ທ່ານນາງ ສຸນິຕາ ປະເສີດ ກໍາມະການບໍລິຫານສະມາຄົມຫັດ
ຖະກໍາລາວ ແລະເຈົ້າຂອງກິດຈະການໂຮງງານຜະລິດພົມແລະ
ຜ້າໄໝ ໄດ້ໃຫ້ສໍາພາດ VOA ຢູ່ນະຄອນວຽງຈັນ ເມື່ອບໍ່ດົນມາ
ນີ້ ວ່າ ຄວາມອາດສາມາດໃນການແຂ່ງຂັນຂອງລາວໃນດ້ານ
ຫັດຖະກໍາ ທີ່ມີເອກກະລັກເປັນຂອງຕົວເອງ ຖືເປັນຈຸດເດັ່ນ ທີ່
ສາມາດຈະພັດທະນາໃຫ້ເປັນສິນຄ້າສົ່ງອອກໄປຕ່າງປະເທດໄດ້ ຫຼາຍຂຶ້ນນັບມື້.
ທັງນີ້ ໂດຍສະເພາະແມ່ນໃນຖານະທີ່ລາວກໍເປັນປະເທດສະມາຊິກໃນກຸ່ມອາຊ່ຽນ ທີ່ຈະ
ຕ້ອງມີການເປີດຕະຫຼາດການຄ້າລະຫວ່າງ 10 ປະເທດສະມາຊິກໃຫ້ເປັນຕະຫຼາດການຄ້າ
ອັນ ນຶ່ງອັນດຽວກັນ ນັບແຕ່ທ້າຍປີ 2015 ເປັນຕົ້ນໄປ ໃນຂະນະດຽວກັນກໍເປັນການຍາກ
ທີ່ລາວຈະສາມາດຜະລິດສິນຄ້າອຸບປະໂພກບໍລິໂພກໄດ້ຢ່າງຫຼວງຫຼາຍ ເພື່ອແຂ່ງຂັນກັບ
ປະເທດສະມາຊິກເກົ່າຂອງອາຊ່ຽນໄດ້ດ້ວຍແລ້ວ ຈຶ່ງເຮັດໃຫ້ການຜະລິດສິນຄ້າຫັດຖະກໍາ
ລາວທີ່ມີເອກກະລັກເປັນຂອງຕົວເອງນັ້ນ ກໍຄືທາງເລືອກທີ່ມີທ່າແຮງສໍາລັບລາວໃນຕະ
ຫຼາດອາຊ່ຽນ ແລະຕະຫຼາດໂລກໃນລະຍະຕໍ່ໄປ.
ແຕ່ຢ່າງໃດກໍຕາມ ທ່ານນາງສຸນິຕາ ກໍໄດ້ເນັ້ນຢໍ້າວ່າ ການທີ່ຈະພັດທະນາສິນຄ້າຫັດຖະກໍາລາວ ໃຫ້ເປັນທີ່ຍອມຮັບໃນຕະຫຼາດອາຊ່ຽນ ແລະຕະຫຼາດໂລກໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີການພັດທະນາຊັບພະຍາກອນມະນຸດໃນລາວຢ່າງເປັນລະບົບທີ່ໄດ້ມາດຕະຖານສາກົນ ໂດຍໃນປັດຈຸບັນ ທາງສະມາຄົມຫັດຖະກໍາລາວ ກໍ
ກໍາລັງປະສານງານຮ່ວມກັນກັບທາງການກະຊວງສຶກສາທິການ ແລະກິລາຢ່າງໃກ້ຊິດ ພາຍ
ໃຕ້ເປົ້າໝາຍເພື່ອພັດທະນາຫຼັກສູດການຮຽນ ການສອນວິຊາຫັດຖະກໍາໃນສະຖາບັນວິ
ຊາຊີບຕ່າງໆໃນທົ່ວປະເທດລາວ ໃຫ້ໄດ້ມາດຕະຖານສາກົນ ດັ່ງທີ່ທ່ານນາງ ສຸນິຕາ ໄດ້ຊີ້ແຈງວ່າ:
“ພວກເຮົາກໍພະຍາຍາມພົວພັນກັບທາງກະຊວງສຶກສາທິການເນາະ ໃຫ້ເອົາຫຼັກສູດ ໃຫ້ເອົາຫັດຖະກໍານີ້ ເຂົ້າໃນບົດສອນ ຂີ້ຮ້າຍກະອາທິດນຶ່ງເທື່ອນຶ່ງ ຈັ່ງຊີ້ນະ ກະປຶກສາຫາລືພົວພັນນໍາເພີ່ນຢູ່ ກະມີບາງອັນທີ່ວ່າ ຕໍ່າແພ ທໍໄໝ ເພິ່ນກະມີເຂົ້າໄປແລ້ວ ແລະກໍພວກເຮົາ ກະພະຍາຍາມເອົາພາກສ່ວນອື່ນໆເຂົ້າໄປ
ໃນອະນາຄົດເພີ່ມ ກະອາດສິມີຫຼາຍຂຶ້ນ”
