ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໂຮງຮຽນໃນເຂດຕົວເມືອງໃນລາວ ມີຈຳນວນຄູເກີນລະດັບຄວາມຕ້ອງການ ແຕ່ຢູ່ໃນເຂດຊົນນະບົດ ຜັດຂາດແຄນຄູ


ຫ້ອງຮຽນໃນໂຮງຮຽນແຫ່ງນຶ່ງຢູ່ຕົວເມືອງ ສ່ວນໃຫຍ່ຈະມີຄູເກີນລະດັບຄວາມຕ້ອງການຕົວຈິງ ສ່ວນຢູ່ໃນເຂດຊົນນະບົດນັ້ນ ກັບຍັງຕ້ອງປະເຊີນ ກັບບັນຫາຂາດແຄນຄູ.
ຫ້ອງຮຽນໃນໂຮງຮຽນແຫ່ງນຶ່ງຢູ່ຕົວເມືອງ ສ່ວນໃຫຍ່ຈະມີຄູເກີນລະດັບຄວາມຕ້ອງການຕົວຈິງ ສ່ວນຢູ່ໃນເຂດຊົນນະບົດນັ້ນ ກັບຍັງຕ້ອງປະເຊີນ ກັບບັນຫາຂາດແຄນຄູ.

ໂຮງຮຽນໃນເຂດຕົວເມືອງໃນລາວ ມີຈຳນວນຄູເກີນລະດັບຄວາມຕ້ອງການຕົວຈິງ ສ່ວນໂຮງຮຽນຢູ່ໃນເຂດຊົນນະບົດນັ້ນ ກັບຍັງຕ້ອງປະເຊີນກັບບັນຫາຂາດແຄນຄູຈຳນວນຫຼາຍໃນປັດຈຸບັນນີ້.

ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ ຍອມຮັບວ່າ ມາດຕະຖານການສຶກສາໃນເຂດຕົວເມືອງກັບເຂດຊົນນະບົດໃນລາວ ຍັງມີການແຕກໂຕນກັນຫຼາຍ ຊຶ່ງເຫັນໄດ້ຈາກບັນຫາຂາດແຄນຄູຂອງບັນດາໂຮງຮຽນໃນເຂດຊົນນະບົດ ເຮັດໃຫ້ຕ້ອງອາໄສການປະກອບສ່ວນ ຈາກຄູອາສາສະໝັກຈຳນວນ 9,809 ຄົນ ຂະນະທີ່ໂຮງຮຽນໃນເຂດຕົວເມືອງ ກັບມີຄູເກີນລະດັບຄວາມຕ້ອງການຕົວຈິງເຖິງ 8,611 ຄົນ ແລະໃນຈຳນວນດັ່ງກ່າວນ ກໍຍັງບໍ່ມີຄູຄົນໃດທີ່ສະໝັກໄປສອນໃນເຂດຊົນນະບົດ ໂດຍເມື່ອສົມທົບກັບການທີ່ລັດຖະບານລາວ ໄດ້ຈຳກັດໂຄວຕາໃຫ້ບັນຈຸຄູໃໝ່ໄດ້ບໍ່ເກີນ 1,040 ຄົນ ໃນປີ 2020 ດ້ວຍແລ້ວ ຈຶ່ງເຮັດໃຫ້ໂຮງຮຽນໃນເຂດຊົນນະບົດຍັງຕ້ອງປະເຊີນບັນຫາຂາດແຄນຄູຕໍ່ໄປ.

ແຕ່ຢ່າງໃດກໍຕາມ ກະຊວງສຶກສາທິການແລະກິລາ ກໍຈະແກ້ໄຂບັນຫາດັ່ງກ່າວ ດ້ວຍການພັດທະນາການສຶກສາທາງໄກຜ່ານລະບົບ Internet ແລະໂທລະພາບທີ່ເຊື່ຶອມຕໍ່ໄປຍັງບັນດາໂຮງຮຽນໃນເຂດຊົນນະບົດໃຫ້ໄດ້ຢ່າງກວ້າງຂວາງຫລາຍຂຶ້ນ ຊຶ່ງເປັນສ່ວນນຶ່ງ ໃນແຜນການພັດທະນາແລະສົ່ງເສີມການສຶກສາຕະຫຼອດຊີບຂອງປະຊາຊົນລາວໃນສທົ່ວປະເທດ ໂດຍແນໃສ່ການພັດທະນາເພື່ອຍົກລະດັບຄຸນນະພາບຊັບພະຍາກອນມະນຸດໃນລາວໃຫ້ໄດ້ມາດຕະຖານສາກົນເທື່ອລະກ້າວ ດັ່ງທີ່ ທ່ານນາງແສງເດືອນ ໄດ້ໃຫ້ການຢືນຢັນວ່າ:

“ຕໍ່ກັບສະພາບການນັ້ນ ກະຊວງສຶກສາທິການແລະກິລາ ໄດ້ມີການຮັບມື ໂດຍອິງໃສ່ກົດໝາຍ ນິຕິກຳຕ່າງໆທີ່ມີ ໂດຍສະເພາະດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ເພື່ອສົ່ງເສີມການສຶກສາໄປສູ່ເຂດຫ່າງໄກສອກຫລີກ ສ້າງເງື່ອນໄຂໃຫ້ແກ່ກຸ່ມເປົ້າໝາຍ ຜູ້ທີ່ດ້ອຍໂອກາດ ຜູ້ທຸກຍາກ ເພດຍິງ ຊົນເຜົ່າ ຜູ້ພິການ ໄດ້ຮັບການສຶກສາທີ່ມີຄວາມສະເໝີພາບແລະເທົ່າທຽມ ໂດຍຜ່ານການຈັດການຮຽນ ການສອນ ໃນຫຼາຍຮູບແບບ ເຊັ່ນ ການຮຽນຜ່ານໂທລະພາບ ວິທິຍຸ ສື່ສັງຄົມອອນໄລ ແລະອື່ນໆ.”

ໃນປັດຈຸບັນ ອັດຕາການເຂົ້າຮຽນຂອງເດັກນ້ອຍລາວອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນແລະມັດທະຍົມປາຍຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນກັບ 82.2 ເປີເຊັນ ແລະ 47.8 ເປີເຊັນຕາມລຳດັບ ຊຶ່ງກໍຖືເປັນການພັດທະນາດ້ານການສຶກສາທີ່ມີການຂະຫຍາຍຕົວເພີ້ມຂຶ້ນໃນທຸກພາກສ່ວນ ຫາກແຕ່ວ່າ ການພັດທະນາການສຶກສາໃນລາວ ກໍຍັງຂາດຄຸນນະພາບ ເຫັນໄດ້ຈາກອັດຕາການຄ້າງຫ້ອງໃນລະດັບປະຖົມສຶກສາຍັງຢູ່ທີ່ລະດັບ 3.8 ເປີເຊັນ ສ່ວນບັນຫາຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະບົດ ກໍຍັງເຮັດໃຫ້ເດັກນ້ອຍລາວຕ້ອງປະການຮຽນໃນອັດຕາສະເລ່ຍເຖິງ 4.8 ເປີເຊັນ ຊຶ່ງຖືເປັນອັດຕາທີ່ສູງທີ່ສຸດໃນອາຊຽນດ້ວຍກັນ ແລະເມື່ອສົມທົບດ້ວຍສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນໃນລາວ ຊຶ່ງມີສາເຫດມາຈາກລະດັບຄ່າຄອງຊີບທີ່ປັບຕົວສູງຊຶ້ນນັບມື້ ໃນຂະນະທີ່ລັດຖະບານລາວ ກໍບໍ່ສາມາດໃຫ້ການຊ່ອຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນໃນລະດັບປະຖົມສຶກສາໃນເຂດຊົນນະບົດຂອງລາວນັ້ນ ມີອັດຕາສະເລ່ຍທີ່ສູງກວ່າ 20 ເປີເຊັນອີກດ້ວຍ.

ໃນປັດຈຸບັນ ກະຊວງສຶກສາທິການ ມີຄູ-ອາຈານທັງໝົດ 19,000 ກວ່າຄົນໃນທົ່ວປະເທດ ແລະໃນປີ 2020 ລັດຖະບານລາວ ກໍໄດ້ຈຳກັດໂຄວຕາໃຫ້ບັນຈຸຄູໃໝ່ໄດ້ບໍ່ເກີນ 1,040 ຄົນເທົ່ານັ້ນ ໃນຂະນະທີ່ມີຄູອາສາສະໝັກໃນເຂດຊົນນະບົດຢູ່ແລ້ວເຖິງ 9,809 ຄົນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ກະຊວງສຶກສາທິການ ໄດ້ວາງແຜນການຈະບັນຈຸຄູໃໝ່ຈາກຈຳນວນຄູອາສາສະໝັກໄດ້ບໍ່ເກີນ 3,374 ຄົນ ໃນປີ 2020-2022 ສ່ວນທີ່ເຫຼືອນັ້ນ ກໍຈະສົ່ງໄປຍົກລະດັບວິຊາຊີບຄູ 2,312 ຄົນ ແລະສ້າງອາຊີບໃໝ່ 4,123 ຄົນ.

ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວ ກໍຍັງຖືເປັນສະພາບການທີ່ກົງກັນຂ້າມກັບນະໂຍບາຍຂອງລັດຖະບານລາວ ທີ່ໄດ້ປະກາດເປົ້າໝາຍຈະຂະຫຍາຍໂອກາດດ້ານການສຶກສາສຳລັບເດັກນ້ອຍໃນເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງໃນປີ 2015 ທີ່ຜ່ານມາ ຫາກແຕ່ດ້ວຍບັນຫາຍາກຈົນຂອງປະຊາຊົນລາວທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຈິງ ແລະບັນຫາທີ່ເປັນອຸປະສັກທີ່ສຳຄັນໃນການຂະຫຍາຍໂອກາດດ້ານການສຶກສາຂັ້ນພື້ນຖານໃຫ້ທົ່ວເຖິງໃນລາວ ອີກປະການນຶ່ງນັ້ນ ກໍຄືບັນຫາຂາດແຄນງົບປະມານ ດັ່ງຈະເຫັນໄດ້ຈາກການຈັດພິມແລະແຈກຈ່າຍຕຳລາຮຽນໃຫ້ນັກຮຽນຊັ້ນປະຖົມທຸກຄົນໃຫ້ໄດ້ພາຍໃນປີ​ 2015 ແຕ່ກໍສາມາດປະຕິບັດໄດ້ບໍ່ເຖິງ 70 ເປີເຊັນ ໃນປັດຈຸບັນນີ້.

XS
SM
MD
LG