ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພົວພັນ ແບບຄູ່ຮ່ວມຊະຕາກຳ ແລະຮຸ້ນສ່ວນຍຸດທະສາດ ໃນການພັດທະນາຮອບດ້ານ ລາວກັບຈີນ


ພິທີເຊັນສັນຍາກູ້ຢືມເງິນ
ພິທີເຊັນສັນຍາກູ້ຢືມເງິນ

ການພົວພັນແບບຄູ່ຮ່ວມຊະຕາກຳ ແລະຮຸ້ນສ່ວນຍຸດທະສາດ ໃນການພັດທະນາຮອບດ້ານລາວກັບຈີນ ເຮັດໃຫ້ບັນດານັກທຸລະກິດຈີນ ມີໂອກາດໄດ້ຄອບຄອງທຸລະກິດ ໃນຕະຫລອດແລວທາງລົດໄຟລາວເພີ້ມຂຶ້ນ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ດຣ. ໄພຈິດ ວິບຸນທະນະສານ ຮອງປະທານ ແລະເລຂາທິການຫໍການຄ້າໄທ ໃນຈີນ ໃຫ້ທັດສະນະວ່າ ການເປັນຮຸ້ນສ່ວນຍຸດທະສາດ ແລະຄູ່ຮ່ວມຊະຕາກຳໃນການພັດທະນາຢ່າງຮອບດ້ານລະຫວ່າງລາວກັບຈີນ ໂດຍທີ່ລັດຖະບານຂອງທັງ 2 ປະເທດໄດ້ຈັດຕັ້ງປະຕິບັດແຜນແມ່ບົດການຮ່ວມມືລະຫວ່າງກັນ ນັບແຕ່ປີ 2016 ເປັນຕົ້ນມາ ຖືເປັນປັດໄຈສຳຄັນ ທີ່ເຮັດໃຫ້ຈີນກາຍເປັນຜູ້ລົງທຶນທີີ່ມີມູນຄ່າສູງສຸດໃນລາວ ໂດຍສະເພາະແມ່ນການລົງທຶນໃນຕະຫລອດແລວທາງລົດໄຟລາວຈີນໃນລາວນັ້ນ ກໍຄືເຂດທີ່ມີການລົງທຶນຂອງຈີນ ເພີ້ມຂຶ້ນຫລາຍທີ່ສຸດ ເພາະວ່າລັດຖະບານລາວໄດ້ອະນຸຍາດໃຫ້ບັນດາບໍລິສັດຈີນ ສາມາດສະແຫວງຫາຜົນປະໂຫຍດຈາກທີ່ດິນໃນຕະຫລອດ 2 ຟາກທາງລົດໄຟໄດ້ໂດຍບໍ່ຕ້ອງເສຍຄ່າເຊົ່າ ແລະພັນທະພາສີອາກອນຕ່າງໆ ແຕ່ຢ່າງໃດທັງຍັງປາກົດວ່າ ນັກທຸລະກິດຈີນໄດ້ພາກັນຊື້ຕໍ່ຫົວໜ່ວຍທຸລະກິດກຈາກນັກທຸລະກິດລາວເພີ້ມຂຶື້ນນັບມື້ ແລະກຳລັງຈະແຊງໜ້ານັກທຸລະກິດລາວອີກດ້ວຍ ດັ່ງທີີ່ ດຣ. ໄພຈິດ ໃຫ້ການຢືນຢັນວ່າ:

“ສປປ ລາວ ນີ້ ສັດສ່ວນຂອງຄົນຈີນ ຜູ້ປະກອບການຈີນ ທີ່ໄປໃຊ້ຊີວິດໃນລາວນັ້ນ ມີສັດສ່ວນຂ້ອນຂ້າງສູງ ແລ້ວກໍແຫລ່ງຂ່າວຈາກພາຍໃນນັ້ນ ບອກວ່າວັນນີ້ມີຄົນຈີນໃຊ້ຊີວິດຢູ່ໃນປະເທດລາວ ພໍໆກັບຈຳນວນປະຊາກອນທ້ອງຖິ່ນ ຫລືຊາວລາວນັ້ນ ແນ່ນອນຄົນເຫລົ່ານີ້ ກໍແນ່ນອນເຂົາມາຈາກຈີນ ເຂົາຈະມີຊ່ອງທາງ ແລະສຳລັບຄົນລາວເອງນັ້ນ ແນ່ນອນເຂົາກໍຢາກເບິ່ງຫາຜູ້ປະກອບການ ທີ່ີມີສະພາບການສູງກວ່າ.”

ສະພາບການດັ່ງກ່າວ ຍັງມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພາຍຫລັງການລະບາດພະຍາດໄວຣັດໂຄວິດ-19 ທີີ່ເຮັດໃຫ້ຫົວໜ່ວຍທຸລະກິດສ່ວນໃຫຍ່ໃນລາວ ຕ້ອງປະເຊີນກັບສະພາວະຂາດທຶນເປັນເວລາເຖິງ 3 ປີຕິດຕໍ່ກັນ ແລະປາກົດມີຫົວໜ່ວຍທຸລະກິດຈຳນວນຫລາຍທີ່ບໍ່ສາມາດຟື້ນຟູທຸລະກິດ ໃຫ້ກັບຄືນສູ່ສະພາວະປົກກະຕິ ໄດ້ຈົນເຖິງປັດຈຸບັນນີ້ ຈຶ່ງມີໂອກາດສູງ ທີ່ນັກທຸລະ ກິດຈີນຈະເຂົ້າມາຊື້ກິດຈະການເຫລົ່ານີ້ຕໍ່ໄປ ເພາະວ່າລັດຖະບານລາວມີເງິນທຶນຢ່າງຈຳກັດ ສຳລັບໃຫ້ສິນເຊື່ອເພື່ອການຟື້ນຟູທຸະກິດຂອງຈຸນລະວິສາຫະກິດ ແລະວິສາຫະກິດຂະໜາດນ້ອຍ ຂະໜາດກາງ (SME) ໃນລາວນັ້ນເອງດັ່ງທີີ່ທ່ານບຸນເຫລືອ ສິນໄຊວັນລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫລງຍອມຮັບວ່າ:

“ນະໂຍບາຍສິນເຊື່ອເພື່ອຂະຫຍາຍການທຸລະກິດໄປສູ່ບັນດາແຂວງອັນນີ້ ແມ່ນພວກເຮົາຈະນຳໃຊ້ ທະນາຄານແຫ່ງ ສປປ ລາວ ເປັນຜູ້ສະໜອງແຫລ່ງທຶນ ແລະກໍມີການແບ່ງແຫລ່ງທຶນຫັ້ນໄປປ່ອຍຢູ່ແຕ່ລະແຂວງຫັ້ນລະ ບໍ່ໄດ້ໝາຍຄວາມວ່າຈະໄດ້ມີໂຄຕາແຕ່ລະແຂວງເນາະ ໂຕຢ່າງທີ່ພວກເຮົາໄດ້ກຳນົດມານີ້ ກະຄືມີ 3 ແຂວງທີ່ຈະໄດ້ຮັບທຶນແຂວງລະ 100 ຕື້ ໃນການປ່ອຍສິນເຊື່ອໃຫ້ທຸລະກິດ ຂະໜາດນ້ອຍ ຂະໜາດກາງ ແລະຈຸລະວິສາຫະກິດ ກໍຄືນະຄອນຫລວງວຽງຈັນ ແຂວງສະຫວັນນະເຂດ ແລະຈຳປາສັກ.”

ນອກຈາກນັ້ນລັດຖະບານຈີນຍັງໃຫ້ການສົ່ງເສີມເພື່ອການພັດທະນາການພົວພັນ ແລະຮ່ວມມືໃນຮູບແບບເມືອງຄູ່ແຝດກັບປະເທດເພື່ອນບ້ານເພີ້ມຂຶ້ນນັບມື້ອີກດ້ວຍ ເພາະວ່າລັດຖະບານຈີນຖືວ່າການສົ່ງເສີມການພົວພັນດັ່ງກ່າວນີ້ກໍຄື ຮູບແບບນຶ່ງຂອງການຂະຫຍາຍໂອກາດທີ່ຈີນຈະເພີິ້ມການລົງທຶນໃນບັນດາເມືອງຄູ່ແຝດຂອງຈີນດ້ວຍ ໃນເວລາດຽວກັນ ໂດຍສຳລັບໃນອາຊຽນນັ້ນກໍຈະເຫັນວ່າທາງການຈີນໄດ້ໃຫ້ຄວາມສຳຄັນເປັນພິເສດກັບປະເທດໃນເຂດລຸ່ມແມ່ນໍ້າຂອງ ໂດຍສະເພາະແມ່ກຳປູເຈຍ ລາວ ມຽນມາ ແລະຫວຽດນາມ ທີີ່ມີການພັດທະນາເມືອງຄູ່ແຝດຮ່ວມກັບຈີນນັ້ນ ກໍຈະເຫັນການລົງທຶນຂອງຈີນເພີ້ມຂຶ້ນນັບມື້.

ທັງນີ້ໂດຍໃນຊ່ວງປີ 1988-2022 ລັດຖະບານລາວກໍໃຫ້ການອະນຸມັດການລົງ ທຶນຂອງບັນດາບໍລິສັດຈີນໃນລາວຈຳນວນ 933 ໂຄງການມີມູນຄ່າການລົງທຶນ ລວມກວ່າ 18,000 ລ້ານໂດລາສະຫະລັດ ແລະຈັດເປັນກຸ່ມຜູ້ລົງທຶນອັນດັບທີ 1 ໃນລາວເປັນເວລາກວ່າ 10 ປີ ຕິດຕໍ່ກັນ ທັງເປັນການລົງທຶນທີ່ກວມເອົາທຸກດ້ານໃນລາວອີກດ້ວຍ ໂດຍສະເພາະແມ່ນພາກພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກຳ ການຄ້າ ແລະບໍລິການຄົບວົງຈອນນັ້ນຍັງເຮັດໃຫ້ບັນດາບໍລິສັດຈີນ ທີ່ລົງທຶນ ແລະດຳເນີນທຸລະກິດໃນລາວສາມາດກຳນົດລາຄາສິນຄ້າ ແລະບໍລິການຕ່າງໆເປັນສະກຸນເງິນຢວນໄດ້ອີກດ້ວຍ.

XS
SM
MD
LG