ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈະບໍ່ຂະຫຍາຍ ລະບົບໃຫ້ບໍລິການ ດ້ານສາທາລະນະສຸກ ໄດ້ຕາມແຜນການ


ບັນດາແມ່ຍິງລາວພາກັນລົງທະບຽນລໍຖ້າຂໍການປິ່ນປົວ.
ບັນດາແມ່ຍິງລາວພາກັນລົງທະບຽນລໍຖ້າຂໍການປິ່ນປົວ.

ລັດຖະບານລາວ ຈະບໍ່ສາມາດຂະຫຍາຍລະບົບໃຫ້ບໍລິການດ້ານສາທາລະນະສຸກ ໄດ້ຕາມແຜນການ ເພາະວ່າບໍ່ມີງົບປະມານສຳລັບເພີ້ມບຸກຄະລາກອນດ້ານສາທາ ລະນະສຸກ ໃຫ້ພຽງພໍກັບຄວາມຕ້ອງການຂັ້ນພື້ນຖານ ຊຶ່ງ ຊົງລິດ ໂພນເງິນ ມີ ລາຍງານຈາກບາງກອກ.

ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງວ່າ ບໍລິການດ້ານສາທາລະນະສຸກຂອງລັດຖະບານໃນປັດຈຸບັນຍັງບໍ່ສາມາດຕອບສະ ໜອງຕໍ່ຄວາມຕ້ອງການໂຕຈິງຂອງປະຊາຊົນລາວໄດ້ຢ່າງທົ່ວເຖິງໂດຍນອກຈາກ ຈະມີສາເຫດຈາກການຂາດແຄນດ້ານງົບປະມານຂອງລັດຖະບານແລ້ວ ກໍຍັງໄດ້ ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ເກີດປັນຫາຂາດແຄນບຸກຄະລາກອນດ້ານການແພດ ທີ່ມີຈິດສຳນຶກໃຫ້ບໍລິການປະຊາຊົນ ທີ່ຢູ່ຊົນນະບົດອີກດ້ວຍ ໂດຍສ່ວນໃຫຍ່ຍັງເຫັນແກ່ຄວາມສະດວກສະບາຍສ່ວນໂຕເປັນສຳຄັນ ສະນັ້ນເພື່ອແກ້ໄຂບັນຫາດັ່ງກ່າວ ກະຊວງສາທາລະນະສຸກກໍໄດ້ວາງແຜນການທີ່ຈະສົ່ງເສີມບຸກຄະລາກອນດ້ານການແພດໃຫ້ສະໝັກໃຈໄປປະຕິບັດໜ້າທີ່ຢູ່ເຂດຊົນນະບົດໃຫ້ເພີ້ມຂຶ້ນ ແລະໃຫ້ພຽງພໍກັບຄວາມຕ້ອງການຂັ້ນພື້ນຖານດ້ານສາລາລະນະສຸກໃນທົ່ວປະເທດໃຫ້ໄດ້ຢ່າງເປັນຮູບປະທໍາ ຫາກແຕ່ດ້ວຍການລະບາດຂອງໄວຣັສໂຄວິດ-19 ທີ່ເຮັດ ໃຫ້ເກີດບັນຫາຫຍຸ້ງຍາກດ້ານງົບປະມານນັ້ນ ຈຶ່ງບໍ່ແນ່ໃຈວ່າຈະສາມາດຈັດຕັ້ງປະ ຕິບັດໂຕຈິງໄດ້ຕາມແຜນການ ຫຼືບໍ່ດັ່ງທີ່ທ່ານບຸນແຝງ ໃຫ້ການອະທິບາຍວ່າ:

“ບັນດາຂໍ້ຄົງຄ້າງຂອງວຽກງານການເງິນ ຮວມທັງປະກັນສຸຂະພາບນຳ ຊຶ່ງອັນນີ້ ແມ່ນເປັນສິ່ງທີ່ທ້າທາຍຫຼາຍຍ້ອນວ່າ ຄວາມຕ້ອງການທາງດ້ານງົບປະມານຂອງ ພວກເຮົານີ້ກະຢາກແມ່ນເພີ້ມຂຶ້ນ ແຕ່ວ່າຄວາມສາມາດໂຕຈິງ ເຮົາຊິເຮັດໄດ້ຊ່ຳໃດ ເນາະ ມັນກໍຂຶ້ນຢູ່ກັບການພັດທະນາເສດຖະກິດສັງຄົມລວມ ໃນສະພາບຂອງໂຄ ວິດ ນີ້ທີ່ພວມລະບາດຢູ່ນີ້ ພວກເຮົາຫາກຍັງມີອັນຈຳກັດທາງດ້ານງົບປະມານ ແລະດ້ວຄວາມຈຳກັດທາງດ້ານງົບປະມານນີ້ ພວກເຮົາຈະແກ້ໄຂແນວໃດ.

ປັດຈຸບັນໃນທົ່ວປະເທດລາວ ມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງ ແລະມີສຸກສາລາ ໃນຊົນນະບົດ 1,020 ແຫ່ງ ສ່ວນໃນນະຄອນຫຼວງວຽງຈັນ ມີ ໂຮງໝໍຂອງລັດ 4 ແຫ່ງ ຄືໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ໂຮງໝໍເສດຖາ ທິລາດແລະໂຮງໝໍ 103 ນອກຈາກນັ້ນກໍມີຄລິນິກຊອງເອກກະຊົນ 1,050 ແຫ່ງ ໂຮງໝໍເອກກະຊົນ 27 ແຫ່ງ ໃນນີ້ 18 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະ 9 ແຫ່ງຢູ່ຕ່າງແຂວງ ຊຶ່ງໃນປີ 2020 ທາງການລາວໄດ້ວາງເປົ້າໜາຍຈະຂະຫຍາຍ ການບໍລິການສາທາລະນະສຸກໃຫ້ຫຼາຍຂຶ້ນ ແຕ່ກໍບໍ່ສາມາດຈັດຕັ້ງໄດ້ແທ້ ດັ່ງທີ່ ທ່ານບຸນກອງ ສິງຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ຢືນຢັນວ່າ “ເປົ້າໝາຍທີ່ພວກເຮົາຈະຕ້ອງໄດ້ບັນລຸໃນ 2020 ນີ້ ນອກຈາກພວກເຮົາຈະສ້າງ ສຸກສາລາ 1,000 ກວ່າແຫ່ງນີ້ໃຫ້ມັນມີ 5 ຫາ 7 ຄົນພະນັກງານ ຮວມທັງຜະ ດຸງຄັນ ທັງແພດປິ່ນປົວ ທັງພະຍາບານ ເຮົາຈະຕ້ອງໄດ້ມີພະນັກງານສາທາລະ ນະສຸກບ້ານ ຊຶ່ງຈະຕ້ອງຕອບສະໜອງໃຫ້ກັນການບໍລິການຂັ້ນພື້ນຖານ ແລ້ວຈະ ຕ້ອງໄດ້ອົບຮົມອາສາສະໝັກສາທາລະນະສຸກໃຫ້ທຸກບ້ານທີ່ເຂົາເຈົ້າບໍ່ສາມາດເຂົ້າ ເຖິງສຸກສາລາໄດ້.”

ທາງດ້ານເຈົ້າໜ້ທີ່ໃນອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໃນລາວເປີດເຜີຍວ່າການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ໃນໄລຍະ 5 ປີຜ່ານມາ ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້້ານ ຊຶ່ງໃນນີ້ກໍມີ 5 ດ້ານທີ່ກ່ຽວຂ້ອງກັບບໍລິການດ້ານສາທາລະນະສຸກ ກໍຄືເດັກອາຍຸ ຕໍ່າກວ່າ 5 ປີຍັງມີສ່ວນສູງຕໍ່າກວ່າເກນມາດຕະຖານເຖິງ 38 ເປີເຊັນ ສ່່ວນເດັກ ທີ່ນໍ້າໜັກຕໍ່າກວ່າເກນ ກໍມີຢູ່ເຖິງ 27 ເປີເຊັນ ຂະນະທີ່ອັດຕາການເສຍຊີວິດຂອງ ເດັກອາຍຸຕໍ່າກວ່າ 1 ປີກໍສູງເຖິງ 45 ຄົນຕໍ່ 1,000 ຄົນ ແລະການເສຍຊີວິດ ຂອງແມ່ຂະນະທີ່ຖືພາກໍສູງເຖິງ 197 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່ເກີດລູກ ໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ ພະຍາບານກໍມີພຽງແຕ່ 54 ເປີເຊັນ ຂອງ ຈຳນວນແມ່ຍິງທີ່ເກີດລູກທັງໝົດໃນລາວ.

ສ່ວນການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງປະຊາຊົນລາວນັ້ນ ສາມາດຈັດ ຕັ້ງປະຕິບັດໄດ້ບໍ່ເຖິງ 35 ເປີເຊັນໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ທີ່ 51 ເປີ ເຊັນ ຂອງປະຊາກອນລາວທັງໝົົດ ລວມທັງຍັງມີການປ່ອຍປະໃຫ້ມີຄລິນິກທີ່ບໍ່ໄດ້ ມາດຕະຖານຈຳນວນຫຼາຍອີກດ້ວຍ ຊຶ່ງເຫັນໄດ້ຈາກການຍຸບເລີກຄລິນິກເອກກະ ຊົນ ທີ່ບໍ່ໄດ້ມາດຕະຖານ 248 ແຫ່ງໃນປີ 2019 ແລະສືບຕໍ່ການກວດກາອີກ 802 ແຫ່ງໃນປັດຈຸບັນນີ້.

ທາງດ້ານເຈົ້າໜ້າທີ່ອົງການອະນາໄມໂລກ (WHO )ຢືນຢັນວ່າການຈັດຕັ້ງປະຕິ ບັດເພື່ອຄວບຄຸມພະຍາດໄຂ້ມາເລເຣຍໃນລາວໃນຊ່ວງ 10 ປີທີ່ຜ່ານມາໄດ້ເຮັດ ໃຫ້ອັດຕາສະເລ່ຍການຕິດເຊື້ອໄຂ້ມາເຣຍຫລົດລົງຈາກ 6.7 ເປີເຊັນໃນປີ 2010 ມາຢູ່ທີ່ລະດັບສະເລ່ຍ 3.1 ເປີເຊັນ ໃນປີ 2019 ສ່ວນອັດຕາການເສຍຊີວິດໄດ້ ຫລົດລົງຈາກ 3.5 ຄົນຕໍ່ 1 ແສນຄົນໃນປີ 2010 ມາເປັນ 0.9 ຄົນ ຕໍ່ 1 ແສນ ຄົນ ໃນປີ 2019 ຊຶ່ງກໍເຮັດຂາດໝາຍໄດ້ວ່າລັດຖະບານລາວຈະສາມາດລົບລ້າງ ການຕິດເຊື້ອມາເລເຣຍຂອງປະຊາຊົນ ໃຫ້ສິ້ນເຊີງພາຍໃນປີ 2030ຫາກແຕ່ລາວ ຍັງຈະຕ້ອງຜະເຊີນກັບພະຍາດໄຂ້ເລືອດອອກຕໍ່ໄປຊຶ່ງເຫັນໄດ້ຈາກການທີ່ປະຊາ ຊົນລາວ30,000 ກວ່າຄົນທີ່ປ່ວຍເປັນໄຂ້ເລືອດອອກ ແລະເສຍຊີວິດເກີນກວ່າ 100 ຄົນໃນຮອບ 1 ປີທີ່ຜ່ານມາ.

XS
SM
MD
LG