ພັກປະຊາຊົນປະຕິວັດ ລາວ ວາງເປົ້າໝາຍທີ່ຈະສົ່ງເສີມໃຫ້ແມ່ຍິງ ລາວ ມີສ່ວນບົດ
ບາດ ແລະ ຕຳແໜ່ງໃນຄະນະລັດຖະບານ ແລະ ສະພາແຫ່ງຊາດບໍ່ໜ້ອຍກວ່າ 20
ເປີເຊັນ ແລະ 30 ເປີເຊັນຕາມລຳດັບໃນປີ 2020.
ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງ ລາວ ຢືນຢັນວ່າ ເປົ້າ
ໝາຍສຳຄັນທີ່ພັກປະຊາຊົນປະຕິວັດ ລາວ ໄດ້ວາງໄວ້ ກ່ຽວກັບ ການພັດທະນາ
ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຢູ່ໃນວົງການພັກ-ລັດນັບຈາກປັດຈຸບັນເຖິງ
ປີ 2020 ຄືການສົ່ງເສີມໃຫ້ແມ່ຍິງ ລາວ ມີສ່ວນຮ່ວມໃນບົດບາດ ແລະ ຕຳແໜ່ງຕ່າງໆ
ໃນຄະນະລັດຖະບານ ແລະ ສະພາແຫ່ງຊາດໃຫ້ໄດ້ບໍ່ໜ້ອຍກວ່າ 20 ເປີເຊັນ ແລະ 30
ເປີເຊັນຂອງຕຳແໜ່ງທັງໝົດໃນຄະນະລັດຖະບານ ແລະ ສະພາແຫ່ງຊາດຕາມລຳດັບ.
ໂດຍເຖິງແມ່ນວ່າເປົ້າໝາຍດັ່ງກ່າວຈະເປັນສິ່ງທີ່ທ້າທາຍກໍຕາມ ແຕ່ວ່າດ້ວຍການພັດ
ທະນາຄວາມສະເໝີພາບລະຫວ່າງ ຍິງ-ຊາຍໃນ ລາວ ທີ່ກ້າວໜ້າຫຼາຍຂຶ້ນຢ່າງຕໍ່ເນື່ອງ
ກໍເຮັດໃຫ້ທາງການ ລາວ ເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍໄດ້ຢ່າງເປັນຮູບປະ
ທຳ ດັ່ງທີ່ທ່ານນາງ ອິນລາວັນ ໄດ້ຢືນຢັນວ່າ.
"ສຳລັບບົດບາດຂອງເອື້ອຍນ້ອງແມ່ຍິງພວກເຮົາໃນປັດຈຸບັນຕໍ່ ກ່ຽວກັບ ສັງຄົມ ຫຼືວ່າ
ຕໍ່ຕ່າງປະເທດ ຖືວ່າສະຫະພັນແມ່ຍິງ ລາວ ພວກເຮົາບໍ່ນ້ອຍໜ້າ ຖືວ່າຄັນສິເວົ້າເຖິງ
ສະພາລະແມ່ນຖືວ່າພວກເຮົາຢູ່ໃນອັນດັບ 3 ທີ່ວ່າມີສະມາຊິກແມ່ຍິງໃນສະພາຫຼາຍ
ຢູ່ໃນໂລກນີ້ ປາກົດວ່າ ພວກເຮົາກໍຢູ່ໃນເກືອບວ່າອັນດັບ 7 ຖືວ່າບົດບາດພວກເຮົາໄດ້
ສູງເດັ່ນຂຶ້ນ ແມ່ຍິງພວກເຮົາເຂົ້າໄປນັ່ງຢູ່ໃນສະພາຫຼາຍຂຶ້ນ ໄປຕັດສິນບັນຫາຕ່າງໆ
ໂດຍສະເພາະກໍແມ່ນວຽກທີ່ກົດໝາຍທີ່ເວົ້າເຖິງການສົ່ງເສີມຄວາມກ້າວໜ້າ, ພັກ ແລະ
ລັດ ເພິ່ນກະໄດ້ວາງລະອຽດຮອດປີ 2020 ແມ່ຍິງຕ້ອງເປັນການນຳຢູ່ທຸກຂົງເຂດວຽກ
ງານ, ຕ້ອງກວມເອົາ 20 ເປີເຊັນ ສາຍສະພາເພິ່ນກະໃຫ້ເຮົາກວມເອົາ 30 ເປີເຊັນ."
