ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ປ ລາວ ຈະ​ສະ​ຫຼອງ​ໄຫ​ຫີນ​ ມໍ​ລະ​ດົກ​ໂລກ ກິ​ລາ​ແຫ່ງ​ຊາດ ແລະ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນປະຕິວັດລາວ


​ທົ່ງໄຫ​ຫີນ.
​ທົ່ງໄຫ​ຫີນ.

ລາວ​ຈະ​ຈັດ​ງ​ານ​ສະ​ຫຼອງ​ມໍ​ລະ​ດົກ​ໂລກ ທົ່ງ​ໄຫ​ຫີນ​ໃນ​ໂອ​ກາດ​ດຽວ​ກັນ​ກັບ​ພິ​ທີ​ເປີດ​ແຂ່ງ
​ຂັນ​ກິ​ລາ​ແຫ່ງ​ຊ​າດຄັ້ງ​ທີ 11 ແລະ​ວັນ​ສ້າງ​ຕັ້ງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລ​າວ ຄົບ​ຮອບ 65
ປີ ໃນ​ວັນ​ທີ 22 ມີ​ນາປີ 2020 ຊຶ່ງ ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈ​າກ ບາ​ງກອກ.

ທ່ານ​ບຸນ​ຕົ້ນ ຈັນ​ທະ​ພອນ ເຈົ້າ​ແຂວງ ແລະ​ເລ​ຂາພັກ​ແຂວງ​ຊຽງ​ຂວາງ ຖະ​ແຫຼງ​ຢືນ​ຢັນ
​ວ່າ ການ​ຈັດ​ງານ​ສະ​ເຫຼີມ​ສະ​ຫຼອງ​ທົ່ງ​ໄຫ​ຫີນເປັນມໍ​ລະ​ດົກ​ໂລກ​ ຈະ​ມີ​ຂຶ້ນ​ໃນ​ໂອ​ກາດ
​ດຽວ​ກັນ​ກັບ​ພິ​ທີ​ເປີດ​ການ​ແຂ່ງ​ຂັນ​ກິ​ລາ​ແຫ່ງ​ຊາດ ​ຄັ້ງ​ທີ 11 ແລະ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​
ຊົນ​ປະ​ຕິ​ວັດ​ລາວ​ຄົບ​ຮອບ 65 ປີ ໃນ​ວັນ​ທີ 22 ມີ​ນາ 2020 ສະ​ນັ້ນຈຶ່ງ​ຖືເປັນ​ງາ​ນ​ສະ​
ເຫຼີມ​ສະ​ຫຼອງ​ທີ່​ຍິ່ງ​ໃຫຍ່ ເພາະ​ມີ 3 ວາ​ລະ​ສຳ​ຄັນ​ໃນ​ລະ​ດັບ​ຊ​າດ​ທີ​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​
ວັນ​ດຽວ​ກັນ ດັ່ງ​ທີ່​ທ່ານ​ບຸນຕົ້ນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ມື້ 22 ເດືອນ 3 ປີ 2020 ຫັ້ນ ມັນ​ຊິ​ເປັນ​ວັນ​ສຳ​ຄັນ 3 ວັນ​ຄົບ​ນຳ​ກັນ​ເລີຍ ອັນ​ທີ 1
ແມ່ນ​ກິ​ລາ​ແຫ່ງ​ຊາດ ອັນ​ທີ 2 ກະ​ແມ່ນ​ວັນ​ຮັບໄຫ​ຫີນ​ເປັນ​ມໍ​ລະ​ດົກ​ໂລກ ລະ​ກະ​ປີ​ນີ້​
ເປັນ​ປີ​ໃຫຍ່​ຂອງ​ການ​ສ້າງ​ຕັ້ງ​ພັກ​ຄົບ​ຮອບ 65 ປີ ຂອງໄທ​ເຮົາ​ຫັ້ນ​ເດ​ມັນ​ມີ​ເນື້ອ​ປະ
​ສົມ​ປະ​ສານ​ກັນ​ໃຫ້​ຄວາມ​ສຳ​ຄັນ ແລະ​ໃຫ້​ທັງ 3 ພິ​ທີ​ນີ້​ນະ​ເຂົ້າ​ໃນ​ງານ​ດຽວ​ກັນ ກະ​
ເລີຍ​ຕົກ​ລົງ​ເອົາ​ພິ​ທີ​ສະ​ຫຼອງ​ດັ່ງ​ກ່າວ​ນີ້​ເຂົ້າ​ນຳ​ກັນ.”

