ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກໍາມະການຮ່ວມສາມຝ່າຍ ທາງດ້ານແຮງງານລາວ ຍັງບໍ່ອະນຸຍາດ ໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ


ພະນັກງານຕັດຫຍິບ ຢູ່ໂຮງງານຕັດຫຍິບແຫ່ງນຶ່ງໃນ ສປປ ລາວ.
ພະນັກງານຕັດຫຍິບ ຢູ່ໂຮງງານຕັດຫຍິບແຫ່ງນຶ່ງໃນ ສປປ ລາວ.

ຄະນະກໍາມະການຮ່ວມສາມຝ່າຍທາງດ້ານແຮງງານລາວ ຍັງບໍ່ອະນຸຍາດໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ຍ້ອນຜົນກະທົບຈາກການລະບາດໂຄວິດ-19 ໂດຍຈະມີການພິຈາລະນາເທື່ອໃໝ່ ໃນເດືອນພຶດສະພາ 2023. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງຂອງກະຊວງແຮງງານ ແລະສະຫວັດດີການສັງຄົມເປີດເຜີຍວ່າ ກອງປະຊຸມຂອງຄະນະກໍາມະການຮ່ວມສາມຝ່າຍທາງດ້ານແຮງງານໃນລາວ ເຊິ່ງໄດ້ພົບປະເຈລະຈາກັນໃນກາງເດືອນ ມີນາ 2022 ນີ້ໄດ້ມີມະຕິຮ່ວມກັນວ່າ ຈະຍັງບໍ່ອະນຸຍາດໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຂອງແຮງງານລາວ ໃນໄລຍະນີ້ ຍ້ອນຜົນກະທົບຈາກການລະບາດພະຍາດໄວຣັສໂຄວິດ-19 ໄດ້ເຮັດໃຫ້ຜູ້ປະກອບການທຸລະກິດເອກະຊົນໃນລາວ ມີລາຍໄດ້ທີ່ຕົກຕໍ່າລົງເປັນເວລາກວ່າ 2 ປີມາແລ້ວ, ສະນັ້ນ ຈຶ່ງບໍ່ມີທຶນທີ່ຈະນໍາໃຊ້ໃນການປັບຂຶ້ນອັດຕາຄ່າຈ້າງຂັ້ນ ຕໍ່າ ໃນຂະນະດຽວກັນ ບັນດາຜູ້ປະກອບການທຸລະກິດຍັງຈະຕ້ອງຫາແຫຼ່ງທຶນກູ້ຢືມ ເພື່ອນໍາໃຊ້ເຂົ້າໃນການຟື້ນຟູກິດຈະການດ້ວຍນັ້ນ ຈຶ່ງເຮັດໃຫ້ຕ້ອງເລື່ອນການພິຈາລະນາກ່ຽວກັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ຂອງແຮງງານໃນລາວໃນໄລຍະກວ່າ 13 ເດືອນຕໍ່ໄປນີ້.

ກ່ອນໜ້ານີ້ ທ່ານພອນສານ ວິໄລມິ່ງ ຮອງປະທານສະຫະພັນກໍາມະບານລາວຖະແຫຼງຢືນຢັນວ່າ ວາລະສໍາຄັນໃນກອງປະຊຸມຄະນະກໍາມະການສາມຝ່າຍໃນເດືອນ ມີນາ 2022 ນີ້ກໍຄືການພິຈາລະນາກ່ຽວກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສໍາລັບຜູ້ອອກແຮງງານໃນລາວ ເພື່ອໃຫ້ສອດຄ່ອງກັບລະດັບຄ່າຄອງຊີບທີ່ປັບໂຕສູງຂຶ້ນໃນປັດຈຸບັນ ເຊິ່ງສະຫະພັນກໍາມະບານລາວເຫັນສົມຄວນທີ່ຈະຕ້ອງມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 1 ລ້ານ 1 ແສນກີບ ມາເປັນ 1 ລ້ານ 5 ແສນກີບຕໍ່ເດືອນ, ຫາກແຕ່ວ່າ ການສະໜອງດັ່ງກ່າວກໍຍັງບໍ່ມີຜົນໃນການປະຕິບັດໂຕຈິງ ຍ້ອນວ່າບໍ່ໄດ້ຮັບການເຫັນດີຈາກຄະນະກໍາມະການຮ່ວມສາມຝ່າຍດັ່ງກ່າວ ທັງຍັງປາກົດວ່າການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ສະຫະພັນກໍາມະບານສາມາດໃຫ້ການຊ່ວຍເຫຼືອແຮງງານລາວໄດ້ຢ່າງຈໍາກັດດ້ວຍ ດັ່ງທີ່ທ່ານນາງອາລີ ວົງໜໍ່ບຸນທໍາ ປະທານສະຫະພັນກໍາມະບານລາວຢືນຢັນວ່າ:

“ໄດ້ເຂົ້າຮ່ວມປະກອບຄວາມຄິດ ຄວາມເຫັນແກ້ໄຂຂໍ້ຂັດແຍ້ງແຮງງານ ໃຫ້ຜູ້ອອກແຮງງານ 23 ກໍລະນີ, ສາມາດແກ້ໄຂໄດ້ 16 ກໍລະນີ, ສົ່ງຕໍ່ໃຫ້ພາກ ສ່ວນກ່ຽວຂ້ອງສືບຕໍ່ແກ້ໄຂຫັ້ນ 7 ກໍລະນີ, ທວງເງິນຄ່າແຮງງານ ໃຫ້ກໍາມະ ກອນເປັນຈໍານວນເງິນ 1 ຕື້ 125 ລ້ານ 551 ພັນກີບ, ຊຸກຍູ້ສ້າງສັນຍາແຮງງານບຸກຄົນໄດ້ 280 ສະບັບ, ສ້າງແຮງງານລວມໝູ່ໄດ້ 31 ແຫ່ງ, ສ້າງຮ່າງແຜນຍຸດທະສາດການປົກປ້ອງສັງຄົມຂອງສະຫະພັນກໍາມະບານລາວ.”

ທັງນີ້ ໂດຍຄະນະກໍາມະການສາມຝ່າຍ ບໍ່ໄດ້ມີການພິຈາລະນາເພື່ອປັບຂຶ້ນອັດ ຕາຄ່າຈ້າງຂັ້ນຕໍ່າອີກເລີຍ ນັບແຕ່ວັນທີ 1 ພຶດສະພາ 2018 ກໍຄືວັນທີ່ໄດ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 9 ແສນກີບ ມາເປັນ 1 ລ້ານ 1 ແສນກີບຕໍ່ເດືອນເປັນຕົ້ນມາ ໃນຂະນະທີ່ຄ່າເງິນກີບໄດ້ປັບໂຕຫຼຸດລົງທຸກປີ ແລະລາ ຄາສິນຄ້າກໍປັບໂຕສູງຂຶ້ນຢ່າງຕໍ່ເນື່ອງ ລວມທັງປະຊາຊົນ ແລະແຮງງານໃນລາວກໍຍັງຕ້ອງປະເຊີນກັບສະພາວະເງິນເຟີ້ທີ່ເພີ້ມຂຶ້ນທຸກປີດ້ວຍນັ້ນ ຈຶ່ງເຮັດໃຫ້ແຮງງານລາວສ່ວນໃຫຍ່ພາກັນເດີນທາງໄປເຮັດວຽກໃນປະເທດໄທທີ່ມີຄ່າຈ້າງສູງກວ່າຢູ່ໃນລາວ ຫາກແຕ່ດ້ວຍການລະບາດພະຍາດໄວຣັສໂຄວິດ-19 ນັບຈາກປີ 2020 ເປັນຕົ້ນມາ ກໍໄດ້ສົ່ງຜົນກະທົບເຮັດໃຫ້ມີການເລີກຈ້າງແຮງງານລາວໃນໄທເປັນສ່ວຍຫຼາຍ, ແລະຕ້ອງພາກັນເດີນທາງກັບຄືນມາລາວ ທັງຍັງກາຍເປັນກຸ່ມທີ່ຫວ່າງງານກຸ່ມໃຫຍ່ທີ່ສຸດໃນລາວໃນປັດຈຸບັນນີ້.

ທາງດ້ານຜູ້ປະສານງານຂອງອົງການແຮງງານສາກົນ (ILO) ເປີດເຜີຍວ່າ ການຫວ່າງງານໃນລາວມີທ່າອ່ຽງຈະກາຍເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນນັບມື້ ເພາະບໍ່ພຽງແຕ່ແຮງງານທີ່ຖືກເລີກຈ້າງໃນລາວທີ່ມີຈໍານວນເກີນກວ່າ 4 ແສນຄົນເທົ່ານັ້ນ ແຕ່ຍັງມີແຮງງານລາວອີກຫຼາຍກວ່າ 600,000 ຄົນທີ່ຖືກເລີກຈ້າງ ແລະເດີນທາງຈາກໄທກັບມາລາວທີ່ຍັງບໍ່ມີວຽກເຮັດ ເພາະລັດຖະບານລາວສາ ມາດສ້າງວຽກຮອງຮັບໄດ້ພຽງແຕ່ 45,500 ຄົນ, ໝາຍຄວາມວ່າ ແຮງງານລາວກວ່າ 1 ລ້ານຄົນ ຍັງຈະຕ້ອງຫວ່າງງານຕໍ່ໄປນັ້ນເອງ.

ຍິ່ງໄປກວ່ານັ້ນ ການພັດທະນາຄຸນນະພາບຝືມືແຮງງານລາວ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການທີ່ວາງໄວ້ອີກດ້ວຍ ໂດຍສະເພາະແມ່ນການຂາດ ເຂີນນັກຊ່ຽວຊານທາງດ້ານເທັກໂນໂລຈີສະໄໝໃໝ່ ແລະເມື່ອສົມທົບດ້ວຍການລະບາດໄວຣັສໂຄວິດ-19 ດ້ວຍແລ້ວ ກໍໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການຫວ່າງງານໃນລາວໄດ້ເພີ້ມຂຶ້ນຈາກລະດັບ 7 ເປີເຊັນໃນປີ 2020 ເປັນເກີນກວ່າ 35 ເປີເຊັນ ໃນປັດຈຸບັນ.

XS
SM
MD
LG