ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດວິສາຫະກິດ 178 ແຫ່ງໃນລາວ ມີໜີ້ລວມ​ກັນເກີນກວ່າ 76 ເປີ​ເຊັນ ຂອງ GDP ແລະ ຂາດ​ທຶນຫລາຍ ຍ້ອນ​ການທຸດ​ຈະ​ລິດ


ຕະ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ຂອງ​ບໍ​ລິ​ສັດ​ໄຟ​ຟ້າລາວ ຊຶ່ງມີ​ໜີ້​ເງິນ​ກູ້ຫຼາຍ​ເກີນກວ່າ 2,000 ລ້ານ​ໂດ​ລາ.
ຕະ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ຂອງ​ບໍ​ລິ​ສັດ​ໄຟ​ຟ້າລາວ ຊຶ່ງມີ​ໜີ້​ເງິນ​ກູ້ຫຼາຍ​ເກີນກວ່າ 2,000 ລ້ານ​ໂດ​ລາ.

ລັດວິສາຫະກິດທັງໝົດ 178 ແຫ່ງໃນລາວມີໜີ້ສິນລວມ​ກັນຄິດ​ເປັນ​ສັດ​ສ່ວນເກີນກວ່າ 76 ເປີ​ເຊັນຂອງ GDP ແລະປະເຊີນກັບການຂາດ​ທຶນຢ່າງຫຼວງຫລາຍ ຍ້ອນ​ການທຸດ​ຈະ​ລິດ ແລະ​ການ​ບໍ​ລິ​ຫານມີປະສິດ​ທິ​ພາບ​ຕ່ຳ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຖະ​ແຫລງວ່າ ​ວິ​ສາ​ຫະ​ກິດ​ ທັງ 178 ຫົວ​ໜ່ວຍຂອງລັດຖະບານລາວ ໃນປັດ​ຈຸ​ບັນ​ນີ້ ເຖິງ​ແມ່ນ​ວ່າ ຈະ​ມີ​ຊັບ​ສິນຄິດ​ເປັນ​ມູນ​ຄ່າ​ລວ​ມ​ກັນ ເຖິງ 184,765 ຕື້​ກີບ ຫລື​ເທົ່າ​ກັບ 96 ເປີ​ເຊັນ ຂອງຍອດ​ລວມ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ກໍ​ຕາມ ແຕ່​ການ​ທີ່​ລັດ​ວິ​ສາ​ຫະກິດທັງ​ໝົດ 178 ຫົວ​ໜ່ວຍ​ມີ​ໜີ້​ສິນລວມ​ກັນ​ເຖິງ 147,451 ຕື້​ກີບ ຫຼາຍ​ກວ່າ 76 ເປີ​ເຊັນ ຂອງ GDP ທັງ​ກໍ​າ​ລັງປະ​ເຊີນ​ໜ້າ​ກັບພາ​ວະ​ຂາດ​ທຶນ​ຢ່າງ​ຫລວງຫຼາຍຍ້ອນການທຸດ​ຈະ​ລິດ ​ແລະ​ ການບໍ​ລິ​ຫານມີ​ປະ​ສິດ​ທິ​ພາບ​ຕ່ຳ ​ຍ້ອນ​ວ່າ​ມີ​ການຫຼິ້ນພັກຫຼິ້ນ​ພວກ ​ແລະ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ເປັນ​ດ້ານ​ຫລັງ​ດ້ວຍ​ນັ້ນ ຈຶ່ງ​ຕ້ອງ​ດຳ​ເນີນ​ການປະຕິ​ຮູບລັດ​ວິ​ສາ​ຫະ​ກິດທັງ​ໝົດ 178 ຫົວ​ໜ່ວຍ ຢ່າງ​ຮີບ​ດ່ວນ​ທີ່​ສຸດ. ​ທັງ​ນີ້ ດ້ວຍການ​ເປີດ​ໃຫ້​ພາກ​ເອກະ​ຊົນຮ່ວມທຶນ​ໃນ​ສັດ​ສ່ວນ​ທີ່ຫລາຍ​ຂຶ້ນ ເພາະ​ວ່າ ຈາກ​ການ​ດໍ​ເນີນການ​ດັ່ງ​ກ່າວ ໃນ​ໄລ​ຍະ​ຜ່ານ​ມາພົບ​ວ່າ ລັດວິສາຫະກິດທີ່ມີພາກ​ເອ​ກະ​ຊົນຮ່ວມ​ທຶນ ໃນສັດສ່ວນທີ່ສູງນັ້ນ ກໍ​ຈະ​ມີ​ປະ​ສິດ​ທິ​ພາບ​ສູງທາງ​ດ້ານການບໍ​ລິ​ຫານ ແລະມີຜົນ​ປະ​ກອບ​ການ​ດີ​ດ້ວຍ​ເຊັ່ນ​ກັນ ດັ່ງທີ່ທ່ານ ບຸນໂຈມ ຢືນຢັນວ່າ:

