ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການລັກລອບນຳເຂົ້າ ສານເຄມີ ຜິດກົດໝາຍ ຍັງຄົງເກີດຂຶ້ນ ຢ່າງກວ້າງຂວາງ ໃນ ສປປ ລາວ


ບັນດາຜູ້ໄດ້ຮັບເຄາະຮ້າຍຜົນກະທົບ ຈາກສານເຄມີ ໃນ ສປປ ລາວ.
ບັນດາຜູ້ໄດ້ຮັບເຄາະຮ້າຍຜົນກະທົບ ຈາກສານເຄມີ ໃນ ສປປ ລາວ.

ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ລາວ​ລະບຸ​ວ່າ ການ​ລັກ​ລອບ​ນຳ​ເຂົ້າສານ​ເຄມີ​ຜິດ​ກົດໝາຍ
ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະ​ແມ່ນ​ສານ​ເຄມີ​ໃນ​ການ​ຜະລິດສິນຄ້າ​
ກະສິກຳ ​ແລະ​ອຸດສາຫະກຳປຸງ​ແຕ່ງ ຊຶ່ງ​ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ງານ​ເລຶ້ອງນີ້​ຈາກ
​ບາງ​ກອກ.

ທ່ານ​ບຸນ​ປອນ ສີ​ສຸລາ​ດ ປະທານ​ຄະນະ​ກຳມາທິການ​ເສດຖະກິດ ​ເທັກ​ໂນ​ໂລ​ຈີ ​ແລະ​
ສິ່ງ​ແວດ​ລ້ອມ​ໃນ​ສະພາ​ແຫ່ງ​ຊາດ​ລາວ ຖະ​ແຫຼ​ງລາຍ​ງານ​ຜົນ​ການ​ກວດກາ​ການ​ຜະລິດ
​ສິນຄ້າ​ກະສິກຳ ​ແລະ​ອຸດສາຫະກຳ​ປຸງ​ແຕ່ງ​ໃນ​ຊ່ວງ 6 ​ເດືອນ​ຕົ້ນ​ປີ 2018 ວ່າ​ ຍັງ​ມີ​ການ
ຈັດ​ຕັ້ງ​ປະຕິບັດ​ທີ່​ບໍ່​ເປັນ​ໄປ​ຕາມ​ລະບຽບ​ກົດໝາຍ​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​
ເພາະ​ແມ່ນ​ການ​ລັກລອບ​ນຳ​ເຂົ້າ​ຢາ​ປາບ​ສັດຕູ​ພືດ ສານ​ເຄມີ​ອັນຕະລາຍ ​ແລະສິນຄ້າ
​ທີ່​ອັນ​ຕະລາຍ​ຕໍ່​ສຸຂະພາບ ທັງ​ຍັງ​ມີ​ການ​ລັກລອບ​ປ່ອຍ​ນໍ້າ​ເປື້ອນ ​ແລະ​ສານ​ເຄມີ​ອັນຕະ
ລາຍ​ລົງ​ສູ່​ແຫຼ່ງນໍ້າທຳ​ມະ​ຊາດອີກ​ດ້ວຍ ດັ່ງ​ທີ່ທ່ານ​ບຸນ​ປອນ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ການ​ແກ້ໄຂຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ສັງຄົມ ​ແລະທຳ​ມະ​ຊາດທີ່​ເກີດ​ຂຶ້ນ​
ຈາກການຜະລິດ​ກະສິກຳ ອຸດສາຫະກຳ​ປຸງ​ແຕ່ງ ຍັງ​ບໍ່​ທັນເຂັ້ມ​ງວດ​ເທົ່າ​ທີ່​
ຄວນ ສະແດງອອກຄື​ບາງ​ໂຄງການ ບໍ່​ໄດ້ສຶກສາ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ
ສັງຄົມ ​ແລະທຳ​ມະ​ຊາດ ບໍ່​ມີ​ສັນຍາ​ສຳ​ປະທານ ຍັງ​ມີ​ການ​ລັກລອບ​ນໍາ​ເຂົ້າ​
ຈຳໜ່າຍ ແລະນຳໃຊ້ຢາປາບສັດຕູພືດ ສານ​ເຄມີ​ອັນຕະລາຍ​ ເກີນ​ຄ່າ​ມາດ
ຕະຖານບໍ່​ຖື​ກຕ້ອງຕາມ​ຫລັກ​ວິຊາ​ການ ຍັງ​ມີ​ການນຳ​ເຂົ້າ ຈຳໜ່າຍ​ອາຫານ​
ທີ່ມີສານເຄມີປົນເປື້ອນ ສິນຄ້າປອມແປງໝົດອາຍຸ ຈາກນອກ​ປະ​ເທດ ​ໄດ້
ມີການລັກລອບປ່ອນນໍ້າເປື້ອນ ສານເຄມີອັນຕະລາຍລົງສູ່ແມ່ນໍ້າ​ລຳ​ເຊ ​
ເຮັດໃຫ້ສັດນໍ້າ ສັດລ້ຽງຂອງປະຊາຊົນຈຳນວນນຶ່ງຕາຍ.”

