ເດັກນ້ອຍລາວຫລາຍກວ່າ 50 ເປີເຊັນ ໃນເຂດຊົນນະບົດ ຍັງຕ້ອງປະເຊີນໜ້າກັບສະພາວະການຂາດແຄນທາງດ້ານໂພຊະນາການຢ່າງໜັກ ສ່ວນລັດຖະບານລາວ ຍັງຕ້ອງເພີ່ງພາການຊ່ວຍເຫລືອຈາກຕ່າງປະເທດເປັນຫລັກ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ຜູ້ປະສານງານຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໃນລຸ່ມແມ່ນໍ້າຂອງເປີດເຜີຍວ່າ ສະພາວະການຂາດແຄນທາງດ້ານໂພຊະນາການ ແລະສານອາຫານທີ່ຈຳເປັນສຳລັບເດັກນ້ອຍ ໃນເຂດຊົນນະບົດຂອງລາວ ຍັງຖືເປັນບັນຫາສຳຄັນທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນທີ່ສຸດ ເນື່ອງຈາກວ່າການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ທີ່ຜ່ານມາ ໄດ້ເຮັດໃຫ້ບັນຫາດັ່ງກ່າວມີລະດັບທີ່ຮຸນແຮງເພີ້ມຂື້່ນ ຊຶ່ງເຫັນໄດ້ຈາກເດັກນ້ອຍລາວ ທີ່ອາຍຸຕໍ່າກວ່າ 5 ປີ ນັ້ນຍັງມີສ່ວນສູງ ແລະນໍ້າໜັກຕໍ່າກວ່າເກນໄດ້ເພີ້ມຂຶ້ນຈາກ 37 ເປີເຊັນ ເປັນເກີນກວ່າ 50 ເປີເຊັນ ໃນປັດຈຸບັນນີ້. .
ເຈົ້າໜ້າທີ່ UNDP ໃຫ້ການຢືນຢັນດ້ວຍວ່າ ນອກຈາກບັນຫາການຂາດແຄນໂພຊະນາການແລ້ວ ອັດຕາການເສຍຊີວິດຂອງເດັກນ້ອຍລາວທີ່ອາຍຸຕໍ່າກວ່າ 1 ປີ ກໍຍັງສູງເຖິງ 45 ຄົນຕໍ່ 1000 ຄົນອີກດ້ວຍ ໂດຍມີສາເຫດທີ່ສຳຄັນມາຈາກການຂາດແຄນລະບົບໃຫ້ບໍລິການດ້ານສານອາການສຸກສຳລັບແມ່ ແລະເດັກ ຊຶ່ງກໍເຮັດໃຫ້ອັດຕາການເສຍຊີວິດ ຂອງແມ່ຍິງລາວໃນຂະນະທີ່ຖືພານັ້ນ ສູງເຖິງ 197 ຄົນ ຕໍ່ນຶ່ງແສນຄົນ ສ່ວນແມ່ຍິງລາວທີ່ເກີດລູກໂດຍໄດ້ຮັບການຊ່ວຍເຫລືອ ຈາກແພດໝໍກໍມີພຽງແຕ່ 54 ເປີເຊັນ ເທົ່ານັ້ນ ທັງຍັງໄດ້ສົ່ງຜົນກະທົບເຮັດໃຫ້ເດັກນ້ອຍລາວໃນເຂດຊົນນະບົດ ມີການປະລະການຮຽນ ເພີ້ມຂຶ້ນນັບມື້ອີກດ້ວຍ ເພາະຄວາມຍາກຈົນໄດ້ເຮັດໃຫ້ພໍ່ແມ່ບໍ່ສາມາດສົ່ງເສຍ ລູກໆໄປໂຮງຮຽນໄດ້ເລີຍ ນອກຈາກຈະໄດ້ຮັບການຊ່ວຍເຫລືອຢ່າງພຽງພໍ ດັ່ງທີ່ຄູໃນເຂດຊົນນະບົດໃຫ້ການຢືນຢັນວ່າ:
“ຄັນຂໍໄດ້ກະຢາກຂໍເປັນປື້ມ ເປັນສໍເນາະ ເປັນອຸບປະກອນການຮຽນ ແລ້ວກະການກິນຂອງເດັກນ້ອຍຫັ້ນແຫລະ ຫລັກໆກະກ່ຽວກັບໂພຊະນາການ ຢາກໃຫ້ເດັກນ້ອຍໄດ້ກິນຄົບໝວດໝູ່ຫັ້ນແຫລະ ຄືຢູ່ນີ້ມັນໄກສອກຫລີກ ມັນບໍ່ມີຕະຫລາດ ແລ້ວກະດົນໆຈັ່ງໄດ້ກິນອັນຄົບໝວດໝູ່ ບາງເທື່ອກໍເປັນອາທິດຈັ່ງໄດ້ກິນໝາກໄມ້ເທຶື່ອນຶ່ງ ຄັນມີເງື່ອນໄຂກໍຢາກໃຫ້ຊ່ວຍດ້ານໂພສະນາການ ກັບອຸບປະກອນການຮຽນຂອງເດັກນ້ອຍ.”
ທັ້ງນີ້ໂດຍອີງຕາມລາຍງານຂອງກອງທຶນຫລຸດຜ່ອນບັນຫາຍາກຈົນໃນລາວ ລະ ບຸວ່າ ເຂດທີີ່ມີບັນຫາຂາດແຄນ ທາງດ້ານໂພຊະນາການສຳລັບແມ່ ແລະເດັກ ຢ່າງຮຸນແຮງທີ່ສຸດຢູ່ໃນລາວ ໃນປັດຈຸບັນນີ້ກໍຄືເຂດ 4 ແຂວງພາກເໜືອ ທີ່ປະກອບດ້ວຍແຂວງພົງສາລີ ຫັວພັນ ອຸດົມໄຊ ແລະຊຽງຂວາງ ຊື່ງຈາກການສຳຫລວດພົບວ່າ ການຂາດແຄນດ້ານໂພຊະນາການຂອງແມ່ ແລະເດັກ ໃນ 4 ແຂວງດັ່ງກ່າວ ກວມເອົາເຖິງ 465 ບ້ານ ໃນ 12 ເມືອງ ໂດຍທີ່ຜ່ານມາ ກໍໄດ້ຮັບການຊ່ວຍເຫລືອກຈາກອົງການອາຫານໂລກ (WFP) ທີ່ສາມາດຫລຸດຜ່ອນການປະລະການຮຽນຂອງເດັກນ້ອຍໄດ້ດີສົມຄວນ ດັ່ງທີ່ຄູຊົນນະບົດ ຢືນຢັນວ່າ:
“ຜົນໄດ້ຮັບໃນການຈັດຕັ້ງປະຕິບັດກິດຈະການໂຕນີ້ ເຮົາເບິ່ງແລ້ວນີ້ ບ່ອນທີ່ມີວຽກງານໂຕນີ້ເຂົ້າເຖິງ ເດັກນ້ອຍນັກຮຽນກໍບໍ່ປະລະໄດ້ ເຂົາເຈົ້າກໍມາໂຮງຮຽນປົກກະຕິ ບໍ່ມີນັກຮຽນປະລະເຮັດໃຫ້ເດັກຄ້າງຫ້ອງກໍຫລຸດຜ່ອນວ່າຊັ້ນສາ ເຂົາ ເຈົ້າໄດ້ຮຽນປົກກະຕິເນ ບັດນີ້ໜີ້ຄື ພໍ່ແມ່ຜູ້ປົກຄອງທີ່ວ່າທຸກຍາກ ຫລືວ່າບໍ່ມີຜູ້ເບິ່ງຜູ້ແຍງ ເຂົາເຈົ້າກໍໄດ້ມີໂອກາດໄດ້ມາຢູ່ໂຮງຮຽນເດ້ ຄັນວ່າບໍ່ມີວຽກງານໂຕນີ້ມັນກໍຈະມີຄວາມຫຍຸ້ງຍາກ ເພາະວ່າເສດຖະກິດຄອບຄົວມັນບໍ່ສະເໝີພາບກັນ.”
ທາງດ້ານ UNDP ໄດ້ຕົກລົງການຊ່ວຍເຫລືອແກ່ສະຫະພັນແມ່ຍິງລາວ ເພື່ອດຳເນີນການສຳຫລວດ ແລະເກັບກຳຂໍ້ມູນຢ່າງລະອຽດກ່ຽວກັບສະຖານນະການທາງດ້ານສິດ ແລະສະພາບຊີວິດການເປັນຢູ່ຂອງແມ່ ແລະເດັກໃນທົ່ວປະເທດ ນັບແຕ່ເດືອນເມສາ 2023 ໂດຍມີກຳນົດດຳເນີນງານໃຫ້ເສັດ ແລະສະຫລຸບຜົນການວິເຄາະ ເພື່ອນຳສະເໜີເຂົ້າສູ່ການພິຈາລະນາຂອງລັດຖະບານລາວພາຍໃນທ້າຍປີ 2023 ນີ້.
ໂດຍການສຳຫລວດດັ່ງກ່າວນີ້ຖືໄດ້ວ່າ ມີຄວາມສຳຄັນຫລາຍຕໍ່ການກຳນົດແຜນປະຕິບັດການ ເພື່ອການປົກປ້ອງສິດ ແລະການຍົກລະດັບຄຸນນະພາບຊິວິການເປັນຢູ່ຂອງແມ່ ແລະເດັກໃນລາວໃຫ້ໄດ້ມາດຕະຖານສາກົນ ເພາະການລະ ບາດໄສຣັສໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ແມ່ ແລະເດັກ ໃນລາວຢ່າງໜັກ ໂດຍສະເພາະແມ່ນຜົນກະທົບດ້ານໂພຊະນາການ ດ້ານການສຶກສາ ດ້ານສາທາລະນະສຸກ ການປົກປ້ອງສິດຂອງແມ່ ແລະເດັກນ້ອຍ ແລະການເຂົ້າເຖິງບໍລິການສາທາລະນະຕ່່າງໆໃນລາວນັ້ນ ຕ່າງກໍລ້ວນແຕ່ມີຄວາມສຳຄັນ ຕໍ່ການພັດທະນາລະດັບຊາດຂອງລາວທັງສິ້ນ.