ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານປະເທດຢືນຢັນວ່າ ເປົ້າໝາຍທີ່ສຳຄັນຂອງການພັດທະນາໃນລາວ ຄືການເປັນລັດ ທີ່ປົກຄອງດ້ວຍກົດໝາຍ


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ.

ປະທານປະເທດຢືນຢັນວ່າ ເປົ້າໝາຍທີ່ສຳຄັນຂອງການພັດທະນາໃນລາວ ຄືການ ເປັນລັດທີ່ປົກຄອງດ້ວຍກົດໝາຍທີ່ສາມາດຮັບປະກັນຄວາມຍຸຕິທຳໃຫ້ກັບປະຊາ ຊົນບັນດາເຜົ່າໄດ້ຢ່າງແທ້ຈິງ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານທອງລຸນ ສີສຸລິດ ປະທານປະເທດ ຖະແຫຼງຢືນຢັນເນື່ອງໃນໂອກາດທີ່ ສປປ ລາວ ໄດ້ປະກາດບັງ ຄັບໃຊ້ລັດຖະທໍາມະນູນຄົບຮອບ 30 ປີ ເມື່ອບໍ່ນານມານີ້ ວ່າ ເປົ້າໝາຍສຳຄັນຂອງການພັດທະນາໃນລາວກໍຄືການກ້າວໄປເປັນລັດທີ່ປົກ ຄອງດ້ວຍກົດໝາຍ ທີ່ສາມາດຮັບປະກັນຄວາມສະເໝີພາບ ແລະຄວາມຍຸຕິທຳ ໃຫ້ກັບປະຊາຊົນລາວ ບັນດາເຜົ່າໃຫ້ໄດ້ຢ່າງແທ້ຈິງດ້ວຍການພັດທະນາ ແລະປັບ ປຸງລະບົບກົນໄກໃນການບັງຄັບໃຊ້ກົດໝາຍ ແລະການດຳເນີນຄະດີໃນສານທຸກ ຂັ້ນທີີ່ມີຄວາມໂປ່ງໃສຢ່າງແທ້ຈິງ ຮວມເຖິງການເພີ້ມປະສິດທິພາບການປະຕິບັດ ໜ້າທີ່ຂອງພະນັກງານດ້ວຍ ດັ່ງທີີ່ທ່ານທອງລຸນ ຢືນຢັນວ່າ:

ເພື່ອຮັບປະກັນຕາມຫລັກແຫ່ງຄວາມເປັນຈິງ ຫລັກປະຊາທິປະໄຕ ແລະຫລັກ ການປົກຄອງທີ່ດີຂອງອຳນາດລັດ ເຮັດໃຫ້ການປັບປຸງຍົກລະດັບປະສິດທິຜົນ ການເຄື່ອນໄຫວປະຕິບັດໜ້າທີ່ຂອງບັນດາອົງການປົກປ້ອງກົດໝາຍ ສ້າງຄວາມ ໂປ່ງໃສໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນການຍຸຕິທຳ ພິຈາລະ ນາຕັດສິນ ພິພາກສາຄະດີ ແລະຈັດຕັ້ງປະຕິບັດຄຳຕັດສິນຂອງສານ ບົນພື້ນຖານ ລັດຖະທຳມະນູນ ແລະກົດໝາຍ ເຮັດໃຫ້ທຸກຂັ້ນຕອນຂອງການດຳເນີນຄະດີມີ ຄວາມໂປ່ງໃສ.”

ສ່ວນທ່ານນາງວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຖະແຫຼງຍອມ ຮັບວ່າ ປະຊາຊົນໄດ້ຕັ້ງຂໍ້ສົງໄສຕໍ່ການປະຕິບັດໜ້າທີ່ຂອງບັນດາຜູ້ພິພາກສາສານ ທຸກຂັ້ນໃນທົ່ວປະເທດລາວ ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຂໍ້ສົງໄສທີ່ມີຕໍ່ຂະ ບວນການພິຈາລະນາ ແລະຕັດສິນຄະດີ ໂດຍບໍ່ໂປ່ງໃສ ແລະປາດສະຈາກຄວາມ ຍຸຕິທຳ ຄືຶບັນຫາທີ່ມີການຮ້ອງຮຽນຫຼາຍທີ່ສຸດ ສະນັ້ນເພື່ອເປັນການຕອບສະໜອງ ຕໍ່ການຮຽກຮ້ອງດັ່ງກ່າວ ຈຶ່ງໄດ້ຕັ້ງຄະນະສະເພາະກິດເພື່ອດຳເນີນ

ການກວດກາ ການປະຕິບັດໜ້າທີ່ຂອງຜູ້ພິພາກສາສານທຸກຂັ້ນໃນທົ່ວປະເທດ ເພື່ອເຮັດໃຫ້ປະ ຊາຊົນມີຄວາມເຊື່ອໝັ້ນ ໃນລະບົບສານຍຸຕິທຳຂອງລາວເປັນສຳຄັນ ດັ່ງທີ່ທ່ານ ນາງວຽງທອງ ໄດ້ໃຫ້ການຢືນຢັນວ່າ:

“ເພື່ອແກ້ໄຂບັນຫາປາກົດການຫຍໍ້ທໍ້ ຢູ່ສານ ກໍໄດ້ແຕ່ງຕັ້ງຄະນະກໍາມະການເພື່ອ ຕິດຕາມກວດກາການປະຕິບັດໜ້າທີ່ ຂອງຜູ້ພິພາກສາ ຄຽງຄູ່ກັນນັ້ນ ກໍໄດ້ຮັບຄຳ ຮ້ອງທຸກຄຳສະເໜີກ່ຽວກັບການປະພຶດ ແລະການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຈຳນວນ 78 ສະບັບ ຜ່ານການຄົ້ນຄວ້າແລ້ວກໍໄດ້ມີຄວາມເປັນຊີ້ແຈງ ແລະແຈ້ງ ຕອບປະຊາຊົນ ແລະພາກສ່ວນທີ່ກ່ຽວຂ້ອງເຮັດໃຫ້ມີຄວາມເຂົ້າໃຈ ກ່ຽວກັບການ ດຳເນີນຄະດີ ແລະການຕັດສິນຄະດີ.”

ນອກຈາກບັນຫາໃນລະບົບຕຸລາການດັ່ງກ່າວແລ້ວ ການຈັດຕັ້ງປະຕິບັດໜ້າທີ່ບໍ່ ໂປ່ງໃສໃນການກວດກາເພື່ອປ້ອງກັນ ແລະປາບປາມການທຸດຈະລິດໃນພັກລັດ ແລະການຂາດຈັນຍາບັນຂອງພະນັກງານລັດ ແລະລະບົບຕຸລາການໃນລາວ ຍັງເຮັດໃຫ້ປະຊາຊົນ ບໍ່ສັດທາຕໍ່ລະບົບສານໃນລາວອີກດ້ວຍ ທາງດ້ານອົງການ Human Rights Watch ລາຍງານວ່າການບັງຄັບໃຫ້ກົດໝາຍຂອງໜ່ວຍງານ ຕ່າງໆໃນລາວ ທັງໃນຂັ້ນສູນກາງ ແລະທ້ອງຖິ່ນຍັງເກີດບັນຫາຊັກຊ້າ ແລະບໍ່ມີ ປະສິດທິພາບ ທັງຍັງປາກົດວ່າໄດ້ມີການບັງຄັບໃຊ້ກົດໝາຍເກົ່າ ທີ່ຖືກແທນໂດຍ ກົດໝາຍໃໝ່ໄປແລ້ວ ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ມີການເລືອກປະ ຕິບັດກົດໝາຍຕໍ່ປະຊາຊົນທີ່ຂັດແຍ້ງກັບພະນັກງານຂອງລັດກ່ຽວກັບຜົນປະໂຫຍດ ໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳ ໂດຍເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີ ລາວ ໄດ່້ມີຄຳສັ່ງໃຫ້ເລັ່ງບັງຄະດີຕິດຕາມການຕັດສິນຂອງສານ ເພື່ອເຮັດໃຫ້ປະ ຊາຊົນສັດທາຕໍ່ລະບົບຍຸຕິທຳໃນລາວ ເພາະປາກົດວ່າມີຄະດີທີ່ສານໄດ້ຕັດສິນໄປ ແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ໄດ້ມີການບັງໃຫ້ເປັນໄປຕາມການຕັດສິນຂອງ ສານປະຊາຊົນລາວ ແຕ່ຢ່າງໃດຈົນເຖິງປັດຈຸບັນນີ້.

ພາຍໃຕ້ສະພາບການດັ່ງກ່າວກໍຍັງເຮັດໃຫ້ເກີດບັນຫາກ່ຽວກັບການມີຄະດີຄົງຄ້າງຢູ່ສານປະຊາຊົນລາວທຸກຂັ້ນ ເພີ້ມຂຶ້ນນັບມື້ອີກດ້ວຍໂດຍທີີ່ມີສາເຫດມາຈາກ ຄວາມບົກຜ່ອງ ໃນການປະຕິບັດໜ້າທີ່ຂອງພະນັກງານສານ ທີ່ບໍ່ໄດ້ອີງກັບສະ ພາບບັນຫາທີ່ເປັນຈິງ ຈຶ່ງເຮັດໃຫ້ຄູ່ຄວາມຂອງຄະດີດບໍ່ຍອມຮັບການຕັດສິນຂອງ ສານ ແລະໄດ້ຟ້ອງຮ້ອງໃຫ້ເປັນຄະດີຄວາມຕໍ່ໄປອີກ ສ່ວນຄູ່ຄວາມທີ່ມີການພົວ ພັນ ໃນວົງການພັກລັດທີ່ເໜືອກວ່າອີກຝ່າຍນຶ່ງນັ້ນກໍເປັນອີກສາເຫດນຶ່ງທີ່ເຮັດໃຫ້ ຄູ່ຮ່ວມໃນຄະດີບໍ່ຍອມຮັບຜິດຕາມການຕັດສິນຂອງສານ ເພາະໝັ້ນໃຈວ່າ ດ້ວຍ ສາຍພົວພັນ ໃນວົງການພັກລັດນັ້ນ ຈະເຮັດໃຫ້ຝ່າຍຕົນພົ້ນຈາກຄວາມຜິດໄດ້ໃນ ທີ່ສຸດ ໂດຍສະເພາະແມ່ນໃນຂັ້ນຮວບຮວມພະຍານຫລັກຖານ ເພື່ອປະກອບສຳ ນວນຄະດີໃນ ການຟ້ອງຮ້ອງຕໍ່ສານ ໂດຍພະນັກງານໄອຍະການນັ້ນ ກໍນັບເປັນ ປັດໄຈສຳຄັນ ທີ່ເຮັດໃຫ້ຜູ້ທີ່ກະທຳຜິດໃນຄະດີກາຍເປັນຝ່າຍທີ່ບໍ່ຕ້ອງຮັບໂທດ ໃດໆໃນຄະດີຄວາມໄດ້ອີກດ້ວຍ.

XS
SM
MD
LG