ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລົງທຶນ ໃນຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີມູນຄ່າ ກວ່າ 15 ຕື້ໂດລາ


ບັນດາວິສາຫະກິດ ໃນຂະແໜງຫັດຖະກຳ ໃນລາວ ຂະຫຍາຍຕົວສູງຂຶ້ນ ໂດຍຜົນຜະລິດ ສ້າງລາຍຮັບໄດ້ຫຼາຍຂຶ້ນເຊັ່ນກັນ ໃນຊ່ວງ 5 ປີ ຜ່ານມາ.
ບັນດາວິສາຫະກິດ ໃນຂະແໜງຫັດຖະກຳ ໃນລາວ ຂະຫຍາຍຕົວສູງຂຶ້ນ ໂດຍຜົນຜະລິດ ສ້າງລາຍຮັບໄດ້ຫຼາຍຂຶ້ນເຊັ່ນກັນ ໃນຊ່ວງ 5 ປີ ຜ່ານມາ.

ບັນດາວິສາຫະກິດໃນຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໃນລາວ ມີມູນຄ່າ ການລົງທຶນ ຫຼາຍກວ່າ 15,000 ລ້ານໂດລາ ໃນຊ່ວງ 5 ປີຜ່ານມາ ໂດຍຜົນຜະລິດ ຂະຫຍາຍເພີ່ມຂຶ້ນເຖິງ 13 ເປີເຊັນຕໍ່ປີ.

ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ໃນຊ່ວງປີ 2011-2015 ທີ່ຜ່ານມາ ການຜະລິດໃນພາກອຸດສາຫະກຳປຸງແຕ່ງ ແລະຫັດຖະກຳຂອງລາວ ມີມູນຄ່າລວມເຖິງ 24,068 ຕື້ກີບ ຫຼືຫລາຍກວ່າ 3,000 ລ້ານໂດລາ ໂດຍມີອັດຕາການຂະຫຍາຍຕົວເພີ່ມ ຂຶ້ນ ສະເລ່ຍ 13 ເປີເຊັນ ໃນແຕ່ລະປີ ແລະ ທີ່ຖືວ່າ ໂດດເດັ່ນ ກໍຄືມີບັນດາວິສາຫະກິດ ທີ່ຂຶ້ນທະບຽນ ໃນຂະແໜງອຸດສາຫະກຳປຸງແຕ່ງ ແລະຫັດຖະກຳ ຈຳນວນທັງໝົດ 35,931 ຫົວໜ່ວຍ ມີມູນຄ່າລົງທຶນລວມເຖິງ 123,760 ຕື້ກີບ ຫຼືເກີນກວ່າ 15,470 ລ້ານໂດລາ ໂດຍໃນນີ້ ແບ່ງເປັນວິສາຫະກິດພາຍໃນ 35,557 ຫົວໜ່ວຍກັບວິສາຫະກິດ ຈາກຕ່າງ ປະເທດ 1,555 ຫົວໜ່ວຍ ແລະ ວິສາຫະກິດຮ່ວມທຶນ 819 ຫົວໜ່ວຍ ທີ່ມີມູນຄ່າລົງທຶນ 43,866 ຕື້ກີບ ກັບ 35,661 ຕື້ກີບ ແລະ 44,233 ຕື້ກີບ ຕາມລຳດັບ.

ໂຮງງານຕັດຫຍິບ ເປັນວິສາຫະກິດ ທີ່ຂະຫຍາຍຕົວ ຢ່າງວ່ອງໄວ ອີກຂະແໜງໜຶ່ງ ຢູ່ໃນລາວ
ໂຮງງານຕັດຫຍິບ ເປັນວິສາຫະກິດ ທີ່ຂະຫຍາຍຕົວ ຢ່າງວ່ອງໄວ ອີກຂະແໜງໜຶ່ງ ຢູ່ໃນລາວ

ແຕ່ຢ່າງໃດກໍຕາມ ສະເພາະໃນແຜນການປີ 2014-2015 ທີ່ຜ່ານມາ ຂະແໜງອຸດສາ ຫະກຳ ປຸງແຕ່ງ ແລະຫັດຖະກຳມີມູນຄ່າາຜົນຜະລິດລວມ 5,462 ຕື້ກີບ ຫຼື ປະມານ 682.7 ລ້ານໂດລາ ຊຶ່ງເພີ່ມຂຶ້ນຈາກແຜນການປີ 2013-2014 ຄິດເປັນອັດຕາສະເລ່ຍ ພຽງແຕ່ 1.2 ເປີເຊັນ ເທົ່ານັ້ນ ແລະເຖິງແມ່ນວ່າ ຈະໄດ້ມີການຂຶ້ນທະບຽນວິສາຫະກິດໃໝ່ ເພີ່ມຂຶ້ນອີກ 2,773 ຫົວໜ່ວຍ ໃນແຜນການປີ 2014-2015 ກໍຕາມ ຫາກແຕ່ທຶນຈົດ ທະບຽນ ກັບຫລຸດຈາກ 33.73 ຕື້ກີບ ໃນແຜນການປີ 2013-2014 ລົງມາເປັນ 25.55 ຕື້ກີບ ຫຼື ຫລຸດລົງເກີນກວ່າ 24 ເປີເຊັນ ໃນແຜນການປີ 2014-2015 ທີ່ຜ່ານມາ.

ທັງນີ້ ໂດຍມີສາເຫດມາຈາກສະພາບແວດລ້ອມພາຍໃນລາວ ທີ່ຍັງສືບຕໍ່ການແກ້ໄຂ ບັນຫາຄົງຄ້າງໃນຫຼາຍດ້ານ ເຊັ່ນ ວິກິດການດ້ານການເງິນ ນະໂຍບາຍການເງິນ- ການທະນາຄານ ແລະ ບັນຫາໜີ້ສິນ ທີ່ຄົງຄ້າງໃນລະບົບທະນາຄານ ທັງໃນພາກສ່ວນ ຂອງລັດຖະບານ ແລະເອກະຊົນລາວ ເປັນຕົ້ນ.

ນອກຈາກນີ້ ການລົບລ້າງ ແລະການປັບລົດພາສີສິນຄ້າ ທີ່ຢູ່ພາຍໃຕ້ຂໍ້ຕົກລົງ ວ່າດ້ວຍ ການຄ້າເສລີ ອາຊຽນ ກໍເປັນອີກປັດໄຈໜຶ່ງທີ່ໄດ້ສົ່ງຜົນກະທົບຕໍ່ບັນດາຫົວໜ່ວຍທຸລະກິດ ທີ່ຜະລິດສິນຄ້າຕ່າງໆ ໃນລາວຢ່າງກວ້າງຂວາງ ເນື່ອງຈາກວ່າ ບັນດາຫົວໜ່ວຍທຸລະກິດ ຂອງລາວ ຕ້ອງປະເຊີນກັບການແຂ່ງຂັນ ທັງໃນດ້ານທະນາຄານ ແລະຄຸນນະພາບຂອງ ສິນຄ້າ ຈາກອີກ 9 ປະເທດ ທີ່ເປັນສະມາຊິກໃນອາຊຽນດ້ວຍກັນ.

ໂດຍໃນປັດຈຸບັນນີ້ ລັດຖະບານລາວໄດ້ລົບລ້າງພາສີເປັນ 0 ເປີເຊັນ ໄປແລ້ວ 8,596 ລາຍການ ຈາກທັງໝົດ 9,558 ລາຍການ ຈຶ່ງບັງເຫຼືອອີກ 962 ລາຍການ ທີ່ຈະຕ້ອງປັບ ຫລຸດພາສີ ລົງສູ່ອັດຕາ ລະຫວ່າງ 0 ຫາ 5 ເປີເຊັນ ໃຫ້ໄດ້ພາຍໃນປີ 2018 ທີ່ສ່ວນໃຫຍ່ ເປັນສິນຄ້າ ປະເພດຜະລິດຕະພັນເຄື່ອງດື່ມ ນ້ຳມັນເຊື້ອໄຟ ຍານພາຫະນະ ສ່ວນປະ ກອບຂອງຍານພາຫະນະ ແລະ ຜົນຜະລິດດ້ານການກະເສດ ເປັນຕົ້ນ.

