ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຂອງ ລາວ ແລະ ໄທ ຕົກລົງ ທີ່ຈະເພີ່ມ ມູນຄ່າການຄ້າ ລະຫວ່າງກັນ


ເຈົ້າໜ້າທີ່ລາວ ແລະ ໄທ ເຂົ້າຮ່ວມກອງປະຊຸມ ແຜນການຮ່ວມມື ຄັ້ງທີ 7 ລະຫວ່າງ ກະຊວງການຄ້າ ລາວ ກັບ ກະຊວງພານິດ ໄທ.
ເຈົ້າໜ້າທີ່ລາວ ແລະ ໄທ ເຂົ້າຮ່ວມກອງປະຊຸມ ແຜນການຮ່ວມມື ຄັ້ງທີ 7 ລະຫວ່າງ ກະຊວງການຄ້າ ລາວ ກັບ ກະຊວງພານິດ ໄທ.

ລັດຖະມົນຕີຂອງ ລາວ ແລະ ໄທ ຕົກລົງທີ່ຈະເພີ່ມມູນຄ່າການຄ້າ ລະຫວ່າງກັນໃຫ້
ເຖິງ 11,000 ລ້ານໂດລາໃນປີ 2021 ໂດຍຄາດໝາຍວ່າ ລາວ ຈະສົ່ງສິນຄ້າໄປ ໄທ
ເພີ່ມຂຶ້ນເກີນກວ່າ 15 ເປີເຊັນໃນຕະຫຼອດປີ 2018 ນີ້.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການ
ຄ້າໄດ້ຕົກລົງຮ່ວມກັບທ່ານ ສົນທິຣັດ ສົນທິຈິຣະວົງ ລັດຖະມົນຕີວ່າການກະຊວງພາ
ນິດຂອງ ໄທ ໃນໂອກາດກອງປະຊຸມຄັ້ງທີ 7 ວ່າດ້ວຍແຜນການຮ່ວມມືທາງການຄ້າ
ລະຫວ່າງ ລາວ ກັບ ໄທ ຊຶ່ງໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2018 ທີ່ນະຄອນຫຼວງວຽງຈັນ
ໂດຍຈະຮ່ວມມືກັນເຂົ້າໃນ ການຫຼຸດອຸປະສັກທາງການຄ້າ ເພື່ອເພີ່ມມູນຄ່າການຄ້າລະ
ຫວ່າງກັນໃຫ້ເຖິງ 11,000 ລ້ານໂດລາພາຍໃນປີ 2021 ໃຫ້ໄດ້.

ທັງນີ້ໂດຍທ່ານ ສົນທິຣັດ ເຊື່ອວ່າ ລາວ-ໄທ ສາມາດທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້
ຢ່າງເປັນຮູບປະທຳ ເພາະວ່າການຄ້າລະຫວ່າງ ລາວ-ໄທ ມີທ່າອຽງຂະຫຍາຍຕົວເພີ່ມ
ຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກສະພາວະການຄ້າໃນຊ່ວງເດືອນມັງກອນ-ກໍລະກົດ
2018 ນີ້ກໍປາກົດວ່າການຄ້າລະຫວ່າງ ລາວ ກັບ ໄທ ມີມູນຄຄ່າລວມເກີນກວ່າ
126,329 ລ້ານບາດ ຫຼື 3,828 ລ້ານໂດລາ ໂດຍເພີ່ມຂຶ້ນໃນອັດຕາສະເລ່ຍ 6.07 ເປີ
ເຊັນ ທຽບໃສ່ໄລຍະດຽວກັນໃນປີ 2017 ທີ່ຜ່ານມາ.

ໂດຍເຖິງແມ່ນວ່າໃນໄລຍະ 6 ເດືອນດັ່ງກ່າວນີ້ ໄທ ຈະຍັງຄົງເປັນຝ່າຍໄດ້ປຽບດຸນການ
ຄ້າຕໍ່ ລາວ ຄິດເປັນມູນຄ່າເກີນກວ່າ 29,898 ລ້ານບາດກໍຕາມ ຫາກແຕ່ ລາວ ກໍສາ
ມາດເພີ່ມການສົ່ງອອກໄປ ໄທ ໄດ້ກວ່າ 15 ເປີເຊັນໃນຂະນະທີ່ ລາວ ນຳເຂົ້າສິນຄ້າ
ຈາກ ໄທ ເພີ່ມຂຶ້ນພຽງ 1.16 ເປີເຊັນ ທຽບໃສ່ໄລຍະດຽວກັນ ທັງຍັງເຮັດໃຫ້ສາມາດ
ຄາດໝາຍໄດ້ວ່າ ໃນຕະຫຼອດປີ 2018 ນີ້ ການຄ້າລະຫວ່າງ ລາວ-ໄທ ຈະມີມູນຄ່າລວມບໍ່
ນ້ອຍກວ່າ 216,565 ລ້ານບາດ ຫຼື ເກີນກວ່າ 6,562 ລ້ານໂດລາ ຊຶ່ງໃນນີ້ຈະເປັນການ
ສົ່ງອອກຂອງ ລາວ ໄປ ໄທ ໃນມູນຄ່າລວມ 82,656 ລ້ານບາດ ຫຼື ປະມານ 2,505
ລ້ານໂດລາ ໝາຍຄວາມວ່າ ລາວ ຈະຂາດດຸນການຄ້າຕໍ່ ໄທ ໃນມູນຄ່າບໍ່ເກີນ 1,552
ລ້ານໂດລາ ຊຶ່ງຫຼຸດລົງຈາກ 1,752 ລ້ານໂດລາໃນປີ 2017.

ທັງນີ້ໂດຍສິນຄ້າສຳຄັນທີ່ ລາວ ສົ່ງຂາຍໃຫ້ ໄທ ກໍຄືກະແສໄຟຟ້າ, ແຮ່ທາດ ແລະ ສິນ
ຄ້າກະສິກຳ ສ່ວນ ລາວ ກໍນຳເຂົ້າສິນຄ້າອຸປະໂພກບໍລິໂພກ, ສິນຄ້າທຶນ ແລະ ວັດຖຸກໍ່ສ້າງຈາກ
ໄທ ນອກຈາກນີ້ກໍຍັງຄາດໝາຍດ້ວຍວ່າການລົງທຶນຂອງ ໄທ ໃນ ລາວ ຈະເພີ່ມຂຶ້ນຢ່າງ
ຕໍ່ເນື່ອງເຊັ່ນກັນ ເພາະນັກທຸລະກິດ ໄທ ມອງເຫັນເຖິງການຂະຫຍາຍຕົວທາງເສດຖະ
ກິດຢ່າງຕໍ່ເນື່ອງຂອງ ລາວ ໂດຍສະເພາະແມ່ນການທີ່ ລາວ ຈະມີລົດໄຟຄວາມໄວສູງ
ໃນປີ 2021 ນັ້ນຖືເປັນປັດໄຈຊຸກຍູ້ທີ່ສຳຄັນ ດັ່ງທີ່ທ່ານາງ ຢານີ ສີມີໄຊ ທູດການຄ້າຂອງ
ໄທ ໃນ ລາວ ໄດ້ໃຫ້ການຢືນຢັນວ່າ

"ລົດໄຟຟ້າຄວາມໄວສູງຈະສ້າງສຳເລັດໃນປີ 2021 ນີ້ ຊ່ວງນັ້ນນີ້ ນັກທ່ອງທ່ຽວຈະຂະ
ຫຍາຍຕົວເຂົ້າມາເປັນລ້ານຄົນ ເພາະສະນັ້ນນີ້ ຜູ້ປະກອບການ ໄທ ນີ້ ເບິ່ງນອກເໜືອ
ຈາກຜູ້ບໍລິໂພກພາຍໃນປະເທດແລ້ວ ໃຫ້ເບິ່ງກຸ່ມທີ່ເປັນນັກທ່ອງທ່ຽວເຂົ້າມາດ້ວຍ."

ໂດຍການລົງທຶນຂອງ ໄທ ໃນ ລາວ ໃນປັດຈຸບັນມີຢູ່ທັງໝົດ 752 ໂຄງການມີມູນຄ່າ
ລວມ 4,495 ລ້ານໂດລາຖືເປັນອັນດັບທີ 2 ຮອງຈາກ ຈີນ ທີ່ມີມູນຄ່າການລົງທຶນໃນ
ລາວ ເກີນກວ່າ 10,000 ລ້ານໂດລາ ເຊິ່ງການລົງທຶນຂອງ ໄທ ໃນ ລາວ ຈະເນັ້ນໜັກ
ໃນດ້ານພະລັງງານໄຟຟ້າ, ການຂົນສົ່ງ, ໂທລະຄົມມະນາຄົມ, ໂຮງແຮມ, ການທ່ອງ
ທ່ຽວ, ທະນາຄານ, ອຸດສາຫະກຳແປຮູບໄມ້, ເສື້ອຜ້າສຳເລັດຮູບ ແລະ ຫັດຖະກຳ.

ສ່ວນກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ກໍລາຍງານວ່າ ການຄ້າຕ່າງປະ
ເທດຂອງ ລາວ ໃນປີ 2017 ມີມູນຄ່າລວມ 9,345 ລ້ານໂດລາ ໃນນີ້ເປັນການສົ່ງສິນຄ້າ
ໄປຕ່າງປະເທດໃນມູນຄ່າ 4,803 ລ້ານໂດລາ ເພີ່ມຂຶ້ນ 13.4 ເປີເຊັນ ທຽບໃສ່ປີ 2016
ສ່ວນການນຳເຂົ້າສິນຄ້າຈາກຕ່າງປະເທດ ມີມູນຄ່າລວມ 4,542 ລ້ານໂດລາ ເພີ່ມຂຶ້ນ
7.6 ເປີເຊັນ ທຽບກັບປີ 2016 ຊຶ່ງກໍເຮັດໃຫ້ ລາວ ໄດ້ປຽບດຸນການຄ້າໃນມູນຄ່າ 261
ລ້ານໂດລາ ແລະ ໃນປີ 2018 ຄາດວ່າການຄ້າຕ່າງປະເທດຂອງ ລາວ ຈະມີມູນຄ່າ
ລວມ 9,993 ລ້ານໂດລາ ໃນນີ້ເປັນການສົ່ງອອກໃນມູນຄ່າ 5,015 ລ້ານໂດລາ ແລະ
ການນຳເຂົ້າໃນມູນຄ່າ 4,978 ລ້ານໂດລາ ເຊິ່ງຈະເຮັດໃຫ້ ລາວ ເປັນຝ່າຍປຽບດຸນ
ການຄ້າໃນມູນຄ່າ 37 ລ້ານໂດລາ ໂດຍເກີນກວ່າ 67 ເປີເຊັນ ຈະເປັນການຄ້າກັບປະ
ເທດ ໄທ.

XS
SM
MD
LG