ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນ.ຍ. ລາວເວົ້າ​ວ່າຈະຫລຸດ ການປ່ອຍອາຍແກັສ ເຮືອນແກ້ວ​ລົງເຖິງ 60 ເປີ​ເຊັນ ໃນປີ 2030 ແຕ່ວ່າການລັກລອບຄ້າໄມ້ເຖື່ອນ ຍັງເປັນບັນຫາໃຫຍ່ຢູ່


ການ​ຈູດ​ປ່າ​ເພື່ອ​ເຮັດ​ໄຮ່​ຢູ່​ໃນ​ລາວ
ການ​ຈູດ​ປ່າ​ເພື່ອ​ເຮັດ​ໄຮ່​ຢູ່​ໃນ​ລາວ

ນາຍົກລັດຖະມົນຕີລາວຢືນຢັນວ່າຈະຈັດຕັ້ງປະຕິບັດແຜນການຫລຸດຜ່ອນການປ່ອຍອາຍແກັສເຮືອນແກ້ວໃຫ້ໄດ້ເຖິງ 60 ເປີ​ເຊັນ ພາຍໃນປີ 2030 ຫາກແຕ່ວ່າ ການລັກລອບຕັດ ແລະຄ້າໄມ້ເຖື່ອນຍັງເປັນບັນຫາໃຫຍ່ຢູ່ໃນລາວ. ຊົງ​ລິດ ໂພ​ນ​ເງິນ​ມີລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ ທ່ານ​ຈາກ​ບາງກອກ.

​ທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີຖະ​ແຫລງຢືນຢັນວ່າ ລັດຖະບານລາວໄດ້ໃຫ້ຄຳໝັ້ນສັນຍາ ກັບອົງການສະຫະປະຊາຊາດຢ່າງຄັກແນ່ວ່າ ຈະຈັດຕັ້ງປະຕິບັດ ແລະດຳ​ເນີນທຸກມາດ​ຕະ​ການເພື່ອເຮັດໃຫ້ບັນລຸເປົ້າໝາຍໃນແຜນການຫລຸດຜ່ອນການປ່ອຍແກັສເຮືອນແກ້ວໃຫ້ໄດ້ເຖິງ 60 ເປີ​ເຊັນພາຍໃນປີ 2030 ໂດຍເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍດັງກ່າວໄດ້ຢ່າງເປັນຮູບປະທຳ ເນື່ອງ​ຈາກວ່າ ໃນໄລຍະປີ 2000-2020 ທີ່ຜ່ານມາ ລັດຖະບານລາວກໍສາມາດຫຼຸດການປ່ອຍແກັສເຮືອນແກ້ວໄດ້ແລ້ວ 34 ເປີ​ເຊັນດັ່ງທີ່ທ່ານພັນຄຳໄດ້ໃຫ້ການຍືນຍັນວ່າ:
“ນັບແຕ່ປີ 2000 ຫາປີ 2020 ສປປ ລາວ ສາມາດຫຼຸດປະລິມານການປ່ອຍທາດເຮືອນແກ້ວໄດ້ 34 ສ່ວນ​ຮ້ອຍ ຍິ່ງໄປກວ່ານັ້ນລັດຖະບານຍັງສະເໜີແຜນງານແຫ່ງຊາດ ກ່ຽວກັບການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າ-ອາກາດໄປໃຫ້ອົງການສະຫະປະຊາຊາດ ເຊິ່ງໄດ້ວາງຄາດໝາຍ ຫລຸດປະລິມານປ່ອຍທາດເຮືອນແກ້ວເຖິງ 60 ​ສ່ວນ​ຮ້ອຍພາຍໃນປີ 2030.”