“ການ​ຕີ​ລາ​ຄາ​ສະ​ພາບ​ລວມກ່ຽວ​ກັບການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ລັດ​ລົງ​ທຶນ​ໄດ້ 100 ເປີ​ເຊັນ ແມ່ນ​ເຫັນ​ວ່າ ເປັນ​ທຸ​ລະ​ກິດທີ່​ມີ​ຄວາມ​ອ່ອນ​ແອ ແລະມີຄວາມສ່ຽງໃນຕໍ່ຫນ້າ ສຳລັບ​ລັດ​ວິ​ສາ​ຫະກິດ​ປະສົມ​ທີ່​ລັດ​ຖື​ຮຸ້ນ​ແຕ່ 50 ເປີ​ເຊັນ ຫາ 99 ເປີ​ເຊັນ ສັງ​ເກດເຫັນ​ວ່າ ແມ່ນ​ວ່າເປັນທຸລະກິດທີ່ມີປະສິດ​ທິ​ຜົນ​ສູງພໍ​ສົມ​ຄວນ. ບໍລິສັດປະສົມທີ່ລັດຖືຮຸ້ນລົງ 49 ເປີ​ເຊັນລົງ​ມາ ຕີ​ລາ​ຄາ​ເຫັນວ່າ ການດຳເນີນທຸລະກິດຂອງບໍລິສັດປະສົມທີ່ລັດຖືຮຸ້ນລົງ 49 ເປີ​ເຊັນ ລົງ​ມາ​ໜີ້ ແມ່ນເຫັນວ່າເປັນທຸລະກິດທີ່ມີປະສິດທິຜົນດີ. ​ແຕ່​ລາຍ​ຈ່າຍ​ຂອງ​ລັດ​ວິ​ສາ​ຫະກິດ​ຍັງ​ຕ້ອງ​ໄດ້​ປະ​ເມີນ ມີ​ການພິ​ຈາ​ລະ​ນາຄືນ ແລະ​ທົບ​ທວນ​ຄືນ ເພື່ອຮັບປະກັນປະສິດທິຜົນຂອງການ​ດຳ​ນີນທຸລະກິດໃນໄລຍະຍາວ.”

