ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ຢາກຈັດຕັ້ງສູນວິໄຈ ຜູ້ຕິດຢາເສບຕິດ ເພື່ອປ້ອງກັນບໍ່ໃຫ້ ນັກຮຽນ-ນັກສຶກສາ ແລະ ເຍົາວະຊົນ ລາວ ເຂົ້າໄປຫຍຸ້ງກ່ຽວ ກັບຢາເສບຕິດ


ຜູ້ຕິດຢາເສບຕິດເຂົ້າຮັບຮ່ວມການຝຶກອົບຮົມປິ່ນປົວ.
ຜູ້ຕິດຢາເສບຕິດເຂົ້າຮັບຮ່ວມການຝຶກອົບຮົມປິ່ນປົວ.

ລັດຖະບານ ລາວ ຕ້ອງການຈະຈັດຕັ້ງສູນວິໄຈຜູ້ຕິດຢາເສບຕິດເພື່ອປ້ອງກັນບໍ່ໃຫ້ນັກຮຽນ-ນັກສຶກສາ ແລະ ເຍົາວະຊົນ ລາວ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ແຕ່ກໍຍັງບໍ່ສາມາດດຳເນີນການໄດ້ ເພາະບໍ່ມີງົບປະມານ.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຍອມຮັບວ່າ ການທີ່ລັດຖະບານລາວໄດ້ກຳນົດໃຫ້ບັນຫາຍາເສບຕິດເປັນວາລະແຫ່ງຊາດ ທີ່ຈະຕ້ອງດຳເນີນມາດຕະການແກ້ໄຂໃຫ້ໄດ້ໃນ 2 ປີ ຫຼືພາຍໃນປີ 2023 ໂດຍມອບໝາຍໃຫ້ກະຊວງສາທາລະນະສຸກດຳ ເນີນການຈັດຕັ້ງສູນວິໄຈ ແລະ ການປິ່ນປົວຜູ້ຕິດຢາເສບຕິດເພື່ອຮັບຜິດຊອບໃນການປ້ອງກັນບໍ່ໃຫ້ນັກຮຽນ-ນັກສຶກສາ ແລະ ເຍົາວະຊົນ ລາວ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດນັ້ນຖືເປັນພາລະ ກິດທີ່ສຳຄັນ ແຕ່ຈະບໍ່ສາມາດດຳເນີນການໄດ້ໃນການປະຕິບັດຕົວຈິງ ເພາະວ່າບໍ່ມີງົບປະມານ ແລະ ຂາດແຄນບຸກຄະລາກອນ ດັ່ງທີ່ທ່ານ ບຸນແຝງ ໃຫ້ການຢືນຢັນວ່າ

“ບັນຫາສະເພາະໜ້ານີ້ ແມ່ນເລື່ອງວິໄຈຢາເສບຕິດເປັນບັນຫາຮີບດ່ວນທີ່ວ່າຕ້ອງໄດ້ເຮັດກ່ອນ ແຕ່ ວ່າມາເບິ່ງບັນຫາທີ 2 ນີ້ຍ້ອນວ່າວາລະແຫ່ງຊາດນີ້ມີແຕ່ 2 ປີປາຍ ດັ່ງນັ້ນການສ້າງຕັ້ງສູນວິໄຈຢາເສບຕິດ ກັບສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການມັນໜ້າຈະໃຊ້ເວລາ ດັ່ງນັ້ນໃນໄລຍະ 2 ປີປາຍນີ້ກໍອາດຈະຍັງບໍ່ທັນສຳເລັດກໍເປັນໄປໄດ້ໃນໄລຍະລໍຖ້າການພິຈາລະນາຂອງລັດຖະບານນັ້ນ.”

ໂດຍສະພາບບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນສັງຄົມຂອງນັກຮຽນ-ນັກສຶກສາ ລາວ ໃນປັດຈຸບັນກໍຄືການຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດເພີ່ມຂຶ້ນນັບມື້ ເພາະວ່າມີແຫຼ່ງມົ້ວສຸມທີ່ມອມເມົາເຍົາວະຊົນເກີດຂຶ້ນຢ່າງຫຼວງຫຼາຍໃນທົ່ວປະເທດ ໂດຍສະ ເພາະແມ່ນຮ້ານເກມຄອມພິວເຕີ, ສນຸກເກີ, ຄາຣາໂອເກະ, ບາເບຍ ແລະ ຮ້ານກິນດື່ມນັ້ນຖືເປັນແຫຼ່ງທີ່ໄດ້ດຶງດູດເອົາເຍົາວະຊົນລາວເຂົ້າໄປໃຊ້ບໍລິການຫຼາຍທີ່ສຸດໃນຊ່ວງເວລາຫຼັງເລີກຮຽນ ດັ່ງ ທີ່ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ການຢືນຢັນວ່າ

