ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຍິງລາວ ເລົ່າເຖິງການແຕ່ງງານກັບ ຄົນຈີນ: ຫລາຍຄົນກໍໄດ້ດີມີສຸກ ແຕ່ບາງຄົນກັບໄດ້ຮັບ ຄວາມລະທົມຂົມຂື່ນ


ແມ່ຍິງລາວຄົນນຶ່ງທີ່ເຄີຍຕົກເປັນເຫຍື່ອຂອງການຄ້າມະນຸດ ໂດຍການແຕ່ງງານກັບຜູ້ຊາຍຈີນທີ່ບໍ່ຈິງໃຈ
ແມ່ຍິງລາວຄົນນຶ່ງທີ່ເຄີຍຕົກເປັນເຫຍື່ອຂອງການຄ້າມະນຸດ ໂດຍການແຕ່ງງານກັບຜູ້ຊາຍຈີນທີ່ບໍ່ຈິງໃຈ

ເດືອນມິຖຸນາຫາກໍ່ຜ່ານພົ້ນໄປນີ້ ເປັນເດືອນຄົບຮອບ 20 ປີ ແຫ່ງການລາຍງານປະຈໍາປີ ຂອງກະຊວງການຕ່າງປະເທດສະຫະລັດ ກ່ຽວກັບການຄ້າມະນຸດໄດ້ເລີ້ມມີຂຶ້ນມາ. ສະນັ້ນ ທາງວີໂອເອ ຈຶ່ງນໍາເອົາການ ສໍາພາດກັບແມ່ຍິງລາວຜູ້ນຶ່ງ ທີ່ແຕ່ງງານກັບຜູ້ຊາຍຢູ່ຈີນ ໂດຍຜ່ານນາຍໜ້າກຸ່ມນຶ່ງ. ໂດຍອີງໃສ່ການສໍາພາດອັນນີ້ ພວກເຮົາຈະນໍາພາບັນດາທ່ານ ໄປຮູ້ຈັກຂັ້ນຕອນຕ່າງໆ ທີ່ແມ່ຍິງລາວ ໂດຍທົ່ວໄປຕ້ອງໄດ້ຜ່ານກ່ອນຈະແຕ່ງງານກັບຜູ້ຊາຍຈີນທີ່ກໍາລັງມີນັບມື້ນັບຫລາຍຂຶ້ນ ໃນຊຸມປີມໍ່ໆມານີ້ ຊຶ່ງໃນນັ້ນບາງຄົນໂຊກດີ ແຕ່ກໍມີບາງຄົນທີ່ໂຊກຮ້າຍຍ້ອນ ຖືກບັງຄັບຈິດໃຈ ໃນຫລາຍແບບ ຫລືຖືກຕົວະຕົ້ມ. ເພື່ອບໍ່ເປັນການເສຍເວລາຂໍ ເຊີນທ່ານຮັບຟັງເລື້ອງນີ້ຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.


