ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ລາວ ຈັດ​ຕັ້ງ​ແຜນ​ການ​ພັດ​ທະ​ນາເສດ​ຖະ​ກິດ ແລະ​ສັງ​ຄົມໄດ້ຕ່ຳ​ກວ່າ​ເປົ້າ​ໝາຍ​


ການ​ລົງ​ນາມ​ຂອງ​ທະ​ນາ​ຄານ​​ພັດ​ທະ​ນາ​ເອ​ເຊຍ (ADB)
ການ​ລົງ​ນາມ​ຂອງ​ທະ​ນາ​ຄານ​​ພັດ​ທະ​ນາ​ເອ​ເຊຍ (ADB)

ລັດ​ຖະ​ບານ​ລາວ ຈັດ​ຕັ້ງ​ແຜນ​ການ​ພັດ​ທະ​ນາເສດ​ຖະ​ກິດ ແລະ​ສັງ​ຄົມໄດ້ຕ່ຳ​ກວ່າ​ເປົ້າ
​ໝາຍ​ວາງ​ໄວ້ໃນ​ຫຼາຍ​ດ້ານ ໂດຍ​ສະ​ເພາະ​ແມ່ນ​ຜົນ​ຜະ​ລິດໃນ​ພາກ​ກະ​ສິ​ກຳແລະ​ອຸດ​ສາ​
ຫະ​ກຳ ທີ່​ຂະ​ຫຍາຍ​ຕົວ​ຫຼຸດ​ລົງ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສຸ​ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການແລະ​ການ​ລົງ​ທຶນ
ຖະ​ແຫຼງ​ຢືນ​ຢັນ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ສັງ​ຄົມ
​ແຫ່ງ​ຊາດ​ລາວ ໃນ 3 ເດືອນ ຕົ້ນ​ປີ 2019 ຍັງ​ເຮັດ​ໄດ້​ຕ່ຳ​ກວ່າ ເປົ້າ​ໝາຍ​ວາງ​ໄວ້
ໂດຍ​ສະ​ເພາະ ແມ່ນ​ການປູກເຂົ້າ​ນາ​ແຊງທີ່​ປັກ​ດຳ​ໄດ້ ໃນ​ເນື້ອ​ທີ່ 84,000 ເຮັກ​ຕາ
ຄິ​ດ​ເປັນ 84 ເປີ​ເຊັນ ຂອງ​ແຜນ​ການ​ທີ່​ວາງ​ໄວ້ ໃນ​ເນື້ອ​ທີ່​ບໍ່​ນ້ອຍກວ່າ 100,000
ເຮັກ​ຕາ ສ່ວນ​ການປູກພືດ​ລະ​ດູ​ແລ້ງ ຊະ​ນິດ​ອື່ນໆ ກໍ​ປະ​ຕິ​ບັດ​ໄດ້​ໃນ​ເນື້ອ​ທີ່ 91,556
ເຮັກ​ຕາຄິດ​ເປັນ 58.15 ເປີ​ເຊັນ ເທົ່າ​ນັ້ນ​ຂອງ​ແຜນ​ການ​ແລະ​ການ​ຜະ​ລິດ ໃນ​ພາກ​
ອຸດ​ສາ​ຫະ​ກຳ ເຊັ່ນ​ຜົນ​ຜະ​ລິດ​ແຮ່​ທາດ​ນັ້ນ ກໍ​ຂະ​ຫຍາຍ​ຕົວ​ຫຼຸດ​ລົງ ເມື່ອ​ທຽບ​ໃນ​ໄລ​ຍະ
​ດຽວ​ກັນ​ຂອງ​ປີ 2018 ກັບປີ 2019 ດັ່ງ​ທີ່ ທ່ານ​ສຸ​ພັນຖະ​ແຫຼງ​ຢືນ​ຢັນ​ວ່າ ໃນການ​ຈັດ​ຕັ້ງ​
ປະ​ຕິ​ບັດ ໃນ​ໄລ​ຍະ 3 ເດືອນ ຜ່ານ​ມາ ເຫັນ​ວ່າ ໃນ​ບາງຂະ​ແໜງ​ການ​ຍັງ​ບໍ່​ທັນປະ​ຕິ​ບັດ
​ໄດ້​ຕາມ​ແຜນ​ ເຊັ່ນ​ວ່າ ການ​ຈັດ​ຕັ້ງປະ​ຕິ​ບັດ​ຜະ​ລິດ​ເຂົ້າ​ນາ​ແຊງ ໃນ​ປີ​ນີ້ ບໍ່​ໄດ້​ຕາມ​ແຜນ​
100,000 ເຮັກ​ຕາ ທີ່​ໄດ້​ກຳ​ໜົດ​ໄວ້​ຫັ້ນ ເນື່ອງ​ຈາກວ່າ​ພວກ​ເຮົາ​ໄດ້​ຟື້ນ​ຟູ​ໄພ​ນ້ຳ​ຖ້ວມ
​ປີ 2018 ຊັກ​ຊ້າ​ແດ່ ສະ​ນັ້ນ​ຫລະ ການ​ຮັບ​ປະ​ກັນ​ນ້ຳ​ຊົນ​ລະ​ປະ​ທານແລະ​ແນວ​ປູກອື່ນໆ
ຈຶ່ງ​ບໍ່​ທັນ​ພຽງ​ພໍ ສຳ​ຫຼັບຂະ​ແໜງ​ອຸດ​ສາຫະ​ກຳນີ້ ຖ້າ​ມຽບ​ໃສ່​ງວດ​ ທີ 1 ຂອງ​ປີ 2018
ເຫັນ​ວ່າ ມັນ​ໄດ້​ຫຼຸດ​ລົງ​ຈາກ 1.3 ມາ​ເປັນ 0.7 ໃນ​ງວດ ທຳ​ອິດ​ຂອງ​ປີ 2019 ນີ້.

