ລິ້ງ ສຳຫລັບເຂົ້າຫາ

ທະນາຄານແຫ່ງ ສປປ ລາວ ບໍ່ສາມາດຄວບຄຸມ ອັດຕາແລກປ່ຽນ ເງິນຕາຕ່າງປະເທດ ໃຫ້ຢູ່ໃນອັດຕາທີ່ເໝາະສົມໄດ້


ພະນັກງານທະນາຄານແຫ່ງນຶ່ງໃນ ລາວ ກຳລັງນັບເງິນ.

ທະນາຄານແຫ່ງ ສປປ ລາວ ບໍ່ສາມາດຄວບຄຸມອັດຕາແລກປ່ຽນລະຫວ່າງເງິນຕາຕ່າງ
ປະເທດ ກັບເງິນກີບໃຫ້ຢູ່ໃນອັດຕາທີ່ເໝາະສົມໄດ້ ເພາະວ່າພາກທຸລະກິດເອກະຊົນ
ຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ.

ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານາແຫ່ງ ສປປ ລາວ ຍອມຮັບວ່າອັດຕາ
ແລກປ່ຽນເງິນຕາໃນ ລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງຕໍ່ເນື່ອງ ຊຶ່ງນອກ
ຈາກຈະມີສາເຫດມາຈາກສະພາວະເຄັ່ງຕຶງດ້ານງົບປະມານຂອງລັດຖະບານ ລາວ
ແລ້ວກໍຍັງມີສາເຫດມາຈາກສະພາວະການຫຼຸດລົງຂອງທຶນສຳຮອງເງິນຕາຕ່າງປະ
ເທດໃນຄັງຂອງລັດຖະບານ ລາວ ດ້ວຍ ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້
ພາກທຸລະກິດເອກະຊົນຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ ຈຶ່ງໄດ້ພາກັນຖືຄອງເງິນ
ຕາຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະແມ່ນເງິນໂດລາ ສະຫະລັດ ແລະ ເງິນບາດ
ຊຶ່ງກໍເຮັດໃຫ້ທະນາຄານຂອງລັດບໍ່ສາມາດຄວບຄຸມເງິນຕາ ແລະ ອັດຕາແລກປ່ຽນທີ່
ເໝາະສົມດັ່ງທີ່ທ່ານ ສົມພາວ ຢືນຢັນວ່າ.

"ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າບໍ່ໄດ້ຕາມແຜນການ ຍ້ອນເງິນຝາກ
ຂອງລັດຖະບານ ແລະ ທະນາຄານທຸລະກິດຫຼຸດລົງຫຼາຍ ແລະ ການຂາຍເງິນຕາຕ່າງ
ປະເທດຂອງທະນາຄານກາງໃຫ້ແກ່ສັງຄົມເພື່ອດັດສົມອັດຕາປ່ຽນແປງແນໃສ່ຮັກສາ
ສະເຖຍລະພາບຄ່າຂອງເງິນກີບ ການນຳໃຊ້ເງິນຕາຕ່າງປະເທດຍັງແຜ່ຫຼາຍຢູ່ໃນສັງ
ຄົມ ເຮັດໃຫ້ທະນາຄານແຫ່ງ ສປປ ລາວ ບໍ່ສາມາດລວມສູນເງິນຕາຕ່າງປະເທດໃນ
ລະດັບທີ່ແນ່ນອນ."

ທ່ານ ສົມພາວ ໃຫ້ການຍອມຮັບດ້ວຍວ່າອັດຕາແລກປ່ຽນເງິນຕາໃນລະບົບທະນາຄານ
ແລະ ໃນຕະຫຼາດໄດ້ຫຍັບຫ່າງອອກຈາກກັນຫຼາຍຂຶ້ນນັບມື້ ໂດຍຈາກການເກັບກຳຂໍ້
ມູນໃນເດືອນມິຖຸນາ 2017 ພົບວ່າ ອັດຕາແລກປ່ຽນໃນທະນາຄານກັບຕະຫຼາດມີສັດ
ສ່ວນທີ່ແຕກຕ່າງກັນໃນລະດັບ 3.75 ເປີເຊັນ ແລະ 3.08 ເປີເຊັນ ສຳລັບການແລກ
ປ່ຽນເງິນກີບກັບເງິນໂດລາ ສະຫະລັດ ແລະ ເງິນບາດຂອງ ໄທ ຕາມລຳດັບ ໃນຂະນະ
ທີ່ສັດສ່ວນທີ່ເໝາະສົມນັ້ນຈະຕ້ອງບໍ່ເກີນລະດັບ 2 ເປີເຊັນຈຶ່ງເຮັດໃຫ້ເງິນກີບມີຄ່າຫຼຸດ
ລົງດ້ວຍນັ້ນເອງ.