ທາງ​ດ້ານ​ກຸ່ມ​ແລກປ່ຽນ​ຂໍ້​ມູນ​ດ້ານ​ທີ​່ດິນ (Land Information Working Group) ອົງ
ການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານໃນລາວ​ລາຍງານ​ວ່າ ການຜະ​ລິດ​ສິນຄ້າ​ກະສິກຳ ທີ່​ສົ່ງ​ຜົນ​
ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ສັງ​ຄົມ ​ແລະ​ທຳ​ມະ​ຊາດ​ໃນ​ລາວ ​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ ​ຄື​ພື້ນ​ທີ່​
ສໍາ​ປະທານ​ການ​ປູກ​ກ້ວຍ​ຫອມ​ຂອງ​ບັນດາ​ນັກ​ທຸລະ​ກິດ​ຈີນ ​ໂດຍ​ສະ​ເພາະ​ແມ່ນ​ພື້ນ​ທີ່​
ໃນ​ເຂດ​ແຂວງ​ບໍ່​ແກ້ວ ອຸດົມ​ໄຊ ​ແລະ​ຫຼວງ​ນໍ້າ​ທານັ້ນ ຖື​ເປັນ​ພື້ນ​ທີ່ໆ​ໄດ້​ຮັບ​ຜົນ​ກະທົບ​
ຢ່າງ​ໜັກໜ່ວງ​ທີ່​ສຸດ ​ເພາະວ່າ​ບັນດາ​ນັກທຸລະກິດ​ຈີນ​ໄດ້​ພາກັນ​ລັກລອບ​ນໍາ​ເຂົ້າ​ ​ແລະ​
ນໍ​າໃຊ້​ສານເຄມີ​ປ້ອງ​ກັນ​ໂຣກພືດ​ເຖິງ 28 ຊະ​ນິດ​ ກັບ​ຢາ​ປາ​ບ​ສັດຕູ​ພື​ດອີກ 19 ຊະ​ນິດ
ທັງ​ຍັງນໍາ​ໃຊ້​ສານ​ເຄມີ​ເພື່ອ​ເລັ່ງຜົນ​ຜະລິດ​ດ້ວຍ​ນັ້ນ​ກໍ​ໄດ້​ຄຸກ​ຄາມຕໍ່​ສຸຂະພາບ​ອະນາ​ໄມ​
ຂອງ​ປະຊາຊົນ​ລາວ ​ແລະ​ກະທົບ​ຕໍ່​ແຫຼ່ງນໍ້າ​ທຳ​ມະ​ຊາດ ສັດ​ນໍ້າ ສັດລ້ຽງ ທີ່​ນາ ​ແລະ​ພືດ​
ຜົນຕ່າງໆ ຂອງ​ປະຊາຊົນ​ລາວ​ຢ່າງ​ໜັກໜ່ວງ​ອີກ​ດ້ວຍ.

ຊຶ່ງ​ຈາກ​ຜົນ​ກະ​ທົບ​ດັ່ງ​ກ່າວ​ ກໍ​ເຮັດ​ໃຫ້​ ທ່ານ​ຄຳ​ພັນ ​ເຜີຍ​ຍະ​ວົງ ​ເຈົ້າ​ແຂວງ​ບໍ່​ແກ້ວ ​ໄດ້​ມີ​
ຄຳ​ສັ່ງ​ໄປ​ເຖິງ​ໜ່ວຍ​ງານ​ກ່ຽວຂ້ອງ​ໃນ​ທົ່ວ​ແຂວ​ງ ​ເພື່ອ​ໃຫ້​ຍຸຕິ​ການ​ອະນຸ​ຍາດ​ສຳ​ປະ​ທານ
​ທີ່​ດິນ​ໃຫ້​ກັບ​ນັກທຸລະກິດ​ຈີນ ທີ່​ມາ​ລົງທືນປູກ​ກ້ວຍຫອມ​ ໃນ​ແຂວງ​ບໍ່​ແກ້ວ​ຢ່າງ​ສິ້ນ​ເຊີງ
ທັງ​ຍັງ​ມີ​ຄຳ​ສັ່ງ​ໃຫ້​ຍົກເລີກ​ສຳ​ປະທານ​ທີ່​ດິນ 18 ​ແຫ່ງ​ ທີ່​ປູກ​ກ້ວຍ​ໄປ​ແລ້ວ​ອີກ​ດ້ວຍ ອັນ
​ເປັນການ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ຜະລິດ
ກະສິກຳ​ສີ​ຂຽວດ້ວຍ​ເປົ້າ​ ໝາຍ​ຈະ​ລົບ​ລ້າງການ​ປູກ​ພືດ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​
ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ ຊຶ່ງ​ໄດ້ເລີ້ມ​ການຈັດ​ຕັ້ງ​ປະຕິບັດ​ໂຕ​ຈິງ​ນັບ​ແຕ່​ທ້າຍ​ປີ 2017 ​ເປັນ
​ຕົ້ນ​ມາ.

