ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງ​ານ​ລາວ ຢູ່​​ເກົາ​ຫຼີ​ໃຕ້ ຍັງເຮັດ​ວຽກ​ຕາມ​ປົກ​ກະ​ຕິ​ ທ່າມ​ກາງ​ການ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ


ສະ​ຖາ​ບັນ​ພັດ​ທະ​ນາ​ແຮງງ​ານ ລາວ-ເກົາ​ຫຼີ ທີ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ.
ສະ​ຖາ​ບັນ​ພັດ​ທະ​ນາ​ແຮງງ​ານ ລາວ-ເກົາ​ຫຼີ ທີ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ.

ເຖິງ​ຈະ​ມີການລະບາດຢ່າງໜັກຂອງໄວຣັສໂຄວິດ-19 ກໍາມະກອນລາວ ໃນ ເກົາຫລີ
ໃຕ້ ກໍຍັງສືບຕໍ່ເຮັດວຽກແບບ​ປົກ​ກະ​ຕິຢູ່

ບັນດາທ່ານຜູ້ຟັງທັງຫລາຍຄົງຮູ້ແລ້ວເນາະວ່າ ນອກຈາກຈີນແລ້ວ ເກົາຫລີ​ໃຕ້ ກໍາລັງ
ເປັນປະເທດທີ່ມີຄົນຕິດເຊື້ອ ແລະເສຍຊີວິດຍ້ອນໄວຣັສໂຄໂຣນາ ຫລື ໂຄວິດ-19
ທີ່ສຸດໃນຂົງເຂດເອເຊຍ ແລະມາ​ຮອດ​ວັນ​ຈັນມື້ນີ້ ກໍຍັງເປັນ ປະເທດທີ່ມີຄົນຕິດເຊື້ອ
ໄວຣັສນີ້ຫລາຍເປັນອັນດັບສີ່ໃນໂລກຢູ່. ມື້ນີ້ທາງວີໂອເອ ຈະນໍາພາ​ທ່ານ​ໄປ​ຟັງ​ຄຳ​ຄິດ
​ເຫັນ​ຂອງກໍາມະກອນລາວສອງ​ຄົນທີ່ເຮັດວຽກຢູ່​ໃນປະ​ເທດ​ດັ່ງ​ກ່າວທ້າກາງການແຜ່\
ລະບາດຂອງເຊື້ອໄວຣັສນີ້​ຢ່າງວ່ອງ​ໄວ​. ເຂົາ​ເຈົ້າ​ມີຄວາມຮູ້ສຶກແນວໃດຕໍ່ການ​ເຮັດ​
ວຽກຢູ່ໃນ​ບ່ອນທີ່ມີ​ການສ່ຽງ​ໄພຢ່າງ​ສູງ ໃນ​ເວ​ລານີ້ ຂໍ​ເຊີນ​ທ່ານ​ໄປ​ຟັງ​ລາຍ​ລະ​ອຽດ​ຈາກ
ກິ່ງ​ສະ​ຫວັນ ໄດ້​ເລີຍ.


