ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາລາວໃນ ສຫລ ເຂົ້າຮ່ວມການເລືອກຕັ້ງແຫ່ງຊາດ ໃນປະເທດ ໂດຍການສົ່ງບັດຜ່ານທາງໄປສະນີ


ການໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາວຂອງປະຊາຊົນລາວໃນຊຸດແລ້ວນີ້
ການໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາວຂອງປະຊາຊົນລາວໃນຊຸດແລ້ວນີ້

ອີກບໍ່ຮອດ 10 ວັນ ກໍຈະເຖິງວັນທີ 21 ກຸມພາ ກໍຄືວັນເລືອກສະມາຊິກສະພາ ແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງໃນທັງ 18 ແຂວງ ກັບ 1 ນະຄອນຫຼວງຂອງລາວແລ້ວ. ສໍາລັບການເລືອກຕ້ອງໃນຄັ້ງນີ້ແກນນໍາຂອງລາວ ມີຄຳສັ່ງໃຫ້ຄະນະກຳມະການການເລືອກຕັ້ງແຫ່ງຊາດ ດຳເນີນມາດຕະການໃນທຸກວິທີທາງເພື່ອຮັບປະກັນ ໃຫ້ຜູ້ມີສິດເລືອກຕັ້ງ ທັງໝົດ 4 ລ້ານ 279,000 ກວ່າຄົນຂອງປະເທດ ອອກໄປໃຊ້ສິດໃນການເລືອກຕັ້ງສະມາຊິກເຖິງ 100 ເປີ ເຊັນ, ອີງຕາມເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມະການການເລືອກຕັ້ງແຫ່ງຊາດທ່ານນຶ່ງ.

ສໍາລັບຄົນລາວຜູ້ທີ່ຢູ່ຕ່າງປະເທດ ເຊັ່ນນັກສຶກສາລາວ ຢູ່ໃນສະຫະລັດຄົນນຶ່ງບອກວ່າ ຕົນໄດ້ຮັບຂໍ້ມູນ ແລະການແຈ້ງບອກຈາກສະຖານເອກອັກຄະລັດຖະທູດລາວ ຢູ່ນະຄອນຫລວງວໍຊິງຕັນວ່າ ສາມາດເຂົ້າຮ່ວມການປ່ອນບັດນີ້ໄດ້. ນັກສຶກສາລາວຜູ້ນີ້ທີ່ໄດ້ຮັບທຶນຈາກລັດຖະບານອາເມຣິກັນໃຫ້ມາສຶກສາຂັ້ນປະລິນຍາໂທໃນມະຫາວິທະຍາໄລແຫ່ງນຶ່ງໃນພາກຕາເວັນອອກສຽງເໜືອຂອງປະເທດ ບອກໃນສອງວັນຜ່ານມາສູ່ຟັງວ່າ:

ນາງເລົ່າສູ່ຟັງອີກວ່າ ການປ່ອນບັດເລືອກຕັ້ງນີ້ ແມ່ນເຮັດໄດ້ໂດຍການສົ່ງບັດເລືອກຕັ້ງທາງໄປສະນີ ບໍ່ໃຫ້ກາຍວັນເສົາ, ວັນທີ 13 ກໍຄື ມື້ອື່ນນີ້. ນັກສຶກສາລາວຢູ່ສະຫະລັດຄົນນີ້ສາມາດປ່ອນບັດເລືອກຕັ້ງໄດ້ ໂດຍໄດ້ຮັບຂໍ້ມູນກ່ຽວກັບຜູ້ສະໝັກເລືອກຕັ້ງ 23 ທ່ານຜ່ານທາງອີເມລ ຈາກສະຖານເອກອັກຄະລັດ ຖະທູດລາວແລະຖືກແນະນໍາວ່າ ໃຫ້ຂ້າຊື່ຂອງຜູ້ສະໝັກ 5 ທ່ານທີ່ຕົນບໍ່ເລືອກ ເອົານັ້ນອອກ. ແຕ່ຢ່າງໃດກໍຕາມ ເມື່ອຖາມວ່າການເລືອກເອົາ 18 ທ່ານ ໃນທັງໝົດ 23 ທ່ານຢູ່ໃນບັນຊີລາຍຊື່ທີ່ນາງໄດ້ຮັບນັ້ນ ແມ່ນສໍາລັບເລືອກເອົາສະມາຊິກໄປປະຈໍາສະພາ ແຫ່ງຊາດບໍ ຫລືໄປປະຈໍາຢູ່ສະພາປະຊາຊົນໃນຂັ້ນນະຄອນຫລວງວຽງຈັນ, ນາງກໍຕອບວ່າບໍ່ຮູ້ຢ່າງລະອຽດ ວ່າແມ່ນສໍາລັບຂັ້ນໃດກັນແທ້. ນາງຍົກຕົວຢ່າງຜູ້ສະໝັກທ່ານນຶ່ງ ໃນຈໍານວນ 23 ທ່ານນັ້ນ ຊຶ່ງກໍຄືເບີ 1 ປະຈໍາ ຂດເລືອກ ຕັ້ງ 1 ແມ່ນ ທ່ານ ປ.ອ. ໄຊສົມພອນ ພົມວິຫານ, ລູກຊາຍຂອງ ມື້ລາງທ່ານ ໄກສອນ ອະດີດ ຜູ້ນໍາສູງສຸດຂອງລາວ ໃນການຍຶດອໍານາດ ການປົກຄອງຈາກລັດຖະບານຝ່າຍ ຂວາ ທີ່ສະໜັບສະໜຸນໂດຍສະຫະລັດ ໃນສະໄໝສົງຄາມອິນດູຈີນນັ້ນ.

ການເລືອກຕັ້ງທົ່ວປະເທດຊຸດນີ້ ຜູ້ມີສິດເລືອກຕັ້ງຕ້ອງເລືອກເອົາ 164 ຄົນ ຈາກຜູ້ສະໝັກທັງໝົດ 224 ຄົນໄປປະຈໍາຢູ່ໃນສະພາແຫ່ງຊາດ ຊຶ່ງໃນນີ້ເປັນຜູ້ສະໝັກຈາກສູນກາງ 68 ຄົນ ຈາກທ້ອງຖິ່ນ 156 ຄົນ. ສ່ວນສະພາປະຊາ ຊົນຂັ້ນແຂວງໃນທັງ 18 ແຂວງ ກັບ 1 ນະຄອນຫຼວງນັ້ນ ແມ່ນຕ້ອງເລືອກເອົາສະມາຊິກ 492 ຄົນ ຈາກຜູ້ສະໝັກທັງໝົດ 789 ຄົນ.

ສໍາລັບຄົນລາວທີ່ຫາກໍ່ມາຢູ່ໃນສະຫະລັດໃນສອງສາມປີ ຜ່ານມານີ້ ແລະມີສະ ຖານະພາບເປັນຄົນອາໄສຢູ່ສະຫະລັດຢ່າງຖາວອນນັ້ນແມ່ນບໍ່ຮູ້ຢ່າງຈະແຈ້ງວ່າ ຕົນສາມາດເຂົາຮ່ວມການປ່ອນບັດເລືອກຕັ້ງ ທີ່ວ່ານີ້ຂອງລາວໄດ້ ຫລືບໍ່ ແລະ ກໍບໍ່ໄດ້ຮັບການຕິດຕໍ່ຈາກທາງສະຖານເອກອັກຄະລັດຖະທູດລາວເລີຍ ອີງຕາມ ການບອກເລົ່າຂອງທ່ານເດດ ຄໍາວົງສາ, ທີ່ເມືອງ ຟໍສ໌ເຊີສ (Falls Church), ລັດເວີຈີເນຍ ທີ່ຫາກໍເຂົ້າມາຢູ່ໃນສະຫະລັດ ໃນປີ 2017 ຜ່ານມານີ້.

XS
SM
MD
LG