ກ່ອນໜ້ານີ້ ສິ່ງປະດິດຂອງແມ່ຍິງລາວໄດ້ຮັບລາງວັນຈາກງານ
ມະຫະກໍາສິ່ງປະດິດຂອງແມ່ຍິງນານາຊາດຄັ້ງທີ 6 ທີ່ປະເທດ
ເກົາຫຼີໃຕ້ ເມື່ອເດືອນພຶດສະພາທີ່ຜ່ານມາ ໂດຍມີຜົນງານ ດ້ວຍ
ກັນ ກໍຄືຜ້າພັນຄໍລາຍຄື້ນແມ່ນໍ້າຂອງ ໄດ້ຮັບລາງວັນ 1 ຫຼຽນຄໍາ
ກັບ 1 ຫຼຽນເງິນຈາກ ການທີ່ເປັນງານປະດິດທີ່ຕໍ່າດ້ວຍເທກນິກ
ໃໝ່ ແລະມີລວດລາຍທີ່ລະອຽດ ສ່ວນອີກ 2 ລາງວັນທີ່ເໜືອນັ້ນ
ເປັນລາງວັນຫຼຽນເງິນຈາກສິ່ງປະດິດ ທີ່ເອີ້ນວ່າກີ່ມືຖື ແລະຜ້າເອ້
ຝາລາຍຊ້າງ ຊຶ່ງໃນນີ້ ກໍເປັນລາງວັນ 1 ຫຼຽນຄໍາ ແລະ 2 ຫຼຽນ
ເງິນຈາກຜົນງານຂອງທ່ານນາງ ສຸນິຕາ ນັ້ນເອງ.
ຜົນງານ ທີ່ໄດ້ຮັບລາງວັນໃນຄັ້ງນີ້ ຖືເປັນຄວາມສໍາເລັດຢ່າງຍິ່ງ ຂອງສິ່ງປະດິດ ຈາກຝີມື ຂອງແມ່ຍິງລາວ ເນື່ອງຈາກວ່າໄດ້ສົ່ງສິ່ງປະດິດເຂົ້າແຂ່ງຂັນໃນງານມະຫະກໍານານາຊາດ
ຄັ້ງນີ້ ຈໍານວນທັງໝົດດພຽງ 6 ຜົນງານເທົ່ານັ້ນ ຫາກແຕ່ກໍສາມາດຍາດເອົາລາງວັນມາໄດ້
ເຖິງ 3 ຜົນງານ ແລະໃນຂະນະດຽວກັນກໍຍັງຕ້ອງແຂ່ງຂັນກັບອີກ 300 ກວ່າສິ່ງປະດິດຂອງ
ແມ່ຍິງຈາກ 26 ປະເທດທີ່ເຂົ້າຮ່ວມໃນງານມະຫະກໍານານາຊາດປະຈໍາປີ 2013 ນີ້ ເພາະ
ສະນັ້ນ ຈຶ່ງຖືເປັນຂີດໝາຍທີ່ດີສໍາລັບການທີ່ຈະພັດທະນາສິ່ງປະດິດຂອງແມ່ຍິງລາວ ເພື່ອ
ຮ່ວມກັນແຂ່ງຂັນໃນປີ 2014 ທີ່ໄຕ້ຫວັນອີກດ້ວຍ.
ກ່ອນໜ້ານີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍໄດ້ລາຍງານວ່າ
ແມ່ຍິງລາວໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາທາງເສດຖະກິດຂອງລາວ
ຫຼາຍຂຶ້ນ ນັບມື້ ໂດຍຈາກການສໍາຫຼວດກໍພົບວ່າ ທາງດ້ານເສດຖະກິດນັ້ນ ແມ່ຍິງລາວກໍ
ໄດປະກອບສ່ວນເຂົ້າໃນການຜະລິດສິນຄ້າ ແລະເປັນແຮງງານໃນການຜະລິດ ຄິດເປັນສັດສ່ວນເຖິງ 52% ຂອງກໍາລັງແຮງງານທັງໝົດໃນລາວໃນປັດຈຸບັນ.
ທາງດ້ານທ່ານນາງ ສີໃສ ລືເດດມູນສອນ ປະທານສະຫະພັນແມ່ຍິງລາວກໍໄດ້ຖະແຫຼງວ່າ
ສະຫະພັນ ແມ່ຍິງລາວໄດ້ວາງເປົ້າ ໝາຍສໍາຄັນ ທີ່ຈະເສີມສ້າງຄວາມສະເໝີພາກລະຫວ່າງ
ຍິງ-ຊາຍໃນລາໃຫ້ເກີດຂຶ້ນຢ່າງເປັນ ຮູບປະທໍາ ໂດຍສະເພາະແມ່ນການເຮັດໃຫ້ແມ່ຍິງລາວມີສິດສະເໝີພາກ ແລະເທົ່າທຽມກັບຜູ້ຊາຍໃນສັງຄົມແລະການເມືອງນັ້ນ ກໍຄືເປົ້າ
ໝາຍສໍາຄັນທີ່ສຸດ.