ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງປະທານປະເທດ ໄດ້ໃຫ້ການຢືນຢັນວ່າ ການລັກລອບຕັດ ແລະຄ້າໄມ້ເຖື່ອນ ຍັງເກີດຂຶ້ນຢູ່ຢ່າງຕໍ່ເນື່ອງ


ໄມ້ທ່ອນແລະໄມ້ແປຮູບຂອງລາວ ຈຳນວນຫຼວງຫຼາຍ ໄດ້ຖືກຂົນສົ່ງໄປຍັງປະເທດເພື່ອນບ້ານ ຢູ່ຕາມດ່ານຂ້າມຊາຍແດນແຫ່ງຕ່າງໆ.
ໄມ້ທ່ອນແລະໄມ້ແປຮູບຂອງລາວ ຈຳນວນຫຼວງຫຼາຍ ໄດ້ຖືກຂົນສົ່ງໄປຍັງປະເທດເພື່ອນບ້ານ ຢູ່ຕາມດ່ານຂ້າມຊາຍແດນແຫ່ງຕ່າງໆ.

ບັນດາໂຮງງານໄມ້ໃນລາວ ຈຳນວນຫຼາຍ ທີ່ມີສ່ວນພົວພັນໃນຂະບວນການລັກລອບຕັດແລະຄ້າໄມ້ເຖື່ອນທີ່ເຊື່ອມໂຍງກັນຢ່າງກວ້າງຂວາງກັບເຄືອຂ່າຍໃນປະເທດເພື່ອນບ້ານ ທີ່ຊາຍແດນຕິດກັບລາວ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ໃຫ້ການຢືນຢັນວ່າ ການລັກລອບຕັດແລະຄ້າໄມ້ເຖື່ອນຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ນາຍົກ ລັດຖະມົນຕີ ຈະໄດ້ອອກຄຳສັ່ງເລກທີ 15/ນຍ ເພື່ອຫ້າມການສົ່ງອອກໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາແລ້ວກໍຕາມ ຫາກແຕ່ດ້ວຍການຈັດຕັ້ງປະຕິບັດຢ່າງເປັນຂະບວນການຂອງເຄືອຂ່າຍການລັກລອບຄ້າໄມ້ເຖື່ອນທີ່ມີລັກສະນະຂ້າມຊາດ ທັງຍັງມີພະນັກງານລັດ ເຂົ້າໄປພົວພັນມີຜົນປະໂຫຍດຮ່ວມດ້ວຍນັ້ນ ຈຶ່ງເຮັດໃຫ້ເປັນການຍາກທີ່ຈະດຳ ເນີນມາດຕະການປາບປາມ ໃຫ້ໝົດໄປໄດ້ຢ່າງແທ້ຈິງ ໂດຍສະເພາະແມ່ນໃນພາກສ່ວນໂຮງງານໄມ້ຂະໜາດໃຫຍ່ນັ້ນ ຍັງໄດ້ມີສ່ວນພົວພັນໂດຍກົງໃນການລັກລອບຕັດແລະຄ້າໄມ້ເຖື່ອນດັ່ງກ່າວອີກດ້ວຍ ດັ່ງທີ່ ທ່ານບຸນທອງ ໄດ້ໃຫ້ ການຢືນຢັນວ່າ:

“ການອະນຸຍາດສ້າງຕັ້ງໂຮງງານ ໂຮງຊອຍຕ່າງໆໃນທົ່ວປະເທດ ມີທັງການອະນຸຍາດຖືກຕ້ອງຕາມກົດໝາຍ ມີທັງລັກເຮັດແລະໂຮງງານບາງບ່ອນ ກໍໄປຕັ້ງຢູ່ກະໂຕແປະປ່າປ້ອງກັນ ຫຼືວ່າປ່າສະຫງວນ ເພື່ອໂຕ່ງເອົາໄມ້ຈາກຂົງເຂດນັ້ນ ເພື່ອເອົາມາປ້ອນເຂົ້າໂຮງງານ ມີຫຼາຍໂຮງງານຫັນສະໄໝ ແຕ່ກໍບໍ່ສາມາດຜະລິດໄມ້ສຳເລັດຮູບ ສົ່ງອອກຕາມນະໂຍບາຍ ທີ່ພັກລັດເຮົາວາງໄວ້ ໝາຍຄວາມວ່າ ສີມືຂອງໄທເຮົານີ້ ບໍ່ທັນສາມາດແຂ່ງຂັນກັບບັນດາປະເທດທີ່ເຂົາເຈົ້າເຮັດເຟີນີເຈີ.”

ທັງນີ້ ໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ປະຕິບັດການກວດກາໂຮງ ງານແປຮູບໄມ້ 3,454 ແຫ່ງໃນໄລຍະ 5 ປີທີ່ຜ່ານມາ ພົບວ່າ 2,364 ໂຮງ ງານທີ່ມີສ່ວນກ່ຽວຂ້ອງໃຫ້ການສົ່ງເສີມ ແລະຮັບຊື້ໄມ້ ຈາກຂະບວນການລັກ ລອບຄ້າໄມ້ໂດຍຜິດກົດໝາຍ ຈຶ່ງໄດ້ມີຄຳສັ່ງໃຫ້ຢຸດກິດຈະການທັງ 2,364 ໂຮງງານ ສ່ວນທີ່ເຫຼືອ 1,090 ໂຮງງານນັ້ນ ຍັງຕ້ອງຕິດຕາມກວດກາການດຳເນີນກິດຈະການຢ່າງໃກ້ຊິດ ເພາະເຊື່ອວ່າ ຍັງມີໂຮງງານໄມ້ຈຳນວນນຶ່ງທີ່ມີການພົວພັນ ກັບເຄືອຂ່າຍຂະບວນການລັກລອບຕັດແລະຄ້າໄມ້ເຖື່ອນ ທີ່ຍັງດຳເນີນກິດຈະການໂດຍການຮ່ວມມືກັບພະນັກງານຂອງລັດຖະບານລາວ ເລື້ອຍມານັ້ນເອງ.

