ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ແມ່​ຍິງລາວທີ່ບໍ​ລິ​ຫານທຸ​ລະ​ກິດ​ ໃນດ້ານວິ​ສະວະ​ກຳທີ່ມັກມີແຕ່ຜູ້​ຊາຍເຮັດນັ້ນ ໄດ້​ຮັບ​ລາງວັນສາ​ກົນ ດ້ານບໍ​ລິ​ສັດ​ດີ​ເດັ່ນ ແລະ​ຍືນ​ຍົງ​


​ນາງ​ສີ​ຣ​ິ​ພອນ ພັນ​ທະ​ວົງ ຂຶ້ນ​ຮັບ​ລາງວັນ​ບໍ​ລິ​ສັດ​ທີ່​ມີ​ຄວາມ​ຫວັງ​ຈະ​ກ້າວ​ໜ້າ​ທີ່​ສຸດ​ໃນ​ຂົງ​ເຂດເອ​ເຊຍ ທີ່​ນະ​ຄອນ​ຫລວງ​ກົວ​ລາ​ລຳ​ເປີໃນ​ທ້າຍເດືອນ​ພະ​ຈິກ, 2022
​ນາງ​ສີ​ຣ​ິ​ພອນ ພັນ​ທະ​ວົງ ຂຶ້ນ​ຮັບ​ລາງວັນ​ບໍ​ລິ​ສັດ​ທີ່​ມີ​ຄວາມ​ຫວັງ​ຈະ​ກ້າວ​ໜ້າ​ທີ່​ສຸດ​ໃນ​ຂົງ​ເຂດເອ​ເຊຍ ທີ່​ນະ​ຄອນ​ຫລວງ​ກົວ​ລາ​ລຳ​ເປີໃນ​ທ້າຍເດືອນ​ພະ​ຈິກ, 2022

​ເມື່ອ​ເວົ້າ​ເຖິງວິ​ສະ​ວະ​ກຳ ແລະ​ຕິດ​ຕັ້ງ​ໄຟ​ຟ້າ​ແລ້ວ ເກືອບ​ວ່າ​ທຸກ​ຄົນ ​ບໍ່​ວ່າ​ຈະຢູ່​ປະ​ເທດ​ໃດ ກໍ​ຄົງຈະ​ຄິດ​ເຫັນ​ວ່າ​ເປັນ​ຂະ​ແໜງ​ການ​ທີ່​ຜູ້​ຊາຍ​ມີ​ຄວາມ​ຊ່ຽວ​ຊານ ທີ່​ສຸດ ແລະ​ແຕ່​ວ່າ ​ສີິ​ຣິ​ພອນ ພັນ​ທະ​ວົງເປັນແມ່​ຍິງ​ລາວ​ທີ່​ຮຽນ​ຈົບ​ວິ​ສະ​ວະ​ກຳ​ໄຟ​ຟ້າ ຊັ້ນ​ສູງ​ຢູ່​ລາວ​ທີ່ໄດ້ຕັ້ງ​ບໍ​ລິ​ສັດວິຊາ​ການ​ໄຟ​ຟ້າ ໂຍທາ ແລະ​ກົນ​ຈັກ​ລາວ​ຈຳ​ກັດຜູ້​ດຽວຫລື ECME ຂຶ້ນ​ມາໃນ​ປີ 2009.

​ທີມ​ງານ​ວິ​ສະ​ວະ​ກອນ​ໄຟ​ຟ້າ​ລ​າວ ທີ່​ເປັນ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ ວິຊາ​ການ​ໄຟ​ຟ້າ ໂຍທາ ແລະ​ກົນ​ຈັກ​ລາວຂອງນາງ​ສີ​ຣິ​ພອນ ພັນ​ທະ​ວົງ
​ທີມ​ງານ​ວິ​ສະ​ວະ​ກອນ​ໄຟ​ຟ້າ​ລ​າວ ທີ່​ເປັນ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ ວິຊາ​ການ​ໄຟ​ຟ້າ ໂຍທາ ແລະ​ກົນ​ຈັກ​ລາວຂອງນາງ​ສີ​ຣິ​ພອນ ພັນ​ທະ​ວົງ

