ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລາວ-ໄທ ເລັ່ງກໍ່ສ້າງ ຖະໜົນສາຍ ຫຼວງພະບາງ -ຊຽງໃໝ່


ຖະໜົນເລກ 3 ຈາກບໍ່ແກ້ວ
ຖະໜົນເລກ 3 ຈາກບໍ່ແກ້ວ
ທາງ​ການ​ລາວ​ກັບ​ໄທ ​ເລັ່ງກໍ່ສ້າງ​ຖະໜົນ ​ເພື່ອ​ເຊື່ອມ​ຕໍ່​ການ​ຄົມ
ມະນາຄົມ-ຂົນ​ສົ່ງ​ ລະຫວ່າງ​ ຫຼວງ​ພະ​ບາງ ກັບ​ຊຽງ​ໃໝ່ ​ໃຫ້
​ເປັນ​ເຂດ​ຖະກິດແລ​ະ​ເຂດ​ການທ່ອງທ່ຽວ​ອັນ​ນຶ່ງ ອັນ​ດຽວ​ກັນ.


ທ່ານ ທີລະ​ສັກ ມົງ​ຄົນ​ໂພຊະນະ ຮອງ​ຜູ້​ອໍານວຍ​ການ​ສໍານັກງານການ​ຮ່ວມ​ມື​ພັດທະນາເສດ
ຖະກິດ​ກັບປະ​ເທດ​ເພື່ອນ​ບ້ານ ຂອງ​ລັດຖະບານ​ໄທ ຖະ​ແຫຼ​ງຢືນຢັນ​ວ່າການ​ກໍ່ສ້າງຖະໜົນ​
ທີ່​ເຊື່ອມ​ຕໍ່​ຈາກ​ດ່ານ​ພູ​ດູ ​ໃນ​ເຂດ​ຈັງຫວັດ​ອຸດຕະຣະດິດຂອງ​ໄທ ​ໄປ​ຍັງ​ເມືອງປາກ​ລາຍ ​ໃນ​
ແຂວງ​ໄຊ​ຍະ​ບູລີ ຂອງ​ລາວ ຈະ​ສໍາ​ເລັດ​ສົມບູນ​ໃນ​ເດືອນ​ກໍລະກົດ​ປີ 2014 ​ເປັນ​ຢ່າງ​ຊ້າ.

​ການ​ກໍ່ສ້າງ​ເສັ້ນທາງ​ສາຍ​ດັ່ງ​ກາວ ນີ້​ຖື​ເປັນ​ພາກສ່ວນ​ນຶ່ງ​ໃນ​ແຜນການ​ເຊື່ອມ​ຕໍ່ທາງດ້ານ
​ເສດຖະກິດ ​ແລະ​ການທ່ອງທ່ຽວ​ລະຫວ່າງ​ແຂວງ​ຫຼວງ​ພະ​ບາງ ກັບ​ຈັງຫວັດ​ຊຽງ​ໃໝ່ ​ໃຫ້​ເປັນ
​ເຂດ​ອັນ​ນຶ່ງ​ອັນ​ດຽວ​ກັນ ພາຍ​ໃນ​ປີ 2015 ຕາມ​ເປົ້າໝາຍ​ການ​ພັດທະນາ​ປະຊາ​ຄົມ​ອາ​ຊ່ຽນ​
ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທໍາ ຊຶ່ງ​ກໍ​ຈະ​ສົ່ງ​ຜົນ​ດີ ​ຕໍ່​ການ​ພັດທະນາ​ທາງ​ເສດຖະກິດ ການ​ຄ້າ ​ການ​ລົງທຶນ ​ແລະ​ການທ່ອງທ່ຽວ​ ທັງ​ໃນ​ຫຼວງ​ພະບາງ ແລະ​ຈັງຫວັດ​ຊຽງ​ໃໝ່​ໃນລະຍະ​ຕໍ່​ໄປ.

ທາງ​ດ້ານ​ທ່ານ​ບົວ​ພັນ ມັກ​ຄະຜົນ ​ເຈົ້າ​ເມືອງ​ປາກ​ລາຍ ​ກໍ​ໃຫ້​ທັດສະນະ​ວ່າ ການ​ທີ່​ເມືອງປາກ​
ລາຍ​ເປັນ​ເຂດ​ເຊື່ອມ​ຕໍ່ທີ່​ສໍາຄັນ ລະຫວ່າງ​ຫຼວງ​ພະ​ບາງ​ກັບ​ຊຽງ​ໃໝ່ ອີກ​ທັງ​ຍັງ​ສາມາດ​ທີ່​ຈະ
​ເຊື່ອມ​ຕໍ່​ໄປ​ຍັງ​ນະຄອນ​ວຽງ​ຈັນ​ດ້ວຍ​ນັ້ນ ຈະ​ສົ່ງ​ຜົນດີຕໍ່​ການ​ພັດທະນາ​ເສດຖະກິດ ​ແລະ​ການ
ທ່ອງທ່ຽວ​ໃນ​ແຂວງ​ໄຊ​ຍະ​ບູລີອີກ​ດ້ວຍ​ເຊັ່ນ​ກັນ ດັ່ງ​ທີ່​ທ່ານ ບົວ​ພັນ ​ໄດ້ໃຫ້ການ​ຢືນຢັນວ່າ:

“ຖະໜົນ​ຈາກ​ພູ​ດູ ​ໄປ​ເຖິງ​ປາກ​ລາຍ ຖ້າວ່າ​ສໍາ​ເລັດ​ແລ້ວ​ນີ້ ມັນ​ຈະ​ເຮັດ​ໃຫ້ການ​
ເຊື່ອ​ມໂຍງ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ ສປປ.ລາວ ​ແລະ​ລາດ​ຊະ​ອານາຈັກ​
ໄທ ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນຕື່ມ ມັນ​ສິ​ເຮັດ​ໃຫ້ການ​ຄ້າ​ຂອງ​ປະຊາຊົນ​ສອງ​ຟາກ​
ຝັ່ງ ​ໄປມາຫາສູ່​ກັນ​ໄດ້ດີ​ທີ່​ສຸດ.”

ສະຖານິລົດໄຟທ່ານາແລ້ງ
ສະຖານິລົດໄຟທ່ານາແລ້ງ

ສໍານັກງານ​ຄວາມ​ຮ່ວມ​ມື​ພັດທະນາ​ເສດຖະກິດ ກັບປະ​ເທດ
ເພື່ອນ​ບ້ານ​ຂອງ​ລັດຖະບານໄທ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລັດ
ຖະບານ​ລາວ​ໃນ​ຮູບ​ແບບ​ຂອງ​ການ​ຊ່ວຍ​ເຫຼືອ​ລ້າ 30% ​ແລະ​
ເງິນ​ກູ້​ລະຍະ​ຍາວ ດອກ​ເບ້ຍ​ຕໍ່າ​ ​ໃນ​ສັດສ່ວນ 70% ຂອງ​ການ
​ຊ່ວຍ​ເຫຼືອ​ທັງ​ໝົດ ​ໂດຍ​ສໍາລັບ​ການ​ກໍ່ສ້າງ​ຖະໜົນ​ພູ​ດູ ​ໄປ​ປາກ​
ລາຍ​ດັ່ງກ່າວ​ນີ້ ກໍ​ມີ​ລະຍະ​ທາງ​ຍາວ 32 ກິ​ໂລ​ແມັດ ​ໃຊ້​ທຶນ​ກໍ່ສ້າງ​
ສູງ​ກວ່າ 700 ລ້ານ​ບາດ ​ໂດຍ​ເມື່ອ​ການ​ກໍ່ສ້າງ​ສໍາ​ເລັດ​ແລ້ວ ກໍ​ຈະ
​ເຮັດ​ໃຫ້ການ​ເຊື່ອມ​ຕໍ່​ໄປ​ຫຼວງ​ພະ​ບາງ​ ແລະ​ວຽງ​ຈັນ ມີ​ຄວາມ​ສະ
ດວກ​ວ່ອງ​ໄວ​ຂຶ້ ນ​ແລະ​ມີ​ລະຍະ​ທາງ​ສັ້ນ​ລົງ ​ເຫຼືອ​ພຽງ 270 ກິ​ໂລ​
ແມັດ ແລະ 200 ກິ​ໂລ​ແມັດ ຕາມ​ລໍ​າດັບ​ເທົ່ານັ້ນ​ອີກ​ດ້ວຍ.

ນອກຈາກ ການ​ກໍ່ສ້າງ​ຖະໜົນ​ສາຍ​ດັ່ງກ່າວ​ນີ້​ແລ້ວ ທາງ​ການ​ໄທ​ຍັງ​ໄດ້​ໃຫ້ການ​ຊ່ວຍເຫຼືອ​
ແກ່​ລາວ​ໃນ​ຮູບ​ແບບ​ດຽວ​ກັນ​ນີ້​ອີກ​ເຖິງ 11 ​ໂຄງການ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງ​ການ​ກໍ່ສ້າງຖະໜົນ​
ຈາກ​ເມື​ອງ​ເງິນ​ໄປ​ປາກ​ແບ່ງ ​ໂຄງການ​ກໍ່ສ້າງ​ຖະໜົນ​ຈາກ​ເມືອງ​ຫົງ​ສາ ​ໄປ​ທີ່​ເມືອງ​ຈອມເພັດ ​
ໂຄງການ​ກໍ່ສ້າງ​ທາງ​ເລກ 11 ​ແຕ່​ເກົ້າ​ລ້ຽວ ຫາ​ເມືອງ​ສັງ​ທອງ ​ໃນ​ເຂດ​ນະຄອນ​ວຽງ​ຈັນ ແລະ
​ໂຄງການ​ເຊື່ອມ​ຕໍ່​ທາງ​ລົດ​ໄພ​ລະຫວ່າງ​ນະຄອນ​ວຽງ​ຈັນ​ກັບ​ຈັງຫວັດ​ໜອງ​ຄາຍ ​ເປັນຕົ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ລັດຖະບານ​ລາວ​ກັບ​ໄທ ​ໄດ້​ຕົກລົງ​ຮ່ວມ​ກັນ​ວ່າ​ຈະ​ດໍາ​ເນີນ​ການ​ກໍ່ສ້າງ​ຂົວ ມິດຕະພາບ​ຂ້າມ​ແມ່​ນໍ້າຂອງ​ແຫ່ງທີ 5 ​ເພື່ອ​ເຊື່ອມ​ຕໍ່​ແຂວງ​ບໍລິ​ຄໍາໄຊ​ກັບ​ຈັງຫວັດ​ບຶງ​ການໃຫ້​ສໍາ​ເລັດ​ຢ່າງ​ໄວທີ່​ສຸດ​ອິກດ້ວຍ.

ທັງ​ນີ້ ​ໂດຍ​ລັດຖະບານ​ໄທ​ໄດ້​ສະ​ແດງ​ຈຸດປະສົງ​ທີ່​ຈະ​ເປັນ​ຝ່າຍ​ອອກ​ເງິນ​ທຶນ​ກໍ່ສ້າງ​ທັງ​ໝົດ​ຄື​ກັນ​ກັບ​ຂົວ​ມິດຕະພາບ​ແຫ່ງ​ທີ 3 ລະຫວ່າງ​ແຂວງ​ຄໍາ​ມ່ວນ ກັບ​ຈັງຫວັດ​ນະຄອນ​ພະນົມ ທີ່​ໄດ້​ກໍ່ສ້າງ​ສໍາ​ເລັດ​ແລ້ວ ​ແລະ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​ນັບ​ຕັ້ງ​ແຕ່​ທ້າຍ​ປີ 2011 ​ເປັນ​ຕົ້ນ​ມາ​ແລ້ວ.

ສ່ວນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່ສ້າງ​ຂົວ​ມິດຕະພາບ​ລາວ-​ໄທ ​ແຫ່ງ​ທີ 4 ທີ່ເຊື່ອມ​
ຕໍ່​ລະຫວ່າງ​ເມືອງ​ຫ້ວຍ​ຊາຍ​ ໃນ​ແຂວງ​ບໍ່​ແກ້ວ​ກັບ​ອໍາ​ເພີ​ຊຽງ​ຂອງ ​ໃນ​ຈັງຫວັດ​ຊຽງ​ລາຍ
ຂອງ​
ໄທນັ້ນ ກໍ​ຈະ​ສໍາ​ເລັດ​ແລະ​ທໍາ​ພິທີ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ທ້າຍ​ປີ​ນີ້ ​ເນື່ອງຈາກ​
ວ່າ​ຂົວດັ່ງກ່າວ​ ຈະ​ເປັນ​ການ​ເຊື່ອ​ມຕໍ່ການ​ຄົມມະນາຄົມ-ຂົນ​ສົ່ງ​ລະຫວ່າງລາວ​ກັບ​ຈີນ
ຈຶ່ງ​ເຊື່ອ​ວ່າ ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ ​3 ປະເທດ
​ໃຫ້​ສູງ​ຂຶ້ນອີກ​ດ້ວຍ.
XS
SM
MD
LG