ສ່ວນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ
ການເງິນ ກໍຍອມຮັບວ່າ ລັດຖະບານ ລາວ ກຳລັງປະເຊີນກັບບັນຫາໜີ້ສິນເພີ່ມຂຶ້ນທັງ
ພາຍໃນ ແລະ ຕ່າງປະເທດ ໂດຍໜີ້ສິນພາຍໃນທີ່ເພີ່ມຂຶ້ນ ກໍມີສາເຫດມາຈາກການທີ່
ລັດຖະບານ ລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດເອກະຊົນເປັນຜູ້ລົງທຶນໃຫ້ກ່ອນ ໃນ
ໂຄງການພັດທະນາຕ່າງໆທີ່ລັດຖະບານບໍ່ມີຄວາມພ້ອມດ້ານງົບປະມານ ແລະ ເມື່ອ
ບໍລິສັດເອກະຊົນໄດ້ດຳເນີນງານສຳເລັດແລ້ວນັ້ນ ຈຶ່ງເຮັດໃຫ້ລັດຖະບານມີພັນທະທີ່
ຈະຕ້ອງຊຳລະຄືນເງິນທຶນດັ່ງກ່າວ ພ້ອມດ້ວຍດອກເບ້ຍທີ່ໄດ້ຕົກລົງກັນໃນສັນຍາຂອງ
ແຕ່ລະໂຄງການນັ້ນເອງ.

ສຳລັບໜີ້ຕ່າງປະເທດທີ່ເພີ່ມສູງຂຶ້ນນັບມື້ເຊັ່ນກັນນັ້ນ ກໍມີສາເຫດມາຈາກການກູ້ຢືມ
ເງິນທຶນຈາກຕ່າງປະເທດເພື່ອນຳມາໃຊ້ດຸ່ນດ່ຽງງົບປະມານລາຍຈ່າຍສຳລັບໂຄງການ
ພັດທະນາຕ່າງໆຂອງລັດຖະບານໃນແຕ່ລະປີ ຊຶ່ງເຮັດໃຫ້ລັດຖະບານ ລາວ ມີໜີ້ຕ່າງ
ປະເທດເກີນກວ່າ 6,900 ລ້ານໂດລາ ຄິດເປັນ 52 ເປີເຊັນຂອງຍອດຜະລິດຕະພັນ
ລວມ (GDP) ໃນຂະນະດຽວກັນກໍມີໜີ້ພາຍໃນ 836 ກວ່າລ້ານໂດລາ ຄິດເປັນ 6.3
ເປີເຊັນຂອງ GDP ສ່ວນປີ 2017 ຄາດວ່າຈະເພີ່ມຂຶ້ນອີກທັງໝີ້ຕ່າງປະເທດ ແລະ ໜີ້
ພາຍໃນ ຍ້ອມເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍ ຈຶ່ງຕ້ອງມີການກູ້ຢືມເພີ່ມຂຶ້ນນັ້ນເອງ.

ຫາກແຕ່ວ່າເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດຕາ
ທີ່ເໝາະສົມກັບສະພາບຕົວຈິງດ້ານລາຍຮັບ-ລາຍຈ່າຍຂອງລັດຖະບານ ລາວ, ສະພາ
ແຫ່ງຊາດກໍໄດ້ຈຳກັດສິດ ໂດຍອະນຸຍາດໃຫ້ລັດຖະບານ ລາວ ສາມາດກູ້ຢືມຈາກຕ່າງ
ປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາເທົ່ານັ້ນໃນແຕ່ລະປີ.

ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດ
ຂອງລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີຕໍ່ມານີ້ກໍຄືເພີ່ມຂຶ້ນຈາກ
2,470 ລ້ານກວ່າໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາໃນປີ 2015
ແລະ 6,900 ລ້ານກວ່າໂດລາໃນປີ 2016. ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນ
ເປັນ 8,000 ລ້ານກວ່າໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການ
ຂະຫຍາຍຕົວທາງເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນຕໍ່ປີໃນຊ່ວງປີ
2016-2020 ຊຶ່ງຈະເຮັດໃຫ້ GDP ສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ
24.8 ລ້ານກີບ ຫຼື ປະມານ 3,100 ລ້ານໂດລາຕໍ່ຄົນໃນປີ 2020.

ແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ລັດຖະບານ ລາວ ຈະຕ້ອງຊຸກ
ຍູ້ພາກການກະເສດ ແລະ ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ 3.2 ເປີເຊັນ ສ່ວນ
ພາກອຸດສາຫະກຳ ແລະ ພາກບໍລິການນັ້ນຈະຕ້ອງຂະຫຍາຍຕົວຂຶ້ນ 9.3 ເປີເຊັນ ແລະ
8.9 ເປີເຊັນຕໍ່ປີຕາມລຳດັບ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG