ຄ່ຳຄືນນີ້ ວີໂອເອພະແນກພາສາລາວ ຈະນຳທ່ານໄປຟັງການສຳພາດກັບທ່ານຄົມສັນ ພິລາພາທີ່ມີຊື່ສິນລະປິນວ່າຄົມສັນ ຄຳສອນ ແລະພີ່ນ້ອງຂອງເພິ່ນ, ທ່ານ ບັນຕຣີ ຄົງຄູນ ຈາກນະຄອນຟີນິກສ໌, ລັດອາຣີໂຊນາ. ເປັນຫຍັງພວກເພິ່ນຈຶ່ງຢາກມາຢູ່ປະເທດນີ້ ແລະຊີວິດຂອງທ່ານຄົມສັນທີ່ເປັນຜູ້ທີ່ຫາກໍ່ຍ້າຍມາຈາກລາວໄດ້ປະມານ 10 ປີກວ່ານັ້ນ ປ່ຽນໄປແນວໃດຫລັງຈາກມາຕັ້ງຖິ່ນຖານໃໝ່ໃນສະຫະລັດແລ້ວ. ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນທ່ານຟັງຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.
ຫລາຍໆທ່ານຄົງຈະຍັງຈຳໄດ້ເນາະວ່າ ຄົມສັນ ຄຳສອນທີ່ເປັນລູກບ້ານຫລານເມືອງຂອງເມືອງຊະນະສົມບູນ ແຂວງຈຳປາສັກນັ້ນເຄີຍເປັນນັກສິນລະປິນທ່ານນຶ່ງທີ່ມີສຽງຮ້ອງເພັງ ແລະລຳລ່ອງຂອງທີ່ມ່ວນອອນຊອນຢູ່ໃນລາວ. ທ່ານ ຄົມສັນມີນາມສະກຸນແທ້ວ່າ ພິລາພາ ສ່ວນຄຳສອນນັ້ນເປັນນາມສະກຸນທາງສິນລປິນຂອງທ່ານ ຊຶ່ງທ່ານເລົ່າເຖິງປະຫວັດຄວາມ ເປັນມາຂອງທ່ານສູ່ຟັງວ່າ:
ຫລາຍຄົນບໍ່ວ່າຈະມາຈາກລາວ ຫລືປະເທດອື່ນໃດໃນໂລກ ສ່ວນຫລາຍແລ້ວ ກໍແມ່ນຢາກມາຕັ້ງຖິ່ນຖານໃນປະເທດທີ່ກວ້າງໃຫຍ່ ແລະມີເສດຖະກິດໃຫຍ່ອັນດັບນຶ່ງຂອງໂລກແຫ່ງນີ້, ອີງຕາມຄຳຄິດເຫັນຂອງທ່ານຄົມສັນ ຜູ້ທີ່ຄິດວ່າຕົນໂຊກດີທີ່ໄດ້ມາສະຫະລັດໃນນາມນັກຮ້ອງທີ່ໄປສະແດງຄອນເສີດຢູ່ເກືອບໝົດທຸກລັດເມື່ອທ້າຍປີ 2004 ແລ້ວຕັດສິນໃຈບໍ່ກັບບ້ານ ຊຶ່ງທ່ານມາໂອ້ລົມເຖິງເລື້ອງລາວໃນຕອນນັ້ນສູ່ຟັງວ່າ:
ທ່ານຄົມສັນຜູ້ທີ່ເຫັນວ່າ ສະຫະລັດ ເປັນບ່ອນທີ່ທ່ານສາມາດທຳມາຫາກິນໄດ້ຫລາຍດ້ານນັ້ນ ເລົ່າເຖິງອາຊີບຂອງທ່ານນັບຕັ້ງແຕ່ຕອນຕົ້ນຈົນມາເຖິງປັດຈຸບັນນີ້ສູ່ຟັງວ່າ:
ດິນຟ້າອາກາດທີ່ຄ້າຍຄືກັນກັບເມືອງລາວ ແລະມີພີ່ນ້ອງຄືຈຸດດຶງດູດໃຈຕົ້ນຕໍທີ່ເຮັດໃຫ້ທ່ານຄົມສັນຢາກໄປຕັ້ງຫລັກປັກຖານຢູ່ໃນລັດອາຣີໂຊນາ ດັ່ງທີ່ທ່ານບອກວ່າ:
ນອກຈາກນັ້ນ ລັດອາຣີໂຊນາ ທີ່ມີທີວທັດສວຍສົດງົດງາມ, ມີຕົ້ນຕະບອງເພັດນາໆ ພັນ ແລະມີແຫລ່ງທ່ອງທ່ຽວທີ່ມີຊື່ສຽງລະດັບໂລກກໍເປັນສະເໜ່ອີກອັນນຶ່ງທີ່ດຶງດູດຈິດໃຈຂອງທ່ານໃຫ້ຍົກຍ້າຍໄປຢູ່ລັດທີ່ມີທະເລຊາຍອັນກວ້າງໃຫຍ່ແຫ່ງນັ້ນ ດັ່ງທີ່ທ່ານເລົ່າສູ່ຟັງວ່າ:
