ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກ ລາວ ລະບຸວ່າ ການລັກລອບນຳເຂົ້າ ສານເຄມີຜິດກົດໝາຍ ຍັງຄົງເກີດຂຶ້ນ ຢ່າງກວ້າງຂວາງ


 ຊາວກະເສດຕະກອນລາວ ກຳລັງຕັດເອົາກ້ວຍ ລົງຈາກຕົ້ນ ເພື່ອນຳໄປຂາຍ
ຊາວກະເສດຕະກອນລາວ ກຳລັງຕັດເອົາກ້ວຍ ລົງຈາກຕົ້ນ ເພື່ອນຳໄປຂາຍ

ນາຍົກລັດຖະມົນຕີລາວ ລະບຸວ່າ ການລັກລອບນຳເຂົ້າສານເຄມີຜິດກົດໝາຍ ຍັງຄົງ
ເກີດຂຶ້ນຢ່າງກວ້າງຂວາງ ໂດຍສະເພາະ ສານເຄມີທີ່ນຳໃຊ້ໃນການຜະລິດສິນຄ້າ
ກະສິກຳ ແລະອຸດສາຫະກຳປຸງແຕ່ນັ້ນ.


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າ ການລັກລອບນຳເຂົ້າສານເຄມີ
ຜິດກົດໝາຍຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ໂດຍສະເພາະ ກໍແມ່ນສານເຄມີນຳໃຊ້
ໃນການຜະລິດສິນຄ້າກະສິກຳ ແລະອຸດສາຫະກຳປຸງແຕ່ງນັ້ນ ໄດ້ມີການລັກລອບ
ນຳເຂົ້າມາລາວ ຢ່າງຫລວງຫຼາຍໃນແຕ່ລະປີ ທັງໆທີ່ວ່າ ໄດ້ມີຄຳສັ່ງໄປເຖິງພາກສ່ວນ
ທີ່ກ່ຽວຂ້ອງ ກໍຄື ກະຊວງອຸດສາຫະກຳ ແລະການຄ້າກັບ ກະຊວງກະສິກຳ ແລະປ່າໄມ້ ເພື່ອໃຫ້ເພີ້ມການເຂັ້ມງວດເຂົ້າໃນການຄວບຄຸມ ແລະກວດກາການນຳເຂົ້າສານເຄມີ
ຕ້ອງຫ້າມ ໃນທົ່ວປະເທດແລ້ວນັ້ນ ແຕ່ການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ກໍຍັງ
ບໍ່ມີປະສິດທິພາບ ເພາະບໍ່ໄດ້ຮັບການຮ່ວມມື ຈາກທ້ອງຖິ່ນຢ່າງແທ້ຈິງ ດັ່ງທີ່ ທ່ານ
ທອງລຸນ ສີສຸລິດ ໄດ້ໃຫ້ການຍອມຮັບວ່າ:

“ກະຊວງກະສິກຳ ກະຊວງການຄ້າ ກະຊວງທີ່ກ່ຽວຂ້ອງ ຫ້າມນຳເຂົ້າຝຸ່ນເຄມີທີ່ຮ້າຍແຮງ
ຢາຂ້າຫຍ້າ ຫ້າມແລ້ວຜັດຍັງນຳເຂົ້າມາຕິດໆຢູ່ ສະມາຊິິກສະພາທ້ອງຖິ່ນກວດກາໃຫ້
ແດ່ ຜູ້ໃດລະເມີດ ໃຫ້ມີມາດຕະການ ຈັກໜ້ອຍດິນຂອງພວກເຮົາທີ່ໂຄສະນາວ່າ ເປັນ
ດິນທີ່ອຸດົມສົມບຸນ ຍັງເປັນດິນປອດສານພິດຢູ່ ສິກາຍເປັນເຄມີໝົດແລ້ວ ຄັນພວກເຮົາ
ບໍ່ພະຍາຍາມປ້ອງກັນ.”

ບັນຊີ ສານເຄມີ ທີ່ໄດ້ນຳໃຊ້ເຂົ້າໃນສວນປູກກ້ວຍ ຢູ່ໃນພາກເໜືອຂອງລາວ ໂດຍບໍລິສັດຈີນ ທີ່ໄດ້ຮັບສຳປະທານດິນ ເພື່ອລົງທຶນປູກຕົນໝາກກ້ວຍ
ບັນຊີ ສານເຄມີ ທີ່ໄດ້ນຳໃຊ້ເຂົ້າໃນສວນປູກກ້ວຍ ຢູ່ໃນພາກເໜືອຂອງລາວ ໂດຍບໍລິສັດຈີນ ທີ່ໄດ້ຮັບສຳປະທານດິນ ເພື່ອລົງທຶນປູກຕົນໝາກກ້ວຍ

ສ່ວນ ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການ ເສດຖະກິດ ເທັກໂນໂລຈີ
ແລະສິ່ງແວດລ້ອມ ສະພາແຫ່ງຊາດລາວ ຖະແຫລງຜົນການກວດກາການຜະລິດ
ສິນຄ້າກະສິກຳ ແລະອຸດສາຫະກຳປຸງແຕ່ນັບແຕ່ປີ 2018 ເປັນຕົ້ນມາ ວ່າ ຍັງມີການ
ຈັດຕັ້ງປະຕິບັດ ບໍ່ເປັນໄປຕາມລະບຽບກົດໝາຍເກີດຂຶ້ນຢ່າງກວ້າງຂວາງ ໂດຍສະ
ເພາະການລັກລອບນຳເຂົ້າຢາປາບສັດຕູພືດ ສານເຄມີອັນຕະລາຍ ແລະສິນຄ້າທີ່
ອັນຕະລາຍຕໍ່ສຸຂະພາບ ທັງຍັງມີການລັກລອບປ່ອຍນ້ຳເປື້ອນ ແລະສານເຄມີອັນ
ຕະລາຍ ລົງສູ່ແຫລ່ງນ້ຳທຳມະຊາດເກີດຂຶ້ນຢ່າງກວ້າງຂວາງອີກດ້ວຍ ດັ່ງທີ່ ທ່ານ
ບຸນປອນ ຖະແຫລງຢືນຢັນວ່າ:

“ການແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະທຳມະຊາດ ທີ່ເກີດຂຶ້ນຈາກ
ການຜະລິດກະສິກຳ ອຸດສາຫະກຳປຸງແຕ່ງ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນສະແດງ
ອອກຄືບາງໂຄງການ ບໍ່ໄດ້ສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະທຳມະ
ຊາດ ບໍ່ມີສັນຍາສຳປະທານ ຍັງມີການລັກລອບນຳເຂົ້າ ຈຳໜ່າຍ ແລະນຳໃຊ້ຢາ
ປາບສັດຕູພືດ ສານເຄມີອັນຕະລາຍເກີນຄ່າມາດຕະຖານ ບໍ່ຖືກຕ້ອງຕາມຫລັກ
ວິຊາການ ຍັງມີການນຳເຂົ້າ ຈຳໜ່າຍອາຫານທີ່ມີສານເຄມີປົນເປື້ອນ ສິນຄ້າປອມ
ແປງໝົດອາຍຸຈາກນອກປະເທດ ໄດ້ມີການລັກລອບປ່ອຍນ້ຳເປື້ອນ ສານເຄມີ
ອັນຕະລາຍລົງສູ່ແມ່ນນ້ຳລຳເຊ ເຮັດໃຫ້ສັດນ້ຳ ສັດລ້ຽງຂອງປະຊາຊົນຈຳນວນນຶ່ງ
ຕາຍ.”

ສວນປູກກ້ວຍ ແຫ່ງນຶ່ງ ຢູ່ໃນລາວ
ສວນປູກກ້ວຍ ແຫ່ງນຶ່ງ ຢູ່ໃນລາວ

ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group)
ອົງການບໍ່ຂຶ້ນກັບລັດຖະບານໃນລາວ ລາຍງານວ່າ ການຜະລິດສິນຄ້າກະສິກຳທີ່ສົ່ງ
ຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະທຳມະຊາດໃນລາວ ຢ່າງກວ້າງຂວາງທີ່ສຸດ
ຄືພື້ນທີ່ສຳປະທານການປູກກ້ວຍຫອມຂອງບັນດານັກທຸລະກິດຈີນ ໂດຍສະເພາະ
ແມ່ນ ພື້ນທີ່ໃນເຂດແຂວງບໍ່ແກ້ວ ອຸດົມໄຊ ແລະຫລວງນ້ຳທານັ້ນ ຖືເປັນພື້ນທີ່ທີ່ໄດ້
ຮັບຜົນກະທົບ ຢ່າງໜັກໜ່ວງທີ່ສຸດ ເພາະວ່າ ບັນດານັກທຸລະກິດຈີນ ໄດ້ພາກັນລັກ
ລອບນຳເຂົ້າ ແລະນຳໃຊ້ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດກັບຢາປາບສັດຕູ
ພື້ດອີກ 19 ຊະນິດ ທັງຍັງນຳໃຊ້ສານເຄມີເພື່ອເລັ່ງຜົນຜະລິດດ້ວຍນັ້ນ ກໍໄດ້ຄຸກຄາມ
ຕໍ່ສຸຂະພາບອະນາໄມຂອງປະຊາຊົນລາວ ແລະກະທົບຕໍ່ແຫລ່ງນ້ຳທຳມະຊາດ ສັດນ້ຳ
ສັດລ້ຽງ ດິນນາ ແລະພືດຜົນຕ່າງໆ ຂອງປະຊາຊົນລາວຢ່າງກວ້າງຂວາງດີກດ້ວຍ.

ທັງນີ້ ມີລາຍງານວ່າ ປາແລະສັດນ້ຳຊະນິດຕ່າງໆ ຢູ່ເຂດວັງສະຫງວນນ້ຳງາວ ເມືອງ
ຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຕາຍໄປຢ່າງຫລວງຫລາຍໃນເດືອນມີນາ 2018 ຊຶ່ງຈາກ
ການວິເຄາະຄຸນນະພາບຂອງນ້ຳໃນເຂດດັ່ງກ່າວ ພົບວ່າ ມີສານເຄມີເຈືອປົນຢ່າງໜາ
ແໜ້ນ ແລະເຊື່ອວ່າ ເປັນສານເຄມີ ທີ່ຮົ່ວໄຫລລົງມາຈາກເຂດສຳປະທານປູກກ້ວຍ
ຂອງບັນດານັກທຸລະກິດຈີນ ເຮັດໃຫ້ອຳນາດການປົກຄອງ ໃນແຂວງບໍ່ແກ້ວ ໄດ້ມີ
ຄຳສັ່ງ ຍົກເລີກສຳປະທານປູກກ້ວຍຂອງຈີນ ໃນພື້ນທີ່ 5,000 ກວ່າເຮັກຕາ ໃນປີທີ່
ຜ່ານມາ.

XS
SM
MD
LG