ພະນັກງານກຳລັງໄຈ້ແຍກໝາກກ້ວຍ.
ພະນັກງານກຳລັງໄຈ້ແຍກໝາກກ້ວຍ.

ໂດ​ຍຫລ້າ​ສຸດ​ກໍ​ມີ​ລາຍ​ງາ​ນວ່າ​ອຳນາດ​ການ​ປົກຄອງ​ເມືອງ​ຕົ້ນ​ເຜີ້ງ ​ແຂວງ​ບໍ່​ແກ້ວ ​ໄດ້​ຍຸ
ຕິ​ການ​ອະນຸຍາດສຳ​ປະ​ທານ​ທີ່​ດິນ​ລາຍ​ໃໝ່​ເພື່ອ​ປູກ​ກ້ວຍ​ຫອ​ມຢ່າງ​ສິ້ນ​ເຊິ​ງ​ແລ້ວ ສ່ວນ​
ທີ່​ໄດ້​ອະນຸຍາດ​ສຳ​ປະທານ​ໄປ​ແລ້ວ​ນັ້ນ​ກໍ​ຈະ​ຈຳກັດ​ພື້ນ​ທີ່​ປູກ​ໃຫ້​ລົດ​ລົງ​ເທື່ອ​ລະ​ກ້າວ ​
ໂດຍ​ໃນ​ລະຍະ​ທີ່​ຜ່ານ​ມາ​ກໍ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ຍົກ​ເລີກ​ສໍາ​ປະທານ​ປູກ​ກ້ວຍ​ໄປ​ແລ້ວໃນ​ເນື້ອ​
ທີ່ 2000 ກວ່າ​ເຮັກ​ຕາ ຈຶ່ງຍັງ​ເຫຼືອ​ອີກ 4000 ກວ່່າ​ເຮັກຕາ ທີ່​ຈະ​ຕ້ອງ​ຍົກ​ເລີກສຳ​ປະ
ທານໃຫ້​ໄດ້​ທັງ​ໝົດພາຍ​ໃນ​ປີ 2018 ນີ້.

ທັງນີ້​ເນື່ອງ​ຈາກ​ມີ​ລາຍ​ງານ​ວ່າ​ປາ ​ແລະ​ສັດ​ນໍ້າ​ຊະນິດ​ຕ່າງໆ​ຢູ່​ໃນ​ເຂດ​ວັງສະ​ຫງວນນໍ້າ​
ງາ​ວ ​ເມືອງ​ຫ້ວຍ​ຊາຍ​ໃນແຂວງ​ບໍ່​ແກ້ວ ​ໄດ້​ຕາຍ​ໄປ​ຢ່າງ​ຫຼວງຫຼາຍ​ໃນ​ເດືອນມີນາ​ປີ​ກາຍ
ຊຶ່ງ​ຈາກ​ການ​ວິ​ເຄາະ​ຄຸນ​ນະພາ​ບຂອງ​ນໍ້າໃນ​ເຂດ​ດັ່ງກ່າວ​ກໍພົບ​ວ່າ​ມີ​ສານ​ເຄມີ​ເຈືອ​ປົນ
​ຢ່າງ​ໜາ​ແໜ້ນ​ທີ່​ເຊື່ອ​ວ່າ​ເປັນສານ​ເຄມີ​ທີ່​ຮົ່ວ​ໄຫຼ​ລົງ​ຈາກ ​ຈາກ​ເຂດ​ສຳ​ປະ​ທານ​ປູກ​ກ້ວຍ​
ຂອງ​ລະ​ບົບບັນດາ​ນັກທຸລະ​ກິດຈີນ​ນັ້ນ​ເອງ.

XS
SM
MD
LG