ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກລາວ ຍອມຮັບ ວ່າ ມີການຊື້ຂາຍ ທັງຕຳແໜ່ງ ແລະບຸກຄົນ ເພື່ອເຂົ້າບັນຈຸ ເປັນພະນັກງານລັດ


ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ກ່າວຖະແຫລງ ຢູ່ທີ່ກອງປະຊຸມ ສະໄໝສາມັນ ສະພາແຫ່ງຊາດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ກ່າວຖະແຫລງ ຢູ່ທີ່ກອງປະຊຸມ ສະໄໝສາມັນ ສະພາແຫ່ງຊາດ

ນາຍົກລັດຖະມົນຕີລາວ ຍອມຮັບວ່າ ມີການຊື້ຕຳແໜ່ງໃນວົງການພະນັກງານ ລັດຖະ
ບານລາວ ໃນທົ່ວປະເທດ ອັນເຮັດໃຫ້ໄດ້ພະນັກງານ ທີ່ບໍ່ມີຄວາມຮູ້-ຄວາມສາມາດ
ໃນການປະຕິບັດວຽກງານຕົວຈິງ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ການຫຼິ້ນພັກ-ຫຼິ້ນພວກ
ແລະການຊື້ເອົາຕຳແໜ່ງໃນວົງການພະນັກງານຂອງລັດຖະບານລາວ ໄດ້ເກີດຂຶ້ນ ໃນ
ທຸກພາກສ່ວນທົ່ວປະເທດ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ
ແລະໂຄງການພັດທະນາຕ່າງໆຂອງລັດ ບໍ່ສາມາດບັນລຸເປົ້າໝາຍໄດ້ຕາມແຜນການ ທີ່
ວາງໄວ້ ເນື່ອງຈາກວ່າ ພະນັກງານລັດ ຫຼືພາກສ່ວນທີ່ຮັບຜິດຊອບນັ້ນ ບໍ່ມີຄວາມຮູ້-
ຄວາມສາມາດໃນການປະຕິບັດວຽກງານຕົວຈິງ ໂດຍສະພາບການດັ່ງກ່າວນີ້ ຍັງມີ
ທ່າອ່ຽງເພີ້ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ ທ່ານທອງລຸນ ໃຫ້ການຢືນຢັນວ່າ:

“ນອກຈາກນັ້ນ ຍັງມີທ່າອ່ຽງບ່ອນວ່າ ຮັບພະນັກງານເຂົ້ານີ້ ແມ່ນອ່ຽງໄປທາງດ້ານ
ການຈຸ້ມເຈື້ອເຊື້ອສາຍ ຄຸນນະພາບຫຼືບໍ່ຄຸນນະພາບ ບໍ່ທັນຄຶດ ມີລັກສະນະຊື້ຂາຍ
ຕຳແໜ່ງ ຊື້ຂາຍຄົນ ອັນທີ່ເຂົ້າລັດຖະກອນ ໂຕນີ້ ເຖິງວ່າບໍ່ທັນຫຼາຍແທ້ ແຕ່ມີ
ປາກົດການຕັ້ງແຕ່ ຂັ້ນເມືອງ ຂັ້ນແຂວງ ມາຫາສູນກາງ ອັນນີ້ ແມ່ນມັນບໍ່ງາມ
ມັນຜິດ ແລະກະມັນຈະບໍ່ໄດ້ຄຸນນະພາບແລ້ວ ລັດຖະກອນຂອງພວກເຮົາ.”

ທ່ານທອງລຸນ ຢືນຢັນວ່າ ສຳລັບໃນປີ 2019 ນີ້ ລັດຖະບານລາວ ໄດ້ອະນຸມັດໂຄວຕາ
ໃຫ້ສາມາດບັນຈຸພະນັກງານໃໝ່ໄດ້ທັງໝົດ ບໍ່ເກີນ 1,500 ຄົນ ໃນທົ່ວປະເທດ ໃນນີ້
ແບ່ງເປັນໂຄວຕາຂອງກະຊວງສຶກສາທິະການແລະກິລາ 936 ຄົນ ກະຊວງສາທາ
ລະນະສຸກ 220 ຄົນ ກະຊວງກະສິກຳ ແລະປ່າໄມ້ 33 ຄົນ ກະຊວງການເງິນ 25 ຄົນ
ສ່ວນກະຊວງອື່ນໆ ຮວມເຖິງສະພາແຫ່ງຊາດລາວ ແລະຫ້ອງການປະທານປະເທດ
ດ້ວຍນັ້ນ ໄດ້ໂຄວຕາ ລະຫວ່າງ 3-17 ຄົນ ແລະສູນກາງພັກປະຊາຊົນປະຕິວັດລາວ
ໄດ້ໂຄວຕາ 22 ຄົນ ຕາມລຳດັບ ຊຶ່ງການຈຳກັດໂຄວຕາດັ່ງກ່າວນີ້ ກໍເຮັດໃຫ້ເກີດ
ບັນຫາຂາດແຄນບຸກຄະລາກອນ ໃນຫຼາຍພາກສ່ວນ ໂດຍສະເພາະແມ່ນກະຊວງ
ສຶກສາທິການແລະກິລາ ທີ່ຕ້ອງປະສົບບັນຫາຂາດແຄນຄູຢ່າງໜັກ ຢູ່ເຂດຊົນນະບົດ
ໃນທົ່ວປະເທດລາວນັ້ນ.

ທັງນີ້ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິການ
ແລະກິລາ ໄດ້ທຳການສຳຫຼວດສະພາບການຮຽນ-ການສອນໃນບັນດາໂຮງຮຽນຂອງ
ລັດ ໃນທົ່ວປະເທດ ພົບວ່າ ມີໂຮງຮຽນເຖິງ 12,744 ແຫ່ງ ຢູ່ໃນເຂດຊົນນະບົດນັ້ນ
ຍັງປະເຊີນກັບບັນຫາຂາດແຄນຄູ ຄິດເປັນຈຳນວນລວມກັນເຖິງ 19,757 ຄົນ ແຕ່ໃນ
ຂະນະດຽວກັນ ກໍພົບວ່າ ບັນດາໂຮງຮຽນໃນເຂດຕົວເມືອງມີຄູເກີນຄວາມຕ້ອງການ
ເຖິງ 9,664 ຄົນ ຊຶ່ງໃນຈຳນວນຄູເກີນດັ່ງກ່າວນີ້ ຍັງບໍ່ມີຄູຄົນໃດທີ່ຈະອາສາ ຫຼືສະໝັກ
ໃຈຍ້າຍໄປສອນຢູ່ໂຮງຮຽນໃນເຂດຊົນນະບົດອີກດ້ວຍ.

ຍິ່ງໄປກວ່ານັ້ນ ເມື່ອສົມທົບດ້ວຍການທີ່ລັດຖະບານລາວ ມີງົບປະມານຢ່າງຈຳກັດ ກໍຍັງ
ເຮັດໃຫ້ຕ້ອງມີການກຳນົດໃຫ້ບັນດາໂຮງຮຽນຂອງລັດ ໃນທົ່ວປະເທດ ສາມາດທີ່ຈະບັນ
ຈຸຄູໃໝ່ ໄດ້ພຽງແຕ່ 936 ຄົນເທົ່ານັ້ນ ໃນປີ 2019 ຊຶ່ງກະຊວງສຶກສາທິການແລະກິລາ
ກໍຕ້ອງປະຕິບັດຕາມຢ່າງເຄັ່ງຄັດ ໝາຍຄວາມວ່າ ບັນດາໂຮງຮຽນໃນເຂດຊົນນະບົດ
ກໍຍັງຈະຕ້ອງປະເຊີນກັບບັນຫາຂາດແຄນຄູຕໍ່ໄປ.

ນອກຈາກນີ້ ການບັນຈຸຄູໃໝ່ຕາມຈຳນວນ ທີ່ລັດຖະບານລາວ ໄດ້ກຳນົດໄວ້ ໃນແຕ່
ລະປີ ໂດຍຈັດໃຫ້ມີການສອບເສັງເພື່ອຄັດເລືອກເອົາຄູ ທີ່ມີເງື່ອນໄຂຢ່າງຄົບຖ້ວນ
ແລະສອດຄ້ອງກັບຄວາມຕ້ອງການຕົວຈິງ ຂອງແຕ່ລະພື້ນທີ່ນັ້ນ ກໍຍັງປາກົດມີການຈັດ
ການສອບເສັງ ທີ່ບໍ່ໄດ້ມາດຕະຖານ ຈຶ່ງເຮັດໃຫ້ໄດ້ຄູທີ່ບໍ່ມີຄຸນນະພາບ ໂດຍສະເພາະ
ແມ່ນບັນດາຄູອາສາສະໝັກ ໃນເຂດຊົນນະບົດທີ່ເຂົ້າຮ່ວມການສອບເສັງ ເພື່ອບັນຈຸ
ເປັນຄູໃນສັງກັດກະຊວງສຶກສາທິການແລະກິລາ ດ້ວຍນັ້ນ ປາກົດວ່າ ສ່ວນຫຼາຍສອບ
ເສັງບໍ່ຜ່ານເກນ.

ໃນປັດຈຸບັນ ກະຊວງສຶກສາທິການແລະກິລາ ມີຄູ-ອາຈານທັງໝົດ 18,000 ກວ່າຄົນ
ທົ່ວປະເທດ ໂດຍຖືເປັນພາກສ່ວນທີ່ບຸກຄະລາກອນຫຼາຍທີ່ສຸດໃນວົງການລັດຖະບານ
ລາວ ທີ່ມີລັດຖະກອນທັງໝົດ 184,871 ຄົນ ໃນທົ່ວປະເທດ ທັງນີ້ ໂດຍບໍ່ຮວມເຖິງ
ກຳລັງທະຫານ ກຳລັງປະກອບອາວຸດ ແລະພະນັກງານລັດວິສາຫະກິດ ທີ່ມີຈຳນວນ
ບຸກຄະລາກອນ ລວມກັນຫຼາຍກວ່າ 1 ແສນຄົນໃນທົ່ວປະເທດ ແຕ່ຢ່າງໃດ.

XS
SM
MD
LG