ເຊີນ​ຊົ​ມ ວີ​ດີ​ໂອ
please wait

No media source currently available

0:00 0:01:20 0:00

ລ​າວຢູ່​ໃນ​ອັນ​ດັບ 7 ຂອງ​ປະ​ເທດ​ອາ​ຊຽນທີ່​ສົ່ງ​ກຳ​ມະ​ກອນ​ໄປ​ເຮັດ​ວຽກ​ຢູ່​ໃນ​ເກົາ​ຫລີ
​ໃຕ້ ​ຂະ​ນະ​ທີ່​ຫວຽດ​ນາມແມ່ນ​ປະ​ເທດ​ອັນ​ດັບ​ນຶ່ງ ​ໂດຍ​ໄດ້​ສົ່ງ​ຄົນ​ໄປ​ອອກ​ແຮງ​ງານ​ໃນ​
ປະເທດ​ດັ່ງ​ກ່າວ 55,795 ຄົນ, ອີງ​ຕາມກະ​ຊວງ​ແຮງ​ງານແລະ​ສະ​ຫວັດ​ດັການ​ສັງ​ຄົມ​ທີ່
ເປີດ​ເຜີຍ​ໃຫ້ນັກ​ຂ່າວຂອງ​ໜັງ​ສື​ພິມເອ​ເຊຍ​ນີວສ໌ ເນັດ​ເວີກ (Asia News Network)
ທີ່​ພິມ​ເຜີຍແຜ່ໃນວັນ​ທີ 30 ມັງ​ກອນ​ຜ່ານ​ມານີ້. ປັດ​ຈຸ​ບັນ ​ມີຄົນ​ລາວ 234 ຄົນໄປ​ເຮັດ​
ວຽກ​ຢູ່​ເກົາ​ຫລີ​ໃຕ້ ບ່ອນທີ່​ມີອັດ​ຕາ​ການເພີ້ມ​ຂຶ້ນ​ຂອງ​ພົນ​ລະເ​ມືອງຕ່ຳ​ກວ່າຄວາມ​ຕ້ອງ​
ການ​ຂອງ​ແຮ​ງານເພື່ອ​ໃຫ້​ທັນ​ກັບ​ລະ​ດັບ​ຂະ​ຫຍາຍ​ໂຕທາງ​ເສດ​ຖະ​ກິດໄດ້ ຢູ່​ພາຍ​ໃຕ້​
ສັນ​ຍາລະ​ບົບ​ການ​ໃຫ້​ອະ​ນຸ​ຍາດ​ເຮັດ​ວຽກ ຫລື Employment Permit System
Agreement ຊຶ່ງ​ເຊັນ​ກັນ​ລະຫວ່າງ​ລັດ​ຖະ​ບານ​ລາວກັບລັດ​ຖະ​ບານ​ປະ​ເທ​ດ​ດັ່ງ​ກ່າວ.
ຕົ​ວ​ເລກນັ້ນແມ່ນເປັນພຽງ​ໂຕ​ເລກ​ຂອງ​ພວກ​ທີ່​ໄປ​ເຮັດ​ວຽກ​ໂດຍ​ຜ່ານ​ລະ​ບົບ​ຈັດ​ຫາ
​ງານຕາມ​ສັນ​ຍານັ້ນ. ສ່ວນ​ຈຳ​ນວນ​ຕົວ​ຈິງ​ອາດ​ຈະ​ສູງກວ່ານັ້ນ ເມື່ອ​ລວມ​ທັງ​ຄົນ​ທີ່​ໄປ
ເຮັດ​ວຽກຢູ່​ໃນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຂອງ​ເກົ​າຫລີ​ໃຕ້ ພາຍ​ຮຽນຈົບຈາກ​ປະ​ເທດນັ້ນ​
ອີງ​ຕາມຄຳ​ເຫັນ​ຂອງ​ອະ​ດີດນັກ​ສຶກ​ສາ​ຄົນ​ນຶ່ງ​ທີ່​ຫາ​ວຽກເຮັດໄດ້ ພາຍ​ຫລັງ​ທີ່​ຮຽນ​ຈົບ
ຢູ່​ໃນ​ປະ​ເທດນັ້ນແລ້ວ.

ຂະນະດຽວກັນກໍາມະກອນ ແລະນັກສຶກສາລາວທີ່ໄປຮຽນ ແລະເຮັດວຽກໃນປະເທດ
ດັ່ງກ່າວ ກໍປະເຊີນກັບຄວາມສ່ຽງສູງຫລາຍຕໍ່ການຕິດເຊື້ອໄວຣັສໂຄໂຣ ນາ ຫລື ໂຄ
ວິດ-19 ທີ່ກໍາລັງ​ແຜ່ລະບາດຢ່າງໜັກຢູ່ນັ້ນ. ມາຮອດຕອນເຊົ້າ ວັນ​ຈັນ​ມື້ນີ້ ເກົາຫລີໃຕ້
ມີເກືອບຮອດ 8,162 ຄົນແລ້ວທີ່​ໄດ້​ຮັບ​ການຢືນ​ຢັນ​ວ່າ​ຕິດ​ເຊື້ອ ແລະ 75 ​ຄົນແລ້ວ​ທີ່
ເສຍຊີວິດຍ້ອນ​ເຊື້ອ​ໄວ​ຣັ​ສ​ນີ້.ສະ​ພາບ​ການນີ້ ເຮັດໃຫ້ປະເທດດັ່ງກ່າວ ກາຍເປັນປະ
ເທດທີ່ມີຄົນຕິດເສຍຊີວິດຍ້ອນໄວຣັສທີ່​ວ່ານີ້ສູງອັນ​ດັບ​ສອງຢູ່ໃນຂົງເຂດເອເຊຍ ແລະ
ເປັນອັນດັບສີ່ຂອງໂລກ, ລອງ ລົງມາຈາກຈີນ, ອີຕາລີ ແລະອີຣ່ານ. ເຖິງຈະມີຄວາມຢ້ານ
ກົວວ່າ​ຈະຕິດ ເຊື້ອ ພະຍາດທີ່ອັນຕະລາຍຮ້າຍແຮງດັ່ງກ່າວນີ້ຢູ່ກໍຕາມ ແຕ່ກໍາມະກອນ
ລາວ ຫລາຍ ຄົນກໍຍັງສືບ​ຕໍ່ການເຮັດວຽກເຮັດ​ການຕາມປົກກະຕິ ແລະກໍບໍ່ທັນຢາກກັບ
ບ້ານ ເທື່ອເນື່ອງ​ຈາກໄດ້ລາຍ​ຮັບດີກວ່າ​ຢູ່​ລາວ. ດັ່ງການໃຫ້ສໍາພາດກໍາມະກອນ ຄົນນຶ່ງ
ທີ່ເຮັດວຽກຢູ່ໃນນະ​ຄອນ​ຫລວງໂຊລຂອງເກົາຫລີໃຕ້ເລີຍຫລັງຈາກ ຮຽນຈົບ​ຊັ້ນ​ສູງ​ໃນວິ​ຊາເທັກໂນໂລຈີດ້ານຂໍ້ມູນຂ່າວສານ ຫລື ໄອທີແລ້ວ ຊຶ່ງຜູ້ກ່ຽວເລົ່າສູ່ຟັງວ່າ:


“ກະເຮັດວຽກຢູ່ໂຮງງານອາຫານ, ບໍລິສັດມັນຊັອກ. ເງິນເດືອນກະລ້ານປາຍ ວອນໜິ​
ລະ, ສະເລ່ຍເງິນ​ກີບກາ ປະມານ 8-9 ລ້ານກີບເນາະ. ໄວຣັສ ຊ່ວງນີ້ກະຢ້ານຢູ່ໃດ
ເພາະຢູ່ພີ້ລະບາດແຮງ ເພີ້ມມື້ລະ 700 ຫາ 800 ຄົນ. ກະຍັງບໍ່ຢາກມາເທື່ອຂໍທ້ອນ

ເງິນກ່ອນ.”

ສ່ວນພໍ່ແມ່ຂອງຜູ້ກ່ຽວນັ້ນ ກໍແມ່ນມີຄວາມເປັນຫ່ວງຕໍ່ສຸ​ຂະ​ພາບ​ລູກ​ຊາຍ ແຕ່​ກໍ​ບໍ່​ສາ​ມາດ
​ເຮັດ​ຫຍັງ​ໄດ້​ຫລາຍ ມີ​ແຕ່ໄດ້ໂທໄປຢື້ຢາມຖາມຂ່າວຜູ້ກ່ຽວຢູ່ເລື້ອຍໆ.ໃນການໃຫ້ສໍ
າພາດກັບວີໂອເອ ນັ້ນພໍ່ແລະແມ່ຂອງລາວທີ່ຢູ່ໃນນະຄອນຫລວງ ວຽງຈັນສະ​ແດງ​ຄວາມ
​ຄິດ​ເຫັນ​ອອກ​ມາວ່າ:

ມັນເຮັດການແລ້ວມັນບໍ່ໄດ້ມາ. ມັນເຮັດວຽກຕໍ່, ມັນຊອກວຽກເຮັດຕໍ່ເລີຍ ກະບໍ່ເຫັນ
ມັນ
ວ່າຫຍັງລະ ກະໂທຫາມັນຫວ່າງອາທິດນີ້, ວັນຈັນ ຫລື ວັນຄານນີ້ລະ ເລື້ອງສະ
ພາບກາເປັນຫວ່ງຢູ່ຫັ້ນລະ ຈັກໂຄວິດ ໂຄເວີດ ຫັ້ນ ໄດ້ຍິນແຕ່ຂ່າວ.”

ພ້ອມກັນນັ້ນ ກໍ​ມີຄົນລາວອີກຜູ້ນຶ່ງທີ່ເປັນພະນັກງານບັນທຶກຂໍ້ມູນຕົວເລກເພື່ອ ລາຍງານ
ຜົນຜະ​ລິດ​ປະ​ຈຳ​ວັນ ຢູ່ໃນໂຮງງານ​ຜະ​ລິດ​ປາ​ກະ​ປ໋ອງແຫ່ງນຶ່ງ ໃນ ເຂດພາກເໜືອຂອງ
ເກົາຫລີໃຕ້ ໂດຍ​ຜ່ານການຈັດຫາງານ​ຢູ່ພາຍ​ໃຕ້​ສັນ​ຍາລະ​ບົບ​ການອະ​ນຸ​ຍາດ​ເຮັດ​ວຽກ
ບອກ ວີໂອເອ ໃນອາທິດແລ້ວນີ້ວ່າ ຜູ້ກ່ຽວກໍບໍ່ໄດ້ ຢ້ານກົວຫຍັງຫລາຍກ່ຽວ​ກັບ​ຄວາມ
​ສ່ຽງ​ໃນ​ການ​ຕິດ​ເຊື້ອ​ພະ​ຍາດນີ້ເພາະມີ ການເອົາ​ໃຈ​ໃສ່ແນະນໍາຈາກບໍລິສັດຈັດຫາງານ
ແລະລາຍ​ຮັບ​ກໍ​ຍັງໄດ້​ສູງກວ່າ ຢູ່​ໃນ​ລາວຢູ່ ຊຶ່ງຜູ້ກ່ຽວເລົ່າສູ່ຟັງວ່າ:

"ການເຮັດວຽກກະຢ້ານຢູ່ປະເທດເຂົາໄດ້ຍິນຂ່າວຈາກອິນເຕີແນັດ ທາງເຟັສບຸກ ມີ
ທຸກມື້ ແຕ່ກະບໍ່ຢ້ານຫຼາຍ ເພາະທຸກການເຄື່ອນໄຫວບໍລິສັດຈັດ ຫາງານ ຈະເປັນຜູ້
ແນະນໍາເລື້ອງການຮັກສາຄວາມປອດໄພ ສໍາຄັນແມ່ນເງິນຄ່າ ຈ້າງກໍດີກວ່າບ້ານເຮົາ
ແຖມຍັງໄດ້
ຮູ້ພາສາເຂົາກໍ່ພໍໄດ້ຮຽນນໍາກະດີ.”

​ຜູ້​ກ່ຽວບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ​ເຖິງ​ຕົວ​ເລກເງິນ​ເດືອນແທ້​ໆ ຂອງ​ຜູ້​ກ່ຽວ​ແຕ່​ຢ່າງ​ໃດ ແຕ່​ວ່າ
ອີງ​ຕາມ​ສັນ​ຍາລະ​ບົບ​ການ​ໃຫ້​ອະ​ນຸ​ຍາດ​ເຮັດ​ວຽກນັ້ນ ກຳ​ມະ​ກອນ​ຕ່າງ​ປະ​ເທດໃນ​ເກົາ​
ຫລີ​ໃຕ້, ລວມ​ທັງ​ຜູ້​ທີ່​ໄປ​ຈາກ​ລາວ ແມ່ນ​ໄດ້​ເງິນ​ເດືອນຕໍ່​ສຸດ 1,400 ໂດ​ລາ ​ຕໍ່​ເດືອນ ຊຶ່ງ
​ເປັນ​ລາຍ​ໄດ້​ທີ່​ສູງ​ສົມ​ຄວນ​ ເມື່ອ​ທຽບ​ໃສ່ກັບ​ອັດ​ຕາ​ເງິນ​ເດືອນຢູ່​ໃນ​ລາວ. ແຕ່​ຢ່າງ​ໃດ​ກໍ​ດີ
​ເນື່ອງ​ຈາກວ່າອັນ​ຕະ​ລາຍ​ຮ້າຍ​ແຮງນີ້ຍັງ​ບໍ່​ມີ​ທ່າ​ທີ​ວ່າ​ຈະ​ຊັກ​ຊ້າ​ລົງ​ເລີຍນັ້ນຜູ້​ກ່ຽວ ເວົ້າ
ຕື່ມວ່າ:

“ກະມີແຕ່ລະມັດລະວັງຫັ້ນລະ ແລະຂໍ້ສໍາຄັນແມ່ນຕ້ອງປະຕິບັດຕາມຄໍາແນະນໍາ
ຂອງເຈົ້າໜ້າທີ່ພະນັກງານບໍລິສັດ ບໍ່ໄປທ່ຽວໂລເລ ກໍ່ແມ່ນປອດໄພແລ້ວ.

ສະຫລຸບແລ້ວ ກໍາມະກອນລາວທີ່ໄປເຮັດວຽກຢູ່ໃນເກົາຫລີໃຕ້ບ່ອນ​ທີ່ກໍາລັງມີ ການລະ
ບາດຂອງໄວຣັສໂຄວິດ-19 ຢ່າງວ່ອງ​ໄວນັ້ນ ຍັງສືບຕໍ່ເຮັດວຽກງານ ຕາມປົກກະຕິ ເຖິງ
ແມ່ນວ່າຈະມີຄວາມເປັນຫ່ວງຢ້ານຕິດເຊື້ອພະຍາດດັ່ງກ່າວ ຫລາຍ​ສົມ​ຄວນຢູ່ກໍຕາມ.
ທັງນີ້​ກໍ​ຍ້ອນ​ວ່າ ​ຄ່າ​ແຮງ​ງານ​ຢູ່​ໃນ​ປະ​ເທດທີ່​ຕ້ອງ​ການ​ແຮງ​ງານສູງແຫ່ງນັ້ນ ແມ່ນ​ຫລາຍ
ກວ່າຄ່າ​ແຮງ​ງານ​ຢູ່​ໃນລາວ​ຫລາຍ.

XS
SM
MD
LG