ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຂດເສດຖະກິດພິເສດ ໃນລາວມີມູນຄ່າການ​ລົງ​ທຶນ ຫຼາຍກວ່າ 3.6 ຕື້ໂດ​ລ​າ ແຕ່ມີການນຳເອົາເງິນລົງທຶນຕົວຈິງເຂົ້າ ມາລາວ ພຽງແຕ່ 10 ເປີເຊັນ ເທົ່ານັ້ນ


​ແຜນ​ທີ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ໃນ​ລາວ (ພາບ​ໂດຍ ຊົງ​ລິດ ໂພນ​ເງິນ)
​ແຜນ​ທີ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ໃນ​ລາວ (ພາບ​ໂດຍ ຊົງ​ລິດ ໂພນ​ເງິນ)

ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະທັງ 12 ແຫ່ງ ໃນລາວມີມູນຄ່າລວມຫຼາຍກວ່າ 36,000 ລ້ານໂດ​ລາ ຫາກ​ແຕ່​ວ່າ​ມີ​ການ​ນຳເອົາເງິນລົງທຶນຕົວຈິງເຂົ້າ​ມາໃນລາວພຽງແຕ່ 10 ເປີ​ເຊັນ ເທົ່ານັ້ນ. ຊົ​ງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີທ່ານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນຂອງລັດຖະບານລາວອະ​ນຸ​ຍາດໃຫ້​ຈັດ​ຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະໃນ 7 ແຂວງ ຈຳນວນ 19 ສັນຍາ ໃນ​ຊ່ວງ 5 ປີຜ່ານ​ມາ ໂດຍ​ມີ​ທຶນ​ຈົດ​ທະ​ບຽນ​ລວ​ມ​ກັນເຖິງ 12,000 ລ້ານໂດລາ ແຕ່ຖ້າ​ຫາກລວມກັນກັບ​ກາ​ນ​ລົງ​ທຶນ​ຂອງ 743 ບໍລິສັດທີ່ລົງທຶນໃນ 12 ເຂດເສດຖະກິດໃນລາວ ໃນ​ໄລ​ຍະ​ກ່ອນ​ໜ້ານີ້ແລ້ວ ກໍ​ຈະ​ເຮັດ​ໃຫ້ມີ​ການລົງທຶນຄິດເປັນມູນ​ຄ່າລວມທັງໝົດຫຼາຍກວ່າ 36,000 ລ້ານໂດ​ລາ ໃນນີ້ໄດ້​ມີການ​ນຳ​ເງິນ​ລົງທຶນຕົວຈິງເຂົ້າ​ມາໃນລາວແລ້ວ 3,600 ກວ່າລ້ານໂດ​ລາ ຫຼືເທົ່າກັບ 10 ເປີ​ເຊັນ ເທົ່ານັ້ນ ຂອງມູນຄ່າການ​ລົງ​ທຶນທັງໝົດ ໂດຍ​ມີສາເຫດມາຈາກການລະບາດຂອງພະຍາດໂຄວິດ-19 ໃນປີ 2020 ເປັນຕົ້ນມາ ທັງຍັງຖືກຜົນກະທົບຈາກສົງຄາມ ລະຫວ່າງຣັດເຊຍກັບຢູເຄຣນອີກດ້ວຍ. ສ່ວນການ​ພັດ​ທະ​ນານິຕິກຳຕ່າງໆ ທີ່​ກ່ຽວ​ຂ້ອງກັບເຂດເສດຖະກິດພິເສດໃນລາວກໍ​ຍັງບ່ໍໄດ້ມາດຕະຖານສາກົນ ດັ່ງທີ່ ເຈົ້າໜ້າທີ່ຂັ້ນສູງຂອງລາວໃຫ້ການຢືນ​ຢັນ​ວ່າ:

“ນິຕິກຳກ່ຽວກັບເຂດເສດຖະກິດພິເສດ ປັດຈຸບັນນີ້ຍັງບໍ່ທັນໜັກແໜ້ນພຽງ​ພໍ ເຮັດ​ໃຫ້ ການຈັດຕັ້ງ ປະຕິບັດຕົວຈິງເຫັນວ່າ ພົບ​ຄວາມ​ຫຍຸ້ງ​ຍາກ ໂດຍ​ສະ​ເພາະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນໃຫ້​ແກ່ຜູ້ລົງທຶນ. ອັນທີ 2 ກະແມ່ການຈັດສັນ ແລະກຳ​ນົດເນື້ອທີ່​ດິນຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ. ອັນທີ 3 ການສ້າງ ແລະ ສະ​ໜອງແຮງງານເພື່ອປ່ຽນແທນແຮງງານຕ່າງປະ​ເທດ ຍັງບໍ່ທັນເປັນລະບົບ ການສ້າງ​ໂຄງ​ການ​ໃຫ້​ທີ່ມີ​ສ່ວນ​ຮ່ວມ​ກັບ​ປະ​ຊາ​ຊົນຢູ່ໃນທ້ອງຖິ່ນ ໂດຍ​ສະ​ເພາະ​ການ​ຜ​ະ​ລິດ​ເຄື່ອງ​ອຸປະໂພກ-ບໍລິໂພກໃຫ້​ແກ່​ຄວາມ​ຕ້ອງ​ການ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ.”

ສ່ວນຄະນະ​ກຳມະ​ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ແລະ​ເຂດ​ເສ​ດ​ຖະ​ກິດ​ສະ​ເພາະ ​ແຫ່ງ​ຊາດ​ລາວ ​ໄດ້​ລາຍ​ງານ​ວ່າ ​ເຂດ​ເສດຖະກິດ​ພິ​ເສດ ແລະ​ເຂດ​ເສດ​ຖະ​ກິດ​ສະ​ເພາະທັງ 12 ​ແຫ່ງ​ໃນ​ລາວ ໃນ​ປັດ​ຈຸ​ບັນ​ນີ້ ​ມີ​ບໍລິສັດ​ເອກະ​ຊົນເຂົ້າ​ມາ​ລົງ​ທຶນ 806 ລາຍ. ​ໃນ​ນັ້ນ​ມີ​ບໍລິສັດ​ຕ່າງປະ​ເທດ 688 ​ລາຍ, ແລະ ​ບໍ​ລິ​ສັດ​ຮ່ວມ​ທຶນລະ​ຫວ່າງເອກະ​ຊົນ​ລາວກັບ​ຕ່າງ​ປະ​ເທດ 118 ລາຍ, ​ມີມູນ​ຄ່າລົງທຶນລວມຫຼາຍກວ່າ 4.5 ຕື້ໂດລາ ແລະຜະ​ລິດສິນຄ້າສົ່ງອອກໄປ​ຕ່າງ​ປະ​ເທດ ໃນ​ມູນ​ຄ່າລວມ 394.4 ລ້ານໂດລາ ໂດຍມອບ​ພັນ​ທະ​ໃຫ້ລັດຖະບານລາວໃນມູນຄ່າລວມທັງໝົດ 122 ຕື້ກີບ ໃນປີກາຍນີ້. ໂດຍ​ທີ່ເຂດເສດຖະກິດພິເສດ 12 ເຂດດັ່ງ​ກ່າວນີ້ ເປັນການລົງທຶນຂອງຈີນເຖິງ 9 ເຂດ ເຊິ່ງທາງ ການລາວຄາດຫວັງວ່າ ຈະມີ​ສ່ວນສໍາຄັນໃນການພັດທະນາເພື່ອຍົກລະ​ດັບ​ຄຸນ​ນະ​ພາບ​ມືແຮງງານລາວ ໃຫ້ເທົ່າ​ທຽມກັບແຮງງານຕ່າງປະເທດ, ດັ່ງ​ທີ່ທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະ ຄຸ້ມຄອງເຂດເສດຖະກິດພິເສດນະ​ຄອນ​ວຽງຈັນໃຫ້ການ​ຢືນ​ຢັນວ່າ:
“ຜົນປະໂຫຍດສ່ວນຫລາຍໃນການສົ່ງອອກນີ້ ກະ​ຊິ​ແມ່ນການນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ. ອັນນີ້ ກະແມ່ນທ່າ​ແຮງນຶ່ງ, ອັນທີ 2 ແມ່ນການຈ້າງງານເພີ້ມ​ຂຶ້ນ ອັນທີ 3 ນີ້ ແມ່ນ​ການ​ຖ່າຍ​ທອດເຕັກໂນໂລຈີສູງ. ກະໂດຍລວມແລ້ວ ຄົນລາວເຮົາ​ທຳ​ອິດນີ້ ກະ​ຖືວ່າ ຍາກເນະ​ໃນ​ການທີ່ຈະໄປ ເຮັດ​ວຽກໃນໂຮງຈັກໃນໂຮງງານ. ແຕ່ພາຍຫລັງ​ທີ່​ວ່າ ມີການຝຶກອົບຮົມ ມີການ​ເຮັດຕົວຈິງກະ​ຖື​ວ່າ ຫລາຍ​ຄົນ​ເນາະກະມີ​ຄວາມ​ສາ​ມາດ ຫລາຍໆ​ບໍ​ລິ​ສັດກໍໄດ້ຈ້າງ​ໃຫ້​ເປັນຜູ້​ຈັດ​ການ ຫລື​ວ່າຈ້າງ​ໃຫ້​ເປັນ ຫົວ​ໜ້າ​ສາຍ​ງານ ເງິນເດືອນໄດ້ຮອດ 3,000 ໂດລາ."

