ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ-ໄທ ຕົກລົງປັກປັນ ເຂດແດນທາງບົກ ຮ່ວມກັນ ໄດ້ແລ້ວ ໃນລະຍະທາງ 676 ກິໂລແມັດ


ສ່ວນເຂດທາງນ້ຳ ຍັງບໍ່ທັນໄດ້ຮ່ວມກັນ ສຳຫລວດເລີຍ ເນື່ອງຈາກທັງສອງຝ່າຍ ຈະຕ້ອງຮ່ວມກັນຈັດທຳພາບຖ່າຍທາງ ອາກາດໃຫ້ແລ້ວເສັດເສຍກ່ອນ ເພື່ອນຳມາໃຊ້ປະກອບການຍ່າງ ສຳຫລວດ ໃນພື້ນທີ່ຕົວຈິງຕໍ່ໄປ.
ສ່ວນເຂດທາງນ້ຳ ຍັງບໍ່ທັນໄດ້ຮ່ວມກັນ ສຳຫລວດເລີຍ ເນື່ອງຈາກທັງສອງຝ່າຍ ຈະຕ້ອງຮ່ວມກັນຈັດທຳພາບຖ່າຍທາງ ອາກາດໃຫ້ແລ້ວເສັດເສຍກ່ອນ ເພື່ອນຳມາໃຊ້ປະກອບການຍ່າງ ສຳຫລວດ ໃນພື້ນທີ່ຕົວຈິງຕໍ່ໄປ.

ທາງການລາວ-ໄທ ຕົກລົງປັກປັນເຂດແດນທາງບົກຮ່ວມກັນ
ໄດ້ແລ້ວ ໃນລະຍະທາງ 676 ກິໂລແມັດ ຄິດເປັນ 93 ເປີເຊັນ
ແລະໄດ້ວາງເປົ້າໝາຍຈະປັກປັນເຂດແດນທາງບົກ ໃຫ້ສຳເລັດ
ທັງໝົດ ໃນປີ 2016 ນີ້.

ທາງການລາວ-ໄທ ໄດ້ຮ່ວມກັນສຳຫລວດ ແລະປັກປັນເຂດແດນທາງບົກ ນັບຈາກປີ
1997 ເປັນຕົ້ນມາ ໂດຍສາມາດຕົກລົງປັກປັນເຂດແດນລະຫວ່າງກັນໄດ້ແລ້ວ ໃນລະຍະ
ທາງລວມ 676 ກິໂລແມດ ແລະ ກໍໄດ້ມີການປັກຫລັກໝາຍຊາຍແດນໄປແລ້ວ 210 ຫລັກ ຄິດເປັນ 93 ເປີເຊັນ ຂອງເຂດແດນທາງບົກທັງໝົດ ຈຶ່ງຍັງເຫຼືອອີກປະມານ 50 ກິໂລແມັດ ທີ່ຍັງຕົກລົງກັນ ບໍ່ທັນໄດ້ ໂດຍມີສາເຫດມາຈາກການອ້າງແຜນທີ່ຄົນລະສະບັບ ແລະການ
ຕີຄວາມໝາຍ ໃນສົນທິສັນຍາສະຢາມ-ຝຣັ່ງເສດ ສະບັບປີ 1926 ທີ່ແຕກຕ່າງກັນ ລວມ
ເຖິງສະພາບຂອງທຳມະຊາດໃນພື້ນທີ່ ກໍໄດ້ເກີດການປ່ຽນແປງໄປ ຕາມການເວລາອີກດ້ວຍ.

ແຜນທີ່ ປະເທດລາວ
ແຜນທີ່ ປະເທດລາວ

ແຕ່ຢ່າງໃດກໍຕາມ ນາຍທະຫານໄທ ກໍເຊື່ອໝັ້ນວ່າ ດ້ວຍຄວາມ
ສຳພັນອັນດີ ລະຫວ່າງກອງທັບລາວ ແລະ ໄທ ຈະບໍ່ເຮັດໃຫ້
ບັນຫາຊາຍແດນ ກາຍເປັນຄວາມຂັດແຍ້ງທາງທະຫານ ລະ
ຫວ່າງ ສອງປະເທດອີກເທື່ອໃໝ່ ຢ່າງແນ່ນອນ ດັ່ງທີ່ນາຍທະ
ຫານໄທ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກວ່າ ຄວາມສຳພັນຂອງປະເທດໄທກັບປະເທດ
ລາວ ຊຶ່ງມີຄວາມສຳພັນທີ່ດີ ສະນັ້ນ ໃນເລື່ອງທາງດ້ານ
ການທະຫານນັ້ນ ບໍ່ມີບັນຫາຕໍ່ກັນ ບັນຫາໃນເລື່ອງ ຂອງ
ການງານດ້ານໄພຄຸກຄາມດ້ານການທະຫານນັ້ນ ບໍ່ເກີດ
ແນ່ນອນ ເພາະວ່າປະເທດເຮົາກັບປະເທດລາວນັ້ນ ຢູ່ກັນ
ຢ່າງເພື່ອນບ້ານ ມີມິດສຳພັນທີ່ດີຕໍ່ກັນ.”

ໂດຍສຳລັບເຂດທີ່ຍັງບໍ່ສາມາດຕົກລົງປັກປັນລະຫວ່າງກັນໄດ້
ໃນປັດຈຸບັນ ກໍປະກອບດ້ວຍ ເຂດນ້ຳເຫືອງ ເຂດຫ້ວຍໂດນ
ເຂດຊ່ອງເມັກ-ວັງເຕົ່າ ແລະເຂດທີ່ໃຊ້ສັນປັນນ້ຳ ຢູ່ເທິງພູດອຍ ໃນພາກເໜືອ ເຊັ່ນ ພູຊີ້ຟ້າ
ພູຜາມົນ ແລະຜາຕັ້ງ ເປັນຕົ້ນ ສ່ວນເຂດແດນທາງນ້ຳນັ້ນ ຍັງບໍ່ທັນໄດ້ຮ່ວມກັນສຳຫລວດ
ເລີຍ ເນື່ອງຈາກທັງສອງຝ່າຍ ຈະຕ້ອງຮ່ວມກັນ ຈັດທຳພາບຖ່າຍທາງອາກາດ ໃຫ້ແລ້ວ
ເສັດເສຍກ່ອນ ເພື່ອນຳມາໃຊ້ປະກອບການຍ່າງສຳຫລວດ ໃນພື້ນທີ່ຕົວຈິງຕໍ່ໄປ.

ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນລາວ-ໄທ ຄັ້ງທີ່ 10 ໂດຍມີ ທ່ານທອງລຸນ
ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດ ເປັນປະທານຝ່າຍ
ລາວ ກັບ ທ່ານພົນເອກທະນະສັກ ປະຕິມາປະກອນ ຮອງນາຍົກລັດຖະມົນຕີ ທີ່ເປັນປະ
ທານຂອງຝ່າຍໄທ ໄດ້ຕົກລົງຮ່ວມກັນວ່າ ຈະດຳເນີນການປັກປັນເຂດແດນທາງບົກ ແລະ
ທາງນ້ຳ ໃຫ້ສຳເລັດໃນປີ 2016 ແລະ 2018 ຕາມລຳດັບ.

ໂດຍໃນໂອກາດດຽວກັນນີ້ ທັງສອງຝ່າຍກໍໄດ້ເນັ້ນຢ້ຳເຖິງເປົ້າໝາຍ ໃນການສ້າງຊາຍແດນ
ໃຫ້ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະການຮ່ວມມື ຊຶ່ງທັງສອງຝ່າຍກໍໄດ້ຮັບ
ຮອງເອົາບັນທຶກກອງປະຊຸມຄະນະກຳມະການຮ່ວມດ້ານເທັກນິກ ກ່ຽວກັບການກໍ່ສ້າງຫລັກ
ໝາຍຊາຍແດນເພີ່ມຂຶ້ນອີກ 6 ຫລັກ ການວັດແທກ ແລະການຮັບສັນຍານດາວທຽມລະບົບ
GPS ໃນລາວ ການກຳນົດ ວິທີການໃນດ້ານເທັກນິກກ່ຽວກັບການສຳຫລວດເພີ່ມຕື່ມ ໃນ
ເຂດທີ່ຍັງຕົກລົງກັນບໍ່ທັນໄດ້ ແລະການຊອກຫາວິທີແກ້ໄຂບັນຫາຮ່ວມກັນຕໍ່ໄປ.

ທາງດ້ານນາຍທະຫານຂັ້ນສູງ ຢູ່ໃນກົມກິດຈະການຊາຍແດນ ກອງບັນຊາການທະຫານ
ສູງສຸດຂອງໄທ ຍອມຮັບວ່າ ບັນຫາຂັດແຍ້ງທາງການເມືອງໃນໄທກໍເປັນບັນຫາໜຶ່ງ ທີ່ເຮັດ
ໃຫ້ການປັກປັນເຂດແດນລະຫວ່າງລາວ-ໄທ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ຕາມແຜນການ
ທີ່ວາງໄວ້.

ໂດຍກ່ອນໜ້ານີ້ ຄະນະກຳມາທິການຮ່ວມ ລະຫວ່າງລາວ-ໄທ ກໍໄດ້ຕົກລົງຮ່ວມກັນ ຢ່າງ
ເປັນທາງການແລ້ວ ວ່າ ຈະດຳເນີນການປັກປັນເຂດແດນທາງບົກ ແລະທາງນ້ຳໃຫ້ສຳເລັດ
ໃນປີ 2015 ແລະປີ 2017 ຕາມລຳດັບ ແຕ່ດ້ວຍບັນຫາຂັດແຍ້ງທາງການເມືອງ ໃນໄທ ກໍ
ເຮັດໃຫ້ຝ່າຍໄທ ບໍ່ສາມາດດຳເນີນການ ສຳຫລວດ ແລະປັກປັນເຂດແດນຮ່ວມກັບຝ່າຍ
ລາວ ໄດ້ເລີຍ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.

XS
SM
MD
LG