ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ຢືນຢັນວ່າ ລັດຖະບານລາວ ໄດ້ປ່ອຍນ້ຳ ຈາກເຂື່ອນຕ່າງໆ ໃນລາວ


ສາຍນ້ຳຂອງ ທີ່ໄຫລຜ່ານລົງໄປ ທາງພາກໃຕ້ຂອງລາວ
ສາຍນ້ຳຂອງ ທີ່ໄຫລຜ່ານລົງໄປ ທາງພາກໃຕ້ຂອງລາວ

ນາຍົກລັດຖະມົນຕີລາວ ຢືນຢັນວ່າ ລັດຖະບານລາວ ໄດ້ປ່ອຍນ້ຳຈາກເຂື່ອນຕ່າງໆ ໃນລາວລົງສູ່ແມ່ນ້ຳຂອງ ໃນປະລິມານ ສະເລ່ຍ 1,136 ແມັດກ້ອນຕໍ່ວິນາທີ ເພື່ອບັນ ເທົາໄພແຫ້ງແລ້ງ ໃນເຂດລຸ່ມແມ່ນ້ຳຂອງ.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ຖະແຫລງຢືນຢັນ ໃນກອງປະຊຸມສຸດຍອດ ກອບຄວາມຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 1 ຢູ່ທີ່ເມືອງຊານຢ້າແຂວງໄຮ້ ໜານຂອງຈີນ ໃນທ້າຍເດືອນ ມີນາ 2016 ທີ່ຜ່ານມາວ່າ ທາງການລາວໄດ້ປ້ອຍນ້ຳ ຈາກເຂື່ອນ ຕ່າງໆ ໃນລາວລົງສູ່ເຂດລຸ່ມແມ່ນ້ຳຂອງ ໃນປະລິມານສະເລ່ຍ 1,136 ແມັດ ກ້ອນຕໍ່ວິນາທີ ນັບຕັ້ງແຕ່ວັນທີ 23 ມີນາ 2016 ເປັນຕົ້ນມາ.

ທັງນີ້ ໂດຍຖືເປັນການສົມທົບກັບທາງການຈີນ ທີ່ໄດ້ປ່ອຍນ້ຳຈາກເຂື່ອນ ໃນເຂດປະ ເທດຈີນ ລົງສູ່ແມ່ນ້ຳຂອງ ເພື່ອເປັນການບັນເທົາບັນຫາໄພແຫ້ງແລ້ງທີ່ເກີດຂຶ້ນ ໃນເຂດ ຕອນລ່າງຂອງລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນເຂດສາມຫຼ່ຽມປາກແມ່ນ້ຳຂອງ ໃນ ພື້ນທີ່ 13 ແຂວງພາກໃຕ້ຂອງຫວຽດນາມ ທີ່ຕ້ອງປະເຊີນກັບໄພແຫ້ງແລ້ງ ຢ່າງໜັກໜ່ວງ ທີ່ ສຸດໃນຮອບ 90 ປີ ໃນເວລານີ້ ໂດຍຄາດໝາຍວ່າ ປະລິມານນ້ຳທີ່ປ່ອຍຈາກເຂື່ອນ ໃນລາວ ແລະຈີນ ທີ່ມີປະລິມານ 3,611 ແມັດກ້ອນຕໍ່ວິນາທີ ນັ້ນ ຈະໄຫລລົງໄປເຖິງເຂດ ພາກໃຕ້ຂອງຫວຽດນາມ ນັບແຕ່ວັນທີ 2 ເມສາເປັນຕົ້ນໄປ.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ເຂົ້າຮ່ວມ ໃນກອງປະຊຸມສຸດຍອດ ກອບຄວາມຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 1 ຢູ່ທີ່ເມືອງຊານຢ້າແຂວງໄຮ້ ໜານຂອງຈີນ ໃນທ້າຍເດືອນ ມີນາ 2016 ທີ່ຜ່ານມາ.
ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ເຂົ້າຮ່ວມ ໃນກອງປະຊຸມສຸດຍອດ ກອບຄວາມຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 1 ຢູ່ທີ່ເມືອງຊານຢ້າແຂວງໄຮ້ ໜານຂອງຈີນ ໃນທ້າຍເດືອນ ມີນາ 2016 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ການປ່ອຍນ້ຳ ຈາກເຂື່ອນໃນລາວ ແລະຈີນ ໃນຄັ້ງນີ້ ກໍຖືເປັນມາດຕະ ການແກ້ໄຂໄພແຫ້ງແລ້ງ ພຽງລະຍະສັ້ນເທົ່ານັ້ນ ແລະທີ່ສຳຄັນກໍຄືການປ່ອຍນ້ຳໃຫ້ກັບ ການເດີນເຮືອຂົນສົ່ງສິນຄ້າ ຈາກຈີນ ມາຍັງເຂດສາມຫຼ່ຽມຄຳ ລະຫວ່າງມຽນມາ -ລາວ- ໄທ ເປັນສຳຄັນ ດັ່ງທ່ານນາງ ອ້ອມບຸນ ທິບສຸນາ ຜູ້ແທນສະພາອົງການຊຸມຊົນ ລຸ່ມແມ່ ນ້ຳຂອງ ໃນ 7 ຈັງຫວັດພາກອີສານຂອງໄທ ຢືນຢັນວ່າ:

