ລິ້ງ ສຳຫລັບເຂົ້າຫາ

logo-print

ນາຍົກຍອມຮັບວ່າ ລາວບໍ່ບັນລຸ ເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານ ໃນການ ປະຕິບັດແຜນພັດທະນາຊາວໜຸ່ມ


ນັກຮຽນປະຖົມຢູ່ໂຮງຮຽນເເຂດຊົນນະບົດແຫ່ງນຶ່ງຂອງລາວ

ນາຍົກລັດຖະມົນຕີຍອມຮັບວ່າການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມໃນລາວບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານ ທັງຍັງຕ້ອງປະເຊີນກັບບັນຫາ ແລະອຸປະສັກທີ່ແກ້ໄຂໄດ້ຍາກອີກດ້ວຍ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການພັດທະນາຊາວໜຸ່ມລາວໃນປີ 2016-2020 ທີ່ຜ່ານມາຍັງບໍ່ທັນບັນລຸເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານ ໂດຍສະເພາະໃນດ້ານໂພສະນາການ, ການສຶກສາຂັ້ນພື້ນຖານທີ່ບໍ່ທົ່ວເຖິງ, ການພົວພັນກັບບັນຫາຢາເສບຕິດ ແລະແນວຄິດທາງສັງຄົມທີ່ຫລ້າຫລັງ ແລະງົມງວຍນັ້ນ ຖືເປັນບັນຫາທີ່ແກ້ໄຂໄດ້ຍາກ. ທັງຍັງເປັນອຸປະສັກ ຕໍ່ການຈັດຕັ້ງປະຕິບັດແຜນການພັດທະນາເຍົາວະຊົນລາວໃນປັດຈຸບັນ, ດັ່ງທີ່ທ່ານພັນຄຳ ໄດ້ຢືນຢັນວ່າ:

“ພວກເຮົາຍັງປະເຊີນກັບສິ່ງທ້າທາຍໃນຫຼາຍດ້ານເປັນຕົ້ນແມ່ນບັນຫາທາງດ້ານໂພຊະນາການ, ສະພາບຂອງເດັກນ້ອຍຂາດສານອາຫານ, ອັດຕາການເຂົ້າໂຮງຮຽນໃນພາກການສຶກສາກ່ອນໄວຮຽນແລະການສຶກສາພາກບັງຄັບ. ບັນຫາຢາເສບຕິດ ແລະບັນຫາອື່ນໆ ທີ່ຍັງເປັນໄພຄຸກຄາມ ແລະຈໍາກັດການພັດທະນາເດັກຂອງປະເທດເຮົາ. ນອກຈາກນັ້ນ, ຄວາມເຂົ້າໃຈໃນສັງຄົມ ແລະຮີດຄອງປະເພນີຢູ່ໃນເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບງົມງາຍ ແລະປັບປຸງ -ປ່ຽນແປງໄດ້ຊ້າ.

ໃນປັດຈຸບັນ ອັດຕາການເຂົ້າຮຽນຂອງເດັກນ້ອນລາວອາຍຸ 3-5 ປີຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າຮຽນລະດັບປະຖົມ, ມັດທະຍົມຕົ້ນແລະມັດທະຍົມປາຍ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ, 82.2 ເປີເຊັນ ແລະ 47.8 ເປີເຊັນ ຊຶ່ງກໍຖືກເປັນການພັດທະນາດ້ານການສຶກສາທີ່ມີການຂະຫຍາຍຕົວເເພີ້ມຂຶ້ນໃນທຸກພາກສ່ວນ ຫາກແຕ່ວ່າ ການພັດທະນາດ້ານການສຶກສາໃນລາວ ກໍຍັງຂາດຄຸນນະພາບ, ເຫັນໄດ້ຈາກອັດຕາການຄ້າງຫ້ອງຊັ້ນປະຖົມ ທີ່ອັດຕາສະເລ່ຍ 3.8 ເປີເຊັນ ສ່ວນບັນຫາຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະບົດ ກໍຍັງເຮັດໃຫ້ເດັກນ້ອຍລາວຕ້ອງປະການຮຽນໃນອັດຕາສະເລ່ຍເຖິງ 4.8 ເປີເຊັນ ຊຶ່ງຖືເປັນອັດຕາທີ່ສູງສຸດໃນອາຊຽນດ້ວຍກັນ ເມື່ອສົມທົບກັບຄວາມຍາກຈົນຢ່າງຍິ່ງຂອງປະຊາຊົນໃນລາວ ຊຶ່ງມີສາເຫດມາຈາກຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ໃນຂະນທີ່ລັດຖະບານລາວ ກໍບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ຢ່າງທົ່ວເຖິງນັ້ນ ກໍຍັງເຮັດໃຫ້ການປະການຮຽນລະດັບຊັ້ນປະຖົມສຶກສາ ໃນເຂດຊົນນະບົດຂອງລາວ ມີອັດຕາສະເລ່ຍສູງກວ່າ 20 ເປີເຊັນ ຂອງຈຳນວນນັກຮຽນລະດັບປະຖົມທັງໝົດ ໃນເຂດຊົນນະບົດໃນທົ່ວປະເທດລາວ ອີກດ້ວຍ.

ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍໃນການພັດທະນາຢ່າງຍືນຍົງ ຫລື SDG ໃນລາວ ທີ່ກ່ຽວກັບການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງແມ່ ແລະ ເດັກນັ້ນ ບໍ່ສາມາດບັນລຸເປົ້າໝາຍໃນ 4 ດ້ານຄືການເກີດລູກຂອງແມ່ຍິງໂດຍທີ່ມີແພດໃຫ້ການຊ່ວຍເຫຼືອ, ການສັກຢາວັກຊີນປ້ອງກັນພະຍາດສຳລັບເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ, ການຫຼຸດອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 1 ປີ ແລະ ການຫຼຸດອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີ ເພາະວ່າການບໍລິການດ້ານສາທາລະນະສຸກໃນລາວ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຕົວຈິງຂອງປະຊາຊົນລາວ ໄດ້ຢ່າງທົ່ວເຖິງ ຊຶ່ງນອກຈາກຈະມີສາ ເຫດການຂາດແຄນດ້ານງົບປະມານຂອງລັດຖະບານລາວແລ້ວ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ເກີດບັນຫາຂາດແຄນບຸກຄະລາກອນໃນດ້ານການແພດທີ່ມີຈິດສຳນຶກໃຫ້ບໍລິການແກ່ປະ ຊາຊົນຢູ່ເຂດຊົນນະບົດອີກດ້ວຍ.

ປັດຈຸບັນໃນທົ່ວປະເທດລາວ ມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງ ແລະມີສຸກສາລາ ໃນຊົນນະບົດ 1,020 ແຫ່ງ ສ່ວນໃນນະຄອນຫຼວງວຽງຈັນ ມີ ໂຮງໝໍຂອງລັດ 4 ແຫ່ງ ຄືໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ໂຮງໝໍເສດຖາ ທິລາດແລະໂຮງໝໍ 103 ນອກຈາກນັ້ນກໍມີຄລິນິກຊອງເອກກະຊົນ 1,050 ແຫ່ງ ໂຮງໝໍເອກກະຊົນ 27 ແຫ່ງ ໃນນີ້ 18 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະ 9 ແຫ່ງຢູ່ຕ່າງແຂວງ ຊຶ່ງໃນປີ 2020 ທາງການລາວໄດ້ວາງເປົ້າໜາຍຈະຂະຫຍາຍ ການບໍລິການສາທາລະນະສຸກໃຫ້ຫຼາຍຂຶ້ນ ແຕ່ກໍບໍ່ສາມາດຈັດຕັ້ງໄດ້ແທ້

ທາງດ້ານເຈົ້າໜ້ທີ່ໃນອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໃນລາວເປີດເຜີຍວ່າການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ໃນໄລຍະ 5 ປີຜ່ານມາ ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້້ານ ຊຶ່ງໃນນີ້ກໍມີ 5 ດ້ານທີ່ກ່ຽວຂ້ອງກັບບໍລິການດ້ານສາທາລະນະສຸກ ກໍຄືເດັກອາຍຸ ຕໍ່າກວ່າ 5 ປີຍັງມີສ່ວນສູງຕໍ່າກວ່າເກນມາດຕະຖານເຖິງ 38 ເປີເຊັນ ສ່່ວນເດັກ ທີ່ນໍ້າໜັກຕໍ່າກວ່າເກນ ກໍມີຢູ່ເຖິງ 27 ເປີເຊັນ ຂະນະທີ່ອັດຕາການເສຍຊີວິດຂອງເດັກອາຍຸຕໍ່າກວ່າ 1 ປີກໍສູງເຖິງ 45 ຄົນຕໍ່ 1,000 ຄົນ ແລະການເສຍຊີວິດຂອງແມ່ຂະນະທີ່ຖືພາກໍສູງເຖິງ 197 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່ເກີດລູກ ໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ ພະຍາບານກໍມີພຽງແຕ່ 54 ເປີເຊັນ ຂອງຈຳນວນແມ່ຍິງທີ່ເກີດລູກທັງໝົດໃນທົ່ວປະເທດ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG