ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວຢູ່ເກົາຫລີໃຕ້ ທີ່ບໍ່ກັບຄືນບ້ານຕາມກໍານົດ ເຮັດໃຫ້ເກີດບັນຫາ ສໍາລັບຍາດພີ່ນ້ອງທີ່ຢາກໄປໃນພາຍຫລັງ


ແຮງງານລາວ ຜູ້ທີ່ກໍາລັງອອກເດີນທາງໄປເກົາຫຼີໃຕ້.
ແຮງງານລາວ ຜູ້ທີ່ກໍາລັງອອກເດີນທາງໄປເກົາຫຼີໃຕ້.

ທ່າມກາງສະພາບເສດຖະກິດຝືດເຄືອງເຮັດໃຫ້ຊາວໜຸ່ມລາວຈໍານວນນຶ່ງ ທີ່ໄປເຮັດຢູ່ຕ່າງປະເທດທີ່ມີລາຍໄດ້ສູງ ເຊັ່ນເກົາຫລີໃຕ້ນັ້ນ ບໍ່ຢາກກັບຄືນບ້ານຫລັງ ຈາກໝົດກໍານົດສັນຍາຈ້າງງານແລ້ວ ຊຶ່ງສ້າງຄວາມເດືອດຮ້ອນ ແກ່ຍາດພີ່ນ້ອງ ທີ່ໃຊ້ຊັບສິນຄໍ້າປະກັນຫລືຂໍວີຊາເຂົ້າປະເທດດັ່ງກ່າວໃນພາຍຫລັງ, ທິບ​ສຸ​ດາ ມີ​ລາຍ​ງານ​ເລື້ອງ ຈາກນັກຂ່າວຂອງພວກເຮົາ.

ເກົາຫລີໃຕ້ເປັນປະເທດນຶຶ່ງທີ່ມີເສດຖະກິດໃຫຍ່ອັນດັບທີ 13 ຂອງໂລກ ແຕ່ ອັດຕາການເກີດຕໍ່າ ສະນັ້ນຈຶ່ງມີຄວາມຕ້ອງການແຮງງານຈາກຕ່າງປະເທດ ສິບພັນຄົນໃນແຕ່ລະປີ ເຊັ່ນປີນີ້ກໍຕ້ອງການຫລາຍເຖິງ 30,000 ຄົນເພື່ອໄປ ອອກແຮງງານ ໃນຂະແໜງການທີ່ຊາວໜຸ່ມເກົາຫລີ ບໍ່ຄ່ອຍສົນໃຈເຮັດ ເຊັ່ນ ການປູກຝັງ, ລ້ຽງສັດ ແລະການປະມົງ, ອີງຕາມອົງການຂ່າວຣອຍເຕີສ໌. ສະພາບການນີ້ເຮັດ ໃຫ້ເປັນທີ່ດຶງດູດໃຈສໍາລັບແຮງງານລາວ ທີ່ປະສົບກັບສະ ພາບເສດຖະກິດຝືດເຄືອງຂຶ້ນນັບມື້ ແຕ່ວ່າ ແຮງງານຈໍານວນນຶ່ງທີ່ໄປປະເທດ ທີ່ຈ່າຍຄ່າແຮງງານສູງແຫ່ງນັ້ນ ບໍ່ຢາກກັບບ້ານ ແລະຫາທາງອາໄສຢູ່ປະເທດນັ້ນຕໍ່ ຫລັງຈາກໝົດກໍານົດສັນຍາຈ້າງງານແລະວີຊາແລ້ວ ຊຶ່ງໃນວົງການຈັດຫາງານມັກເອີ້ນ ຄົນທີ່ກະທໍາເຊັ່ນນີ້ວ່າ “ພວກຜີນ້ອຍ” ຊຶ່ງສ້າງຄວາມເດືອຮ້ອນແກ່ຍາດພີ່ນ້ອງທີ່ຂໍວີຊາເຂົ້າປະເທດດັ່ງກ່າວໃນພາຍຫລັງ ດັ່ງທີ່ຜູ້ຈັດການຂອງບໍລິສັດຈັດຫາງານແຫ່ງນຶ່ງ ໃນນະ ຄອນຫລວງວຽງຈັນເລົ່າກໍລະນີຂອງລູກຄ້າຄົນນຶ່ງສູ່ຟັງວ່າ:

“ມື້ວານນີ້ໄປເກົາຫລີແລ້ວມີພວກນຶ່ງເປັນຜີນ້ອຍແລ້ວມາ ແລ້ວໄປກັບ (ບໍລິສັດ) ອື່ນ ເພິ່ນເວົ້າວ່າຜ່ານ ເພາະເພິ່ນໄປປ່ຽນສໍາມະໂນຄົວໃໝ່ ຊື່ນາມ ແລະສະກຸນປ່ຽນໝົດໄປ ແລ້ວເອື້ອຍລະຜ່ານ. ສ່ວນນ້ອງມາໄປກັບບໍລິສັດໄປຮອດເກົາຫລີເຂົາໄລ່ກັບ ໄປສະແກນໂປ້ມື ກັບຕາຄອມມັນຂຶ້ນມາ ເຈົ້າຊິປ່ຽນຫຍັງກະຢ່າມັນຂຶ້ນເຂົາຈັບໄດ້.”

ທ່ານນາງໃຫ້ຄໍາເຕືອນຕໍ່ຄົນອື່ນ ທີ່ຈະໄປອອກແຮງງານຢູ່ເກົາຫລີໃນພາຍຫລັງ ວ່າ:
“ເພາະສະນັ້ນ ບໍ່ຕ້ອງຄິດດອກວ່າຊິໂຕນຫັ້ນນະ ໃຫ້ມັນເຂົ້າອອກຖືກຕ້ອງຈັກສາມສີ່ເທື່ອແລ້ວ ເຈົ້າກະໄປເອງໂລດ ເຈົ້າຊິໂຕນເຮັດຫຍັງ ຄັນໄປໂຕນອອກປຶບແລ້ວຄົນທີ່ຊື່ນາມສະກຸນດຽວກັນ ນ້ອງນຸ່ງໃຜທີ່ວ່າຈະບໍ່ໄດ້ໄປ”.

ແຕ່ກໍາມະກອນລາວທີ່ກໍາລັງອອກແຮງງານຢູ່ເກົາຫລີໃຕ້ບາງຄົນ ກັບເຫັນວ່າ ເຫດການທີ່ແຮງງານລາວຢູ່ເກີນກໍານົດວີຊານັ້ນບໍ່ຄ່ອຍເກີດຂຶ້ນຫລາຍປານໃດ ເມື່ອທຽບໃສ່ກັບແຮງງານມາຈາກປະເທດເພື່ອນບ້ານ ເຊັ່ນໄທ ແລະຫວຽດນາມ ຊຶ່ງ ຜູ້ກ່ຽວເລົ່າສູ່ຟັງວ່າ:

“ກ່ອນມາມັນກະມີປະກັນບ່ອນຢູ່ນາຍຈອກນາຍຈ້າງ ຄົບໝົດ ນອກຈາກຄົນລັກມາຄືຜີນ້ອຍ ສ່ວນຫລາຍຄົນໄທ ຄົນຫວຽດຄົນປະເທດອື່ນ ທີ່ເຂົາເຂົ້າມາທ່ຽວເຂົາບໍ່ໄດ້ເຮັດວິຊາເດ ເຂົາສະໝັກທາງແອບທາງຫຍັງຫັ້ນນະ ປະເທດທີ່ມັນຈະ ເລີນຫັ້ນ ມັນມາ ເຂົາໂຕນທ່ຽວ ມັນມີບັນຫາເພາະມັນມາຜິດກົດໝາຍເດ ຄົນລາວສ່ວນຫລາຍມັນກະບໍ່ໂຕນດອກ ຄົບແລ້ວມັນກະເມືອ ມາມັນກະມີເຊັນສັນ ຍາເດ ເຂົາກະມີພີ່ນ້ອງເດຄໍ້າປະກັນ.”

ບໍລິສັດຈັດຫາງານ IJob, ຕັ້ງຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.
ບໍລິສັດຈັດຫາງານ IJob, ຕັ້ງຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.

