ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຍັງຕ້ອງນຳເຂົ້າ ພະລັງງານຈາກ ໄທ ແລະ ຈີນ ເພື່ອຕອບສະໜອງ ໃຫ້ກັບ 3 ແຂວງ ໃນພາກເໜືອ


ໃນປີ 2018 ການຊົມໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເກີນກວ່າ 2,100 ເມກະວັດ.
ໃນປີ 2018 ການຊົມໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເກີນກວ່າ 2,100 ເມກະວັດ.

ລາວ ຍັງຕ້ອງນຳເຂົ້າພະລັງງານຈາກ ໄທ ແລະ ຈີນ ເພື່ອຕອບສະໜອງໃຫ້ກັບ 3 ແຂວງ
ໃນພາກເໜືອ ທີ່ລະບົບໂຄງຂ່າຍໄຟຟ້າຍັງໄປບໍ່ເຖິງ ໂດຍຄາດວ່າຈະສາມາດຢຸດການ
ນຳເຂົ້າໄດ້ໃນປີ 2020.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງ
ຍອມຮັບວ່າ ລາວ ຍັງຕ້ອງນຳເຂົ້າພະລັງງານໄຟຟ້າຈາກ ໄທ ແລະ ຈີນ ເພື່ອຕອບສະ
ໜອງໃຫ້ກັບປະຊາຊົນຢູ່ທີ່ແຂວງ ໄຊຍະບູລີ, ບໍ່ແກ້ວ ແລະ ຫຼວງນໍ້າທາ ໂດຍສະເພາະ
ແມ່ນປະຊາຊົນທີ່ຢູ່ເຂດຊາຍແດນ ທີ່ລະບົບໂຄງຂ່າຍສາຍສົ່ງກະແສໄຟຟ້າຍັງໄປບໍ່ເຖິງ
ນັ້ນ ຈຶ່ງເຮັດໃຫ້ຕ້ອງນຳເຂົ້າໄຟຟ້າຈາກ ໄທ ແລະ ຈີນ ທີ່ມີລາຄາແພງຕໍ່ໄປ ຫຼື ຈົນກວ່າ
ການກໍ່ສ້າງລະບົບໂຄງຂ່າຍສາຍສົ່ງໄຟຟ້າຂະໜາດ 115 KV ຈະແລ້ວສຳເລັດຕາມເປົ້າ
ໝາຍໃນທ້າຍປີ 2019 ຢ່າງແທ້ຈິງດັ່ງທີ່ທ່ານ ຄຳມະນີ ໄດ້ຖະແຫຼງຢືນຢັນວ່າ

“ຈຸດທີ່ນຳເຂົ້າໃນປັດຈຸບັນນີ້ ນຶ່ງລະແມ່ນແຂວງໄຊຍະບູລີ, ສອງລະແມ່ນແຂວງບໍ່ແກ້ວ,
ສາມລະແມ່ນແຂວງຫຼວງນໍ້າທາ ກໍແມ່ນຳເຂົ້າມາຮັບໃຊ້ໃຫ້ແກ່ປະຊາຊົນຢູ່ຂອບເຂດທີ່
ລຽບຕາມຊາຍແດນ ຊຶ່ງລະບົບສາຍສົ່ງຂອງພວກເຮົາລະບົບສະຖານີ 115KV ກຳລັງ
ສ້າງຕັ້ງຢູ່ໃນປັດຈຸບັນນີ້ ການນຳເຂົ້າມາແມ່ນການນຳເຂົ້າໄຟຟ້າຈາກພູມີພາກ ຊຶ່ງມີລາ
ຄາໄຟຟ້າສູງ ແຕ່ພວກເຮົາມາຂາຍໃຫ້ປະຊາຊົນໃນລາຄາທີ່ຖືກ ເຖິງວ່າຈະຫຼຸບທຶນ ແຕ່
ກະພະຍາຍາມສູ້ຊົນເພື່ອສະໜອງໄຟຟ້າໃຫ້ແກ່ປະຊາຊົນທີ່ພຽງພໍ.”

ທັງນີ້ການຊົມໃຊ້ພະລັງງານໄຟຟ້າໃນ ລາວ ໄດ້ເພີ່ມຂຶ້ນຈາກ 989 ເມກະວັດ ເປັນ 1180
ເມກະວັດໃນປີ 2015-2016 ແລະ ເພີ່ມຂຶ້ນເປັນ 1,579 ເມກະວັດໃນປີ 2017 ຊຶ່ງຄິດ
ເປັນອັດຕາການເພີ່ມຂຶ້ນເຖິງ 33 ເປີເຊັນທຽບໃສ່ປີ 2016. ສ່ວນໃນປີ 2018 ການຊົມ
ໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເກີນກວ່າ 2,100 ເມກະວັດແລ້ວ, ໂດຍພາຍໃຕ້ສະພາບ
ການດັ່ງກ່າວ ກໍເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ
2,862 ເມກະວັດໃນປີ 2020 ແລະ ເກີນກວ່າ 7,200 ເມກະວັດໃນປີ 2030 ຕາມລຳດັບ.