ທັງ​ນີ້ເພື່ອ​ໃຫ້ບັນລຸ​ເປົ້າໝາຍ​ທີ່​ໄດ້​ກ່າວ​ມາ​ນີ້ໄດ້​ຢ່າງ​ແທ້​ຈິງນັ້ນລັດຖະບານລາວ ຕ້ອງຮັກສາ ສະ​ພາບການປົກຫຸ້ມ​ຂອງປ່າໄມ້ໃຫ້ໄດ້ເຖິງ 80 ປີເຊັນຂອງພຶ້ນທີ່ທັງໝົດໃນລາວ ຫາກແຕ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ຢືນຢັນວ່າ ໄຟໄໝ້ປ່າໃນຊ່ວງລະດູຮ້ອນ ຂອງທຸກໆປີ ໄດ້ເຮັດ​ໃຫ້ປ່າໄມ້ໃນລາວເສຍຫາຍຫຼາຍກວ່າ 1 ແສນເຮັກຕາ ໃນແຕ່ລະປີ ໂດຍສະເພາະແມ່ນຢູ່ໃນເຂດແຂວງພາກເໜືອທີ່ມີການລັກລອບເຜົາປ່າເພື່ອການເຮັດໄຮ່ເລື່ອນລອຍນັ້ນ ຖືເປັນເຂດທີ່ປ່າໄມ້ເສຍຫາຍໄປຫຼາຍທີ່ສຸດ ຊຶ່ງສາເຫດສຳຄັນທີ່ເຮັດໃຫ້ເກີດບັນ​ຫາດັ່ງກ່າວ ກໍຄື​ຄວາມຍາກຈົນຂອງປະຊາຊົນດັ່ງເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ-ປ່າໄມ້ຢືນຢັນວ່າ:
“ຕົກມາໃນລະດູແລ້ງປີນີ້ກະຖືວ່າ ໄຟປ່ານີ້ທຽບໃສ່ທຸກປີນີ້ ກະຖືວ່າຂ້ອນຂ້າງແຮງ ເນື້ອທີ່ຫຼາຍເຂດ ກະຖືກທຳລາຍ. ສາເຫດອັນຫຼັກໆ ກະແມ່ນເລື້ອງການຈູດປ່າເຮັດໄຮ່ຂອງປະຊາຊົນເນາະ ເພາະ ວ່າ ມັນມີຄວາມຈຳເປັນຕ້ອງໄດ້ບຸກເບີກເນື້ອທີ່ທຳການຜະລິດ ແຕ່ໃນຄວາມເປັນຈິງແລ້ວປະຊາ ຊົນເຂົາເຈົ້າ ກະຈູດໄຮ່ແບບລັກສະນະຮອບວຽນ ແຕ່ມາດຕະການຄວບຄຸມໃນເວລາເຂົາເຈົ້າຈູດມັນບໍ່ໄດ້ ເກີດໄຟແລ້ວ ມັນກະເຮັດໃຫ້ມັນໄໝ້ລາມ ໂດຍທີ່ເອົາບໍ່ຢູ່. ບາດນີ້ ຖ້າວ່າພວກເຮົາ ເອົາວຽກຈັດສັນອາຊີບຄົງທີ່ ພັດທະນາຊົນນະບົດເຂົ້າໄປກະທົບໃສ່ໃຫ້ມັນແຂງແຮງກວ່າເກົ່າ ກໍເຊື່ອ ໝັ້ນວ່າ ການຖາງປ່າເຮັດໄຮ່ແບບເລື່ອນລອຍນີ້ມັນກໍຈະໝົດໄປ.”

ນອກຈາກນັ້ນ​ການລັກລອບຕັດແລະຄ້າໄມ້ເຖື່ອນຍັງຄົງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ​ມີການຈັດ ຕັ້ງປະຕິບັດຢ່າງເປັນຂະບວນຂ້າມຊາດ ທັງຍັງມີພະນັກງານລັດເຂົ້າໄປພົວພັນ ແລະມີຜົນປະ ໂຫຍດຮ່ວມອີກດ້ວຍນັ້ນ ຈຶ່ງເຮັດຍາກຕໍ່ການປາບປາມໃຫ້ໝົດໄປໄດ້. ໂດຍໃນ​ໄລ​ຍະ 5 ປີ​ຜ່ານ​ມາ ໜ່ວຍສະເພາະກິດຂອງລັດຖະບານລາວໄດ້ກວດກາໂຮງງານແປຮູບໄມ້ 3,454 ແຫ່ງ, ພົບວ່າ 2,364 ແຫ່ງ ທີ່ມີສ່ວນກ່ຽວຂ້ອງໃຫ້ການສົ່ງເສີມ ແລະຮັບຊື້ໄມ້ຈາກຂະບວນການຄ້າໄມ້ຜິດກົດ ໝາຍ ຈຶ່ງສັ່ງໃຫ້ຢຸດກິດຈະການທັງ 2,364 ໂຮງງານ, ທັງ​ຍັງ​ຈັບຜູ້ກະທຳຜິດ ທີ່ເປັນພະນັກງານລັດ 462 ຄົນ, ຜູ້ປະກອບກິດຈະການຄ້າໄມ້ 136 ຄົນ, ປະຊາຊົນທີ່ເປັນແຮງງານ 527 ຄົນ, ຍຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່ວຍ, ເຄື່ອງຊອຍໄມ້ 1,816 ຊຸດ, ລົດຍົນ ແລະລົດຈັກລວມກັນ 543 ຄັນ ແລະຍຶດໄມ້ໄດ້ 5 ແສນກວ່າແມັດກ້ອນ, ຄິດເປັນມູນຄ່າເສຍຫາຍ 260 ກວ່າລ້ານໂດລາ.

ທັງນີ້, ກະຊວງກະສິກໍາແລະປ່າໄມ້ລາຍງານວ່າສະ​ພາບປ່າໄມ້ຂອງ​ລາວໃນປັດຈຸບັນມີ​ອັດ​ຕາປົກຫຸ້ມ 67.2 ເປີ​ເຊັນ ​ຂອງ​ພື້ນ​ທີ່​ ຫລື 15.91 ລ້ານເຮັກຕາ ໃນ​ນີ້ ແບ່ງເປັນປ່າປ້ອງ​ກັນ 7.98 ລ້ານເຮັກຕາ, ປ່າສະຫງວນ 4.93 ລ້ານເຮັກຕາ, ປ່າຜະລິດ 3.1 ລ້ານເຮັກຕາ, ປ່າໄມ້​ທີ່ປູກໂດຍບໍລິສັດເອກະຊົນ ທີ່ສໍາປະທານຈາກລັດຖະບານລາວ ໃນເນື້ອທີ່ 486,600 ເຮັກຕາ ຈຶ່ງເຮັດ​ໃຫ້ຈະ​ຕ້ອງ​ດຳ​ເນີນມາດຕະການເພີ່ມປ່າໄມ້ໃຫ້ໄດ້ອີກ 7.7 ລ້ານເຮັກຕາ ເພື່ອເຮັດໃຫ້ບັນລຸເປົ້າໝາຍການເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ 80 ເປີເຊັນຂອງເນື້ອທີ່ທັງໝົດໃນປີ 2030. ຫາກແຕ່ກໍ​ບໍ່ສາມາດຕັ້ວ​ປະ​ຕິ​ບັດ​ໄດ້ຈິງ ເພາະວ່າປ່າໄມ້ທີ່ປູກ​ໂດຍບັນ​ດາບໍລິສັດເອກະຊົນນັ້ນ ຈະ​ຕ້ອງ​ຖືກ​ຕັດໄດ້ຕາມການອະ​ນຸ​ຍາດໃຫ້ສໍາປະທານຈາກລັດຖະບານລາວທີ່ຕ້ອງການສົ່ງເສີມການແປ​ຮູບ​ໄມ້​ໃຫ້ເປັນຜະລິດຕະພັນສໍາເລັດຮູບສໍາລັບການສົ່ງໄປຫຼາຍປະເທດໃຫ້ຫຼາຍຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ອອກ​ໄປ​ຍັງຕະຫລາດ​ສະ​ຫະ​ພາບ​ຢູ​ໂຣບ ຫລື EU ແລະ​ສະ​ຫະລັດ​ອາ​ເມຣິ​ການັ້ນ.

XS
SM
MD
LG