ສ່ວນ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ທະ​ນາ​ຄານ​ແຫ່ງ​ຊາດ​ລາວເປີ​ດເຜີຍ​ວ່າ​ ເງິນ​ກູ້ຢືມ​ໃນ​ລະ​ບົບ​ສິນ​ເຊື່ອທະ​ນາ​ຄານ​ໃນ​ລາວ ​ໃນ​ປັດ​ຈຸ​ບັນ​ນີ້​ມີ​ມູນ​ຄ່າ​ລວມ 95,000 ກວ່າ​ຕື້​ກີບ ​ໃນ​ນີ້​ເປັນ​ການ​ປ່ອຍ​ເງິນ​ກູ້​ໂດ​ຍ​ທະ​ນາ​ຄາ​ນ​ທຸ​ລະ​ກິດ​ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ທະ​ນາ​ຄານ​ແຫ່ງ​ຊາດລາວ​ ໃນ​ສັດ​ສ່ວນ 48.45 ເປີ​ເຊັນ ແລະ ທະ​ນາ​ຄານ​ຮ່ວມ​ທຶນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ເອ​ກະ​ຊົນ​ໃນ​ສັດ​ສ່ວນ 10.15 ເປີ​ເຊັນ ​ແລະ 41.4 ເປີ​ເຊັນ​ ກໍເປັນ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ເອ​ກະ​ຊົນລາວ ແຕ່​ດ້ວຍ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ກໍ​ໄດ້​ສົ່ງ​ຜົນ​ກ​ະ​ທົບ​ຕໍ່​ທຸ​ລະ​ກິດ​ການ​ຄ້າ ແລະບໍ​ລິ​ການ​ຢ່າງ​ໜັກ​ໜ່ວງ ຊຶ່ງ​ເຮັດ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທັງ​ຂອງ​ລັດ ແລະ ເອ​ກະ​ຊົນ​ບໍ່​ສາ​ມາດ​ຈະ​ຊຳ​ລະ​ໜີ້​ເງິນ​ກູ້ ແລະດອກ​ເບ້ຍ​ຄືນ​ໃຫ້​ກັບ​ທະ​ນາ​ຄານ​ໄດ້​ເລີຍ ໂດຍ​ຜົ​ນ​ທີ່​ຕິດ​ຕາມ​ມາ​ກໍ​ຄື​ໜີ້​ເສຍ (NPL) ໃນ​ລະ​ບົບ​ທະ​ນາ​ຄານ​ເພີ່ມ​ຂຶ້ນ​ເປັນ​ເກີນກວ່າ 7 ເປີ​ເຊັນ ​ທັງ​ຍັງ​ມີ​ໜີ້​ເງິນ​ກູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກັບ​ກູ້​ຄືນບໍ່​ໄດ້​ອີກ​ເຖິງ 17.48 ເປີ​ເຊັນ​ຂອງ​ມູນ​ໜີ້​ທັງ​ໝົດ​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ໃນ​ລາວ​ ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະ​ກິດ​ນັ້ນ​ຖື​ເປັນ​ພາກ​ສ່ວນ​ທີ່​ກູ້​ຢືມ​ເງິນ​ຈາກ​ທະ​ນາ​ຄານ ແລະຕ້ອງປະ​ເຊີນ​ກັບ​ສະ​ພາ​ວະ​ຂາດ​ທຶນ​ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດຫຼາຍ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້.

ທັງ​ນີ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ລັດ​ຖະ​ບານ​ລາວ​ມີ​ໜີ້​ຈາກ​ການ​ກູ້​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ໃນ​ລາວ​ຄິດ​ເປັນ​ມູນ​ຄ່າ​ເກີນກວ່າ 55,670 ຕື້​ກີບ ​ໃນ​ນີ້​ໄດ້​ຕົກ​ເປັນ NPL ໄປ​ແລ້ວ​ເກີນກວ່າ 3,897 ຕື້​ກີບ ແລະ ອີກ​ເກີນກວ່າ 9,731 ຕື້​ກີບ​ກໍ​ຖືກ​ຈັດ​ໃຫ້​ເປັນ​ເງິນ​ສິນ​ເຊື່ອ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ບໍ່​ສາ​ມາດ​ຈັດ​ເກັບ​ຄືນ​ມາ​ໄດ້ ເພາະ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ເຮັດ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ສ່ວນຫຼາຍ ບໍ່​ມີ​ລາຍ​ໄດ້ ຫຼື​ວ່າ​ມີ​ລາຍ​ໄດ້​ບໍ່​ພຽງ​ພໍ​ສຳ​ລັບ​ການ​ຊຳ​ລະ​ໜີ້​ເງິນ​ກູ້​ດັ່ງ​ກ່າວ ຊຶ່ງ​ກໍ​ເຊັ່ນ​ດຽ​ວ​ກັນ ກັບ​ຫົວ​ໜ່ວຍ​ເອ​ກະ​ຊົນ​ 130,000 ລາຍທີ່ບໍ່​ສາ​ມາດ​າ​ລະ​ໜີ້​ຄືນ​ໃຫ້​ແກ່​ທະ​ນາ​ຄານ​ໄດ້​ໃນ​ເວ​ລານີ້.