​ທາງດ້ານທ່ານ​ສຸ​ລິນ​ທອນ ເລືອງ​ຄຳ​ສິງ ນັກ​ເສດ​ຖະ​ສາດ​ອະ​ວຸ​ໂສ​ຂອງ​ທະ​ນາ​ຄານ
​ພັດ​ທະ​ນາ​ເອ​ເຊຍ (ADB)ສຳ​ນັກ​ງານ​ປະ​ຈຳ​ປະ​ເທດລາວໄດ້​ໃຫ້​ການ​ຄາດ​ໝາຍ​ວ່າ​
ເສດຖະ​ກິດ​ໂດຍ​ຮວມ ໃນ​ລາວ ໃນ​ປີ 2019 ຈະ​ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ ໃນ​ອັດ​ຕາ​ສະ​ເລ່ຍ​
ບໍ່​ເກີນ 6.5 ເປີ​ເຊັນ ຊຶ່ງ​ເປັນ​ການ​ຂະ​ຫຍາຍ​ຕົວທາງ​ເສດ​ຖະ​ກິດ​ໃນ​ລະ​ດັບ​ດຽວ​ກັນ​ກັບ​
ປີ 2018 ທີ່​ຜ່ານ​ມາ ໂດຍ​ໃນ​ນີ້ ຈະ​ເປັນ​ການ​ຂະ​ຫຍາຍ​ຕົວ ໃນ​ພາກ​ກະ​ສິ​ກຳ 2.5 ເປີ​ເຊັນ