ທາງດ້ານຄະນະກຳມະທິການສົ່ງເສີມ ແລະ ຄຸ້ມຄອງສິດທິສະຕີ ແລະ ເດັກນ້ອຍໃນ
ອາຊຽນ ສະເໜີລາຍງານວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເພື່ອຄວາມສະ
ເໝີພາບລະຫວ່າງ ຍິງ-ຊາຍໃນ ລາວ ນັບແຕ່ປີ 2003 ເປັນຕົ້ນມາມີຄວາມຄືບໜ້າໃນ
ລະດັບທີ່ຕໍ່າຫຼາຍ ໂດຍມີສາເຫດຈາກການຈັດຕັ້ງປະຕິບັດສ່ວນໃຫຍ່ເປັນງານດ້ານເອ
ກະສານ ແລະ ພິທີການຕ່າງໆທີ່ຈະເຫັນໄດ້ຈາກການດັດແກ້ລັດຖະທຳມະນູນ ເພື່ອ
ຢັ້ງຢືນເຖິງການເຄົາລົບຫຼັກການສາກົນວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ-ຊາຍ
ເມື່ອປີ 2003 ຕາມດ້ວຍການບັງຄັບໃຊ້ກົດໝາຍວ່າດ້ວຍການພັດທະນາ ແລະ ຄຸ້ມ
ຄອງແມ່ຍິງເມື່ອປີ 2004, ການປະກາດເປົ້າໝາຍໃນການເພີ່ມບົດບາດທາງການເມືອງ
ຂອງແມ່ຍິງໃຫ້ເຖິງ 30 ເປີເຊັນຂອງຕຳແໜ່ງທັງໝົດໃນປີ 2015 ແຕ່ວ່າກໍບໍ່ສາມາດ
ຈັດຕັ້ງປະຕິບັດໄດ້ຈິງ.
ທັງນີ້ຈາກການສຳຫຼວດຂອງສະຫະພັນແມ່ຍິງ ລາວ ພົບວ່າແຂວງເຊກອງ ເປັນເຂດທີ່
ຍັງຫຼ້າຫຼັງທີ່ສຸດໃນການພັດທະນາຄວາມສະເໝີພາບສະຫວ່າງ ຍິງ-ຊາຍ ເພາະມີແມ່
ຍິງບໍ່ເຖິງ 3 ເປີເຊັນທີ່ຢູ່ໃນຕຳແໜ່ງລະດັບຜູ້ບໍລິຫານຂັ້ນສູງ ສ່ວນການພັດທະນາດ້ານ
ສຸຂະພາບ-ອະນາໄມ ແລະ ໂພສະນາການຂອງແມ່ຍິງ ແລະ ເດັກໃນ ລາວ ກໍບໍ່ສາມາດ
ບັນລຸເປົ້າໝາຍສະຫັດສະວັດໃນປີ 2015 ເຊັ່ນກັນ ເພາະເດັກນ້ອຍ ລາວ ຍັງຂາດສານ
ອາຫານ ສ່ວນແມ່ຍິງ ລາວ ກໍຍັງເສຍຊີວິດຂະນະຖືພາໃນອັດຕາສູງທີ່ສຸດໃນ ອາຊຽນ
ອີກດ້ວຍ.
ນອກນັ້ນສານປະຊາຊົນສູງສຸດຂອງ ລາວ ໄດ້ສະເໜີລາຍງານວ່າໃນໄລຍະ 5 ປີຜ່ານ
ມາ ສານປະຊາຊົນທຸກຂັ້ນໃນທົ່ວປະເທດໄດ້ຮັບການຟ້ອງຮ້ອງຈາກພາກລັດ ແລະ
ເອກະຊົນ ລາວ 37,840 ກໍລະນີ, ເພີ່ມຂຶ້ນ 9.81 ເປີເຊັນ ທຽບໃສ່ໄລຍະ 5 ປີກ່ອນໜ້າ
ໂດຍຄະດີແຜ່ງເພີ່ມຂຶ້ນຫຼາຍກວ່າຄະດີອາຍາ ແລະ ໃນນີ້ກໍແມ່ນຄະດີຢ່າຮ້າງລະຫວ່າງ
ສາມີ-ພັນລະຍາ ທີ່ກວມເອົາເຖິງ 90.66 ເປີເຊັນຂອງຄະດີຄອບຄົວທັງໝົດ.
ສ່ວນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງກໍມີທ່າອຽງເພີ່ມຂຶ້ນເຊັ່ນດຽວກັນ ຊຶ່ງນັບເປັນອີກ
ສາເຫດໜຶ່ງທີ່ເຮັດໃຫ້ມີການຢ່າຮ້າງເພີ່ມຂຶ້ນ ໂດຍຈາກການສຳຫຼວດດ້ວຍການສຳພາດ
ແມ່ຍິງ ລາວ 3,000 ຄົນທີ່ອາຍຸ 15-64 ປີພົບວ່າ 50 ເປີເຊັນບອກວ່າເຄີຍຖືກກະທຳ
ຮຸນແຮງຈາກສາມີ ຫຼື ຄົນຮັກຂອງພວກເຂົາເຈົ້າເອງ ແລະ ໄດ້ຮັບບາດເຈັບຢູ່ເລື້ອຍມາ.