ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວສ້າງຕັ້ງ ເຂດປ່າປ້ອງກັນແຫ່ງຊາດ 49 ແຫ່ງໃນ 16 ແຂວງ


ປ່າໄມ້ທີ່ສະຫງວນໄວ້ແຫ່ງນຶ່ງໃນລາວ
ປ່າໄມ້ທີ່ສະຫງວນໄວ້ແຫ່ງນຶ່ງໃນລາວ
ລັດຖະບານລາວສ້າງຕັ້ງເຂດປ່າປ້ອງກັນແຫ່ງຊາດເຖິງ 49
ແຫ່ງຢູ່ໃນ 16 ແຂວງ ພາຍໃຕ້ເປົ້າໝາຍເພື່ອເພີ່ມອັດຕາຄວາມ
ໜາແໜ້ນຂອງປ່າໄມ້ໃຫ້ໄດ້ເຖິງ 70% ຂອງພື້ນທີ່ທັງໝົດຂອງ
ປະເທດພາຍໃນປີ 2020.

ທາງການກະຊວງກະສິກໍາແລະປ່າໄມ້ລາຍງານວ່າຄະນະລັດຖະ
ບານລາວໄດ້ມີມະຕິຮັບຮອງເອົາແຜນການສ້າງຕັ້ງເຂດປ່າປ້ອງ
ກັນແຫ່ງຊາດ 49 ແຫ່ງໃນເຂດ 16 ແຂວງຢ່າງເປັນທາງການເມື່ອ
ບໍ່ດົນມານີ້ ດ້ວຍເປົ້າໝາຍທີ່ຈະປົກປັກຮັກສາຊັບພະຍາກອນໄມ້ ລວມເຖິງປ້ອງກັນການເຊາະເຈື່ອນ ແລະຮັກສາຄຸນນະພາບດິນ
ຮັກສາແຫຼ່ງນໍ້າ ແລະປ້ອງກັນໄພທໍາມະຊາດ ເພື່ອຮັບປະກັນການ
ປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ແລະຟື້ນຟູປ່າໄມ້ ທີ່ເສື່ອມ
ໂຊມໃຫ້ກັບຄືນມາເປັນປ່າໄມ້ທີ່ອຸດົມສົມບູນດັ່ງເດີມໃຫ້ໄດ້ໄວທີ່
ສຸດ ທັງນີ້ກໍເພື່ອເຮັດໃຫ້ອັດຕາຄວາມໜາແໜ້ນຂອງປ່າໄມ້ເພີ່ມ
ຂຶ້ນເປັນ 70% ຂອງພື້ນທີ່ທັງໝົດຂອງລາວໃຫ້ໄດ້ຕາມແຜນການ ທີ່ລັດຖະບານວາງໄວ້ໃນປີ 2020.

ຍິ່ງໄປກວ່ານັ້ນ ມະຕິຕົກລົງດັ່ງກ່າວນີ້ຂອງຄະນະລັດຖະບານລາວ
ຍັງໄດ້ແນໃສ່ການປົກປັກຮັກສາປ່າໄມ້ໃຫ້ລອດພົ້ນຈາກການລັກ
ລອບຕັດໄມ້ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ
ອີກດ້ວຍ ເນື່ອງຈາກວ່າການລັກລອບຕັດໄມ້ໂດຍ ບໍ່ໄດ້ຮັບອະນຸ ຍາດຢ່າງຖືກຕ້ອງຕາມກົດໝາຍນັ້ນ ຍັງຄົງເປັນບັນຫາໃຫຍ່ທີ່ຍາກ
ຕໍ່ການປ້ອງກັນແລະປາບປາມໃຫ້ໝົດໄປ ຖ້າຫາກວ່າບໍ່ໄດ້ຮັບການ
ຮ່ວມມືຈາກທຸກພາກສ່ວນໃນລາວຢ່າງແທ້ຈິງ.

ທັງນີ້ກໍເນື່ອງຈາກວ່າສາເຫດທີ່ສໍາຄັນປະການນຶ່ງທີ່ເຮັດໃຫ້ການລັກລອບຕັດໄມ້ທໍາ ລາຍປ່າສາມາດດໍາເນີນການໄດ້ຢ່າງກວ້າງຂວາງນັ້ນ ກໍຍ້ອນວ່າອໍານາດການປົກຄອງ
ທັງໃນສ່ວນກາງ ແລະລະດັບທ້ອງຖິ່ນໄດ້ໃຫ້ການຮ່ວມມືກັບບັນດາພໍ່ຄ້າໄມ້ ຊຶ່ງລວມ
ເຖິງການອະນຸຍາດໃຫ້ມີການສ້າງຕັ້ງໂຮງເລື່ອຍຈໍານວນຫຼາຍເກີນໄປ ຈຶ່ງເຮັດໃຫ້ຍາກ ຕໍ່ການຄວບຄຸມ ແລະກວດກາໄດ້ຢ່າງທົ່ວເຖິງ ໂດຍການກວດກາໃນໄລຍະທີ່ຜ່ານມາ ກໍຍັງພົບວ່າ ມີເຈົ້າຂອງກິດຈະການໂຮງເລື່ອຍຈໍານວນບໍ່ໜ້ອຍທີ່ ໄດ້ລະເມີດກົດໝາຍ ດ້ວຍການເຂົ້າໄປກ່ຽວຂ້ອງກັບການລັກລອບຕັດໄມ້ເພື່ອນໍາເອົາມາປ້ອນໂຮງງານຂອງ ພວກຕົນອີກດ້ວຍ.

