ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລັດຖະບານລາວ ຈະສະເໜີຕໍ່ UNESCO ເພື່ອຂໍໃຫ້ຮັບຮອງເອົາ ເຂດປ່າສະຫງວນພູຫິນໜາມໜໍ່ ເປັນມໍລະດົກໂລກ ໃນປີ 2021


ພູຫີນໜາມໜໍ່ໃນແຂວງຄຳມ່ວນ, ປະເທດ ລາວ.
ພູຫີນໜາມໜໍ່ໃນແຂວງຄຳມ່ວນ, ປະເທດ ລາວ.

ລັດຖະບານລາວ ຈະສະເໜີຕໍ່ UNESCO ເພື່ອຂໍໃຫ້້ຮັບຮອງເອົາເຂດປ່າສະຫງວນພູຫິນໜາມໜໍ່ ເປັນມໍລະດົກໂລກຮ່ວມກັລອທະຍານແຫ່ງາດ Phong Nha-Ke Bang ຂອງຫວຽດນາມ ໃນປີ 2021.


ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ໄດ້ຖະແຫລງວ່າ ກະຊວງຖະແຫລງຂ່າວ-ວັດທະນະ ທຳ ແລະ ທ່ອງທ່ຽວ ໄດ້ເລື່ອນກຳນົດການນຳສະເໜີຕໍ່ UNESCO ເພື່ອຂໍໃຫ້ຮັບຮອງເອົາເຂດພູຫິນໜາມໜໍ່ ເປັນມໍລະດົກໂລກ ໃນປີ 2020 ອອກໄປເປັນພາຍໃນປີ 2021 ຊຶ່ງນອກຈາກຈະມີສາເຫດມາຈາກບັນຫາການລະບາດຂອງພະຍາດໄວຣັສ Covid-19 ທີ່ເຮັດໃຫ້ຕ້ອງມີການເລື່ອນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 44 ໃນປີ 2020 ທີ່ເມືອງ Fuzhou ສາທາລະ ນະລັດ ປະຊາຊົນຈີນ ແລ້ວກໍຍັງມີສາເຫດມາຈາກການຈັດຕຽມຄວາມພ້ອມດ້ານເອກກະສານສຳຄັນຕ່າງໆຂອງລາທີ່ເກີດການຊັກຊ້າອີກດ້ວຍ ເນື່ອງຈາກວ່າລັດຖະບານລາວ ໄດ້ມີການປັບປ່ຽນແຜນການນຳສະເໜີຝ່າຍດຽວ ໄປເປັນການນຳສະເໜີຮ່ວມກັບລັດຖະບານຫວຽດນາມ ກໍຄືການຂໍໃຫ້ UNESCO ຮັບຮອງເອົາເຂດພູຫິນໜາມໜໍ່ ໃຫ້ເປັນມໍລະດົກໂລກ ຮ່ວມກັບເຂດອຸທະຍານແຫ່ງຊາດ Phong Nha-Ke Bang ຂອງຫວຽດນາມທີ່ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກໃນປີ 2003 ແລ້ວນັ້ນ.

ໂດຍໃນປັດຈຸບັນ ທາງການຫວຽດນາມ ກໍໄດ້ຈັດສົ່ງຄະນະຊ່ຽວຊານມາໃຫ້ການຊ່ອຍເຫຼືອລາວ ໃນການຈັດຕຽມຄວາມພ້ອມດ້ານເອກກະສານສຳຄັນຕ່າງໆ ແລະພ້ອມກັນນີ້ ອົງການປົກປັກຮັກສາລະບົບນິເວດ ປ່າໄມ້ ແລະຊີວະນານາພັນຂອງລັດຖະບານເຢຍຣະມັນ (GIZ) ກໍໃຫ້ການຊ່ອຍເຫຼືອເພື່ອຈັດທຳຄຳຮ້ອງ ຮວມເຖິງການຈັດທຳແຜນຄຸ້ມຄອງມໍລະດົກ ແລະການຄຸ້ມຄອງມໍລະດົກຮ່ວມຊາຍແດນ ລະຫວ່າງ ລາວ-ຫວຽດນາມດ້ວຍ ຊຶ່ງຄາດວ່າ ຈະແລ້ວເສັດໃນປີ 2021 ດັ່ງທີ່ ທ່ານທອງໃບ ຢືນຢັນວ່າ:

“ຫວຽກອີກໜ້ານຶ່ງທີ່ສໍາຄັນແມ່ນການຮ່ວມມືກັບລາວ ຫວຽດນາມໃນປັດຈຸບັນນີ້ ທາງຫວຽດນາມ ກໍໄດ້ມີການກະກຽມບັນດາຊ່ຽວຊານຕ່າງໆທີ່ກ່ຽວຂ້ອງກັບການກະກຽມເອກກະສານ ກໍແມ່ນໄດ້ສົ່ງຊ່ຽວຊານຈຳນວນນຶ່ງ ໄດ້ມາຮ່ວມກັບທາງເບື້ອງຊ່ຽວຊານກັບ ສປປ ລາວ ແລະທາງເບື້ອງກົມມໍລະດົກໂລກ ກໍໄດ້ຮ່ວມມືກັບທາງອົງການ (GIZ) ແລະກໍໄດ້ນຳເອົາຊ່ຽວຊານທີ່ຮັບຜິດຊອບການຮ່າງຄຳຮ້ອງຫັ້ນ ມາປັບປຸງເນື້ອໃນ ແລະກະປັບປຸງຮ່າງຄຳຮ້ອງແຜນແມ່ບົດໃນການຄຸ້ມຄອງ ແລະແຜນການຄຸ້ມຄອງມໍລະດົກຮ່ວມຊາຍແດນ ຄາດວ່າ ຈະໃຫ້ສຳເລັດໃນປີ 2021.”

ທັງນີ້ ທາງການຫວຽດນາມ ໄດ້ເຫັນດີເພື່ອສະໜັບສະໜຸນເຂດປ່າສະຫງວຍແຫ່ງຊາດພູຫິນໜາມໜໍ່ ໃນແຂວງຄຳມ່ວນຂອງລາວໃຫ້ເປັນມໍລະດົກໂລກທາງທຳມະຊາດຊຶ່ງມີລັກຊະນະຂ້າມຊາຍ ແດນຮ່ວມກັບອຸທະຍານແຫ່ງຊາດ Phong Nha-Ke Bang ແລະ UNESCO ຮັບຮອງເປັນມໍລະ ດົກໂລກທາງທຳມະຊາດ ນັບແຕ່ປີ 2003 ເປັນຕົ້ນມາແລ້ວນັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລັດຖະບານລາວ ໝັ້ນໃຈວ່າ ເຂດປ່າສະຫງວນແຫ່ງຊາດພູຫິນໜາມໜໍ່ ກໍຈະຖືກຮັບຮອງເປັນມໍລະດົກໂລກດ້ວຍເຊັ່ນກັນ.

ທັງນີ້ໂດຍລັດຖະບານຫວຽດນາມ ກໍໄດ້ສົ່ງຄະນະຊ່ຽວຊານທີ່ປະສົບຄວາມສຳເລັດໃນການນຳສະເໜີໃຫ້ UNESCO ຮັບຮອງເອົາອຸທະຍານແຫ່ງຊາດ Phong Nha-Ke Bang ໃນແຂວງກວາງບິ່ງ ເປັນມໍລະດົກໂລກທາງທໍາມະຊາດໃນປີ 2003 ດັ່ງກ່າວ ເພື່ອມາຖ່າຍທອດປະສົບການໃຫ້ກັບຄະນະທີ່ຮັບຜິດຊອບຂອງທາງການລາວໂດຍກົງນັ້ນເອງ.

ທາງດ້ານທ່ານ Bastian Purer ທີ່ປຶກສາອົງການປົກປັກຮັກສາລະບົບນິເວດ ປ່າໄມ້ແລະຊີວະນານາພັນຂຂອງລັດຖະບານເຢຍຣະມັນ (GIZ) ປະຈຳລາວ ຢືນຢັນວ່າ ການຊ່ວຍເຫຼືອລັດຖະບານລາວ ເພື່ອນຳສະເໜີ UNESCO ໃຫ້ຮັບຮອງເອົາເຂດພູຫິນໜາມໜໍ່ເປັນມໍລະດົກໂລກນັ້ນ ໄດ້ດຳເນີນການໃນ 3 ດ້ານຕາມມາດຕະຖານຂອງ UNESCO ຄືແຜນການຄຸ້ມຄອງ ແຜນການດ້ານເທັກນິກ ແລະການບໍລິຫານງານພາຍໃນກົມມໍລະດົກລາວ ຊຶ່ງຈະເສັດສົມບູນໃນຕົ້ນປີ 2021 ຢ່າງແນ່ນອນ.

ທັງນີ້ ປ່າສະຫງວນແຫ່ງຊາດພູຫິນໜາມໜໍ່ ເປັນເຂດທີ່ມີທຳມະຊາດສວຍງາມ-ປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນທີ່ມີເນື້ອທີ່ກວ້າງກວ່າ 82,000 ເຮັກຕາ ທັງຍັງເປັນແຫລ່ງທີ່ຢູ່ອາໄສຂອງຊ້າງປ່າ ຫຼາຍຮ້ອຍໂຕ ພ້ອມທັງສັດປ່າຫາຍາກອີກຫຼາຍຊະນິດ ສ່ວນເຂດພູທີ່ເປັນຫິນປູນນັ້ນ ກໍມີຮູບຊົງຕ່າງໆທີ່ສວຍງາມ ມີຖ້ຳນ້ອຍ-ໃຫຍ່ຢ່າງຫຼາກຫຼາຍແລະມີນ້ຳໄຫລຮອດຕະຫຼອດປີອີກດ້ວຍ.

XS
SM
MD
LG