ພາກ​ບໍ​ລິ​ການ 6.7 ເປີ​ເຊັນ ແລະ​ພາກ​ອຸດ​ສາ​ຫະ​ກຳ 8.1 ເປີ​ເຊັນ ຕາມ​ລຳ​ດັບ ແຕ່​ກໍ​ມີ
​ປັດ​ໄຈ​ພາຍ​ໃນ​ລາວ ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຄາດ​ໝາຍ​ດັ່ງ​ກ່າວ​ນີ້ ໃນ​ຫຼາຍ​ດ້ານ
​ດ້ວຍ​ກັນ​ ເຊັ່ນ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ຮັດ​ສາຍ​ແອວດ້ານ​ລາຍ​ຈ່າຍ​ຂອງ​ລັດ​ຖະ​ບານ​
ລາວ ແລະ​ການ​ຍຸ​ຕິ​ການ​ສົ່ງ​ອອກ​ໄມ້​ທ່ອນ ໄປ​ຕ່າງ​ປະ​ເທດ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ
ຕໍ່​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ລາວ ທີ່​ຮັບ​ຈ້າງ​ຕັດ​ໄມ້​ທ່ອນ ​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ຄ້າ​ໄມ້​ນັ້ນ
ດັ່ງ​ທີ່​ທ່ານ​ສຸ​ລິນ​ທອນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ: “ການຊົມ​ໃຊ້​ພາຍ​ໃນ​ຂອງ​ບາງ​ຂົງ​ເຂດ
ກະ​ແມ່ນ​ຫຼຸດ​ລົງ ເນື່ອງ​ຈາກ​ບາງ​ມາດ​ຕະ​ການ​ຂອງ​ພ​າກ​ລັດ ເຊັ່ນມາດ​ຕະ​ການ
ຮັດ​
ສາຍ​ແອວ​ບາງ​ອັນທີ່​ບໍ່​ຈຳ​ເປັນ ພາກ​ລັດ ກໍ​ບໍ່​ຢາກ​ໃຫ້​ຈ່າຍ ຫຼື​ວ່າ ການ​ໄປ​ປະ​ຊຸມ
ຢູ່​ຕ່າງ​ແຂວງ​ກະ​ແມ່ນ​ຫຼຸດ​ລົງ ການ​ລົງ​ທຶນ​ໃໝ່ໆ ກໍ​ຫຼຸດ​ລົງ​ຫຼາຍ ເພິ່ນ​ໄປ​ສຸ່ມ​ໃສ່ ໃນ​ການ
​ຊຳ​ລະ​ສະ​ສາງ​ໜີ້​ສິນ ນອກ​ເໜືອກ​ຈາກ​ນັ້ນ ບາງ​ຂະ​ແໜງການ ກະ​ສິ​ເຫັນວ່າ​ມີ​ຜົນ​
ກະ​ທົບ ຄື ການ​ຍຸ​ຕິ ການ​ສົ່ງ​ອອກ​ໄມ້ ເພາະ​ປະ​ຊາ​ຊົນ ເຄີຍ​ໄດ້​ເຂົ້າ​ເຖິງ​ປ່າ​ໄມ້​ເລັກໆ​
ນ້ອຍໆ ມາ​ຂາຍ​ໃຫ້​ພໍ່​ຄ້າ​ຊາວ​ຂາຍ ດຽວ​ນີ້ ເພິ່ນຢຸດ ຊຶ່ງວ່າ​ອັນ​ນີ້ ກະ​ມີ​ຜົນ​ກະ​ທົບ
ເອີ້ນ​ວ່າ​ລາຍ​ຮັບ​ຊົ່ວ​ຄາວ ຫຼື​ ລາຍ​ຮັບ​ບາງ​ໂອ​ກາດ ຂອງ​ປະ​ຊາ​ຊົນ ກະ​ມີ​ການ​ຫຼຸດ​ລົງ
ອັນ​ນີ້ ກະ​ເຮັດ​ໃຫ້​ມີ​ຜົນ​ກະ​ທົບໃນ​ການ​ຈັບ​ຈ່າຍ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ເພື່ອ​ເປັນ​ການ​ເຮັດ​ໃຫ້​ເສດ​ຖະ​ກິດ ລາວ ມີ​ການ​ຂະ​ຫຍາຍ​ຕົວໃນ​
ອັດ​ຕາ​ສະ​ເລ່ຍບໍ່ຫຼຸດ 6.5 ເປີ​ເຊັນ ລັດ​ຖະ​ບານ​ລາວ​ຕ້ອງຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ
​ໃຫ້​ມີ​ສະ​ຖຽນ​ລະ​ພາບ ແລະ​ໝັ້ນ​ທ່ຽງປັບ​ປຸງ​ການ​ຄຸ້ມ​ຄອງ​ລະ​ບົບ​ການ​ເງິນ​ແລະ​ງົບ​ປະ​ມານ​
ລັດ ໃຫ້​ແຂງ​ແຮງປະ​ຕິ​ຮູບ​ກົນ​ໄກ​ການ​ເກັບ​ລາຍ​ຮັບ​ທີ່​ທັນ​ສະ​ໄໝ - ໂປ່ງ​ໃສ ຄຸ້ມ​ຄອງ
​ເງິນ​ຕາ​ໃຫ້​ມີ​ສະ​ຖຽນ​ລະ​ພາບ ປະ​ຕິ​ບັດ​ນະ​ໂຍ​ບາຍດອກ​ເບ້ຍ​ທະ​ນາ​ຄານ​ຕາມ​ກົນ​ໄກ
ຕະ​ຫຼາດ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ສົ່ງ​ເສີມ​ການ​ລົງ​ທຶນ​ພາຍ​ໃນ
​ແລະ​ຂອງ​ຕ່າງ​ຊາດ ໃຫ້​ເພີ້ມ​ຂຶ້ນ ພັດ​ທະ​ນາ​ການ​ຜະ​ລິດ​ສິນ​ຄ້າ​ແລະ​ບໍ​ລິ​ການ​ສົ່ງ​ເສີມ
​ການ​ຜະ​ລິດ​ສິນ​ຄ້າ​ເພື່ອ​ຊົມ​ໃຊ້​ພາຍ​ໃນ ແລະ​ຫຼຸດ​ການ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ແກ້​ໄຂ
ບັນ​ຫາ​ຍາກ​ຈົນ ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ ໃຫ້ມີປະ​ສິດ​ທິ​ຜົນ
ບໍ​ລິ​ຫານ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ​ແລະ​ດຳ​ເນີນ​ມາດ​ຕະ​ການ​ປາບ​ປາມ​ການ​ທຸ​ລະ​ກິດ
​ຄໍ​ຣັບ​ຊັນ ຢ່າງ​ແທ້​ຈິງ.

ໂດຍ​ປີ 2018 ເສດ​ຖະ​ກິດ​ຂອງ ລາວ ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ 6.5 ເປີ​ເຊັນ ຊຶ່ງ​ຫຼຸດ​ລົງ​
ຈາກ 6.9 ເປີ​ເຊັນ ໃນ​ປີ 2017 ເພາະ​ໄພ​ນ້ຳ​ຖ້ວມ ຄັ້ງ​ໃຫຍ່​ແລະ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ
​ລາວ ຢູ່ໃນ​ລະ​ດັບ 2,599 ໂດ​ລາ ຕໍ່​ຄົນ ຕໍ່​ປີ.

XS
SM
MD
LG