ສະໜາມໄມ້ທີ່ຜິດກົດໝາຍແຫ່ງນຶ່ງໃນລາວ
ສະໜາມໄມ້ທີ່ຜິດກົດໝາຍແຫ່ງນຶ່ງໃນລາວ

ດັ່ງທີ່ທ່ານ ພູມີ ພູມະນີວົງ ຫົວໜ້າກົມກວດກາປ່າໄມ້ ໃນສັງກັດ
ກະຊວງກະສິກໍາ- ປາໄມ້ ໄດ້ໃຫ້ການຢືນຢັນວ່າ:

ມີໂຮງງານຈໍານວນນຶ່ງທີ່ຕັ້ງຢູ່ບໍ່ເໝາະສົມ ຢູ່ໃກ້ປ່າດົງທີ່
ທຶບໜາເກີນໄປ ພ້ອມດຽວກັນນີ້ ທາງດ້ານໜ້າມີຮົ້ວ ແຕ່ກົງ
ກັນຂ້າມ ດ້ານຫຼັງຜິດມີທາງລົດອອກໄປຫາປ່າໄມ້ ບັນຫາ ດັ່ງກ່າວນັ້ນມັນແມ່ນການເອື້ອອໍານວຍໃຫ້ແກ່ກຸ່ມຄົນບໍ່ດີ
ຈໍານວນນຶ່ງສວຍໂອກາດລັກລອບຕັດໄມ້ເຂົ້າໄປທໍາການ
ຜະລິດຢູ່ໂຮງງານ ໂດຍບໍ່ຖືກຕ້ອງຕາມກົດໝາຍ.”


ເຂດທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດນັ້ນກໍຄືແຂວງວຽງຈັນສາລະວັນ ບໍ່ແກ້ວ ຫົວພັນ
ໄຊຍະບຸລີ ຫຼວງນໍ້າທາ ຈໍາປາສັກ ຄໍາມ່ວນ ແລະຜົ້ງສາລີ ຕາມລໍາດັບ.

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະຍາກອນທໍາມະຊາດ ໃນເຂດລຸ່ມ
ແມ່ນໍ້າຂອງ ກໍໄດ້ລາຍງານວ່າ ເຂດທີ່ມີການລັກລອບຕັດໄມ້ ເພື່ອການຄ້າເຖື່ອນໃນລາວ
ຫຼາຍທີ່ສຸດ ກໍແມ່ນເຂດຊາຍແດນຂອງລາວທີ່ຕິດຕໍ່ກັບຫວຽດນາມ ຈີນ ແລະໄທ ຊຶ່ງປະ
ມານການວ່າ ໄດ້ມີການລັກລອບຕັດໄມ້ແລະຂົນສົ່ງອອກຈາກລາວ ໄປຍັງທັງ 3 ປະເທດ
ດັ່ງກ່າວໃນປະລິມານຫຼາຍກວ່າ 200,000 ເມັດກ້ອນໃນແຕ່ລະປີ.

ທັງນີ້ໂດຍຈາກການສໍາຫຼວດສະພາບປ່າໄມ້ໃນລາວ ເມື່ອປີ 1992 ກໍພົບວ່າລາວມີ ອັດຕາ
ຄວາມໜາແໜ້ນຂອງປ່າໄມ້ປົກຫຸ້ມຢູ່ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າ ອັດຕາຄວາມ
ໜາແໜ້ນຂອງປ່າໄມ້ກໍໄດ້ຫລຸດລົງສູ່ລະດັບ 41% ໃນປີ 2002 ແລະ ໃນປັດຈຸບັນນີ້ ກໍເຊື່ອ
ວ່າສະພາບປ່າໄມ້ໃນລາວຍັງຄົງເຫຼືອຄວາມໜາແໜ້ນຢູ່ພຽງບໍ່ເກີນ 35% ຂອງພື້ນທີ່ທັງ
ໝົດເທົ່ານັ້ນ.

ແຕ່ຢ່າງໃດໍກໍຕາມ ທາງການລາວກໍເຊື່ອວ່າ ປ່າໄມ້ໃນລາວຍັງມີຄວາມໜາແໜ້ນຢູ່ເຖິງ 53%
ແລະດ້ວຍການສົ່ງເສີມໃຫ້ພາກເອກກະຊົນດໍາເນີນໂຄງການລົງທຶນ ເພື່ອປູກຕົ້ນໄມ້ສໍາ
ລັບອຸດສາຫະກໍາແປຮູບຢ່າງຕັ້ງໜ້າ ແລະການສ້າງຕັ້ງເຂດປ່າປ້ອງກັນແຫ່ງຊາດທັງ 49
ແຫ່ງດັ່ງກ່າວ ກໍເຮັດໃຫ້ທາງການລາວໝັ້ນໃຈວ່າຈະເຮັດໃຫ້ປ່າໄມ້ໃນ ລາວມີຄວາມໜາ
ແໜ້ນເພີ່ມຂຶ້ນເປັນ 70% ຂອງພື້ນທີ່ທັງໝົດໄດ້ ພາຍໃນປີ 2020 ຢ່າງແນ່ນອນ.
XS
SM
MD
LG