ທ່ານ​ບຸນ​ຕົ້ນ ຢືນ​ຢັນ​ດ້ວຍ​ວ່າ ສິ່ງ​ທີ່​ຈະ​ຕ້ອງຈັດ​ຕັ້ງປະ​ຕິ​ບັດໃຫ້​ໄດ້​ກ່ອນ​ການ​ສະ​ເຫຼີ​ມ
​ສະ​ຫຼອງ​ມໍ​ລະ​ດົກ​ໂລກ​ກໍ​ຄື​ການ​ສ້າງ​ການ​ມີ​ສ່ວນ​ຮ່ວມ​ຂອງປະ​ຊາ​ຊົນ​ລາວ​ເຂົ້າ​ໃນ​ການ​
ອະ​ນຸ​ລັກ​ໄຫ​ຫີນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ເພາະ​ວ່າ​ໄຫ​ຫີນທີ່​ຖືກ​ຮັບ​ຮອງເປັນ​ມໍ​ລະ​ດົກ​ໂລກ​
ຈາກອົງ​ການ UNESCO ນັ້ນ​ບໍ່​ໄດ້​ຢູ່​ໃນ​ພື້ນ​ທີ່​ດຽວ​ກັນ ຫາກ​ແ​ຕ່​ມີ​ທີ່​ຕັ້ງ​ຢູ່​ເຖິງ 11 ເຂດ
ໃນ 4 ເມືອງ​ຂອງ​ແຂວງ​ຊຽງ​ຂວາງ ດ້ວຍ​ເຫດ​ນີ້​ຈຶ່ງ​ບໍ່​ແມ່ນ​ເລື້ອງ​ງ່າຍ​ສຳ​ລັບ​ການ​ຄຸ້ມ
​ຄອງ ແລະ​ຮັກ​ສາ​ມໍລະ​ດົກໂລກ​ແຫ່ງ​ນີ້ ນອກ​ຈາກ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະ​ຊາ
​ຊົນ​ຢ່າງ​ແທ້​ຈິງ ທັງ​ຍັງ​ຖື​ເປັນ​ບັນ​ຫາ​ສຳ​ຄັນ ທີ່​ຄະ​ນະ​ຊ່ຽວ​ຊານ​ຂອງ UNESCO ໄດ້
ຢິບ​ຍົກ​ເປັນ​ບັນ​ຫາ​ສຳ​ຄັນ​ໃນ​ການ​ພິ​ຈາ​ລະ​ນາ​ຮັບ​ຮອງ​ໄຫ​ຫີນ​ເປັນ​ມໍ​ລະ​ດົກ​ໂລກ
​ດັ່ງ​ກ່າວ.

