາແຂວງຕ່າງໆ ພະນັກງານພາສີອາກອນແລະນັກສຶກສາສິ່ງແວດລ້ອມ. ໃນພິທີ
ດັ່ງກ່າວ ພະນະທ່ານສົມມາດ ພົນເສນາ ກ່າວວ່າ ປີນີ້ແມ່ນປີທຳອິດ ທີ່ ສປປ ລາວ ໄດ້ຈັດ
ພິທີສະເຫຼີມສະຫຼອງດັ່ງກ່າວເພື່ອສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງລັດຖະບານແຫ່ງ
ສປປ ລາວໃນການຢຸດຕິການລັກລອບຊື້ຂາຍສັດປ່າທີ່ຜິດກົດໝາຍ.
ພ້ອມນີ້ ເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ທ່ານ Daniel A. Clune ຍັງ
ໄດ້ກ່າວວ່າ ພວກເຮົາຂໍສະແດງຄວາມຍິນດີນຳ ສປປ ລາວ ທີ່ມີຄວາມມຸ້ງໝັ້ນສູງໃນການ ສະແດງອອກໃນມື້ນີ້ ທີ່ຈະກວດກາ ຕັດສິນລົງໂທດ ຜູ້ທີ່ຊອກສະແຫວງຫາຜົນປະໂຫຍດ ຈາກການລັກລອບຊື້ຂາຍສັດປ່າ.
ສະຫະລັດມີຄວາມມຸ້ງໝັ້ນ ເພື່ອຈະຊ່ວຍສະໜັບສະໜູນຄວາມຕັ້ງໃຈຂອງ ສປປ ລາວ ໃນ
ການປາບປາມ ການລັກລອບຊື້ຂາຍສັດປ່າ. ກະຊວງຊັບພະຍາກອນທຳມະຊາດ ຂອງສະ ຫະລັດ ຈະເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ເພື່ອສ້າງຍຸດທະສາດ ໃນການ ຕໍ່ສູ້ກັບການລັກລອບຊື້ຂາຍສັດປ່າທີ່ລັດຖະບານແຫ່ງ ສປປ ລາວຈະຈັດຕັ້ງປະຕິບັດໂດຍ
ໄດ້ຮັບການຊ່ວຍເຫລືອຈາກໂຄງການ 5 ປີໃນການປາບປາມການລັກລອບຊື້ຂາຍສັດປ່າ
ຂອງອົງການພັດທະນາສາກົນສະຫະລັດ ຫລືຢູເສດ.