ຫລາຍໆທ່ານອາດຈະເຄີຍໄດ້ຍິນລາຍງານຂ່າວມາເລື້ອຍໆ ແລ້ວເນາະວ່າ ແມ່ຍິງລາວ ມັກຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ ເຊັ່ນຖືກຫລອກໄປຂາຍ ໂດຍຜ່ານການແຕ່ງງານ ກັບຄົນຕ່າງປະເທດ ໂດຍສະເພາະແມ່ນຄົນຈີນ. ໃນມື້ນີ້ ອີງຕາມການສໍາພາດກັບຍິງລາວໄວຊາວກວ່າປີ ທີ່ມີຊື່ນ້ອຍວ່າ ນາງວຽງ ທີ່ມາ ຈາກຄອບຄົວທີ່ທຸກຈົນ ໃນບ້ານນ້ອຍໆແຫ່ງນຶ່ງ ໃນເຂດຊົນນະບົດຂອງລາວ ທີ່ ຂຶ້ນກັບນະຄອນຫລວງວຽງຈັນ ກໍແມ່ນວ່າການແຕ່ງງານຂອງຄົນລາວກັບຄົນຈີນ ນັ້ນ ໂດຍລວມແລ້ວ ມັກຈະຜ່ານນາຍໜ້າ ແລະເຄືອຂ່າຍຂອງພວກເຂົາເຈົ້າ ທີ່ມີ ທັງຄົນລາວ ແລະຄົນຈີນທີ່ໄປຊອກຫາ ແມ່ຍິງລາວໂດຍສະເພາະແມ່ນພວກຢູ່ ເຂດຊົນນະບົດແລະຄອບຄົວຂັດສົນທີ່ສົນໃຈຢາກແຕ່ງງານກັບຜູ້ຊາຍຈີນ. ວິທີ ການແຕ່ງງານ ໂດຍຜ່ານການຈັດສັນຂອງນາຍໜ້ານີ້ກໍຈະມີຢູ່ສອງແບບ. ແບບທີ 1 ກໍຄືແບບທີ່ຖືກຕ້ອງຕາມກົດໝາຍ ກໍຄືມີການຈົດທະບຽນ ແຕ່ງງານ ລາວ ແລະ ແຕ່ງງານຈີນ ແລະມີວີຊາເຂົ້າຈີນແລະດໍາລົງຊີວິດຢູ່ປະເທດຈີນໄດ້ຢ່າງຖືກຕ້ອງ ຕາມກົດໝາຍ ຊຶ່ງແມ່ຍິງລາວທີ່ຕົກຢູ່ໃນກຸ່ມນີ້ ນາງບອກວ່າຂ້ອນ ຂ້າງຈະໂຊກດີ ດັ່ງກໍລະນີຂອງນາງທີ່ແຕ່ງງານ ກັບຜູ້ຊາຍຈີນຄົນນຶ່ງ ທີ່ເປັນພໍ່ຮ້າງ ມີລູກສາວ ຄົນ ນຶ່ງຢູ່ແຂວງຫູເບ, ທາງພາກກາງຂອງຈີນມາໄດ້ສອງປີປາຍແລ້ວ ແລະມີ ລູກແຝດ ຄູ່ນຶ່ງ ກັບຍັງຖືພາອີກຜູ້ນຶ່ງ ເພາະມັນເຮັດໃຫ້ມີຊີວິດອັນ ໝັ້ນຄົງກວ່າ ຊຶ່ງນາງເລົ່າ ສູ່ຟັງດັ່ງນີ້.

ພ້ອມກັນນັ້ນ ນາງກໍຍັງສາມາດສົ່ງເງິນໄປຈຸນເຈືອພໍ່ແມ່ ແລະລູກຂອງນາງສອງ ຄົນ ທີ່ມີກັບສາມີຄົນກ່ອນຢູ່ລາວຢ່າງເປັນປະຈໍາ. ນາງບອກວ່າ ນັບຕັ້ງແຕ່ສາມ ເດືອນທໍາອິດ ທີ່ນາງຕົກໄປຢູ່ຈີນ ສາມີຂອງນາງ ກໍໄດ້ເອົາເງິນໃຫ້ນາງຝາກໄປ ໃຫ້ພໍ່ແມ່ຢູ່ທາງບ້ານຕາມຄວາມສາມາດທີ່ຈະເຮັດໄດ້ ຈົນຮອດຊຸມເດືອນ ໃກ້ໆນີ້ ຈຶ່ງບໍ່ຄ່ອຍໄດ້ຝາກໄປ ຍ້ອນສາມີ ກໍບໍ່ຄ່ອຍໄດ້ເຮັດວຽກເຮັດການເປັນປົກກະຕິ ພາຍຫລັງທີ່ມີການລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນມາ ດັ່ງທີ່ນາງເລົ່າ ສູ່ຟັງວ່າ:

ການແຕ່ງງານກັບຄົນຈີນຢ່າງຖືກຕ້ອງຕາມກົດໝາຍ ແລະຜ່ານນາຍໜ້ານີ້ ກໍມີ ອີກສອງວິທີ. ວິທີທີນຶ່ງກໍຄື ພວກຜູ້ຊາຍຈີນ ທີ່ຕ້ອງການຫາແມ່ຍິງລາວມາແຕ່ງ ງານນໍາຈະໄປຫານາຍໜ້າທີ່ມີທັງຄົນຈີນທີ່ຮູ້ພາສາລາວ ແລະຄົນລາວທີ່ຮູ້ພາ ສາຈີນ ແລ້ວຈ່າຍໃຫ້ເງິນ ຫລືເຮັດສັນຍາກັັນໄວ້. ຈາກນັ້ນ ພວກນາຍໜ້າກໍຈະ ໄປຕິດຕໍ່ກັບເຄືອຂ່າຍຕົນ ຢູ່ໃນເຂດຕ່າງໆ ໂດຍສະເພາະແມ່ນຢູ່ໃນເຂດຊົນນະ ບົດ ດັ່ງກໍລະນີຂອງນາງວຽງນັ້ນ ນາງບອກວ່າ ກ່ອນຈະໄປຈີນນັ້ນນາງໄປເຮັດ ວຽກເປັນແມ່ບ້ານ ຊັກເຄື່ອງ ແລະເຮັດອາຫານ ໃຫ້ແກ່ພວກພະນັກງານຈີນ ທີ່ ໄປເຮັດທາງລົດໄຟຄວາມໄວສູງ ໃນເຂດດອນໜູນຂອງນະຄອນຫລວງວຽງຈັນ ແລະກໍບັງເອີນເວລາໄປຢ້ຽມພີ່ນ້ອງ ກໍມີຄົນຊອກຫາແມ່ຍິງລາວໄປແຕ່ງງານ ກັບຄົນຈີນ ຊຶ່ງນາງເລົ່າເຖິງຕອນນັ້ນ ສູ່ຟັງວ່າ:

ລູກສາວຝາແຝດຂອງນາງວຽງທີ່ແຕ່ງງານກັບຄົນຈີນມາໄດ້ 2 ປີກວ່າແລ້ວ ຢູ່ແຂວງຫູເບ, ພາກກາງຂອງຈີນ
ລູກສາວຝາແຝດຂອງນາງວຽງທີ່ແຕ່ງງານກັບຄົນຈີນມາໄດ້ 2 ປີກວ່າແລ້ວ ຢູ່ແຂວງຫູເບ, ພາກກາງຂອງຈີນ

ໃນກໍລະນີຂອງນາງທີ່ພວກນາຍໜ້າເອົາຮູບຜູ້ຊາຍຈີນທີ່ຈະເປັນສາມີນັ້ນ ແລະ ຊັບສິນຕ່າງໆ ເຊັ່ນ ບ້ານເຮືອນ ແລະລົດລາຂອງຜູ້ກ່ຽວໃຫ້ເບິ່ງກ່ອນ ແລະຖາມ ຄວາມສະໝັກໃຈຂອງສອງກໍ້າສອງຝ່າຍກ່ອນ ຊຶ່ງວິທີນີ້ຖືວ່າ ເປັນວິທີທີ່ມີຄວາມ ສ່ຽງຂ້ອນຂ້າງຕໍ່າເມື່ອທຽບໃສ່ວິທີອື່ນໆ. ພ້ອມກັນນັ້ນ ພໍ່ແມ່ຂອງນາງກໍມີສິດຕໍ່ ລອງກັບນາຍໜ້າເລື້ອງຄ່າດອງ ຄ່າສິນສອດກ່ອນຈະປ່ອຍໃຫ້ລູກສາວຂອງຕົນ ແຕ່ງງານກັບຄົນຈີນແລະຜູ້ຈະເປັນສາມີຂອງ ນາງກໍໄປຮັບເອົານາງຈາກພໍ່ແມ່ ຢູ່ລາວພ້ອມທັງສະແດງຄວາມຈິງໃຈ ໂດຍ ເອົາບັດປະຊາຊົນຈີນເຮັດສໍາເນົາ ໃຫ້ພໍ່ແມ່ນາງເກັບເອົາໄວ້ ແລ້ວກໍຊື້ຄໍາເປັນສິນສອດ, ມອບຄ່າດອງ ແລະທໍາ ການສົມບັດສົມມາພໍ່ແມ່ຂອງຝ່າຍຍິງ ຕາມປະເພນີລາວ ຢູ່ໂຮງແຮມແຫ່ງນຶ່ງ ຢູ່ໃນນະຄອນຫລວງວຽງຈັນ.

ສ່ວນອີກວິທີນຶ່ງກໍແມ່ນແມ່ຍິງລາວເຂົ້າໄປຈີນໃນນາມວີຊາທ່ອງທ່ຽວ ແລ້ວກໍພັກ ເຊົາຢູ່ກັບນາຍໜ້າ ຈົນກວ່າຈະຊອກຫາສາມີໄດ້ ແລ້ວຈຶ່ງໄປເຮັດໃບແຕ່ງງານ ແລະກໍຂໍປ່ຽນວີຊາໃຫ້ຢູ່ຈີນໄດ້ແບບໄລຍະຍາວ ຊຶ່ງວິທີນີ້ແມ່ນມີຄວາມສ່ຽງຂ້ອນ ຂ້າງສູງກວ່າວິທີທໍາອິດ, ອີງຕາມທີ່ນາງບອກ ເພາະມັນຂຶ້ນກັບໂຊກວ່າ ຈະໄດ້ ພົບຄົນດີທີ່ມີຖານະໝັ້ນຄົງໃນເວລາອັນສົມຄວນຫລືບໍ່ ແລະບໍ່ຄືກັນກັບກໍລະນີ ທີ່ມີການແຕ່ງງານຢູ່ລາວກ່ອນ ແມ່ຍິງທີ່ໄປຈີນເພື່ອຊອກ ຫລືລໍຖ້າ ພົບຜູ້ຊາຍຈີນ ເພື່ອແຕ່ງງານນໍານີ້ ພໍ່ແມ່ຂອງຜູ້ກ່ຽວບໍ່ຄ່ອຍຈະໄດ້ມີໂອກາດ ຕໍ່ລອງຄ່າສິນສອດ ກັບນາຍໜ້າເລີຍ. ແຕ່ວ່າ ໃນການແຕ່ງງານກັບຄົນຈີນແມ່ນຈະຢູ່ໃນຮູບການ ທີ່ຖືກກົດໝາຍແບບໃດກໍຕາມ ບໍ່ແມ່ນຈະມີການດໍາລົງຊີວິດນໍາກັນຢູ່ໄປໄດ້ດົນ ຕະຫຼອດດັ່ງທີ່ຫວັງໄວ້ ເຊັ່ນ ຢູ່ເຂດທີ່ນາງວຽງຢູ່ ກໍຄືເມືອງທີ່ໃກ້ຄຽງ ກັບເມືອງວູ ຫານນັ້ນ, ໃນໄລຍະສອງປີມານີ້ມີແມ່ຍິງລາວແຕ່ງງານກັບຄົນຈີນປະມານ 10 ຄົນ ແຕ່ກໍລັກໜີໄປໄດ້ເຄິ່ງນຶ່ງແລ້ວ, ອີງຕາມການບອກເລົ່າຂອງນາງ.

ແຕ່ໃນຂະນະດຽວກັນ ກໍມີແມ່ຍິງລາວຈໍານວນນຶ່ງ ທີ່ແຕ່ງງານກັບຄົນຈີນແບບມີ ຄວາມສ່ຽ ງທີ່ຈະຕົກເປັນເຫຍື່ອ ຂອງພວກຄ້າມະນຸດສູງທີ່ສຸດ ໂດຍສະເພາະ ແມ່ນແມ່ຍິງໜຸ່ມຢູ່ເຂດພາກເໜືອຂອງລາວ ທີ່ຢູ່ໃນແຂວງໃກ້ຊາຍແດນຈີນ ທີ່ ມີການອະນຸຍາດໃຫ້ປະຊາຊົນຢູ່ໃນເຂດສອງຟາກຂ້າງຂອງຊາຍແດນ ເດີນທາງ ໄປມາຫາສູ່ກັນໄດ້ ໂດຍທີ່ບໍ່ຕ້ອງການໜັງສືຜ່ານແດນຫລື ພັສປອດ ມີແຕ່ໃຊ້ພຽງ ປຶ້ມຜ່ານແດນ ຄ້າຍໆກັນກັບກໍລະນີຄົນລາວ ຢູ່ໃນນະຄອນຫລວງວຽງຈັນ ແລະ ຄົນໄທໃນຈັງຫວັດໜອງຄາຍ ແລະອຸດອນຂອງໄທນັ້ນ. ແມ່ຍິງລາວທີ່ເດີນ ທາງເຂົ້າໄປຢູ່ຈີນໄດ້ໂດຍວິທີນີ້ຢູ່ໄດ້ແຕ່ພຽງໃນແຂວງຢູນນານ ທີ່ຕິດກັບຊາຍ ແດນລາວເທົ່ານັ້ນ ແລະການໄປໃນລັກສະນະນີ້ ມັກຈະບໍ່ໂຊກດີໃນຫລາຍແບບ ເຊັ່ນ ນາຍໜ້າເອົາຍິງສາວລາວໄປແລ້ວ ກໍບໍ່ຈ່າຍເງິນຄ່າສິນສອດໃຫ້ພໍ່ແມ່ຕາມ ສັນຍາ ຫລື ຖືກພໍ່ປູ່ແມ່ຍ່າຕີ ຫລືຜົວຕີ ຖ້າເຂົາບໍ່ພໍໃຈອັນໃດ. ຜູ້ຊາຍຈີນ ບາງຄົນ ກໍເອົາແມ່ຍິງລາວໂດຍບໍ່ໄດ້ມີເຈດຕະນາຈະເອົາໄປເປັນພັນລະຍາ ແລະປ່ອຍ ປະໃຫ້ແມ່ຍິງລາວຜູ້ນັ້ນ ຕົກຢູ່ໃນສະພາບລະທົມຂົມຂື່ນໃຈ ດັ່ງໃນກໍ ລະນີຂອງ ແມ່ຍິງຄົນນຶ່ງທີ່ແຕ່ງງານກັບຄົນຈີນຢູ່ເຂດນະຄອນຄຸນໝິງ. ສາມີ ຂອງນາງ ທີ່ບໍ່ມີ ຄວາມສາມາດຮ່ວມເພດກັບນາງໄດ້ນັ້ນ ປ່ອຍໃຫ້ພໍ່ຂອງຜູ້ກ່ຽວ ຮ່ວມເພດກັບນາງ ຈົນນາງຖືພາໄດ້ 5 ເດືອນ ແລ້ວອົດບໍ່ໄຫວແລ້ວຫາທາງລັກ ໜີໄປໃນກາງປີ ກາຍນີ້ ດັ່ງນາງວຽງເລົ່າສູ່ຟັງວ່າ:

ສະຫລຸບແລ້ວ ການແຕ່ງງານຂອງແມ່ຍິງລາວກັບຜູ້ຊາຍຈີນນັ້ນ ສ່ວນຫລາຍມັກ ຈະເກີດຂຶ້ນຍ້ອນສະພາບການບີບບັງຄັບທາງເສດຖະກິດ ຫລາຍກວ່າຍ້ອນເຫດ
ຜົນອື່ນ. ແຕ່ວ່າຫລັງຈາກແຕ່ງງານໄປແລ້ວ ມີບາງຄົນກໍໂຊກດີ ມີຄວາມຮັກ, ເຫັນ ອົກເຫັນໃຈ ແລະເຂົ້າໃຈກັນເໝືອນກັບຄູ່ຄອງທົ່ວໆໄປ ແລະ ກໍມີຊີວິດອັນໝັ້ນຄົງ ດີຂຶ້ນ. ແຕ່ກໍມີບາງກໍລະນີທີ່ແມ່ຍິງລາວປະສົບກັບໂຊກຮ້າຍນາໆປະການ ຫລືບໍ່ ກໍອົດທົນຢູ່ໃນສະພາບທີ່ບໍ່ລຶ້ງເຄີຍກັບການດໍາລົງຊີວິດຢູ່ໃນປະເທດນີ້ ແລ້ວ ກໍລັກໜີໄປ.

XS
SM
MD
LG