ປະຊາກອນຈາກຂົງເຂດເອເຊຍອາຄະເນ ເດີນທາງມາເຖິງ ສະຫະລັດອາເມຣິກາ
ໃນເວລາຕ່າງກັນ ເສັ້ນທາງມາບໍ່ຄືກັນ ແລະ ມີເຫດຜົນຕ່າງກັນ. ນອກເໜືອຈາກ
ຄວາມແຕກຕ່າງເຫລົ່ານີ້ແລ້ວ ເຂົາເຈົ້າໄດ້ຜ່ານຜ່າກັບຄວາມຍາກລໍາບາກຫລາຍໆ
ຢ່າງ ແລະຈໍານວນຫລາຍໄດ້ປະສົບຜົນສໍາເລັດຢ່າງໜ້າສັນລະເສີນ.
ຕະຫລອດເວລາ 37 ປີທີ່ຜ່ານມາ ພາຍໃຕ້ການດໍາລົງຊີວິດຢູ່ໃນປະເທດສະຫະລັດ
ອາເມຣິການີ້ ປະຊາຄົມລາວອາເມຣິກັນໄດ້ຮັບ ສິດເສຣີພາບ ແລະຄວາມສະເໝີພາບ
ໃນການປະກອບໜ້າທີ່ ເປັນພົນລະເມືອງດີຫລາຍໆຢ່າງ ແລະຫລາຍໆຄົນໄດ້ມີ
ບົດບາດອັນສໍາຄັນ ໃນການປະກອບສ່ວນຊ່ວຍສ້າງສາ ສະຫະລັດອາເມຣິກາ ໃຫ້
ຈະເລີນຮຸ່ງເຮື່ອງ. ເຂົາເຈົ້າໄດ້ຮັບການສຶກສາໃນລະດັບສູງແລະມີອາຊີບກ້າວໜ້າ
ເໝືອນດັ່ງຊົນຊາດອຶ່ນໆ ເຊ່ນເປັນນັກທຸລະກິດການຄ້າ ນັກວິທະຍາສາດ ນັກເທັກ
ໂນໂລຈີ ນັກກົດໝາຍ ສິນລະປີນ ແລະປະກອບວິຊາອາຊິບຕ່າງໆນາໆ ແລະ ມີ
ຄວາມຈົ່ງຮັກພັກດີຕໍ່ປະເທດໃໝ່ຂອງເຂົາເຈົ້າ ໂດຍເຂົ້າຮັບໃຊ້ ໃນກອງທັບເຫລົ່າ
ຕ່າງໆ ເພື່ອຊ່ວຍປົກປ້ອງສະຫະລັດອາເມຣິກາ ເພື່ອປ້ອງກັນ ສິດທິມະນຸດ ສິດ
ເສຣີພາບ ປະຊາທິປະໃຕ ແລະເພື່ອຄວາມສະຫງົບສຸກຂອງປະຊາກອນໂລກ.
ການເດີນທາງມາເຖິງແຜ່ນດີນໃໝ່ ຂອງປະຊາຊົນລາວ ໃນຕອນທ້າຍຂອງ
ສັດຕະຫວັດທີ 20 ນັ້ນ ເຂົາເຈົ້າໄດ້ນໍາເອົາມູນມໍລະດົກ ອັນເປັນຮິດຄອງ
ປະເພນີໂບຮານລາວຫລາຍໆຢ່າງມາຊ່ວຍເພີ້ມພູນ ສ້າງຄວາມແຕກຕ່າງ
ຫລາກຫລາຍໃຫ້ແກ່ວັດທະນະທໍາຂອງ ສະຫະລັດອາເມຣິກາ. ໃນລະດູ
ຮ້ອນປີ 1987 ປະຊາຄົມລາວ ອາເມຣິກັນ ໄດ້ຮັບກຽດອັນສູງຈາກ
Smithsonian Institute ຊຶ່ງເປັນສະຖາບັນຄົ້ນຄວ້າ ຮັກສາຮິດຄອງປະເພນີ
ຂອງມະນຸດຊາດ ເຂົ້າຮ່ວມສະແດງ “ບຸນວິສາຂະບູຊາ” ແລະ “ບຸນບັ້ງໄຟ”
ປະກອບຢູ່ໃນລາຍການບຸນພື້ນເມືອງປະຈໍາປີຂອງ National American
Folklife Festival ທີ່ສະໜາມຫລວງແຫ່ງຊາດ ທີ່ວໍຊິງຕັນ ດີ.ຊີ ເປັນເວລາ
ສອງອາທິດ.
ການສະຫລອງປະກອບດ້ວຍພິທີທາງສາສະໜາ ຊຶ່ງຈຸດໃຫຍ່ໃຈຄວາມໄດ້ເນັ້ນ
ໜັກໃສ່ ການຫລີ້ນບຸນບັ້ງໄຟ ອັນເປັນຮິດຄອງປະເພນີໂບຮານ ການບູຊາຜີສາງ
ນາງໄມ້ ຂໍຟ້າຂໍຝົນ ເພື່ອບໍ່ໃຫ້ແຫ້ງແລ້ງໃນການເຮັດໃຮ່ ເຮັດນາ ປູກເຂົ້າ ທໍາມາ
ຫາກິນ ແລະຂໍໃຫ້ ປາສຈາກຄວາມເຈັບໄຂ້ໄດ້ປ່ວຍທັງຫລາຍ ຊຶ່ງຊົນຊາດລາວ
ພາກັນເຊື່ອຖື ແລະປະຕິບັດກັນມາເປັນເວລາຫລາຍພັນປີ.
ດ້ວຍຄວາມຮ່ວມມືປະສານງານ ຈາກປະຊາຄົມລາວ ອາເມຣິກັນ ໃນຂົງເຂດນະ
ຄອນຫລວງ ວໍຊິງຕັນ ດີຊີ ແລະລັດໃກ້ຄຽງ ເຂົາເຈົ້າພາກັນສ້າງບັ້ງໄຟນ້ອຍ
ຫລາຍໆບັ້ງ ທີ່ບໍ່ມີໜື້ ຕົກແຕ່ງ ຢ່າງງົດງາມ ປະກອບດ້ວຍການເຊີ້ງບັ້ງໄຟ ແລະ
ການຟ້ອນແຫ່ບັ້ງໄຟ ທີ່ມີຝູງຊົນ ແລະນັກທອງທ່ຽວທົ່ວໂລກ ພາກັນມາຊົມ
ຫລາຍແສນຄົນ.
ຕົກມາເຖິງປີ 2005 ປະຊາຄົມລາວອາເມຣິກັນກໍໄດ້ຖືກເຊື້ອເຊີນອີກຄັ້ງນຶ່ງ ໃຫ້
ສ້າງບັ້ງໄຟນ້ອຍ ຕົວຢ່າງນຶ່ງບັ້ງ ເພື່ອນໍາມາສົມທົບ ປະກອບສ່ວນຮ່ວມກັບຫລາຍໆ
ຊີ້ນສ່ວນ ວິວັດທະນາການ ທີ່ເລີ້ມຈາກການຕໍາໝື້ໃສ່ບັ້ງໄມ້ໃຜ່ ແລ້ວຈູດຂື້ນສູ່ອາ
ກາດ ທີ່ໄດ້ກາຍມາເປັນການບິນ ແລະ ການໂຄຈອນຢູ່ໃນຫ້ວງອາວະກາດ. ບັ້ງໄຟ
ນ້ອຍດັ່ງກ່າວນີ້ໄດ້ຖືກນໍາມາສະແດງໃນປີ 2005 ທີ່ ຫໍພິພິດທະພັນການບິນແລະ
ອະວະກາດແຫ່ງຊາດ National Air and Space Museum Steven F.
Udbar-Hazy Center ເມືອງ Chantilly ລັດເວີຈີເນຍ ຫ່າງຈາກນະຄອນຫລວງ
ວໍຊິງ ຕັນ ດີ.ຊີ. ໄປທາງທິດຕາເວັນຕົກ 25 ໄມລ໌ ຫລື 40 ຫລັກ ຊຶ່ງ ທ່ານຫຸມເພັງ
ຣັດຕະນາ ສະມາຊິກອາວຸໂສຂອງ ປະຊາຄົມລາວ ອາເມຣິກັນ ຜູ້ນໍາພາການສ້າງ
ບັ້ງໄຟນ້ອຍດັ່ງກ່າວ ລົມສູ່ ວີໂອເອ ຟັງ ວ່າ:
ພາຍໃຕ້ດີນຟ້າອາກາດອັນແຈ່ມໃສ ຂອງວັນອັງຄານ ທີ 17 ເດືອນເມສາ ປີ 2012
ຜ່ານມານີ້ ເວລາ 10:30 ໂມງຕອນເຊົ້າ ປະຊາກອນ ອາເມຣິກັນ ທີ່ນະຄອນຫລວງ
ວໍຊິງຕັນ ດີ.ຊີ ຫລາຍແສນຄົນ ໄດ້ພາກັນປະລະໜ້າທີ່ ອອກມາຢືນຢູ່ຕາມດາດຟ້າ
ຕາມລະບຽງ ຕາມຖະໜົນຫົນທາງ ແລະເດີ່ນຕ່າງໆ ເພື່ອລໍຖ້າເບິ່ງ ການມາເຖິງ
ຂອງ ຍານອະວະກາດໄປກັບ Discovery ທີ່ຂີ່ມາຢູ່ເທິງຫລັງເຮືອບີນ Boing 747
ບິນມາຈາກຖານສົ່ງຍານອາວະກາດທີ່ລັດຟລໍຣິດາ ບິນຕໍ່າໆ ຢູ່ເໜືອຕຶກລັດຖະສະ
ພາ ທໍານຽບຂາວ ແລະຈຸດສໍາຄັນຕ່າງໆ ກ່ອນຈະນໍາເອົາຍານອາວະກາດໄປວາງ
ສະແດງໄວ້ທີ່ ຫໍພິພິດທະພັນ ການບິນ ແລະອະວະກາດ ແຫ່ງຊາດ ທີ່ເມືອງ
Chantilly ນັ້ນ.
ພາຍໃຕ້ຫລັງຄາອັນສູງແລະ
ກວ້າງໃຫຍ່ມະຫາສານຂອງ
ຫໍພິພິດທະພັນ ດັ່ງກ່າວມີ
ການວາງສະແດງສິ່ງຂອງ
ຕ່າງໆທີ່ກ່ຽວກັບກັບການບິນ
ນັບແຕ່ບັ້ງໄຟນ້ອຍຂອງປະຊາ
ກອນລາວອາເມຣິກັນ ຊຶ່ງເປັນ
ເທັກໂນໂລຈີໂບຮານ ມາສູ່ເທັກ
ໂນໂລຈີສະໄໝໃໝ່ທີ່ລໍ້າໜ້າຂອງ
ສັດຕະຫວັດທີ 21 ອັນມີທັງຈະ
ຫລວດ ເຮືອບິນນ້ອຍ ເຮືອບິນ
ລົບ ເຮືອບິນສອດແນມ ແລະອີກຫລາຍຮ້ອຍຊະນິດ ຊຶ່ງ ສ້າງຄວາມປະທັບໃຈ ງຶດງໍ້ ມະຫັດ
ສະຈັນ ໃຫ້ແກ່ບັນດານັກທ່ອງທ່ຽວທີ່ໄປຊົມການວາງສະແດງ ຈໍານວນຫລາຍພັນຄົນໃນ
ແຕ່ລະວັນ.
ຢູ່ໃນຫໍພິພິດທະພັນດຽວກັນນັ້ນ ຄຽງຂ້າງຄວາມໃຫຍ່ໂຕໜ້າງຶດງໍ້ໃນເທັກໂນໂລຈີ
ອັນລໍ້າໜ້າທັນສະໄໝ ຂອງຍານອະວະກາດໄປກັບ Discovery ນັ້ນ ກໍແມ່ນ ບັ້ງໄຟ
ນ້ອຍ ຂອງປະຊາຄົມລາວ ອາເມຣິກັນ ທີ່ວາງສະແດງໄວ້ ຢ່າງສົມກຽດແລະສະຫງ່າ
ຜ່າເຜິີຍ ສ້າງຄວາມພູມໃຈ ໃຫ້ແກ່ປະຊາຄົມລາວອາເມຣິກັນເປັນຢ່າງຍິ່ງ.
ຢູ່ຂ້າງບັ້ງໄຟນັ້ນ ມີຄໍາບັນລະຍາຍວ່າ “ບັ້ງໄຟນີ້ໄດ້ຈູດຂື້ນສູ່ທ້ອງຟ້າ ໂດຍປະຊາກອນ
ໃນປະເທດລາວ ແລະຢູ່ພາກເໜືອຂອງໄທ ໃນພິທີໄຫວ້ຜີ ເພື່ອຂໍຝົນຈາກພະຍາແຖນ
ເພື່ອຊ່ວຍໃນການປູກຝັງ. ພະຍານາກຢູ່ຫົວຂອງບັ້ງໄຟ ແມ່ນສັນຍາລັກຂອງຟ້າຝົນ
ຄັນຮົມແມ່ນເພື່ອກັ້ງປົກປ້ອງພະພຸດທະເຈົ້າ. ຊ້າງໝາຍເຖິງສັນຍາລັກຂອງປະເທດ
ລາວ ແລະນີ້ແມ່ນເປັນຂອງຂວັນຈາກ ວັດລາວພຸດທະວົງ ແຫ່ງຂົງເຂດນະຄອນຫລວງ
ວໍຊິງຕັນ ດີ.ຊີ.