ທັງ​ນີ້​ໄຫ​ຫີນທີ່ຖືກ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ທາງ​ວັດ​ທະ​ນາ​ທຳ​ຢ່າງ​ເປັນ​ທາງ
ການ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 43 ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ໃນ​ວັນ​ທີ 30
ມິ​ຖຸ​ນາ ຫາ 10 ມັງ​ກອນ 2019 ທີ່​ນະ​ຄອນ Baku ສ​າ​ທາ​ລະ​ນະ​ລັດ​ອາ​ເຈີບາ​ຍ​ຈານ
ຊຶ່ງ​ກ່ອນ​ໜ້າ​ນັ້ນ ຄະ​ນະ​ຊ່ຽວ​ຊານ​ຂອງ UNESCO ກໍ​ໄດ້​ເດີນ​ທາງ​ມາ​ກວດ​ກາ​ຄວາມ​
ພ້ອມ​ໃນ​ດ້ານ​ຕ່າງໆ​ຂອງ​ທົ່ງ​ໄຫ​ຫີນ​ໃນ​ຊ່ວງ​ເດືອນ​ຕຸ​ລາ 2018 ກໍ​ຄື​ຫຼັງ​ຈາກທີ່​ທາງ​ການ
​ລາວ​ໄດ້​ສຶກ​ສາ​ຢ່າງ​ລະ​ອຽດ ທັງ​ກໍ​ໄດ້​ກຳ​ ໜົດ​ແຜນ​ການ​ຄຸ້ມ​ຄອງ ແລະ​ອະ​ນຸ​ລັກ​ຮັກ​
ສາ​ເຂດ​ທົ່ງ​ໄຫ​ຫີນຕາມ​ເງື່ອນ​ໄຂ​ຂອງ UNESCO ກຳ​ໜົດ​ໃນທຸກ​ດ້ານ​ແລ້ວ ຊຶ່ງ​ທາງ​
ການ​ລາວ​ໄດ້​ເລືອກ​ເອົາ​ສະ​ເພາະ 11 ພື້ນ​ທີ່ ທີ່​ຕັ້ງ​ຢູ່​ໃນ​ເຂດ​ເມືອງ​ຄຳ ເມືອງ​ແປກ
ເມືອງ​ຜາໄຊ ແລະ​ເມືອງ​ພູ​ກູດ ທີ່​ມີ​ໄຫ​ຫີນ 999 ໜ່ວຍ ທີ່​ໄດ້​ຂຶ້ນທະ​ບຽນ​ເປັນ​ມໍ​ລະ​ດົກ​
ໂລກ​ຈາກ​ທັງ​ໝົດ​ຫຼາຍກວ່າ 2,000 ໜ່ວຍ ເພື່ອ​ໃຫ້​ສະ​ດວກ​ຕໍ່​ການ​ຄຸ້ມ​ຄອງ​ດັ່ງ​ກ່າວ.

ທາງ​ດ້ານ​ທ່ານ​ວິ​ໄລ​ສຸກ ພິ​ມ​ມະ​ສອນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ​ລາວ ຈາກ​ແຂວງ​ຊຽງ
​ຂວາງ ກໍ​ຍອມ​ຮັບ​ວ່າ​ໃນ​ແຂວງ​ຊຽງ​ຂວາງ​ຍັງ​ຂາດ​ແຄນ​ພື້ນ​ຖານ​ໂຄງ​ລ່າ​ງເພື່ອ​ຮອງ​ຮັ​ບ
​ການ​ທ່ອງ​ທ່ຽວ​ທີ່​ຄາດ​ວ່າ​ຈະ​ຂະ​ຫຍາຍ​ໂຕ​ເພີ້ມ​ຂຶ້ນ​ຈາກການ​ທີ່ UNESCO ໄດ້​ປະ​ກາ
ດ​ຮັບ​ຮອງ​ໄຫ​ຫີນ​ເປັນ​ມໍ​ລະ​ດົກ​ໂລກ​ດັ່ງ​ກ່າວ ໂດຍ​ສະ​ເພາະ​ແມ່ນ​ສະ​ໜາມ​ບິນ​ທີ່​ບໍ່ສາ
ມາດ​ຮອງ​ຮັບ​ເຮືອ​ບິນ​ຂະ​ໜາດ​ໃຫຍ່​ໄດ້​ເລີຍ ສ່ວນ​ຖະ​ໜົ​ນ​ຫົນ​ທາງ​ໄປ​ຫາ​ແຫລ່ງ​ທ່ຽວ​
ຕ່າງໆ​ ກໍ​ຍັງ​ບໍ່​ໄດ້​ມາດ​ຕະ​ຖານ ໂຮງ​ແຮມ ບ້ານ​ພັກ ຮ້ານ​ອາ​ຫານ ສະ​ຖານ​ບໍ​ລິກ​ານ​
ຕ່າງໆຍັງ​ບໍ່ພຽງ​ພໍ ເຮັດ​ໃຫ້ມີ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ຽວ​ໃນ​ແຂວງ​ຊຽງ​ຂວ​າງ​ພຽງ​
ແຕ່ 80,000 ກວ່າ​ຄົນ​ເທົ່າ​ນັ້ນ​ໃນ​ແຕ່ລະ​ປີ ຈຶ່ງ​ຖື​ເປັນບັນ​ຫາ​ທີ່​ລັດ​ຖະ​ບານ​ລາວ ຈະ​
ຕ້ອງ​ເລັ່ງ​ດຳ​ເນີນ​ການ​ພັດ​ທະ​ນາໃຫ້​ໄດ້​ຢ່າ​ຮີບ​ດ່ວນ​ທີ່​ສຸດ.

ປັດ​ຈຸ​ບັນ ສ​ປ​ປ ລາວ ມີ​ມໍ​ລະ​ດົກ​ໂລກ​ສາມ​ແຫ່ງ ໂດຍ​ຖື​ເປັນ​ມໍ​ລະ​ດົກ​ໂລກ​ທາງ ວັດ​
ທະ​ນາ​ທຳ​ທັງ 3 ແຫ່ງ​ກໍ​ຄື​ເມືອງ​ຫຼວງ​ພະ​ບາງ ຜາ​ສາດ​ຫີນ​ວັດ​ພູ​ໃນ​ແຂວງ​ຈຳ​ປາ​ສັກ
ແລະ​ໄຫ​ຫີນ​ໃນ​ແຂວງ​ຊຽງ​ຂວາງ ຊຶ່ງ​ຖືກ​ຮັບ​ຮ​ອງເປັນ​ມໍ​ລະ​ດົກ​ໂລກ​ຢ່າງ​ເປັນ​ທາງ
​ການ​ໃນ​ປີ 1995 ປີ 2001 ແລະ​ປີ 2019 ຕາມ​ລຳ​ດັບ.

ນອກ​ຈາກ​ນັ້ນ ສຽງ​ແຄນ​ລາວ ກໍ​ຖືກ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ທີ່​ຈັບ​ຕ້ອງ​ບໍ່​ໄດ້​
ທາງ​ດ້ານສຽງ​ເພງຂອງ​ມະ​ນຸດຊາດໂດຍ UNESCO ໄດ້​ມອບ​ໄບ​ປະ​ກາດ​ໃຫ້​ທາງ​
ການ​ລ​າວ​ເມື່ອ​ເດືອນ​ມີ​ນາ ປີ 2018 ທີ່​ນະ​ຄອນ​ປາ​ຣີ ສ່ວນ​ລຳ​ວົງ​ລາວ ແລະ​ລາຍ
​ນາກ​ຂອງ​ສິ້ນ​ໄໝ​ລາວ​ນັ້ນ ທາງ​ການ​ລາວ​ໄດ້​ນຳ​ສະ​ເໜີ​ຕໍ່ UNESCO ເພື່ອຂໍ​ໃຫ້​ພິ​
ຈາ​ລະ​ນາ ແລະ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ດ້ານ​ພູມ​ປັນ​ຍາ ແລະ​ຈິດ​ວິນ​ຍານ ​
ຂອງ​ມະ​ນຸດຊາດ​ເຊັ່ນ​ກັນ ສ່ວນ​ເຂດ​ອຸ​ທະ​ຍານແຫ່ງ​ຊ​າດ​ພູ​ຫີນ​ໜາມ​ໜໍ່​ ໃນ​ເຂດ​
ແຂວງ​ຄຳ​ມ່ວນ​ກໍ​ໄດ້​ຖືກ​ນຳ​ສະ​ເໜີ​ ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ທາງ​ທຳ​ມະ​ຊ​າດ​ແຫ່ງ​ທຳ​
ອິດ​ໃນ​ລາວ.

XS
SM
MD
LG