ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນອກຈາກເຂດລຽບຕາມທາງລົດໄຟລາວ-ຈີນ ແລ້ວ ທຸ​ລະ​ກິດ​ໃນ​ພາກທ່ອງທ່ຽວຂອງ ລາວຢູ່ເຂດອື່ນຍັງຟື້ນຕົວໄດ້ຍາກຢູ່


ພິທີເປີດການນຳໃຊ້ລົດໄຟຄວາມໄວສູງໃໝ່ຂອງປະເທດ ລາວ.

ນັບແຕ່ມີການເປີດລົດໄຟຄວາມໄວສູງເພື່ອບໍລິການຄົນໂດຍສານພາຍໃນລາວທຸລະກິດໃນຂະແໜງທ່ອງທ່ຽວກໍເລີ້ມມີທ່າທີເໜັງຕີງໄດ້ຄືນຫລັງຈາກມີຄວາມງຽບ ເຫງົາມາໄດ້ເກືອບ 2 ປີແລ້ວຍ້ອນການລະບາດຂອງພະຍາດໂຄວິດ -19. ໂຮງ ແຮມໃນບາງແຫ່ງເຊັ່ນໃນເມືອງຫລວງພະບາງນັ້ນກໍເກັບຄ່າເຊົ່າແພງຂຶ້ນ ດັ່ງທີ່ປະຊາຊົນທ່ານນຶ່ງທີ່ໄດ້ໄປເມືອງທ່ອງທ່ຽວ ທີ່ມີຊື່ສຽງແຫ່ງນັ້ນເລົ່າສູ່ຟັງວ່າ:

“ຢາກເຕັມໄດ໋, ມັນຊ່ວງກ່ອນໜ້ານັ້ນເຂົາວ່າມັນບໍ່ແພງ, ບໍ່ຫລາຍ ແຕ່ຊ່ວງເປີດລົດ ໄຟມາໜີ້ໂຮງແຮມຢາກເຕັມໄດ໋.”

ສ່ວນການເດີນທາງດ້ວຍລົດໄຟຄວາມໄວສູງນັ້ນກໍປາກົດວ່າມີ ຄວາມຕ້ອງການເພີ້ມຂຶ້ນໃນຊ່ວງບຸນປີໃໝ່ສາກົນ 2022 ນີ້. ສະນັ້ນທາງບໍລິສັດທາງ ລົດໄຟລາວຈີນກໍເພີ້ມຖ້ຽວຂົນສົ່ງຄົນໂດຍສານຈາກວຽງຈັນຈົນໄປຮອດດ່ານບໍ່ເຕັນຂຶ້ນອີກ 1 ຖ້ຽວ ໃຫ້ເປັນ 3 ຖ້ຽວຕໍ່ວັນນັບແຕ່ວັນທີ 30 ມືນີ້ ຫາ ວັນທີ 3 ມັງກອນ ຊຶ່ງຈະເຮັດໃຫ້ທຸລະກິດໃນຂະແໜງທ່ອງທ່ຽວຢູ່ໃນເຂດລຽບຕາມ ທາງລົດໄຟນີ້ເປີດຂຶ້ນຄືນ ຫລືຂະຫຍາຍຕົວໄດ້ແນ່ນອນ.

ແຕ່ທ່າມກາງສະພາບການລະະບາດຂອງພະຍາດ ໂຄວິດ-19 ທີ່ຍັງສືບຕໍ່ເພີ້ມຂຶ້ນນັບມື້ຢູ່ນີ້ ທຸລະກິດໃນຂະແໜງດັ່ງກ່າວຢູ່ສ່ວນອື່ນຂອງປະເທດ ລວມທັງໃນນະຄອນຫລວງວຽງຈັນ ອາດຈະຍັງຈະບໍ່ສາມາດຟື້ນຕົວໄດ້ຫລາຍປານໃດເທື່ອ ດັ່ງການສັງເກດການຂອງນັກທຸລະກິດຍິງທ່ານນຶ່ງໃນນະຄອນຫລວງວຽງຈັນທີ່ເວົ້າວ່າ:

“ຍັງຈະຟື້ນຄືນບໍ່ໄດ້ງ່າຍເນາະ ຍ້ອນ​ຫຍັງ, ຍ້ອນທຸລະກິດຮ້ານອາຫານ ເລື້ອງຄ້າຂາຍອີ່ຫຍັງຕ່າງໆ ຂອງ ມັນຄົນທໍາມາຫາກິນນີ້ແຫລະ ບໍ່ສາມາດເຮັດໄດ້ເຕັມທີ່. ທຸກຄົນບໍ່ກ້າທີ່ຈະເປີດຮ້ານເນາະ ຍ້ອນວ່າຖ້າມີການຕິດໂຄວິດຂຶ້ນມາແລ້ວ ມັນມີ ມັນມີຫລາຍຢ່າງເຂົາຕ້ອງໄດ້ໃຊ້ມາດຕະການໃຫ້ຜູ້ປະກອບການຕ້ອງຮັບຜິດຊອບກັບພະນັກງານຂອງເຂົາເຈົ້າຫັ້ນນະ ຄືຮ້ານອາຫານຕົວຢ່າງນີ້ ເປັນຫຍັງເຂົາຈຶ່ງບໍ່ສາມາດເປີດໄດ້ເຕັມທີ່ ທັງໆທີ່ເຂົາກະຢາກເປີດກະຍ້ອນວ່າເຂົາບໍ່ສາມາດຮັກສາມາດຕະຖານລະບຽບການວາງອອກໄດ້”.

ຕົວເລກຫລ້າສຸດຂອງຜູ້ຕິດເຊື້ອໄວຣັສໂຄໂຣນາໃນລາວແມ່ນ 108,782 ຄົນແລ້ວຊຶ່ງວັນພຸດວານນີ້ ກໍມີຄົນຕິດເຊື້ອທັງໝົດ 1,042 ຄົນ ຊຶ່ງເພີ້ມຂຶ້ນ 80 ຄົນເມື່ອທຽບໃສ່ມື້ກ່ອນນັ້ນ ແລະ 495 ຄົນເມື່ອທຽບໃສ່ວັນທີ 27 ທັນວາຜ່ານມາ ແລະມີຄົນເສຍຊີວິດທັງໝົດ 355 ຄົນ. ສະ​ພາບ​ການນີ້​ແນ່ນອນ​ຍັງ​ຈະ​ສືບ​ຕໍ່​ເຮັດ​ໃຫ້​ທຸ​ລະ​ກິດ​ບໍ​ລິ​ການ​ນັກ​ທ່ອງ​ທ່ຽວ​ໃນ​ຫລາຍ​ແຂວງ​ຍັງ​ບໍ່​ສາ​ມາດ​ຟື້ນ​ຕົວ​ຄືນ​ໄດ້​ຫລາຍ​ປານ​ໃດ.

XS
SM
MD
LG