ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີລາວ ສັ່ງໃຫ້ ກວດສອບ ແລະ ເກັບອາກອນ ລົດຍົນ 5,639 ຄັນ


ພວກລົດຍົນຍີ່ຫໍ້ຕ່າງໆ ວາງສະແດງ ຢູ່ບໍລິສັດ ນຳເຂົ້າລົດຍົນ ແຫ່ງນຶ່ງ ໃນລາວ.
ພວກລົດຍົນຍີ່ຫໍ້ຕ່າງໆ ວາງສະແດງ ຢູ່ບໍລິສັດ ນຳເຂົ້າລົດຍົນ ແຫ່ງນຶ່ງ ໃນລາວ.

ນາຍົກລັດຖະມົນຕີລາວ ສັ່ງໃຫ້ກວດສອບ ແລະເກັບອາກອນລົດຍົນ 5,639 ຄັນ
ທີ່ນຳເຂົ້າຢ່າງບໍ່ຖືກຕ້ອງຕາມກົດໝາຍໃຫ້ແລ້ວເສັດໄວທີ່ສຸດ ໂດຍລວມເຖິງລົດຍົນ
ຂອງໜ່ວຍງານລັດຖະບານດ້ວຍ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 142 ວ່າດ້ວຍ
ການແກ້ໄຂ ລົດນຳເຂົ້າບໍ່ຖືກຕ້ອງໃນທົ່ວປະເທດ ເມື່ອວັນທີ 25 ມັງກອນ 2017
ທີ່ຜ່ານມານີ້ ໂດຍມອບໝາຍໃຫ້ກະຊວງການເງິນ ແລະໜ່ວຍງານທີ່ກ່ຽວຂອງ
ດຳເນີນການກວດສອບ ແລະແກ້ໄຂລົດຍົນນຳເຂົ້າບໍ່ຖືກຕ້ອງຈຳນວນ 5,639 ຄັນ
ໃຫ້ແລ້ວເສັດໄວທີ່ສຸດ ທັງຍັງຈະຕ້ອງກຳນົດ ໃຫ້ບໍລິສັດເອກະຊົນທີ່ນຳເຂົ້າລົດຍົນ
ເພື່ອສົ່ງຕໍ່ໄປປະເທດທີ 3 ຈຳນວນ 1,947 ຄັນ ທີ່ຈອດຢູ່ສາງທ່ານາແລ້ງ ໃນເວລານີ້
ຈະຕ້ອງດຳເນີນການໃຫ້ແລ້ວເສັດ ພາຍໃນ 4 ເດືອນອີກດ້ວຍ.

ລົດຄັນນີ້ ຍີ່ຫໍ້ Hummer ໄດ້ນຳເຂົ້າມາ ຈາກຕ່າງປະເທດ ເພື່ອນຳໃຊ້ ໃນນະຄອນວຽງຈັນ
ລົດຄັນນີ້ ຍີ່ຫໍ້ Hummer ໄດ້ນຳເຂົ້າມາ ຈາກຕ່າງປະເທດ ເພື່ອນຳໃຊ້ ໃນນະຄອນວຽງຈັນ

ໂດຍອີງຕາມລາຍງານຂອງກົມພາສີ ກະຊວງການເງິນ ລະບຸວ່າ ໃນສົກປີ 2015-
2016 ທີ່ຜ່ານມາ ຂະແໜງການພາສີ ໄດ້ວາງແຜນການຈັດເກັບລາຍຮັບ ຈາກ
ການນຳເຂົ້າຍານພາຫະນະໃຫ້ໄດ້ 2,426 ຕື້ກີບ ຫາກແຕ່ກໍສາມາດຈັດເກັບຕົວຈິງ
ໄດ້ພຽງ 1,828 ຕື້ກີບ ຄິດເປັນ 75.34 ເປີເຊັນ ຂອງແຜນການເທົ່ານັ້ນ ຊຶ່ງກໍມີສາເຫດ
ມາຈາກການນຳເຂົ້າລົດຍົນ ບໍ່ຖືກຕ້ອງຕາມກົດໝາຍດັ່ງກ່າວ ໃນນີ້ກໍລວມເຖິງລົດຍົນ
ທີ່ນຳເຂົ້າໂດຍກະຊວງປ້ອງກັນປະເທດ ແລະກະຊວງປ້ອງການຄວາມສະຫງົບດ້ວຍ
1,254 ຄັນ.

ລົດຍີ່ຫໍ້ Toyota ລຸ້ນ Yaris ໃນງານວາງສະແດງລົດຍົນ
ລົດຍີ່ຫໍ້ Toyota ລຸ້ນ Yaris ໃນງານວາງສະແດງລົດຍົນ