“ມັນບໍ່ສາມາດຈະແກ້ໄຂບັນຫາ ໄພແຫ້ງແລ້ງໄດ້ແທ້ຈິງດອກ ແລ້ວກໍເລື້ອງທີ່ຈະຕ້ອງ ໃຫ້ຂໍ້ມູນ ກັບພີ່ນ້ອງປະຊາຊົນຄົນໄທທີ່ຈະແຈ້ງທີ່ສຸດ ກໍຄືວ່າ ຈີນປ່ອຍນ້ຳໃນລະດັບ 2,000 ແມັດກ້ອນຕໍ່ວິນາທີນັ້ນ ແມ່ນປ່ອຍແບບນີ້ທຸກປີ ໃນຊ່ວງນີ້ທຸກປີ ບໍ່ໄດ້ແປກ ທ່ານປ່ອຍນ້ຳແບບນີ້ ເພື່ອໃຫ້ເຮືອສິນຄ້າຂອງທ່ານ ເດີນທາງມາສົ່ງສິນຄ້າ ທີ່ຊຽງ ແສນ ທ່ານບໍ່ໄດ້ປ່ອຍມາເພື່ອວ່າ ຈະຊ່ອຍເຮົາໃນເລື້ອງໄພແຫ້ງແລ້ງ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໃນລາວ ຢືນຢັນວ່າ ພື້ນທີ່ໃນເຂດແຂວງສາລະວັນ ຈຳປາສັກ ເຊກອງ ແລະອັດຕະປື ໃນ ພາກໃຕ້ຂອງລາວ ກຳລັງປະເຊີນກັບໄພແຫ້ງແລ້ງຢ່າງໜັກໜ່ວງໃນຂະນະນີ້ ໂດຍຈາກ ການສຳຫຼວດພົບວ່າ ຫ້ວຍ ໜອງ ລຳເຊຕ່າງໆ ໄດ້ບົກແຫ້ງໄວກວ່າປີກາຍ ຊຶ່ງກໍຈະເຮັດ ໃຫ້ປະຊາຊົນ ແລະກະເສດຕະກອນລາວຕ້ອງຂາດເຂີນນ້ຳກິນ-ນ້ຳໃຊ້ ນັບແຕ່ປັດຈຸບັນ ໄປຈົນເຖິງເດືອນພຶດສະພາໜ້ານີ້.

ແຕ່ຢ່າງໃດກໍຕາມ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຍັງບໍ່ທັນໄດ້ ອອກແຈ້ງການ ກ່ຽວກັບກໍລະນີຂອງໄພແຫ້ງແລ້ງດັ່ງກ່າວນີ້ ຫາກແຕ່ຫຼາຍໆທ້ອງຖິ່ນ ກໍ ໄດ້ມີການຂຸດເຈາະນ້ຳບາດານ ເພື່ອຮັບມືກັບໄພແຫ້ງແລ້ງດັ່ງກ່າວແລ້ວ ສ່ວນພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂອງທັງ 4 ແຂວງ ກໍໄດ້ແນະນຳ ໃຫ້ປະ ຊາຊົນເພີ້ມທະວີການປະຢັດນ້ຳກິນ-ນ້ຳໃຊ້ ແລະໃຫ້ກັກເກັບນ້ຳໄວ້ດ້ວຍວິທີຂຸດນ້ຳສ້າງ ທັງຍັງຂໍໃຫ້ຮ່ວມກັນສະຫງວນແຫລ່ງນ້ຳທຳມະຊາດໄວ້ໃນຍາມສຸກເສີນອີກດ້ວຍ.

ສປປ ລາວ ຕ້ອງປະເຊີນກັບໄພແຫ້ງແລ້ງທີ່ເຮັດໃຫ້ເກີດການເສຍຫາຍເພີ້ມຂຶ້ນທຸກປີ ຕົວຢ່າງກໍຄືໃນປີ 2014 ກະເສດຕະກອນໃນທົ່ວປະເທດລາວປູກເຂົ້ານາແຊງໄດ້ ໃນ ພື້ນທີ່ລວມ 94,700 ເຮັກຕາ ຊຶ່ງຄິດເປັນ 75 ເປີເຊັນ ຂອງແຜນການປີ ແລະໃນປີ 2015 ເຖິງແມ່ນວ່າ ກະເສດຕະກອນລາວຈະສາມາດປູກເຂົ້ານາແຊງໄດ້ເພີ້ມຂຶ້ນເປັນ 102,000 ເຮັກຕາ ກໍຕາມ ຫາກແຕ່ກໍຄິດເປັນ 85 ເປີເຊັນ ຂອງແຜນການປີ ເທົ່ານັ້ນ.

ນອກຈາກໄພແຫ້ງແລ້ງແລ້ວ ສປປ ລາວ ກໍຍັງໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຫຼາຍ ຂຶ້ນນັບມື້ດ້ວຍເຊັ່ນກັນ ໂດຍສະເພາະ ກໍແມ່ນໃນປີ 2013 ທີ່ພາຍຸໂຊນຮ້ອນ ເຖິງ 4 ໜ່ວຍ ໄດ້ພັດເຂົ້າມາໃນລາວນັ້ນ ນອກຈາກຈະສົ່ງຜົນກະທົບຕໍ່ປະຊາຊົນກວ່າ 6 ໝື່ນຄອບຄົວ ແລ້ວ ຍັງເຮັດໃຫ້ນາເຂົ້າເສຍຫາຍໄປຫຼາຍກວ່າ 3 ແສນເຮັກຕາ ແລະພື້ນຖານໂຄງລ່າງ ຕ່າງໆ ໄດ້ເສຍຫາຍໄປ ຄິດເປັນມູນຄ່າເກີນກວ່າ 494 ຕື້ກີບ ສ່ວນໃນປີ 2014 ແລະປີ 2015 ນັ້ນ ໄພນ້ຳຖ້ວມທີ່ແຂວງຈຳປາສັກ ຄຳມ່ວນ ວຽງຈັນ ແລະ ຫຼວງພະບາງ ກໍກະທົບ ຕໍ່ການຜະລິດດ້ານສະບຽງອາຫານໃນລາວ ຢ່າງກວ້າງຂວາງເຊັ່ນກັນ.

XS
SM
MD
LG