ຜ່ານ​ມາ​ບໍ​ລິ​ສັດ​ຂອງ​ນາງ​ໄດ້​ຮັບ​ລາງວັນ ​ດີ​ເດັ່ນ​ລະ​ດັບ​ຂົງ​ເຂດ​ເອ​ເຊຍ​ມາ 3 ລາງວັນ​ແລ້ວ. ທ້າຍ​ເດືອນພະ​ຈິກຜ່ານ​ມາ​ ນາງກໍເປັນ​ພຽງນັກ​ທຸ​ລະກິດ​ຍິງ​ລາວຄົນດຽວ​ທີ່​ໄດ້​ຮັບ​ລາ​ງວັນບໍ​ລິ​ສັດ​ດີ​ເດັ່ນ ແລະ​ຍືນ​ຍົງ​ຂອງ​ເອ​ເຊຍ ຫລື ACES ປະ​ເພດ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ​ທີ່​ມີ​ຄວາມ​ຫວັງຈະ​ກ້າວ​ໜ້າຫລາຍ​ທີ່​ສຸດ ຊຶ່ງມີ​ພິ​ທີມອບຢູ່ທີ່​ນະ​ຄອນ​ຫລວງ​ກົວ​ລາ​ລຳ​ປີ​ຂອງ​ມາເລ​ເຊຍ. ນາງ​ເລົ່າ​ກ່ຽວ​ກັບ​ການ​ບໍ​ລິ​ການ ແລະ​ລູກ​ຄ້າຂອງ​ບໍ​ລິ​ສັດນາງ​ສູ່​ຟັງ​ວ່າ:

ເຖິງ​ແມ່ນ​ຈະ​ເປັນ​ບໍ​ລິ​ສັດ​ຂອງ​ລາວ ແຕ່​ການ​ບໍ​ລິ​ການ ແລະ​ວິ​ຊາ​ການ​ແມ່ນ​ຕ້ອງ​ໄດ້​ມາດ​ຕະ​ຖານ​ສາ​ກົນຈຶ່ງ​ເປັນ​ທີ່ໜ້າ​ເຊື່ອ​ຖືໄດ້​ຈາກ​ລູກ​ຄ້າ​ຕ່າງ​ປະ​ເທດ ແລະ​ລູກ​ຄ້າ​ລາຍ​ໃຫຍ່​ອື່ນໆ. ເພື່ອ​ຮັບ​ປະ​ກັນ​ມາດ​ຕະ​ຖານແບບນີ້ໄດ້ ນາງບອກວ່າທາງ​ບໍ​ລິ​ສັດ​ຂອງ​ຕົນ​ໄດ້ຈ້າງ​ຊ່ຽວ​ຊານ​ມາຈາກອອ​ສ​ເຕ​ຣ​ເລຍ ມາຮັບ​ຜິດ​ຊອບ​ໃນ​ດ້ານນີ້ໃຫ້.

​ນາງ​ສີ​ຣິ​ພອນ ລົມ​ກັບ​ພະ​ນັກ​ງານ​ທີ່​ເປັນ​ນາຍ​ຊ່າງ​ໄຟ​ຟ້າ​ໃນ​ບໍ​ລິ​ສັດ​ຂອງ​ຕົນ
​ນາງ​ສີ​ຣິ​ພອນ ລົມ​ກັບ​ພະ​ນັກ​ງານ​ທີ່​ເປັນ​ນາຍ​ຊ່າງ​ໄຟ​ຟ້າ​ໃນ​ບໍ​ລິ​ສັດ​ຂອງ​ຕົນ

ສໍ​າ​ລັບປີ 2022 ມີ​ 470 ບໍ​ລິ​ສັດທົ່ວ​ຂົງ​ເຂດ​ເອ​ເຊຍ ຖືກ​ແນະ​ນຳ​ໃຫ້​ໄດ້​ຮັບ​ລາງ ວັນ ACES ແຕ່​ມີ 93 ບໍ​ລິ​ສັດ​ເທົ່າ​ນັ້ນ​ທີ່​ຊະ​ນະ​ລາງວັນນີ້ ແລະບໍ​ລິ​ສັດຂອງ​ສີ​ຣິ​ພອນເປັນ 1 ໃນ 3 ບໍ​ລິ​ສັດຈາກລາວເທົ່ານັ້ນໄດ້​ຮັບ​ລາງວັນ​ດີ​ເດັ່ນນີ້​, ອີງ​ຕາມ​ໜັງ​ສືມ​ທາງ​ອອນ​ລາຍ CISION PR Newswire ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ​ຊີ​ຄາ​ໂກ, ລັດ​ອີ​ລິ​ນອຍ.

XS
SM
MD
LG