ປັດຈຸບັນ, ມີບໍລິສັດຕ່າງປະເທດ 178 ບໍລິສັດ ໄດ້ຈົດທະບຽນລົງທຶນຢູ່ໃນເຂດເສດຖະກິດ ທັງ 5 ແຫ່ງໃນນະ ຄອນຫຼວງວຽງຈັນ ຊຶ່ງ​ກໍ​ຄືເຂດເສດຖະກິດພິເສດບຶງທາດຫຼວງ, ເຂດ​ລ່ອງ​ແທ່ງ-ວຽງ​ຈັນ, ​ເຂດ​ດົງ​ໂພ​ສີ, ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ​ແລະ​ເຂດ​ໂລ​ຈິດ​ສຕິກ (Logistic) ​ນະຄອນຫຼວງ​ວຽງ​ຈັນນັ້ນ ມີ​ມູນ​ຄ່າລົງທຶນ​ທັງ​ໝົດຫລາຍກວ່າ 6 ຕື້​ໂດ​ລາ ທີ່ນຳ​ເອົາເງິນ​ທຶນ​ຕົວ​ຈິງເຂົ້າ​ມາລາວແລ້ວ 2,8 ຕື້​ໂດ​ລາ ຫຼື 46 ເປີ​ເຊັນ ຂອງ​ທຶນ​ທັງ​ໝົດ.

ແຕ່​ຢ່າງໃດກໍ່ຕາມ ການລົງທຶນຂອງບໍລິສັດຕ່າງປະເທດດັ່ງກ່າວກໍ​ໄດ້ມີການ​ຈ້າງແລ້ວ 5,969 ຄົນ, ໃນນັ້ນເປັນແຮງງານລາວ 4,726 ຄົນ ແລະໃນປີ 2022 ນີ້ ກໍຍັງຈະມີການ​ຈ້າງແຮງງານລາວເພີ່ມ ຂຶ້ນອີກຫລາຍກວ່າ 6,000 ຄົນ ແລະ ໃນປີ 2023 ຈະມີຫຼາຍກວ່າ 10,000 ຄົນ. ສ່ວນ​ລັດ​ຖະ​ບານ​ລາວ ກໍມີລາຍໄດ້ຈາກຄ່າພັນທະຕ່າງໆ ຫຼາຍກວ່າ 186 ຕື້ ກີບໃນປີທີ່ຜ່ານມາ, ສະນັ້ນ ຈຶ່ງຖືວ່າ ເປັນການລົງທຶນທີ່ສົ່ງຜົນດີຕໍ່ການພັດທະນາຂອງລາວ ທັງທາງດ້ານການສົ່ງອອກ​ສິນ​ຄ້າ ເພື່ອ​ເພີ້ມ​ລາຍ​ຮັບ​ເງິນ​ຕາຕ່າງ​ປະ​ເທດ, ການຈ້າງງານ ແລະ ການພັດທະນາຄຸນ​ນະ​ພາບ​ຝີ​ມືແຮງງານໃນລາວອີກ​ດ້ວຍ.

XS
SM
MD
LG