ທັງນີ້ ຜົນກະທົບທີ່ເກີດຂຶ້ນຕໍ່ບັນດາວິສາຫະກິດໃນລາວນັ້ນ ກໍຍ້ອນວ່າ ການຜະລິດ ສິນຄ້າ ທີ່ມີລະດັບຄຸນນະພາບຕ່ຳ ເນື່ອງຈາກຜູ້ຜະລິດສິນຄ້າສ່ວນໃຫຍ່ ຍັງຂາດຄວາມຮູ້ ຄວາມ ເຂົ້າໃຈ ແລະບໍ່ມີທັກສະໃນການຜະລິດສິນຄ້າ ທີ່ເປັນທີ່ຕ້ອງການຂອງຕະຫຼາດ ທັງຍັງ ຂາດຫລັກ ແລະວິຊາການກ່ຽວກັບການຜະລິດສິນຄ້າໃຫ້ໄດ້ມາດຕະຖານສາກົນ ອີກດ້ວຍ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ລັດຖະບານລາວ ໄດ້ສົ່ງເສີມໃຫ້ບັນດາທະນາ ຄານຕ່າງຊາດໃນລາວ ເພື່ອການຈັດສັນເງິນທຶນກູ້ຢືມ ໃຫ້ແກ່ບັນດາວິສາຫະກິດ ໃນລາວ ໃຫ້ຫຼາຍຂຶ້ນ ນັບມື້ ດັ່ງເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາໄດ້ມີນະໂຍບາຍໃຫ້ບັນດາ ສາຂາທະນາຄານ ປະເທດນີ້ ໄປຢືມເງິນ ຈາກສຳນັກງານໃຫຍ່ ເຂົາເຈົ້າມາປ່ອຍກູ້ນີ້ ມີຈຳນວນຫຼາຍຮ້ອຍລ້ານເດະ ອັນນີ້ ເປັນການປະກອບສ່ວນດີແທ້ ແຕ່ວ່າ ການເຄື່ອນໄຫວຂອງເຂົາເຈົ້ານັ້ນ ຈະເລັ່ງ ໃສ່ທຸລະກິດຂອງເຂົາເຈົ້າ ຫຼືວ່າເພັ່ງເລັງໃສ່ຫົວໜ່ວຍທຸລະກິດ ທີ່ຕັ້ງຢູ່ໃນບັນດາ ຕົວເມືອງ ອັນນັ້ນເປັນຈຸດໜຶ່ງ ແຕ່ວ່າອັນທີຂອງສາຂາຕ່າງປະເທດ ທີ່ມາເຄື່ອນ ໄຫວຢູ່ລາວ ເຮົານີ້ ແມ່ນເຂົາເຈົ້ານຳໃຊ້ທຶນຂອງສຳນັກງານໃຫຍ່ ຂອງເຂົາເຈົ້າ ເພື່ອມາປ່ອຍເງິນກູ້ໂຄງການໃຫຍ່ໆ ຢູ່ປະເທດລາວນີ້ ຫຼາຍອັນນີ້ນ່ະ.”

ແຕ່ຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ມີບັນດາວິສາຫະກິດ ໃນລາວ ຫຼາຍກວ່າ 37,000 ແຫ່ງ ທີ່ຍັງບໍ່ມີຄວາມພ້ອມ ໃນການແຂ່ງຂັນ ດ້ານການ ຕະຫຼາດ ພາຍຫລັງຈາກທັງ 10 ປະເທດໃນອາຊຽນ ໄດ້ເຊື່ອມໂຍງເສດຖະກິດເຂົ້າ ດ້ວຍກັນ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນມາ.

XS
SM
MD
LG