ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທຶນຂອງລັດຖະບານລາວ ຊ່ອຍເຫຼືອຫົວໜ່ວຍທຸລະກິດ ທີ່ຖືກກະທົບຈາກການລະບາດຂອງໂຄວິດ ໄດ້ພຽງສ່ວນນຶ່ງ


ພິທີເປີດຫ້ອງການ ສູນບໍລິການວິສາຫະກິດຂະໜາດນ້ອຍແລະຂະໜາດກາງ ຫຼື SME ຢູ່ໃນນະຄອນຫຼວງວຽງຈັນ ຊຶ່ງໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດ.
ພິທີເປີດຫ້ອງການ ສູນບໍລິການວິສາຫະກິດຂະໜາດນ້ອຍແລະຂະໜາດກາງ ຫຼື SME ຢູ່ໃນນະຄອນຫຼວງວຽງຈັນ ຊຶ່ງໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດ.

ກອງທຶນຂອງລັດຖະບານລາວ ໃຫ້ການຊ່ອຍເຫຼືອຫົວໜ່ວຍທຸລະກິດຂະໜາດນ້ອຍແລະຂະໜາດກາງທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໄດ້ພຽງແຕ່ 638 ລາຍ ຈາກທັງໝົດຫຼາຍກວ່າ 1 ແສນລາຍທົ່ວປະເທດ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຖະແຫລງຢືນຢັນວ່າ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SMEs) ຂອງລັດຖະບານລາວ ສາມາດໃຫ້ການຊ່ອຍເຫຼືອດ້ານເງິນທຶນແກ່ SME ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໄດ້ພຽງ 638 ລາຍ ຈາກທັງໝົດຫຼາຍກວ່າ 125,800 ລາຍໃນທົ່ວປະເທດ ເນື່ອງຈາກລັດຖະບານລາວ ມີງົບປະມານຈຳກັດທີ່ສົບທົບເຂົ້າໃນກອງທຶນ SMEs ໄດ້ພຽງ 300 ຕື້ກີບເທົ່ານັ້ນ ໃນຊ່ວງປີ 2020 ຫາ 2021 ຊຶ່ງບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງໄດ້ຂໍການຮ່ວມມືໄປຍັງທະນາຄານທຸລະກິດເພື່ອຂໍໃຫ້ຫລຸດອັດຕາດອກເບ້ຍແລະເລື່ອນການຊຳລະໜີ້ເປັນເວລາ 3 ເດືອນ ສຳລັບ SME ທີ່ຖືກກະທົບນັ້ນ ດັ່ງທີ່ ທ່ານຄຳແພງ ໃຫ້ການຢືນຢັນວ່າ:

“ກະຊວງອຸດສາຫະກຳແລະການຄ້າ ໄດ້ເປັນເຈົ້າການປະສານແລະສົມທົບກັບທະນາຄານທຸລະກິດ ຈຳນວນນຶ່ງທີ່ເຂົ້າຮ່ວມໂຄງການຫລຸດອັດຕາດອກເບ້ຍ ແລະເລື່ອນການຊຳລະຕົ້ນທຶນ ສຳລັບບ້ວງເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍແລະຂະໜາດກາງ ເປັນເວລາ 3 ເດືອນໃຫ້ SMEs ຈຳນວນນຶ່ງ ແລະເລັ່ງສະໜອງທຶນຂອງລັດຖະບານ ຈຳນວນ 200 ຕື້ກີບ ສຳລັບປີ 2020 ແລະ 100 ຕື້ກີບ ສຳລັບປີ 2021.”

ຍິ່ງໄປກວ່ານັ້ນ ການທີ່ຈະໄດ້ຮັບການອະນຸມັດເງິນກູ້ຈາກກອງທຶນສະໜັບສະໜຸນ SME ກໍມີເງື່ອນໄຂຫຼາຍປະການທີ່ເຈົ້າຂອງກິດຈະການ SME ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃນລາວ ຕ້ອງປະຕິບັດຕາມລະບຽບກົດໝາຍແລະເງື່ອນໄຂທີ່ທະນາຄານກຳນົດໄວ້ຢ່າງຄົບຖ້ວນ ໂດຍສະເພາະແມ່ນການຈົດທະບຽນ SME ແລະການນຳສະເໜີແຜນການດ້ານລາຍຮັບແລະລາຍຈ່າຍໃນທຸລະກິດທີ່ຊັດເຈນນັ້ນ.