ໃນປັດຈຸບັນນີ້ ຕາໜ່າງສາຍສົ່ງກະແສໄຟຟ້າໄດ້ໄປເຖິງປະຊາຊົນແລ້ວ 1 ລ້ານກວ່າຄົວ
ເຮືອນ ຊຶ່ງຄິດເປັນກວ່າ 90 ເປີເຊັນຂອງຄົວເຮືອນທັງໝົດ ຈຶ່ງຍັງເຫຼືອ 122,800 ກວ່າ
ຄົວເຮືອນທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ເຖິງຕາມເປົ້າໝາຍ
ພາຍໃນປີ 2020 ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທຳ
ນັ້ນກໍບໍ່ແມ່ນເລື່ອງງ່າຍ ເພາະຈະຕ້ອງໄດ້ໃຊ້ເງິນທຶນຢ່າງຫຼວງຫຼາຍ.

ແຕ່ຢ່າງໃດກໍຕາມ ທ່ານ ສຸລິນທອນ ເລືອງຄຳສິງ ນັກຊ່ຽວຊານຂອງທະນາຄານພັດທະ
ນາເອເຊຍ (ADB) ປະຈຳ ລາວ ຢືນຢັນວ່າ ການຜະລິດພະລັງງານໄຟຟ້າໃນປີ 2018
ໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກປີ 2017 ຄິດເປັນອັດຕາສະເລ່ຍ 7.5 ເປີເຊັນເຮັດໃຫ້
ການສົ່ງອອກພະລັງງານໄຟຟ້າຂອງ ລາວ ຍັງສືບຕໍ່ເພີ່ມສູງຂຶ້ນໂດຍສະເພາະແມ່ນການ
ສົ່ງພະລັງງານໄຟຟ້າໄປຂາຍໃຫ້ ໄທ ນັ້ນໄດ້ປັບຕົວສູງຂຶ້ນເຖິງ 23 ເປີເຊັນໃນປີ 2018,
ຫາກແຕ່ດ້ວຍຜົນກະທົບຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອວັນທີ 23 ກໍ
ລະກົດ 2018 ອັນເປັນຜົນເຮັດໃຫ້ລັດຖະບານ ລາວ ຕ້ອງດຳເນີນມາດຕະການກວດ
ສອບ ໂຄງການກໍ່ສ້າງເຂື່ອນໄຟຟ້າທຸກໂຄງການໃນ ລາວ ໃນເວລານີ້ ຍ່ອມຈະກະທົບ
ຕໍ່ການຜະລິດໄຟຟ້າຂອງ ລາວ ໃນປີ 2019 ຢ່າງຫຼີກລ່ຽງບໍ່ໄດ້.

ທັງນີ້ພາຍໃນປີ 2021 ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການທີ່ມີ
ກຳລັງຕິດຕ້ອງລວມຫຼາຍກວ່າ 13,000 ເມກະວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້
67,000 ລ້ານກິໂລວັດ/ໂມງ/ປີ ໃນນີ້ແບ່ງເປັນແຫຼ່ງຜະລິດພະລັງງານໄຟຟ້າທີ່ມີຢູ່ແລ້ວ
61 ໂຄງການ ມີກຳລັງຕິດຕັ້ງ 7,200 ເມກະວັດທີ່ສາມາດຜະລິດກະແສໄຟຟ້າໄດ້ເຖິງ
37,086 ລ້ານກິໂລວັດ/ໂມງ ແລະ ກຳລັງກໍ່ສ້າງ 39 ໂຄງການ ມີກຳລັງຕິດຕັ້ງລວມ
5,900 ເມກະວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 29,914 ລ້ານກິໂລວັດ/ໂມງ ຊຶ່ງ
ສ່ວນໃຫຍ່ມີກຳນົດແລ້ວສຳເລັດໃນປີ 2020-2021 ໃນນີ້ 85 ເປີເຊັນຂອງພະລັງງານ
ໄຟຟ້າທີ່ຜະລິດໄດ້ທັງໝົດຈະສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ ໄທ ທີ່ຕົກ
ລົງຮັບຊື້ກະແສໄຟຟ້າຈາກ ລາວ ໃນປະລິມານລວມ 9,000 ເມກະວັດຕໍ່ປີນັບຈາກປີ
2019-2044.

ສຳລັບໃນປີ 2018 ຜ່ານມາ ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ໄດ້ນຳ
ເຂົ້າພະລັງງານໄຟຟ້າຈາກ ລາວ ໃນມູນຄ່າລວມ 9,000 ເມກະວັດຕໍ່ປີ ໃນມູນຄ່າລວມ
48,238 ລ້ານບາດ ຫຼື 1,462 ລ້ານໂດລາ ຊຶ່ງເພີ່ມຂຶ້ນຈາກປີ 2017 ຄິດເປັນອັດຕາສະ
ເລ່ຍເຖິງ 23 ເປີເຊັນ ໃນຂະນະທີ່ ລາວ ນຳເຂົ້າໄຟຟ້າຈາກ ໄທ ໃນມູນຄ່າລວມ 1,330
ລ້ານບາດເທົ່ານັ້ນ.

XS
SM
MD
LG