ໂດຍລາຍງານຂອງກົມກວດກາປ່າໄມ້ ລະບຸວ່າ ໃນການລະເມີດຄຳສັ່ງນາຍົກ ລັດຖະມົນຕີ ເລກທີ 15/ນຍ ຈຳນວນ 570 ກໍລະນີນັ້ນ ມີຜູ້ກະທຳຜິດທີ່ເປັນພະນັກງານລັດ 462 ຄົນ ຜູ້ປະກອບການຄ້າໄມ້ 136 ຄົນແລະປະຊາຊົນລາວ ຜູ້ທີ່ເປັນແຮງງານຮັບຈ້າງ 527 ຄົນ ທັງຍັງຢຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່ວຍ ເຄື່ອງຊອຍໄມ້ 1,816 ຊຸດ ລົດໄຖ-ລົດບັນທຸກ-ລົດຍົກ-ລົດຂຸດ-ລົດ ບັສ-ລົດຕູ້-ລົດກະບະແລະລົດຈັກ ລວມກັນ 543 ຄັນ ແລະຢຶດໄມ້ໄດ້ກວ່າ 6 ແສນແມັດກ້ອນ ຄິດເປັນມູນຄ່າເສຍຫາຍກວ່າ 260 ລ້ານໂດລາ.

ໂດຍລາຍງານຂອງກົມກວດກາປ່າໄມ້ ລະບຸວ່າ ຢຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່ວຍ ເຄື່ອງຊອຍໄມ້ 1,816 ຊຸດ ແລະຊັບສິນຕ່າງໆຫຼາຍລາຍການ.
ໂດຍລາຍງານຂອງກົມກວດກາປ່າໄມ້ ລະບຸວ່າ ຢຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່ວຍ ເຄື່ອງຊອຍໄມ້ 1,816 ຊຸດ ແລະຊັບສິນຕ່າງໆຫຼາຍລາຍການ.

ພ້ອມກັນນັ້ນ ສະເພາະປະຕິບັດການໃນເຂດຊາຍແດນ ຍັງສາມາດຈັບສະມາຊິກ ໃນຂະບວນການຄ້າໄມ້ເຖື່ອນໄດ້ເຖິງ 1,119 ຄົນ ຊຶ່ງໃນນີ້ ກໍເປັນພະນັກ ງານຂອງລັດ 127 ຄົນ ຜູ້ປະກອບການຄ້າໄມ້ 246 ຄົນ ປະຊາຊົນທີ່ຮັບຈ້າງຕັດໄມ້ 746 ຄົນ ແລະຢຶດໄມ້ທີ່ຖືກລັກລອບຕັດໄດ້ຫຼາຍກວ່າ 2 ແສນແມັດກ້ອນຈຶ່ງຖືເປັນສະພາບການທີ່ສວນທາງກັບເປົ້າໝາຍໃນການພັດທະນາຢ່າງຍືນຍົງຂອງລັດຖະບານລາວຢ່າງສິ້ນເຊີງອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງໃນກົມກວດກາປ່າໄມ້ ກະຊວງກະສິກຳ-ປ່າໄມ້ ຢືນຢັນວ່າ:

“ໃນພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າ ລາຍຮັບຈາກການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນນຶ່ງ ພວກເຮົາຂາຍນີ້ ຈະຢູ່ໃນລະດັບ 50-60 ​ຫຼຽນຕໍ່ແມັດກ່ອນ 50-60 ຫຼຽນນີ້ ແລ້ວໄປເບິ່ງປ່າໄມ້ພວກເຮົາ ທີ່ຖືກບຸກລຸກ ທຳລາຍຫັ້ນ ເປັນຈຳນວນມະຫາສານ ອັນນີ້ນິເມັນມັນສວນທາງກັນກັບການພັດທະນາແບບຍືນຍົງ.”

ນອກຈາກນັ້ນ ໃນປີ 2016-2020 ທາງການລາວຍັງໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ທີ່ລະເມີດຄຳສັ່ງເລກທີ 15/ນຍ ຈຳນວນ 1,545 ແຫ່ງ ແລະໄດ້ສັ່ງປິດໂຮງເລື່ອຍ 1,206 ແຫ່ງທີ່ກ່ຽວຂ້ອວໃນການຄ້າໄມ້ເຖື່ອນທີ່ລັກລອບຂົນສົ່ງຈາກລາວໄປຍັງປະເທດເພື່ອນບ້ານທັງຈີນ ຫວຽດນາມແລະໄທນັ້ນ ຊຶ່ງດ້ວຍສະພາການດັ່ງກ່າວ ຍັງຖືເປັນສາເຫດສຳຄັນ ທີ່ຄະນະຜູ້ຕາງໜ້າທາງການຄ້າສະຫະ ພາບຢູໂຣບ (EU) ຍັງບໍ່ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນໄມ້ຈາກລາວ ເພາະບໍ່ເຊື່ອວ່າ ລັດຖະບານລາວຈະຢຸດຢັ້ງການລັກລອບຕັດແລະຄ້າໄມ້ເຖື່ອນໄດ້ຢ່າງຄັກແນ່ ໂດຍສະເພາການຮັບປະກັນວ່າ ໄດ້ທີ່ນຳມາແປຮູບນັ້ນເປັນໄມ້ທີ່ຕັດຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍປ່າໄມ້ໃນລາວຢ່າງແທ້ຈິງນັ້ນເອງ.

XS
SM
MD
LG