ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານບຸບຜາ ຈັນທະວົງ ເດີນທາງມາຢ້ຽມຢາມອ້າຍ ໃນສະຫະລັດ ແລ້ວຕັດສິນໃຈຢູ່ໃນປະເທດ ຢ່າງຖາວອນ


ທ່ານບຸບຜາ ແລະຍານາງສາແມນຕາ ຈັນທະວົງ ເຈົ້າຂອງຮ້ານເລັບ SAMANTHA'S Nails & Lashes ໃນນະຄອນບອລຕີມໍ ລັດແມຣີແລນ.
ທ່ານບຸບຜາ ແລະຍານາງສາແມນຕາ ຈັນທະວົງ ເຈົ້າຂອງຮ້ານເລັບ SAMANTHA'S Nails & Lashes ໃນນະຄອນບອລຕີມໍ ລັດແມຣີແລນ.

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິການ ສຳລັບແລງມື້ນີ້ ທ່ານຈະໄດ້ຟັງການເຂົ້າມາຕັ້ງຖິ່ນຖານ ຂອງຄົນລາວທ່ານນຶ່ງ ຈາກທີ່ໄດ້ຮັບວີຊາມາຢ້ຽມຢາມອ້າຍ ຢູ່​ທີ່ລັດນິວຢອກຂອງສະຫະລັດ ​ແຕ່ເມື່ອໄດ້ເຫັນ ຄວາມຈະເລີນຮຸ່ງເຮືອງຂອງປະເທດແຫ່ງນີ້ແລ້ວ ຈຶ່ງໄດ້ຕັດສິນໃຈ ຢູ່ກາຍວີຊາ ແລະກໍໄດ້ສ້າງເນື້ອສ້າງໂຕຈົນໄດ້ເປັນເຈົ້າຂອງຮ້ານຕັດຜົມແລະທາເລັບ ຢູ່ໃນເມືອງ ບອລຕີມໍ ລັດແມຣີແລນ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານບຸບຜາ ຈັນທະວົງ ເກີດຢູ່ບ້ານທະນາ ຄຸ້ມບໍໂອ ເມືອງຫາດຊາຍຟອງ ຕົກມາໃນປີ 1999 ທ່ານໄດ້ເຂົ້າໄປສໍາພາດຢູ່ສະຖານກົງສຸນສະຫະລັດປະຈໍານະຄອນຫຼວງວຽງຈັນ ໃນມື້ນັ້ນ ມີຮ້ອຍຄົນເຂົ້າໄປສຳພາດ ຊຶ່ງທ່ານເປັນນຶ່ງໃນສາມຄົນທີ່ສຳພາດຜ່ານ ດັ່ງທີ່ທ່ານເລົ່າໃຫ້ຟັງດັ່ງນີ້:

ອີກປະການນຶ່ງທີ່ທ່ານບຸບຜາ ໄດ້ສຳພາດຜ່ານກໍຍ້ອນວ່າ ທ່ານມີອ້າຍຢູ່ລັດນິວຢອກ ຜູ້ທີ່ໄດ້ປະກັນເອົາທ່ານໃຫ້ມາຢ້ຽມຢາມ ແລະບໍ່ເທົ່າໃດເດືອນຫຼັງຈາກນັ້ນ ທ່ານບຸບຜາກໍໄດ້ເດີນທາງມາຍັງສະຫະລັດ ຫາອ້າຍຢູ່ໃນລັດນິວຢອກ ແລະກໍໄດ້ມີໂອກາດເຂົ້າໄປເຫັນນະຄອນນິວຢອກທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ແລະເປັນສະຖານທີ່ທ່ອງທ່ຽວນິຍົມສູງຂອງຊາວຕ່າງຊາດຈາກທົ່ວໂລກ ຊຶ່ງທ່ານບຸບຜາ ໄດ້ພັນລະນາເຖິງຄວາມໃຫຍ່ໂຕ ຂອງນະຄອນນີ້ໃຫ້ຟັງວ່າ:

ຄົນລາວໂດຍສ່ວນໃຫຍ ບໍ່ວ່າຈະເຂົ້າມາສະຫະລັດໃນຖານະເປັນອົບພະຍົບ ຫຼືໄດ້ຮັບວີຊາມາຢ້ຽມຢາມແລະຕັດສິນໃຈຢູ່ໃນສະຫະລັດເລີຍ ທຸກຄົນຕ້ອງໄດ້ຂົນຂວາຍຫາວຽກເຮັດງານທຳເພື່ອການດຳລົງຊີວິດ ໂດຍສະເພາະສຳລັບຜູ້ທີ່ບໍ່ສາມາດເວົ້າພາສາອັງກິດໄດ້ນັ້ນ ກໍຕ້ອງໄດ້ເອົາເຫື່ອແຮງແລະຄວາມຂະຫຍັນໝັ່ນພຽນເປັນຫຼັກສຳລັບວຽກງານ ດັ່ງທີ່ທ່ານບຸບຜາ ໄດ້ອະທິບາຍໃຫ້ຟັງວ່າ:

ເມື່ອເຮັດວຽກຢູ່ຮ້ານອາຫານມາໄດ້ຫຼາຍຟ້າຫຼາຍປີ ທ່ານບຸບຜາແລະພັນລະຍາຍານາງສາແມນຕາ ຈຶ່ງຫາວິທີທາງຫາເງິນແລະວຽກງານໃໝ່ເຮັດ ທ່ານບຸບຜາ ກ່າວວ່າ ທ່ານມີເພື່ອນເປັນຄົນຫວຽດນາມ ເຂົາເຈົ້າມີລົດງາມຂີ່ ມີເຮືອນມີຊານ ຈຶ່ງສົງໄສວ່າເຂົາເຈົ້າເຮັດວຽກຫຍັງ ແລ້ວກໍໄດ້ສອບຖາມເພື່ອນຂອງທ່ານວ່າ:

ເມື່ອທັງສອງໄດ້ເລີ້ມເຮັດວຽກເປັນຊ່າງຕົບແຕ່ງເລັບຢູ່ຮ້ານເລັບຂອງຫວຽດນາມມາໄດ້ໄລຍະນຶ່ງແລ້ວ ກໍໄດ້ຮັບປະສົບການແລະບົດຮຽນໃນການບໍລິຫານຮ້ານເລັບ ທັງສອງພົວເມຍໄດ້ຕັດສິນໃຈຢຶດເອົາອາຊີບນີ້ເປັນຫຼັກ ແລະໄດ້ພາກັນປຶກສາຫາລືວ່າ ຕ້ອງເກັບອອມທ້ອນເງິນເພື່ອຕັ້ງຮ້ານເລັບຂອງຕົນເອງ ດັ່ງທີ່ທ່ານບຸບຜາ ກ່າວໃຫ້ຟັງວ່າ:

ຕົກມາໃນປີທີສາມໃນຂະນະເຮັດວຽກຢູ່ຮ້ານເລັບຂອງຫວຽດນາມ ທັງສອງຜົວເມຍໄດ້ເລີ້ມການຊອກຫາສະຖານທີ່ເພື່ອຕັ້ງຮ້ານເລັບຂອງຕົນເອງ ໃນເຂດນະຄອນບອ​ລຕີມໍ ແລະໄດ້ຕັດສິນໃຈຊື້ເອົາສະຖານທີ່ໃໝ່ ດັ່ງທີ່ທ່ານບຸບຜາ ໄດ້ອະທິບາຍໃຫ້ຟັງວ່າ:

ຮ້ານເລັບ SAMANTHA'S Nails & Lashes ໃນນະຄອນບອລຕີມໍ ລັດແມຣີແລນ ຂອງທ່ານບຸບຜາ ແລະຍານາງສາແມນຕາ.
ຮ້ານເລັບ SAMANTHA'S Nails & Lashes ໃນນະຄອນບອລຕີມໍ ລັດແມຣີແລນ ຂອງທ່ານບຸບຜາ ແລະຍານາງສາແມນຕາ.

ໃນທີ່ສຸດ ຕົກມາໃນປີ 2014 ທັງສອງຜົວເມຍ ກໍໄດ້ເປີດຮ້ານເລັບ ຊື່ວ່າ ສາແມນຕາສ໌ ແນລສ໌ ແອນ ແລດຊິສ (Samantha’s Nails & Lashes) ຂອງຕົນເອງໄດ້ເປັນທີ່ສຳເລັດ ແຕ່ໃນປີທຳອິດນັ້ນ ລູກຄ້າຍັງບໍ່ທັນມີຫຼາຍຍ້ອນເປັນຮ້ານເປີດໃໝ່ ແຕ່ໃນປີຕໍ່ມາ ທຸລະກິດກໍດີຂຶ້ນເລື້ອຍໆ ດັ່ງທີ່ທ່ານບຸບຜາ ໄດ້ເລົ່າໃຫ້ຟັງວ່າ:

ພະນັກງານຮ້ານເລັບ SAMANTHA'S Nails & Lashes ໃນນະຄອນບອລຕີມໍ ລັດແມຣີແລນ.
ພະນັກງານຮ້ານເລັບ SAMANTHA'S Nails & Lashes ໃນນະຄອນບອລຕີມໍ ລັດແມຣີແລນ.

ທ່ານບຸບຜາ ກ່າວວ່າ ໃນປັດຈຸບັນນີ້ ມີພະນັກງານທັງໝົດ 7 ຄົນ ຄົນລາວ 6 ຄົນລວມທັງທ່ານບຸບຜາແລະພັນລະຍາ ແລະຄົນຜິວດໍາຄົນນຶ່ງ ທ່ານຍັງກ່າວອີກວ່າ ພົນລະເມືອງຂອງບອ​ລຕີມໍນັ້ນ ສ່ວນໃຫຍ່ເປັນຄົນຜິວຂາວແລະຄົນຜິວດຳ ໃນສັດສ່ວນ 50-50 ສ່ວນເອເຊຍນັ້ນແມ່ນບໍ່ຄ່ອຍມີຫຼາຍ ສະນັ້ນແຂກທີ່ມາໃຊ້ບໍລິການຂອງຮ້ານຈະເປັນຄົນຜິວດຳຫຼາຍກວ່າຄົນຜິວຂາວ ແລະສຳລັບຊຸມຊົນຊາວລາວແລ້ວ ແມ່ນມີພຽງເລັກນ້ອຍ ສ່ວນໃຫຍ່ເປັນຄົນລາວທີ່ມາຫາເຮັດວຽກເອົາເງິນສົດ ສ່ວນວັດລາວຢູ່ໃນບອລຕີມໍແມ່ນບໍ່ມີເລີຍ ມີແຕ່ວັດລາວພຸດທະເມຕຕາແລະສູນຝຶກສະມາທິ ທີ່ຕັ້ງຢູ່ຊານເມືອງອັບເປີ ມາຣໂບໂຣ (Upper Marlboro).

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນເສັ້ນທາງຊີວິດຂອງທ່ານບຸບຜາ ຈັນທະວົງ ຜູ້ທີ່ໄດ້ຮັບວີຊາຢ້ຽມຢາມຈາກສະຫະລັດ ມາຢາມອ້າຍ ແລະໄດ້ຕັດສິນໃຈ ຢູ່ຕໍ່ກາຍກຳນົດວີຊາ ແລະຫາວິທີທາງຢູ່ໃນສະຫະລັດ ໄດ້ຢ່າງຖາວອນ ຈົນໄດ້ເປັນເຈົ້າຂອງຮ້ານຕັດຜົມແລະທາເລັບກັບພັນລະຍາ ຍານາງຊາແມນຕ້າ ໃນເມືອງບອ​ລ ຕີມໍ ລັດແມຣີແລນ. ເຊີນຟັງລາຍງານຊຸມຊົນຊາວລາວ​ເລື້ອງ​ໃໝ່ ໃນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG