ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາ ລາວ ເຂົ້າຮ່ວມແຂ່ງຂັນ ແກ້ໄຂ ບັນຫາທ້າທາຍ ຕໍ່ສິ່ງແວດລ້ອມ


ບັນດານັກສືກສາຈາກ ສປປ ລາວ ເຂົ້າຮ່ວມແຂ່ງຂັນ First Global Challenge ທີ່ນະຄອນຫລວງ ວໍຊິງຕັນ. ທ່ານກະຕ່າຍ ໄຊຍະສົມບັດ (ຫົວໜ້າທີມ) ທ້າວສິນເກີດ ພຸດທະວົງ ທ້າວຄັດຖະພອນ ຕະມອງຊູມ່ວງໄຊ ນາງທິດາວອນ ໝັ້ນຄົງສິນ ທ່ແລະທ້າວປິຕິ ພັນທະສົມບັດ.
ບັນດານັກສືກສາຈາກ ສປປ ລາວ ເຂົ້າຮ່ວມແຂ່ງຂັນ First Global Challenge ທີ່ນະຄອນຫລວງ ວໍຊິງຕັນ. ທ່ານກະຕ່າຍ ໄຊຍະສົມບັດ (ຫົວໜ້າທີມ) ທ້າວສິນເກີດ ພຸດທະວົງ ທ້າວຄັດຖະພອນ ຕະມອງຊູມ່ວງໄຊ ນາງທິດາວອນ ໝັ້ນຄົງສິນ ທ່ແລະທ້າວປິຕິ ພັນທະສົມບັດ.

ນັກສຶກສາຈາກ ສປປ ລາວ ​ເຂົ້າຮ່ວມການແຂ່ງຂັນທີ່​ເອີ້ນວ່າ First Global ​ເພື່ອ​ກະ
ຕຸກ​ຊຸກຍູ້​ການ​ສຶກສາ​ ດ້ານວິທະຍາສາດ ເທັກໂນໂລຈີ ວິສະວະກອນ ແລະຄະນິດສາດ
ສຳລັບ​ພວກ​ນັກ​ຮຽນ​ນັກ​ສຶກສາ.

ທີ​ມລາວ ​ທີ່​ປະກອບ​ດ້ວຍ​ນັກ​ສຶກສາ​ຊາຍ 3 ຄົນ ​ແລະແມ່ຍິງ​ຄົນ​ນຶ່ງ ​ແມ່ນ​ຢູ່​ພາຍ​ໃຕ້
​ການ​ນຳພາ​ຂອງ​ທ່ານກະຕ່າຍ ໄຊຍະສົມບັດ ອາຈານສອນຂໍ້​ມູນ​ເທັກ​ໂນ​ໂລ​ຈີຫຼືໄອ​ທີ ຢູ່ມະຫາວິທະຍາໄລແຫ່ງຊາດ.

ການແຂ່ງໄດ້ເລີ້ມຂຶ້ນໃນວັນຈັນວານນີ້ ​ໂດຍ​ທີ່ທີມລາວໄດ້ຊະນະການ​ແຂ່ງຂັນຄັ້ງ​ທີ
ສອງ​ໄປ ແລະຈະເຂົ້າແຂ່ງອີິກສາມຄັ້ງໃນວັນອັງຄານມື້ນີ້ ຄື​ແຕ່ລະຄັ້ງຖ້າເສຍ​ກໍ​ຈະ​
ອອກ​ໄປ​ເລີຍ.

ທ່ານກະຕ່າຍໄດ້ກ່າວຕໍ່ ວີໂອເອກ່ຽວກັບການ​ມາ​ຮ່ວມ​ຂອງ​ທີ​ມລາວວ່າ:

ໝາກບານສີຂຽວໝາຍເຖິງນໍ້າ ແລະສີສົ້ມໝາຍເຖິງເຄື່ອງໂສໂຄກ.
ໝາກບານສີຂຽວໝາຍເຖິງນໍ້າ ແລະສີສົ້ມໝາຍເຖິງເຄື່ອງໂສໂຄກ.