ໃນ​ປັດ​ຈຸ​ບັນ​ລັດ​ຖະ​ບານ​ລາວ​ມີ​ວິ​ສາ​ຫະ​ກິດ​ໃນ​ການ​ຄຸ້ມ​ຄອງ 178 ແຫ່ງ ​ມີ​ທຶນ​ຈົດ​ທະ​ບຽນ​ລວມ​ເກີນກວ່າ 225,495 ຕື້​ກີບ ​ແຕ່​ກໍ​ມີ​ພຽງ 34 ລັດ​ວິ​ສາ​ຫະ​ກິດ​ທີ່​ມີ​ຜົນ​ການ​ດຳ​ເນີນ​ທຸ​ລ​ກິດ​ໃນ​ລະ​ດັບ​ດີ ແລະປານ​ກາງ ​ສ່ວນ​ທີ່​ເຫຼືອ​ອີກ 144 ຫົວ​ໜ່ວຍ​ກໍ​ຄື​ລັດ​ວິ​ສາ​ຫະ​ກິດ​ທີ່​ຂາ​ດ​ທຶນ ແລະ ສ້າງພາ​ບະ​ໜີ້​ສິນ​ມະ​ຫາ​ສານ​ໃຫ້​ກັບ​ລັດ​ຖະ​ບານ​ລາວ ​ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ 9 ແຫ່ງ ​ຄື​ລັດ​ວິສາ​ຫະ​ກິດການ​ບິນ​ລາວ, ລັດ​ວິ​ສາ​ຫະ​ກິດ ໄຟ​ຟ້າ​ລາວ, ລັດ​ວິ​ສາ​ຫະ​ກິດ ​ລ້ານ​ຊ້າງ​ພັດ​ທະ​ນາ ແລະ ບໍ​ລິ​ການການ​ຄ້າຂ້າ​ເຂົ້າ-ຂາ​ອອກ, ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ສາ​ກົນ-ລາວ​ບໍ​ລິ​ການ. ກຸ່ມ​ບໍ​ລິ​ສັດ DAFI ທີ່​ຄຸ້ມ​ຄອງ​ໂດຍກອງ​ທັບ​ປະ​ຊາ​ຊົນ​ລາ​ວນັ້ນ, ລັດ​ວິ​ສາ​ຫະ​ກິດ​ວິ​ສະ​ວະ​ກຳ​ນ້ຳ​ກັບ​ສິ່ງ​ແວດ​ລ້ອມ, ທະ​ນາ​ຄານ​ພັດ​ທະ​ນາ​ລາວ ແລະ ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກຳ​. ທັງ​ນີ້ ພາກ​ສ່ວນ ທີ່​ປະ​ເຊີນ​ກັບ​ພາ​ວະ​ຂາດ​ທຶນ ແລະ​ສ້າງ​ພາ​ລະໜີ້​ສິນ​ໃຫ້ລັດ​ຖະ​ບານ​ຫລາຍກວ່າ​ໝູ່ ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວນັ້ນ​ເອງ ຊຶ່ງມີ​ໜີ້​ເງິນ​ກູ້ຫຼາຍ​ເກີນກວ່າ 2,000 ລ້ານ​ໂດ​ລາ.

XS
SM
MD
LG