ເມື່ອຖາມເຖິງຊຸມຊົນລາວ ແລະອາຊີບຂອງຄົນລາວຢູ່ໃນລັດອາຣີໂຊນານັ້ນທັງທ່ານຄົມສັນເອງ ແລະພີ່ນ້ອງຂອງທ່ານທີ່ມາຈາກແຂວງຈຳປາສັກເຊັ່ນກັນ, ກໍຄືທ່ານ ບັນຕຣີ ຄົງຄູນ ທີ່ໄດ້ມາຕັ້ງຖິ່ນຖານຢູ່ໃນລັດດັ່ງກ່າວຕັ້ງແຕ່ປີ 1980 ໃນນາມອົບພະຍົບນັ້ນໄດ້ເລົ່າສູ່ຟັງວ່າ:
ສັງຄົມຄົນລາວບໍ່ວ່າຈະຢູ່ໃສ ກໍຈະບໍ່ປ່ອຍປະລະຖິ້ມສາສະໜາ. ສະນັ້ນຄົນລາວໃນລັດດັ່ງກ່າວກໍໄດ້ສ້າງວັດລາວຂຶ້ນມາ 3 ແຫ່ງ. ແຫ່ງ 1 ແມ່ນຢູ່ເມືອງທູຊານທີ່ຢູ່ໃກ້ຄຽງກັບນະຄອນຟີນິກນັ້ນ. ສ່ວນອີກສອງແຫ່ງກໍແມ່ນຢູ່ໃນນະຄອນຟີນິກເອງ ແລະໃນນັ້ນກໍມີວັດທີ່ຫາກໍ່ສ້າງຂຶ້ນໃໝ່ທີ່ມີຊື່ວ່າວັດບຸດດາຣັດຕະນະຣາມ ຊຶ່ງທ່ານຄົມສັນເອງໃນນາມທີ່ເປັນນັກຮ້ອງ ແລະນັກລຳລ່ອງຂອງທີ່ມີສຽງອອນຊອນມ່ວນຫູ ກໍໄດ້ປະກອບສ່ວນຢ່າງສະໝ່ຳສະເໝີເຂົ້າໃນສົ່ງເສີມສາສະໜາໂດຍການສະແດງໃນງານຕ່າງໆ ເພື່ອສ້າງຄວາມບັນເທິງ ແລະດຶງດູດຊາວພຸດໃຫ້ໄປກິນທານ ຫລືບໍລິຈາກເງິນຊ່ວຍໃນການສ້າງສາວັດໃໝ່ແຫ່ງນັ້ນ.
ທັງສອງທ່ານຕ່າງກໍບອກວ່າດີໃຈທີ່ໄດ້ມາຕັ້ງຖິ່ນຖານໃນສະຫະລັດ, ໂດຍສະເພາະແມ່ນທ່ານຄົມສັນນັ້ນ ເມື່ອຫວນຄືນຫລັງແລ້ວ ທ່ານບອກວ່າ ຊີວິດຂອງທ່ານແມ່ນປ່ຽນດີຂຶ້ນຫລາຍກວ່າເກົ່າທີ່ສຸດ ຊຶ່ງທ່ານເລົ່າສູ່ຟັງວ່າ:
ສະຫລຸບແລ້ວ ທ່ານຄົມສັນທີ່ເປັນນັກຮ້ອງທີ່ຍົກຍ້າຍມາຕັ້ງຖິ່ນຖານໃໝ່ໃນ ສະຫະລັດ ໄດ້ປະມານ 17 ປີນັ້ນ ເຫັນວ່າຊີວິດຂອງທ່ານດີຂຶ້ນກວ່າເກົ່າຫລາຍ. ປັດຈຸບັນນອກຈາກມີທຸລະກິດຂາຍຢາສະໝຸນໄພທີ່ເປັນອາຫານເສີມເພື່ອສຸຂະພາບ ແລ້ວກໍຍັງມີວົງດົນຕີ ແລະຊ່ອງໂທລະພາບຂອງຕົນເອງ ທີ່ຊື່ວ່າຄົມສັນທີວີ ຊຶ່ງເຮັດໃຫ້ທ່ານບໍ່ພຽງແຕ່ສ້າງຖານະໃຫ້ແກ່ຄອບຄົວຂອງຕົນເອງ ທັງຍັງສາມາດສົ່ງເງິນຄຳບາງສ່ວນໄປຊ່ວຍເຫລືອເກື້ອໜູນແບ່ງເບົາຄວາມທຸກຈົນຂອງຍາດພີ່ນ້ອງໃນລາວອີກດ້ວຍ. ສ່ວນທ່ານບັນຕຣີ, ພີ່ນ້ອງຂອງທ່ານນັ້ນ ກໍເຊັ່ນກັນມີຊີວິດການເປັນຢູ່ທີ່ດີ ມີຖານະຄອບຄົວອັນໝັ້ນຄົງ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບທ່ານຄົມສັນ ພິລາພາ, ນັກສິນລະປິນລາວ ແລະນັກທຸລະກິດຂະໜາດນ້ອຍພ້ອມກັບພີ່ນ້ອງຂອງທ່ານ ກໍຄືທ່ານບັນຕຣີ ຄົງຄູນທີ່ເປັນຕຳຫລວດອາເມຣິກັນເຊື້ອສາຍລາວ ທີ່ປະສົບຜົນ ສຳເລັດໃນການມາຕັ້ງຖິ່ນຖານໃໝ່ໃນສະຫະລັດ. ທ່ານຜູ້ຟັງທັງຫລາຍລາຍການຊຸມຊົນລາວໃນທະວີບອາເມຣິກາຈະກັບມາພົບກັບທ່ານອີກໃນ ອາທິດໜ້າ ເວລາດຽວກັນນີ້.