ທາງດ້ານ ທ່ານນາງວຽງທງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫລງ
ວ່າ ໃນຮອບປີຜ່ານມາ ອົງການກວດສອບແຫ່ງລັດ ໄດກວດພົບວ່າ ລັດຖະບານລາວ
ສູນເສຍລາຍຮັບໄປ ຄິດເປັນມູນຄ່າ ຫຼາຍກວ່າ 2,000 ຕື້ກີບ ຫຼືເກີນກວ່າ 250 ລ້ານ
ໂດລາ ໂດຍມີສາເຫດມາຈາກ ການທີ່ກົມພາສີ ໄດ້ມີການຍົກເວັ້ນພາສີນຳເຂົ້າ ນ້ຳມັນ
ແລະຍານພາຫະນະ ໃຫ້ແກ່ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍຍັງໄດ້ກວດພົບວ່າ 116 ໜ່ວຍງານຂອງ
ລັດ ບໍ່ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານ ປະຈຳປີ 2013-2014 ຂອງລັດຖະບານ
ຄິດເປັນ ມູນຄ່າລວມເຖິງ 749.22 ຕື້ກີບ ໂດຍສ່ວນໃຫຍ່ ເປັນລາຍຮັບຈາກສ່ວຍສາ
ອາກອນ ລາຍຮັບຈາກຊັບສິນຂອງລັດ ລາຍຮັບຈາກການຂາຍໄມ້ ລາຍຮັບຈາກການ
ຫັນຊັບສິນເປັນທຶນ ແລະອື່ນໆ.

ໂດຍພາຍໃຕ້ສະພາບບັນຫາດັ່ງກ່າວ ກໍເຮັດໃຫ້ ທ່ານນາງວຽງທອງ ໄດ້ໃຫ້ການຍອມ
ຮັບວ່າ ການຈັດຕັ້ງປະຕິບັດຂອງອົງການສອບແຫ່ງລັດ ໃນແຜນການປີ 2014-2015
ທີ່ວາງຄາດໝາຍໄວ້ວ່າ ຕ້ອງດຳເນີນການກວດສອບໜ່ວຍງານຂອງລັດຖະບານ
ໃຫ້ໄດ້ບໍ່ນ້ອຍກວ່າ 95 ຫົວໜ່ວຍ ຫາກແຕ່ວ່າ ຈາກການຈັດຕັ້ງປະຕິບັດ ໃນພາກ
ຕົວຈິງນັ້ນ ສາມາດກວດສອບໄດ້ພຽງ 60 ຫົວໜ່ວຍ ຄິດເປັນ 63 ເປີເຊັນ ເທົ່ານັ້ນ
ຂອງແຜນການ ທັງກໍຍັງຕ້ອງລົດເປົ້າໝາຍ ການກວດສອບໃນແຜນການປີ 2015-
2016 ລົງ ເຫຼືອພຽງແຕ່ 89 ຫົວໜ່ວຍເທົ່ານັ້ນອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການ ແລະການລົງທຶນ ເປີດເຜີຍວ່າ
ໜ່ວຍສະເພາະກິດຂອງ ກະຊວງແຜນການ ໄດ້ກວດພົບການສູນເສຍລາຍຮັບຂອງ
ລັດຖະບານຫຼາຍກວ່າ 6,000 ຕື້ກີບ ອັນເກີດຈາກການຈັດຕັ້ງປະຕິບັດໂຄງການ
ທີ່ບໍ່ຜ່ານການເຫັນຊອບ ຂອງກະຊວງການເງິນ ກັບ ກະຊວງແຜນການ ແລະການລົງ
ທຶນ ຈຳນວນ 56 ໂຄງການ ດັ່ງທີ່ທ່ານກິແກ້ວ ຈັນທະບູລີ ລັດຖະມົນຕີຊ່ວຍວ່າການ
ກະຊວງແຜນການ ແລະການລົງທຶນ ຢືນຢັນວ່າ:

“ບັນດາຂະແໜງການ ໄດ້ເຊັນສັນຍາ ໂຄງການເກີນມູນຄ່າ ທີ່ສະພາແຫ່ງຊາດ
ອະນຸມັດ ມີ 18 ໂຄງການ ໄດ້ດຳເນີນການດັດແກ້ໂຄງການຈຳນວນ 38 ໂຄງການ
ມູນຄ່າ 6,000.92 ຕື້ກີບ ໂດຍບໍ່ໄດ້ນຳສະເໜີ ຕໍ່ກະຊວງແຜນການ ແລະການລົງ
ທຶນກັບ ກະຊວງການເງິນ ຈຶ່ງຕີລາຄາວ່າ ບໍ່ເຄົາລົບກົດໝາຍຢ່າງເຂັ້ມງວດ.”

ນອກຈາກນີ້ ອົງການກວດສອບແຫ່ງລັດ ຍັງໄດ້ກວດພົບການທຸຈະລິດຫຼາຍກວ່າ
324 ຕື້ກີບ ໃນ 25 ໂຄງການພັດທະນາທີ່ບໍ່ມີຕົວຕົນ ໃນເຂດແຂວງອຸດົມໄຊ ແລະ
ກວດພົບການໃຊ້ຈ່າຍງົບປະມານເກີນຈິງ ຫຼາຍກວ່າ 87 ຕື້ກີບ ໃນ 77 ໂຄງການ
ສ່ວນ 254 ໂຄງການຍັງດຳເນີນງານບໍ່ສຳເລັດຕາມແຜນການ ທັງໆທີ່ວ່າ ໄດ້ໃຊ້ຈ່າຍ
ງົບປະມານຫຼາຍກວ່າ 4,300 ຕື້ກີບ ໄປທັງໝົດແລ້ວນັ້ນ.

XS
SM
MD
LG