“​ເຂົາ​ເຈົ້າ​ໄດ້​ສົ່ງ​ອຸປະກອນ​ໃຫ້​ເຮົາ ​ເລີ້ມ​ແລກ​ສົ່ງ​ອຸບປະກອນ​ໃຫ້​ເຮົາ ​ແລະ​ຫຼັງຈາກ
ນັ້ນ​ເພິ່ນ​ກໍ​ອອກ​ກົດ​ມາ​ວ່າ ການ​ແຂ່ງຂັນ​ຂອງ​ເຮົາ​ຈະ​ເປັນ​ແບບ​ວ່າ ຄວາມໝາຍ​ຂອງ
ມັນ​ຄື​ອະນຸລັກ​ສິ່ງ​ແວດ​ລ້ອມ ຄື​ມັນ​ຈະ​ມີ​ໝາກບານ​ຢູ່​ສອງ​ຊະນິດ ຄື​ສີຟ້າ​ກັບ​ສີສົ້ມ
ສີຟ້າ​ນະ​ເຮັດ​ໃຫ້​ນ້ຳສະອາດ ສີສົ້ມ​ແມ່ນ​ເຮັດ​ໃຫ້​ສິ່ງ​ເປິ​ະ​ເປື້ອນ​ແລະເອົາ​ຫຸ່ນ​ເຮົາ​ນີ້​ໄປ
ແຍກ.”

ພິທີ​ເປີດ​ການ​ແຂ່ງຂັນ robotics ຫລືການອອກແບບເຄື່ອງຈັກ robot ​ເພື່ອໃຈ້ແຍກ
ນໍ້າແລະຂອງໂສໂຄກອອກຈາກກັນ ​ໄດ້​ຈັດ​ຂຶ້ນໃນວັນອາທິດ ທີ 16 ກໍລະ ກົດທີ່ຜ່ານ
ມານີ້ຢູ່ທີ່ຕຶກ Constitution Hall ​ໃນນະຄອນຫຼວງ Washington.

ການແຂ່ງຂັນດັ່ງກ່າວ​ແມ່ນນຳພາໂດຍ First Global ຊຶ່ງເປັນອົງການເອກກະຊົນ
ທີ່ບໍ່ຂຶ້ນກັບລັດຖະບານ. Robotics ແມ່ນນະວັດຕະກຳ ຫລັກສູດການຮຽນ ​ໃນ​ດ້ານ
ວິທະຍາສາດ ເທັກໂນໂລຈີ ວິສະວະກອນ ແລະຄະນິດສາດ ຊຶ່ງ​ໃນປັດ ຈຸບັນນີ້ ມີບັນ
ດາຊາວໜຸ່ມເຖິງສອງພັນລ້ານຄົນ ກຳລັງພົວພັນຢູ່​ໃນທົ່ວໂລກ.


ນັກສຶກສາທີ່ເຂົ້າຮ່ວມສ່ວນໃຫຍ່ ​ແມ່ນກຳລັງຮຽນຢູ່ຂັ້ນມັດທະຍົມປາຍ ແລະມະຫາ
ວິທະຍາໄລປີທຳອິດຈາກ 163 ປະເທດໃນຫ້າທະວີບ. ຢູ່ໃນນັ້ນມີນັກຮຽນນັກ​ສຶກສາ
ຈາກປະເທດກຳລັງພັດທະນາ ແລະອຸດສາຫະກຳ ປະເທດທີ່ກຳລັງປະສົບກັບໄພສົງ
ຄາມເຊັນວ່າ ອັຟການິສຖານ ​ແລະອີຣັກ. ສຳລັບ​ເຂດເອເຊຍອາຄະເນກໍມີ ມຽນມາ
ກຳປູເຈຍ ແລະ ສປປ ລາວ ພ້ອມດ້ວຍບັນດາປະເທດອຸດສາຫະກຳທີ່ອຸດົມຮັ່ງມີ
ຕ່າງໆ. ພວກ​ນັກຮຽນນັກສຶກສາທີ່ເດີນທາງມາສະຫະລັດຄັ້ງນີ້ ສ່ວນໃຫຍ່ເປັນຄັ້ງ
ທຳອິດ ຊຶ່ງເຂົາເຈົ້າໄດ້ນຳເອົາແນວຄິດອັນເປັນເປົ້າໝາຍດຽວກັນມາທ້າທາຍ ຮ່ວມ
ເປັນທີມແລກປ່ຽນ ແບ່ງປັນ ເພື່ອແກ້ໄຂບັນຫາທຳມະຊາດ ແລະອະນຸລັກສິ່ງແວດ
ລ້ອມ ຮ່ວມກັນ.

XS
SM
MD
LG