ທັງນີ້ ລັດຖະບານລາວ ໂດຍກະຊວງການເງິນ ໄດ້ກູ້ຢືມເງິນຈາກທະນາຄານໂລກ ໃນມູນຄ່າ 40 ລ້ານໂດລາ ເມື່ອບໍ່ນານມານີ້ ສຳລັບນຳໃຊ້ໃນການຟື້ນຟູກິດຈະການຂອງບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃນທົ່ວປະເທດລາວ ຊຶ່ງເງິນກູ້ຢືມດັ່ງກ່າວ ໄດ້ຈັດແບ່ງອອກເປັນ 2 ສ່ວນຄື 34 ລ້ານໂດລາ ສຳລັບປ່ອຍເປັນເງິນກູ້ໃຫ້ SME ນຳໄປໃຊ້ເພື່ອຟື້ນຟູກິດຈະການໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄດ້ໄວທີ່ສຸດ ແລະ 6 ລ້ານໂດລານັ້ນ ສຳລັບນຳໃຊ້ໃນການພັດທະນາທາງດ້ານການບໍລິຫານແລະເທັກນິກສະໄໝໃໝ່ ທີ່ເປັນປະໂຫຍດຕໍ່ການພັດທະນາ SME ໃນລາວ ໃຫ້ສາມາດແຂ່ງຂັນກັບຕ່າງປະເທດໃຫ້ໄດ້ຢ່າງແທ້ຈິງ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ຈັດສັນເງິນທຶນມູນຄ່າ 1,800 ຕື້ກີບເປັນເງິນກູ້ໃຫ້ແກ່ບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ແລະໄດ້ອະນຸມັດເງິນກູ້ແລ້ວ 1,652 ກວ່າຕື້ກີບໃຫ້ກັບ SME ຈຳນວນ 477 ລາຍທີ່ຜະລິດສິນຄ້າກະສິກຳແລະສິນຄ້າອຸປະໂພກບໍລິໂພກເປັນດ້ານຫຼັກ ຊຶ່ງໄດ້ມີການຖອນເງິນກູ້ດັ່ງກ່າວໄປແລ້ວໃນມູນຄ່າ 1,369 ກວ່າຕື້ກີບ ໃນຂະນະທີ່ກະຊວງແຜນການແລະການລົງທຶນ ປະເມີນວ່າ ການລະບາດໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດຂອງລາວ ເກີດການເສຍຫາຍຫຼາຍກວ່າ 7,000 ຕື້ກີບ ແລະໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງບັນດາຫົວໜ່ວຍທຸລະກິດທີ່ມີຢູ່ຫຼາຍກວ່າ 129,690 ລາຍຢ່າງຫລີກລ້ຽງບໍ່ໄດ້ ໂດຍໃນນີ້ເກີນກວ່າ 97 ເປີເຊັນ ກໍຄື SMEs ນັ້ນເອງ.

ດ້ານເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວ ເປີດເຜີຍວ່າ ການລະບາດຂອງໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດບໍລິການແລະທ່ອງທ່ຽວຢ່າງໜັກໜ່ວງທີ່ສຸດ ຊຶ່ງໃນປັດຈຸບັນນີ້ ກໍປາກົດວ່າ ມີບໍລິສັດເອກະຊົນທີ່ດຳເນີນທຸລະກິດການທ່ອງທ່ຽວ ໂຮງແຮມ-ບ້ານພັກ ແລະບໍລິສັດພັດທະນາແຫລ່ງທ່ອງທ່ຽວຫຼາຍກວ່າ 4,900 ລາຍທີ່ໄດ້ຂໍເລື່ອນການຊຳລະໜີ້ຄືນໃຫ້ກັບທະນາຄານຕ່າງໆໃນປີ 2021 ໃນນີ້ລວມເຖິງກິດຈະການໂຮງແຮງ-ບ້ານພັກ 2,950 ລາຍ ບໍລິສັດທ່ອງທ່ຽວ 575 ລາຍ ບໍລິສັດຜູ້ພັດທະນາແຫລ່ງທ່ອງທ່ຽວທີ່ໄດ້ຮັບອະນຸຍາດສຳປະທານຈາກລັດ 809 ລາຍ ແລະຜູ້ປະກອບການສະຖານບັນເທີງອີກ ເກີນກວ່າ 580 ລາຍ.

ສ່ວນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ປະເມີນວ່າ ນັກທ່ອງທ່ຽວສາກົນທີ່ເດີນທາງມາລາວໃນປີ 2020 ຫລຸດລົງເກີນກວ່າ 85 ເປີເຊັນ ຊຶ່ງເຮັດໃຫ້ລາຍຮັບຂອງພາກບໍລິການແລະທ່ອງທ່ຽວຫລຸດລົງກວ່າ 700 ລ້ານໂດລາ ແລະໃນປີ 2021 ນີ້ ສະພາບການກໍຍັງຄົງບໍ່ດີຂຶ້ນ ຈຶ່ງຄາດວ່າ ພາກບໍລິການແລະທ່ອງທ່ຽວໃນລາວ ຈະສູນເສຍລາຍຮັບກວ່າ 700 ລ້ານໂດລາເຊັ່ນດຽວກັນ ຫາກແຕ່ລັດຖະບານລາວ ກໍຄາດຫວັງວ່າ ພາກທຸລະກິດບໍລິການທ່ອງທ່ຽວ ຈະກັບຄືນມາຟື້ນຕົວ ເມື່ອສາມາດຄວບຄຸມການລະບາດຂອງໄວຣັສໂຄວິດ-19 ໄດ້ຄັກແນ່ແລ້ວ ແຕ່ທຸລະກິດທ່ອງທ່ຽວໃນລາວ ກໍຈະຕ້ອງປັບປຸງຄຸນນະພາບບໍລິການແລະປັບຄ່າໃຊ້ຈ່າຍທີ່ເໝາະສົມ ເພາະມີຫາງສຽງວ່າ ຄ່າໃຊ້ຈ່າຍການທ່ອງທ່ຽວໃນລາວ ສູງກວ່າປະເທດເພື່ອນບ້ານໃນທຸກດ້ານນັ້ນເອງ.

XS
SM
MD
LG