ເຊັ່ນດຽວກັນ ທ່ານນາງອານຸສອນ ຄໍາສິງສະຫວັດ, ຫົວໜ້າກົມແຮງງານ, ກະ ຊວງແຮງງານແລະສະຫວັດດີການສັງຄົມຊີ້ແຈງເມື່ອມໍ່ໆມານີ້ວ່າ ສໍາລັບແຮງງານຈະໄປເກົາຫລີນັ້ນ ແມ່ນສອງແພກເກັດ ຄື : ໄລຍະສັ້ນ 5 ເດືອນ ແລະ ໄລຍະຍາວ 3-5 ປີ ຫລື Employment Permit System (EPS) ສ່ວນຄ່າໃຊ້ຈ່າຍແມ່ນປະມານ 2,000 ໂດລາກວ່າໆ ສໍາລັບແຮງງານໄລຍະສັ້ນ ແລະຄ່າໃຊ້ຈ່າຍແຮງງານໄລຍະຍາວປະມານ 1,600 ໂດລາກວ່າ. ຍັງຕ້ອງມີຄ່າມັດຈໍາອີກ 3.000 ໂດລາ ແລະຖ້າບໍ່ມີເງິນກໍຕ້ອງມີຄົນຄໍ້າປະກັນ ຫລືມີຫລັກຊັບຄໍ້າປະກັນໄວ້ ແຕ່ເວລາກັບມາແມ່ນຈະຖືກສົ່ງເງິນຄືນ ແຕ່ຖ້າບໍ່ກັບມາແມ່ນຈະຖືກຍຶດເລີຍ.

ສະນັ້ນສໍາລັບພວກທີ່ຢູ່ເກີນກໍານົດນັ້ນ ກໍແມ່ນຈະສ້າງຄວາມເດືອດຮ້ອນໃຫ້ແກ່ ຜູ້ເອົາຫລັກຊັບມາປະກັນໃຫ້ກ່ອນຈະໄດ້ໄປອອກແຮງງານ ຢູ່ເກົາຫລີໃຕ້.

ມາຮອດເດືອນສິງຫາປີນີ້ ມີແຮງງານລາວເຮັດວຽກຢູ່ເກົາຫລີໃຕ້ທັງໝົດ 6.588 ຄົນ. ຕົວເລກຂອງຊາວໜຸ່ມລາວທີ່ລົງທະບຽນຂໍໄປເຮັດວຽກໃນປະເທດດັ່ງກ່າວ ສໍາລັບ 6 ເດືອນປີນີ້ແມ່ນມີຫລາຍເກືອບຮອດສິບພັນຄົນ ແຕ່ເພິ່ນຮັບເອົາ ແຕ່ 2.000 ຄົນ ແລະໄດ້ເດີນທາງໄປໃນເດືອນແລ້ວນີ້, ອີງຕາມແຫລ່ງຂ່າວທ້ອງ ຖິ່ນ.

ຈຸດກວດປີ້ເຮືອບິນ ເພື່ອໄປ ເກົາຫຼີໃຕ້.
ຈຸດກວດປີ້ເຮືອບິນ ເພື່ອໄປ ເກົາຫຼີໃຕ້.

ການທີ່ວ່າແຮງງານຕ່າງປະເທດຢູ່ໃນເກົາຫລີໃຕ້ ຢູ່ເກີນກໍານົດສັນຍາ ຫລືວີຊານັ້ນ ເປັນປາກົດການທີ່ມີທ່າອ່ຽງເພີ້ມຂຶ້ນເລື້ອຍໆ ຊຶ່ງບໍ່ໄດ້ເກີດຂຶ້ນແຕ່ກັບແຮງງານລາວ. ໜັງສືພິມ The Korean Herald ສະບັບທີ່ອອກມາໃນທ້າຍເດືອນແລ້ວນີ້ ລາຍງານວ່າ ຈໍານວນຄົນເຂົ້າເມືອງທີ່ບໍ່ມີເອກະສານໃນເກົາຫລີໃຕ້ເພີ່ມຂຶ້ນເກືອບສອງເທົ່າ ແຕ່ປີ 2016 ທີ່ມີ 209,000 ຄົນເພີ່ມຂຶ້ນເປັນ 411,000 ຄົນ ໃນປີ 2022 ແລະໃນພຽງແຕ່ 6 ເດືອນຕົ້ນປີນີ້ເທົ່ານັ້ນ ເກົາຫລີໃຕ້ໄດ້ສົ່ງແຮງງານບໍ່ມີເອກະສານ ກັບຄືນປະເທດຫລາຍເຖິງ 37,000 ຄົນແລ້ວ.

XS
SM
MD
LG