“ກະເປັນຫ່ວງຫຼາຍລູກຫຼານພວກເຮົາເຖິງວ່າຕ້ອງໄດ້ຮ່ວມມືກັນລະຫວ່າງຄອບຄົວ, ໂຮງຮຽນ ແລະ ສັງຄົມ ຄວາມຈິງແລ້ວເດັກນ້ອຍທີ່ມາໂຮງຮຽນຫັ້ນສ່ວນຫຼາຍກະໃຊ້ເວລາຮຽນ ເວລາທີ່ເປັນຊ່ອງຫວ່າງຄືເວລາກັບບ້ານທີ່ເປັນຊ່ອງຫວ່າງທີ່ເຂົາເຈົ້າເຂົ້າເຖິງຢາເສບຕິດຫັ້ນ ແລະ ພວກຂ້າພະເຈົ້າກໍຈະໄດ້ປັບປຸງນິຕິກຳເນາະເປັນຕົ້ນໂຮງຮຽນປອດຢາເສບຕິດ ແລ້ວກະມາດຕະການຕ່າງໆຕໍ່ບຸກຄະລາກອນທາງຂະແໜງການສຶກສາ ແລະ ກິລາ ເພື່ອວ່າບໍ່ໃຫ້ໄປພົວພັນຫຍຸ້ງກ່ຽວກັບເລື່ອງບັນ ຫາຢາເສບຕິດ.”

ທັງນີ້ໂດຍອີງຕາມການສຶກສາ-ສຳຫຼວດທີ່ດຳເນີນການໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເມື່ອບໍ່ນານມານີ້ພົບວ່າມີເຍົາວະຊົນ ລາວ ເກີນກວ່າ 4 ແສນຄົນທີ່ຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ແລະ ການຄ້າຢາເສບຕິດໃນ ລາວ ຍັງມີລັກ ສະນະຂ້າມຊາດທີ່ມີການນຳໃຊ້ເຄື່ອງມື ແລະ ອຸປະກອນສື່ສານທັນສະໄໝ ສ່ວນກົນໄກການສືບຂ່າວຂອງຕຳຫຼວດລາວ ກໍຍັງຕິດຕາມບໍ່ທັນການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດ ແລະ ບັນດາຫົວໜ້າແກັ່ງກໍຍັງໄດ້ແຝງຕົວຢູ່ໃນສັງຄົມຂັ້ນສູງດ້ວຍນັ້ນ ຈຶ່ງຈັບກຸມໄດ້ສະເພາະສະມາຊິກລະດັບລຸ່ມຂອງແກັ່ງ 13,900 ກວ່າຄົ້ນໃນ 2 ປີທີ່ຜ່ານມາ.

ດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງກຳນົດໃຫ້ການປາບປາມຢາເສບຕິດເປັນວາລະແຫ່ງຊາດ ທີ່ຈະຕ້ອງດຳເນີນມາດຕະການແກ້ໄຂຢ່າງຮີບດ່ວນຫາກແຕ່ໃນການຈັດຕັ້ງປະຕິບັດຕົວຈິງຈະສາມາດດຳເນີນການໄດ້ຢ່າງມີປະສິດທິພາບຫຼືບໍ່ນັ້ນ ກໍຂຶ້ນຢູ່ກັບແຜນການເປົ້າ ໝາຍທີ່ຈະແຈ້ງ ແລະ ມີການຈັດຕັ້ງປະຕິບັດຢ່າງໂປ່ງໃສຂອງທຸກພາກສ່ວນ ແລະ ທຸກຂັ້ນທີ່ກ່ຽວ ຂ້ອງໃນທົ່ວປະເທດ ແນໃສ່ການສ້າງຄວາມເຊື່ອໝັ້ນຈາກປະຊາຊົນ ລາວ ໃຫ້ໄດ້ຢ່າງແທ້ຈິງ.

ໂດຍກອງປະຊຸມສະໄໝວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດ ລາວ ໄດ້ຮັບຮອງເອົາການແກ້ໄຂກົດໝາຍວ່າດ້ວຍຢາເສບຕິດ ເມື່ອບໍ່ນານມານີ້ ຊຶ່ງມີເປົ້າໝາຍເພື່ອເສີມສ້າງລະບົບກົນໄກການຈັດຕັ້ງປະຕິບັດໃນການປາບປາມການຄ້າຢາເສບຕິດໃຫ້ມີປະສິດທິພາບສູງຂຶ້ນ ດ້ວຍການຈັດແບ່ງສິດ ແລະ ໜ້າທີ່ຂອງຄະນະກຳມະການຄວບຄຸມ ແລະ ກວດກາຢາເສບຕິດກັບກອງບັນຊາການປ້ອງກັນຄວາມສະຫງົບລະດັບຊາດລົງໄປເຖິງຂັ້ນແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ ແລະ ນະຄອນໃນທົ່ວປະເທດ ລາວ ຢ່າງຊັດເຈນດ້ວຍການແກ້ໄຂກົດໝາຍວ່າດ້ວຍຢາເສບຕິດໃນ 12 ມາດຕາທີ່ໄດ້ກຳນົດ ກ່ຽວກັບ ຢາເສບຕິດເກືອດຫ້າມ, ສານເຄມີຂອງກາງໃນຄະດີຢາເສບຕິດ, ການຍຶດ, ການອາຍັດ, ການຮິບສິ່ງຂອງ, ການຊັດທອດ, ການຄຸ້ມຄອງກອງທຶນຕ້ານຢາເສບຕິດ ຂໍ້ຫ້າມທົ່ວໄປ ອົງການຄຸ້ມຄອງວຽກງານດ້ານຢາເສບຕິດ, ສິດໜ້າທີ່ຂອງກະຊວງ ແລະ ກອງບັນຊາ ການປ້ອງກັນຄວາມສະຫງົບແຕ່ລະຂັ້ນໃນທົ່ວປະເທດລາວ.

XS
SM
MD
LG